ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 4 ແຂວງ ຂອງລາວ ສົ່ງຜົນກະທົບ ຕໍ່ແຜນການ ເພີ້ມຜົນຜະລິດເຂົ້າ
Anonymous

Date:
4 ແຂວງ ຂອງລາວ ສົ່ງຜົນກະທົບ ຕໍ່ແຜນການ ເພີ້ມຜົນຜະລິດເຂົ້າ
Permalink   
 


4 ແຂວງ ຂອງລາວ ສົ່ງຜົນກະທົບ ຕໍ່ແຜນການ ເພີ້ມຜົນຜະລິດເຂົ້າ

C3828825-1497-4E64-8AAA-96F44542221E_w640_r1_s.jpg

 

ໄພນ້ຳຖ້ວມຢູ່ໃນເຂດ 4 ແຂວງໃນເວລານີ້ ສົ່ງຜົນກະທົບຕໍ່
ແຜນການ ຂອງລັດຖະບານລາວ ທີ່ຈະຊຸກຍູ້ເພື່ອເພີ້ມການ
ຜະລິດເຂົ້າໃຫ້ໄດ້ເຖິງ 4 ລ້ານ 2 ແສນໂຕນ ໃນທົ່ວປະເທດ
ພາຍໃນປີ 2015.

ກະຊວງກະສິກຳ ແລະປ່າໄມ້ລາຍງານຜົນການປະເມີນ ຄວາມເສຍຫາຍໃນຂັ້ນເບື້ອງຕົ້ນ
ທີ່ເກີດຈາກໄພນ້ຳຖ້ວມຢູ່ໃນເຂດແຂວງຈຳປາສັກ ຄຳມ່ວນ ວຽງຈັນ ແລະ ຫລວງພະບາງ
ໃນເວລານີ້ວ່າ ຜົນຜະລິດດ້ານການກະເສດ ໄດ້ເສຍຫາຍໄປແລ້ວ ຄິດເປັນມູນຄ່າຫຼາຍ
ກວ່າ 30 ຕື້ກີບ ແລະຄາດວ່າ ຍັງຈະເກີດການເສຍຫາຍເພີ້ມຂຶ້ນອີກ ເນື່ອງຈາກວ່າໄພນ້ຳ
ຖ້ວມຍັງສືບຕໍ່ມີຢູ່ ໃນຫຼາຍໆພື້ນທີ່.

ໂດຍທີ່ເສຍຫາຍຫຼາຍກວ່າໝູ່ກໍຄືພື້ນທີ່ ໃນເຂດແຂວງຈຳປາສັກ ເຊັ່ນເມືອງຊະນະສົມບູນ
ເມືອງມູນລະປະໂມກ ເມືອງສຸຂຸມາ ເມືອງຈຳປາສັກ ເມືອງບາຈຽງ ແລະເມືອງໂພນທອງ
ຊຶ່ງມີນາເຂົ້າ ທີ່ຖືກນ້ຳຖ້ວມຄິດເປັນເນື້ອທີ່ລວມເຖິງ 11,887 ເຮັກຕາ ຫຼື 9.86 ເປີເຊັນ
ຂອງທີ່ນາທັງໝົດ ໃນແຂວງຈຳປາສັກ ສ່ວນຢູ່ໃນແຂວງຄຳມ່ວນ ກໍມີພື້ນທີ່ໃນເຂດ 6 ເມືອງ ທີ່ເສຍຫາຍ ຈາກໄພນ້ຳຖ້ວມ

ກໍຄືເມືອງໜອງບົກ ເມືອງເຊບັ້ງໄຟ ເມືອງຫີນບູນ ເມືອງມະຫາໄຊ ເມືອງຍົມມະລາດ ແລະ ເມືອງນາກາຍ.

ນອກຈາກນີ້ ກໍຍັງມີເມືອງໂພນໄຊ ທີ່ເສຍຫາຍຫຼາຍກວ່າເມືອງອື່ນໆ ທີ່ຢູ່ໃນແຂວງຫລວງ
ພະບາງ ດ້ວຍກັນ ສ່ວນຢູ່ໃນແຂວງວຽງຈັນນັ້ນ ຍັງຢູ່ໃນລະຫວ່າງ ການເກັບກຳຂໍ້ມູນ ຢູ່ໃນ
ເຂດທີ່ຖືກນ້ຳຖ້ວມ ແຕ່ກໍເຊື່ອວ່າ ຈະເກີດການເສຍຫາຍຫຼາຍສົມຄວນ ເນື່ອງຈາກຫຼາຍໆ
ພື້ນທີ່ໃນແຂວງວຽງຈັນ ຈະຕ້ອງຮອງຮັບນ້ຳ ທີ່ຖືກປ່ອຍລົງມາຈາກເຂື່ອນນ້ຳງື່ມ ນັ້ນເອງ.

ໂດຍອິງຕາມລາຍງານຈາກທ້ອງຖິ່ນຂອງທັງ 4 ແຂວງດັ່ງກ່າວ ກໍປະກົດວ່າ ມີປະຊາຊົນ
ລາວ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຄັ້ງນີ້ແລ້ວ 2 ໝື່ນກວ່າຄອບຄົວ ໂດຍສະເພາະ

ແມ່ນຢູ່ທີ່ເຂດເມືອງໂພນໄຊນັ້ນ ຍັງຈະຕ້ອງອົບພະຍົບ ປະຊາຊົນ ອອກຈາກພື້ນທີ່ຢ່າງ ຖາວອນອີກດ້ວຍ.

CA8C5FD2-FCE1-4BAD-B6F2-82A5F9BF90A6_w268.jpg

 

ການທີ່ລາວຕ້ອງປະເຊີນກັບໄພທຳມະຊາດ ທີ່ໜັກໜ່ວງຫຼາຍຂຶ້ນ
ທັງໄພນ້ຳຖ້ວມ ແລະໄພແຫ້ງແລ້ງນັ້ນ ໄດ້ເຮັດໃຫ້ເກີດການເສຍ
ຫາຍເພີ້ມຂຶ້ນທຸກປີ ເຊັ່ນໃນລະດູແລ້ງປີ 2014 ນີ້ ກະເສດຕະກອນ
ລາວ ທົ່ວປະເທດ ສາມາດປູກເຂົ້ານາແຊງໄດ້ ໃນເນື້ອທີ່ລວມພຽງ
94,700 ກວ່າເຮັກຕາ ຊຶ່ງຄິດເປັນ 75 ເປີເຊັນ ຂອງແຜນການທີ່
ວາງໄວ້ ທັງໝົດເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບການປູກເຂົ້ານາແຊງ ສ່ວນໃຫຍ່
ຢູ່ໃນລາວ ຈະຕ້ອງເພິ່ງພາການສູບນ້ຳ ຂຶ້ນມາຈາກແມ່ນ້ຳຂອງ
ຫາກແຕ່ກໍປະກົດວ່າ ລະດັບນ້ຳໃນແມ່ນ້ຳຂອງ ໃນປີນີ້ບົກແຫ້ງ ກວ່າທຸກປີ ຊຶ່ງກໍເຮັດໃຫ້
ກະເສດຕະກອນລາວ ພາກັນຫັນໄປປູກພືດຊະນິດອື່ນໆ ແທນການປູກເຂົ້າ ຫຼາຍຂຶ້ນ
ດ້ວຍນັ້ນ ກໍເປັນຜົນເຮັດໃຫ້ການຜະລິດເຂົ້ານາແຊງໃນປີນີ້ ໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງ
ເອົາໄວ້ຢ່າງຫລີກລ່ຽງບໍ່ໄດ້ ເຊັ່ນດຽວກັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ
ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

“ສັງເກດເບິ່ງແລ້ວໃນຫຼາຍໆ ຈຸດທີ່ພວກເຮົາໃຊ້ຈັກສູບນ້ຳ ຈາກນ້ຳຂອງນີ້ ເຫັນວ່າ ຫຼາຍຈຸດແມ່ນຈະເກີດຊາຍ

ຖືວ່າລະດັບນ້ຳນ້ອຍກວ່າປົກກະຕິ ແລະອີກອັນໜຶ່ງ ປະຊາຊົນນີ້ ກະຫັນໄປຜະລິດແນວອື່ນ ເຊັ່ນ ປູກຢາສູບ

ປູກສາລີ ປູກມັນຕົ້ນ ປູກຢາງພາລາ ເພື່ອມາປ່ຽນແທນ ໃນການຜະລິດເຂົ້ານາແຊງນີ້ ກະແມ່ນສາເຫດ

ຈະໃຫ້ໄທເຮົາ ບໍ່ສາມາດ ບັນລຸຕົວເລກຄາດໝາຍ.”

ທັງນີ້ໂດຍລັດຖະບານລາວ ໄດ້ວາງແຜນການຊຸກຍູ້ ການຜະລິດເຂົ້າ ໃຫ້ເພີ້ມຂຶ້ນຢ່າງຕໍ່
ເນື່ອງ ໂດຍສະເພາະແມ່ນໃນແຜນການປີ 2014-2015 ກໍໄດ້ວາງເປົ້າໝາຍຜົນຜະລິດ
ເຂົ້າໄວ້ ໃນປະລິມານລວມ 4 ລ້ານ 2 ແສນໂຕນ ໃນພື້ນທີ່ປູກເຂົ້າທັງໝົດ 1 ລ້ານກວ່າ
ເຮັກຕາ ໃນທົ່ວປະເທດ.

ໂດຍໃນລະດູການ 2012-2013 ລັດຖະບານລາວ ໄດ້ວາງເປົ້າໝາຍ ການຜະລິດເຂົ້າ ໃຫ້ໄດ້ໃນປະລິມານລວມ

3 ລ້ານ 8 ແສນໂຕນ ແຕ່ກໍສາມາດຜະລິດໄດ້ຈິງ ພຽງ 3 ລ້ານ
5 ແສນ 4 ໝື່ນໂຕນ ຫຼື 93 ເປີເຊັນ ຂອງແຜນການປີ ໂດຍໃນນີ້ ກໍເປັນຜົນຜະລິດເຂົ້າ
ນາປີ 2 ລ້ານ 8 ແສນ 5 ໝື່ນໂຕນ ນາແຊງ 5 ແສນໂຕນ ແລະເຂົ້າໄຮ່ 195,000 ໂຕນ
ຕາມລຳດັບ.

 

acttr?p=YTIxMjcxODQwNzkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljEMkazt8E6IflWLELGJwxyBuNIg3fjOvag%3D%3D&m=FP30_%3A_not_top&t=1409037490517



__________________
Anonymous

Date:
RE: 4 ແຂວງ ຂອງລາວ ສົ່ງຜົນກະທົບ ຕໍ່ແຜນການ ເພີ້ມຜົນຜະລິດເຂົ້າ
Permalink   
 



C3828825-1497-4E64-8AAA-96F44542221E_w640_r1_s.jpg

 

ປານຜີບ້າໃດ້ກຸ໋ບ

ຫັລງຈາກກິນຢາ Prozac  ເປັນປົກກະຕິ ໃດ້ຍິນ ທ່ານ ປະລັມມະຈານໂຫຣາສາດສື່ Overseaman   ເວົ້າຢູ່ໃນ PT ຫ້ອງ Lao Homeless ວ່າ ເຫດຜົນທີ່ ນໍ້າຖ້ວມຢູ່ ສປປລ

ຢ່າງໝັກແມ່ນເກີດມາຈາກ    ພະຍານາກ ເປົ່ານໍ້າຝົ (ໝາຍເຫດ:  ພຍນ ເພີ່ນຢຸດຕິເປົ່າໄຟແລ້ວຊົ່ວຄາວຍ້ອນນໍ້າມັນແພງຫລາຍ)

ພຍນ ໃດ້ຮັບຂ່າວທາງ E-mail and facebook ຈາກທ່ານ ດຣ ລິດເຈີດ ໄຊສະໝອນວ່າ  ໃນ ລຖບ ຈຸມມະລີ ມີຄົນວາງແຜນ ຂ້າລູກຊາຍ ພຍນ ສື່ ພົນໂທ

ດວງໃຈ ພິຈິດ...ພຍນ ຈຶ່ງໂກຣດເຄືອງເປັນຢ່າງໝັກ. ດຽວນີ້ ພຍນ ກໍາລັງ ໄຊ້ GPS  ວ່າ ຈະເປົ່ານໍ້າຝົນເຂົ້າບ່ອນໃດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard