ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ-ອະເມຣິກັນຮັບໜ້າທີ່ ທ່ານຄຣູໃຫຽ່
Anonymous

Date:
ລາວ-ອະເມຣິກັນຮັບໜ້າທີ່ ທ່ານຄຣູໃຫຽ່
Permalink   
 


ລາວ-ອະເມຣິກັນຮັບໜ້າທີ່ ທ່ານຄຣູໃຫຽ່

image

 

ທ່ານ ເອດດີ ພົມວິໄຊ ຖືກແຕ່ງຕັ້ງ ໃຫ້ເປັນ ທ່ານ ຄຣູໃຫຽ່ ຫລື ຜູ້ ອຳນວຍການ ໂຮງຮຽນ ມັທຍົມ Marshall town ຣັຖ ໄອໂອວາ ສະຫະຣັຖ ອະເມຣິກາ ຊຶ່ງໄດ້ ອົພຍົບ ຈາກ ປະເທດລາວ. ພໍ່ຂອງ ເອດດີ ເຄີຍເປັນ ນາຍທະຫານ ຂອງ ກອງທັບ ແຫ່ງຊາດ ລາວ ໃນປີ 1970 ຖືກຈັບໄປ ສຳມະນາ ເປັນເວລາ 8 ເດືອນ ຫລັງຈາກ ໂຕນໜີ ກໍໄດ້ເອົາ ຄອບຄົວ ພ້ອມດ້ວຍ ເອດດີ ເອງ ໃນເວລານັ້ນ ອາຍຸ ກໍຍັງນ້ອຍ ຂ້າມໄປ ຢູ່ສູນ ອົພຍົບ ໃນໄທ.

ເອດດີ ພົມວິໄຊ ມາຮອດ ສະຫະຣັຖ ອາຍຸໄດ້ 7 ປີ ສະມາຊິກ ຄອບຄົວ ທັງໝົດ 8 ຄົນ ໄດ້ອາສັຍ ຢູ່ເມືອງ Alta ຣັຖ ໄອໂອວາ ມີ ປະຊາກອນ 1,800 ຄົນ ໃນເວລາ ນັ້ນ. ດ້ວຍ ຄວາມ ມີມານະ ອົດທົນ ໃນການ ສຶກສາ ຮ່ຳຮຽນ ແລະ ຄວາມມຸ້ງຫມັ້ນ ໃນການ ເປັນ ຕົວຢ່າງ ທີ່ດີ ແກ່ ຊົນກຸ່ມນ້ອຍ ໃນ ສະຫະຣັຖ ຈົນໄດ້ຖືກ ແຕ່ງຕັ້ງ ໃຫ້ເປັນ ຜູ້ ອຳນວຍການ ໂຮງຮຽນ ມັທຍົມ Marshall town ທີ່ ມີນັກຮຽນ ປະມານ 1,600 ຄົນ ໃນນັ້ນ 32 ສ່ວນຮ້ອຍ ເປັນນັກຮຽນ ທີ່ ພາສາ ອັງກິດ ເປັນພາສາ ທີສອງ ແລະ 45 ສ່ວນຮ້ອຍ ແມ່ນນັກຮຽນ ຈາກ ຊົນເຜົ່າ ກຸ່ມນ້ອຍ. ໃນໂຮງຮຽນ ທີ່ ທ່ານ ເອດດີ ເປັນ ທ່ານຄຣູໃຫຽ່ ມີນັກຮຽນ ມາຈາກ ຫຼາຍປະເທດ ທີ່ເວົ້າ 37 ພາສາ ແຕກຕ່າງກັນ.

ທ່ານ ເອດດີ ເວົ້າວ່າ ຈະໃຊ້ ປະສົພການ ທີ່ ລາວ ໄດ້ຜ່ານມາ ໃນຊິວິດ ຊ່ອຍນັກຮຽນ ຊົນເຜົ່າ ກຸ່ມນ້ອຍ ໃນໂຮງຮຽນ ຂອງລາວ ໃຫ້ມີ ຄວາມ ກ້າວຫນ້າ ໃນຊີວີດ ຂອງ ພວກຂະເຈົ້າ.

acttr?p=YTI4MjU4NjM4OTQHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljBOAd2R63cvqqnBWkqAb7kOSaxdDVS9QnA%3D%3D&m=FP30_%3A_not_top&t=1409071998840



__________________
Anonymous

Date:
Permalink   
 

ຂໍສະແດງຄວາມຍິນດີນຳແລະຫວັງວ່າໃນອະນາຄົດຈະມີເຍົ້າວະຊົນລາວ-ອາເມຣກັນ

ເດີນຕາມຮອຍຂອງທ່ານ, ຂໍສັນຣະເສີນຍ້ອງຍໍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard