ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນເກັບໄດ້ຈາກພາສີຮົ່ວໄຫຼ ໃຜ ກໍຮູ້
Anonymous

Date:
ເງິນເກັບໄດ້ຈາກພາສີຮົ່ວໄຫຼ ໃຜ ກໍຮູ້
Permalink   
 


ເງິນເກັບໄດ້ຈາກພາສີຮົ່ວໄຫຼ ໃຜ ກໍຮູ້

image

 

acttr?p=YTM0Mzk2MDg5NDkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljN7clvCl4LpaqnBWkqAb7kNLn7MYQWp%2FKA%3D%3D&m=FP30_%3A_not_top&t=1409305009723

ນັກ ທຸຣະກິດ ການຄ້າ ຂາອອກ-ຂາເຂົ້າ ຢູ່ໃນ ນະຄອນ ຫລວງ ວຽງຈັນ ຜູ້ຂໍສງວນ ຊື່ແລະສຽງ ທ່ານໜຶ່ງ ໄດ້ເປີດເຜີຍ ຕໍ່ RFA ເມື່ອວັນທີ 27 ສິງຫາ 2014 ວ່າ  ສາເຫດ ຫລັກ ທີ່ ເຮັດໃຫ້ ທາງການ ລາວ ເກັບຣາຍຮັບ ຈາກ ພາສີ ອາກອນ ບໍ່ໄດ້ຕາມ ເປົ້າໝາຍ ແມ່ນ ເກີດຈາກ ຄວາມຜິດພາດ ໃນ ການຄວບຄຸມ ເຈົ້າໜ້າທີ່ ຂອງຕົນ ຮວມທັງ ເຈົ້າໜ້າທີ່ ພາສີ ອາກອນ ນຳດ້ວຍ ອັນເຮັດໃຫ້ ການເກັບ ຣາຍຮັບ ບໍ່ໄດ້ ຕາມ ຄາດໝາຍ ມີການຮົ່ວ ໄຫລ ຢູ່ ຕລອດ. ເຈົ້າໜ້າທີ່ ພາສີ ອາກອນ ຣະດັບສູງ ບາງຄົນ ສວຍໃຊ້ ໜ້າທີ່ ຕຳແໜ່ງ ເພື່ອ ຫາຜົນ ປໂຍດ ໃຫ້ໂຕເອງ ແລະ ພັກພວກ.

ນັກ ທຸຣະກິດ ທ່ານນີ້ ເປີດເຜີຍ ພຶດຕິກັມ ຂອງ ເຈົ້້າໜ້າທີ່ ພາສີ ນັ້ນວ່າ ໄປສົມຮູ້ ຮ່ວມຄິດ ກັບ ພວກພໍ່ຄ້າ ແມ່ຄ້າ ແລະ ເຈົ້າຂອງ ບໍຣິສັດ ແລ້ວແຈ້ງ ບັນຊີ ສິນຄ້າ ບໍ່ກົງກັບ ຈຳນວນ ຕົວຈິງ ເພື່ອ ໃຫ້ ເສັຽພາສີ ໜ້ອຍລົງ. ພ້ອມກັນນັ້ນ ເຈົ້າໜ້າທີ່ ພາສີ ອາກອນ ຜູ້ກຳ ກັບ ເອກສານ ບັນຊີ ສິນຄ້າ ກໍຈະ ອຳນວຍ ຄວາມ ສະດວກ ໃຫ້ ພວກພໍ່ຄ້າ ແມ່ຄ້າ ຂໍພຽງແຕ່ ຈ່າຍ ໜ້າໂຕະ ຫລື ກ້ອງໂຕະ ໃຫ້ກໍພໍ ອັນທີ່ເອີ້ນ ກັນວ່າ ຈ່າຍຄ່າ ກິນນ້ຳ ກິນໃນ.

ນອກນັ້ນ ກໍຍັງມີ ຫລາຍ ກໍຣະນີ ໃນການນຳ ເອົາ ຍານພາຫະນະ ທີ່ ຫລູຫລາ ເຄື່ອງກົນ ເຄື່ອງຈັກ ໜັກ, ແລະ ສິນຄ້າ ຟຸມເຟືອຍ ຊນິດຕ່າງໆ ທີ່ ມີການ ລັກໂລບ ພາສີ ກໍມີເປັນ ຈຳນວນ ຫຼວງຫຼາຍ ໃນ ແຕ່ລະປີ.

ເມື່ອບໍ່ດົນ ມານີ້ ດຣ.ບຸນທອງ ຈິດມະນີ ຫົວໜ້າ ກວດກາ ພັກຣັຖ ກໍ່ໄດ້ຣາຍງານ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດລາວ ວ່າ ໄດ້ກວດ ເຫັນ ການຮົ່ວໄຫລ ຂອງການ ເກັບຣາຍຮັບ ເຂົ້າ ງົບປະມານ ແຫ່ງຊາດ ຫຼາຍກວ່າ 1 ພັນ ລ້ານໂດລາ ສະຫະຣັດ ໃນສົກ ງົບປະມານ ປີ 2012-13.



__________________
Anonymous

Date:
Permalink   
 

ຮູ້ແລ້ວບໍ່ຈົກເອົາກົດໝາຍປາບປາມການສໍ້ລາດບັງຫຼວງອອກມາໃຊ້

ຫຼືຖ້າວຽດນາມມາປາບໃຫ້?



__________________
Anonymous

Date:
Permalink   
 

Anonymous wrote:

ຮູ້ແລ້ວບໍ່ຈົກເອົາກົດໝາຍປາບປາມການສໍ້ລາດບັງຫຼວງອອກມາໃຊ້

ຫຼືຖ້າວຽດນາມມາປາບໃຫ້?


 ປາບບໍ່ໄດ້ ເພາະວ່າ ພວກມັນໂກງກັນກິນທັງໂຄດ

acttr?p=YTIxOTc0Mzg3Mzi5oLo1vjAurIzxEdT8IanQkyExFw1CHKHSYhHUVo9UmfWPss6yeeTkkvhlTAUGahh3muV5LxAr43XllnPe28P0pEknAlUNn63s%2F%2FWBQs1Iwe3kwMUaZC1Qy9cChURTJJHox8kWk8N7t0cBnD05hYyKHxHJ0XfsOVgIw7r6fr4LNg%3D%3D&m=FP30_%3A_not_top&t=1409379382236

10468096_665877963508581_8266667247472823494_n.jpg

acttr?p=YTIxOTc0Mzg3Mzi5oLo1vjAurIzxEdT8IanQkyExFw1CHKHSYhHUVo9UmfWPss6yeeTkkvhlTAUGahh3muV5LxAr43XllnPe28P0pEknAlUNn63s%2F%2FWBQs1Iwe3kwMUaZC1Qy9cChURTJJHox8kWk8N7t0cBnD05hYyKHxHJ0XfsOVgIw7r6fr4LNg%3D%3D&m=FP30_%3A_not_top&t=1409380262249



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard