ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລູກຫຼານຜູ້ນໍາລາວຄືຜູ້ ສືບທອດ ອໍານາດ ຜູກຂາດ
Anonymous

Date:
ລູກຫຼານຜູ້ນໍາລາວຄືຜູ້ ສືບທອດ ອໍານາດ ຜູກຂາດ
Permalink   
 
ລູກຫຼານຜູ້ນໍາລາວຄືຜູ້ ສືບທອດ ອໍານາດ ຜູກຂາດ

ເມື່ອ ເດືອນທີ່ແລ້ວ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ໄດ້ສັບຊ້ອນ ຄນະ ຣັຖບານ ໃໝ່ ໂດຍ ໄດ້ແຕ່ງຕັ້ງ ລູກຫລານ ຂອງ ອະດີດ ຜູ້ນຳ ປະຕິວັດ ຫຼາຍຄົນ ເຂົ້າ ກຳຕຳແໜ່ງ ສູງໆ ເຊັ່ນ: ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ລູກຊາຍ ຂອງ ທ່ານ ຄຳໄຕ ສີພັນດອນ ອະດີດ ປະທານ ປະເທດ ຂື້ນເປັນ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ. ເພື່ອ ໃຫ້ ທ່ານສອນໄຊ ຮຽນຮູ້ ວຽກງານ ຂັ້ນ ສູນກາງ ເພື່ອ ຕຣຽມ ເປັນຜູ້ນຳ ໃນ ອະນາຄົດ.

ນອກຈາກນັ້ນ ພັກຣັດ ຍັງແຕ່ງຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ຂື້ນເປັນ ຫົວໜ້າ ກົມພາສີ ກະຊວງ ການເງິນ ແລະ ຈະເລື່ອນຊັ້ນໃຫ້ ແກ່ ທ່ານ ວຽງສວັດ ສີພັນດອນ ຈາກ ຫົວໜ້າ ກົມ ຂົນສົ່ງ ຂື້ນເປັນ ຣັຖມົນຕຣີ ໃນໄວໆນີ້.

ເມື່ອ ທ້າຍປີກາຍ ນາງ ວຽງທອງ ສີພັນດອນ ກໍຖືກແຕ່ງຕັ້ງ ໃຫ້ເປັນ ປະທານ ອົງການ ກວດສອບ ແຫ່ງຣັດ. ຜູ້ໄດ້ຮັບ ຕຳແໜ່ງ ໃໝ່ ສາມຄົນ ຫລັງໆນີ້ ລ້ວນແລ້ວ ແຕ່ ມີ ນາມສະກຸນ ສີພັນດອນ ເພາະເປັນ ລູກສາວ ຫລື ລູກຊາຍ ຂອງ ທ່ານ ຄຳໄຕ ສີພັນດອນ ທັງນັ້ນ.

ນອກຈາກ ລູກ ຂອງ ທ່ານ ຄຳໄຕ ສີພັນດອນ ລູກ ຂອງ ອາດີດ ຜູ້ນຳ ສປປລາວ ອື່ນໆ ກໍໄດ້ຮັບ ຕຳແໜ່ງ ທີ່ສຳຄັນ ເຊັ່ນກັນ ຕົວຢ່າງ ທ່ານ ສັນຕິພາບ ພົມວິຫານ ລູກຊາຍ ຂອງ ທ່ານ ໄກສອນ ພົມວິຫານ ກໍໄດ້ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ການເງິນ. ບໍ່ເທົ່ານັ້ນ ທ່ານ ໄຊສົມພອນ ພົມວິຫານ ລູກຊາຍກົກ ຂອງ ທ່ານ ໄກສອນ ພົມວິຫານ ກໍຈະຖືກ ເລື່ອນຊັ້ນ ຂຶ້ນເປັນ ປະທານ ສະພາ ແຫ່ງຊາດ.

ພັກຣັດ ຍັງ ແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ລູກຊາຍ ຂອງ ທ່ານ ສຸພານຸວົງ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍ ກະຊວງ ພລັງງານ ແລະ ບໍ່ແຮ່ ແລະ ເລື່ອນຊັ້ນ ນາງ ອິນລາວັນ ແກ້ວບຸນພັນ ລູກສາວ ຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດ ນາຍົກ ຣັຖມົນຕຣີ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ສາທາຣະນະສຸກ.

ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ ໃຫ້ເຫດຜົນ ໃນການ ແຕ່ງຕັ້ງ ເທື່ອນີ້ວ່າ ເພື່ອ ປັບປຸງ ການ ບໍຣິຫານ ຂອງ ຣັຖບານ ໃຫ້ມີ ປະສິດ ທິພາບ ສູງຂຶ້ນ ແລະ ເພື່ອໃຫ້ ສອດຄ່ອງ ກັບ ສະພາບການ ປ່ຽນແປງ ໃນ ປະເທດ.

ແຕ່ ປະຊາຊົນ ລາວ ສ່ວນຫລາຍ ພັດ ເຂົ້າໃຈວ່າ ຄນະຜູ້ນຳ ພັກຣັດ ແຕ່ງຕັ້ງ ລູກຫລານ ຂອງ ອະດີດ ຜູ້ນຳການ ປະຕິວັດ ຂຶ້ນຮັບ ຕຳແໜ່ງ ສູງໆ ກໍເພື່ອ ຝຶກຝົນ ເຂົາເຈົ້າ ໃຫ້ກາຍເປັນ ຜູ້ນຳ ໃນ ອະນາຄົດ ໃຫ້ກຳ ອຳນາດ ສືບຕໍ່ໄປ ເລື້ອຍໆ ແລະ ເພື່ອຮັກສາ ຣະບອບ ການປົກຄອງ ຜະເດັດການ ຄອມມິວນິສ ໃນລາວ ໃຫ້ຍືນຍົງ ຄົງຢູ່ ຕລອດໄປ. ສ່ວນຄົນລາວ ຜູ້ນຶ່ງ ໃຫ້ຄຳຄິດ ຄຳເຫັນ ກ່ຽວກັບ ການແຕ່ງຕັ້ງ ເທື່ອນີ້ວ່າ:

"ຂ້າພະເຈົ້າ ເຫັນວ່າ ຫລັງຈາກ ຜູ້ນຳ ຫລາຍຄົນຕາຍ ແລ້ວ ກໍມີການ ສັບຊ້ອນ ກັນ ຂະເຈົ້າ ແຕ່ງຕັ້ງ ກັນເທົ່າໃດ ແຮ່ງມີການ ຂັດແຍ້ງ ກັນ ເພາະວ່າ ເປັນເຣື່ອງ ຜົນປໂຍດ ໝົດເນາະ; ສະນັ້ນ ທ່ານ ຄຳໄຕ ຈຶ່ງເອົາ ລູກຫລານ ຂຶ້ນເປັນໃຫຍ່ ໝົດ ເພື່ອຍາດເອົາ ຜົນ ປໂຍດ ເດ໋ ຂ້າພະເຈົ້າ ຄິດວ່າ ມັນຢູ່ໃນ ຣະບອບ ຜະເດັດການ ແບບນີ້ນີ່ ຂະເຈົ້າ ແຕ່ງຕັ້ງ ເອົາຜູ້ໃດ ກໍໄດ້ ບໍ່ມີ ຄວາມຮູ້ ກໍບໍ່ ເປັນຫຍັງ."

ຊາວລາວ ອີກ ຫລາຍຄົນ ກໍໃຫ້ ຄຳຄິດ ຄຳເຫັນວ່າ ຄນະຜູ້ນຳ ພັກຣັດ ແຕ່ງຕັ້ງ ລູກຜູ້ນຳ ເທື່ອນີ້ ບໍ່ໄດ້ອີງຕາມ ປະສົພການ ແລະ ຄວາມຮູ້ ຄວາມສາມາດ ເລີຍ ແຕ່ອີງຕາມ ນາມສະກຸນ ໃຜເປັນລູກ ເປັນຫລານ ຂອງຜູ້ນຳ ເທົ່ານັ້ນ. ສະນັ້ນ ແນ່ນອນວ່າ ການສັບຊ້ອນ ຄນະຣັຖບານ ໃໝ່ ເທື່ອນີ້ ຄົງຈະບໍ່ຊ່ວຍ ປັບປຸງ ການ ບໍຣິຫານ ວຽກງານ ຂອງ ຣັຖບານ ໃຫ້ດີຂຶ້ນໄດ້ ແຕ່ຢ່າງໃດ.

ເປັນທີ່ ສັງເກດວ່າ ບຸກຄົນ ທີ່ມີຄວາມຮູ້ ຄວາມ ສາມາດ ທີ່ແທ້ຈິງ ຫລາຍຄົນ ແຕ່ບໍ່ໄດ້ ເປັນລູກຫລານ ຂອງຜູ້ນຳ ການ ປະຕິວັດ ຈະບໍ່ ໄດ້ ຮັບການ ເລື່ອນຊັ້ນ ງ່າຍໆ; ຜູ້ເປັນ ຣັຖມົນຕຣີ ຊ່ວຍ ກໍບໍ່ມີ ໂອກາດ ຈະໄດ້ ຂຶ້ນເປັນ ຣັຖມົນຕຣີ ນຳເພິ່ນ ຈັກເທື່ອ ຫລື ຜູ້ເປັນຮອງ ຫົວໜ້າກົມ ກໍເປັນຮອງ ຜູ້ນັ້ນ ແຫລະ ເປັນເວລາ ຫລາຍ ສິບປີ.

ເມື່ອປີກາຍ ຂ້າພະເຈົ້າ ໄດ້ສະແດງ ຄວາມ ຍິນດີ ກັບນັກ ວິຊາການ ທີ່ ມີຄວາມຮູ້ ສາມາດສູງ ທ່ານນຶ່ງ ທີ່ ຖືກແຕ່ງຕັ້ງ ຂຶ້ນເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ນຶ່ງ ໃນຄນະ ຣັຖບານ ລາວ. ນັກ ວິຊາການ ທ່ານນັ້ນ ຕອບວ່າ:

"ໂອ່ຍ, ເພິ່ນຍ້ອງໃຊ້ ຊື່ໆ." ຕໍ່ຄວາມເວົ້າ ທີ່ວ່າ ບໍ່ດົນ ກໍຈະໄດ້ ເປັນ ຣັຖມົນຕຣີ ແລ້ວ ແຕ່ ຣັຖມົນຕຣີ ຊ່ວຍ ຜູ້ໃໝ່ ຜູ້ນີ້ ຕອບວ່າ "ບໍ່ມີທາງ ເພາະເຮົາ ບໍ່ແມ່ນ ລູກຫລານ ຂອງ ຄນະນຳ ການ ປະຕິວັດ."

ສະນັ້ນ ປະຊາຊົນ ລາວ ຈຶ່ງ ເຂົ້າໃຈວ່າ ພັກຣັດ ຍັງຈຳແນກ ປະຊາຊົນ ຂອງຕົນ ຍັງຊຸກຍູ້ ສົ່ງເສີມ ແຕ່ລູກຫລານ ຂອງຕົນ ໃຫ້ມີສິດ ມີອຳນາດ ແຕ່ ສະກັດກັ້ນ ຄວາມກ້າວໜ້າ ຂອງຊາວລາວ ຄົນອື່ນໆ ເຖິງວ່າຈະ ມີຄວາມຮູ້ ຄວາມ ສາມາດ ປານໃດ ກໍຕາມ.

ເປັນທີ່ ສັງເກດ ອີກວ່າ ການສືບທອດ ອຳນາດ ໃຫ້ລູກຫລານ ຂອງ ຄນະກຳ ອຳນາດ ໃນລາວ ບໍ່ຕ່າງຫຍັງ ກັບ ການສືບທອດ ອຳນາດ ຢູ່ ປະເທດ ຄອມມິວນິສ ອື່ນໆ ເຊັ່ນ ເກົາຫລີເໜືອ ແລະ ກິວບາ. ຢູ່ເກົາຫລີ ເໜືອ ລູກຂຶ້ນເປັນ ຜູ້ນຳ ສູງສຸດ ແທນພໍ່ ມາເປັນ ເວລາ ສາມເຊັ່ນຄົນ ແລ້ວ; ເຊັ່ນດຽວກັນ ຢູ່ກິວບາ ນ້ອງຊາຍ ກໍຂຶ້ນ ກຳອຳນາດ ແທນອ້າຍ; ສອງອ້າຍນ້ອງ ປົກຄອງ ປະເທດ ມາເປັນກວ່າ ເຄິ່ງ ສັດຕະວັດ.

ຖ້າເປັນແບບ ນັ້ນ ເຮັດແນວໃດ ລູກຫລານ ຂອງ ປະຊາຊົນ ທັມມະດາ ສາມັນ ຈຶ່ງ ຈະມີ ໂອກາດ ກ້າວຂຶ້ນເປັນ ຜູ້ນຳໄດ້ ໃນລາວ.

acttr?p=YTM0Mzk2MDg5NDkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljN7clvCl4LpaqnBWkqAb7kNLn7MYQWp%2FKA%3D%3D&m=FP30_%3A_not_top&t=1409305245107

__________________
Anonymous

Date:
RE: ລູກຫຼານຜູ້ນໍາລາວຄືຜູ້ ສືບທອດ ອໍານາດ ຜູກຂາດ
Permalink   
 
ຕະກູນພົມວິຫານສູນເສຍສັນຍາຮັກແລ້ວກໍ່ບໍ່ຕ່າງຫຍັງກັບນົກປີກຫັກ

ຕະກູນສີພັນດອນຈະກາຍເປັນຕະກູນທີ່ຜູກຂາດສິດອຳນາດໃນລາວ.

__________________
Anonymous

Date:
Permalink   
 
Anonymous wrote:

ຕະກູນພົມວິຫານສູນເສຍສັນຍາຮັກແລ້ວກໍ່ບໍ່ຕ່າງຫຍັງກັບນົກປີກຫັກ

ຕະກູນສີພັນດອນຈະກາຍເປັນຕະກູນທີ່ຜູກຂາດສິດອຳນາດໃນລາວ.

 ສປປລາວ ຈະເປັນແບບເກົາຫຼີເໜືອແນ່ນອນໃນອານາຄົດແລະກາຍເປັນປະເທດ

ດິກເທເດີ້ ສືບສາຍຕະກຸນປົກຄອງປະເທດຫຼື ສີພັນດອນ ດາຍແນສຕີ ໄປເລີຍ. ຄຳ

ໄຕ ສີພັນດອນ ຍັງເປັນຜູ່ສັ່ງການຫຼາຍໆຢ່າງກ່ຽວກັບການປົກຄອງຢູ່ໃນລາວທຸກມື້

ນີ້ ຂັ້ນວ່າມັນໃກ້ຈະໄປຮ່ວມຊຸມກິນອົບໝານຳໄກສອນແລະຟາມວັນດົງຢູ່ທີ່ໝໍ້ນາ

ຮົກຊັ້ນທີ່ 18 ທຸກໆເວລາ. ນັບຕັ້ງແຕ່ບັກບຸນຍັງຮອດບັກທອງສິງບັກຈູມແມ່ນຄົນ

ຂອງຕະກຸນຂອງສີພັນດອນຊຸບຫຼໍ່ຂຶ້ນມາໝົດ.

__________________
Anonymous

Date:
Permalink   
 
ຫາກເປັນຄືແນວນັ້ນພວກເຮົາ ປຊຊລ ສົມຄວນ ອະພິເສດ

ຣາຊທາຍາດ ສົມເດັດ ລູກຍາເທີ ພະເຈົ້າ ສອນໄຊ ສີ່ພັນດອນ ເປັນກະສັດ

ລ້ານຊ້າງຮົ່ມຂາວອົງຕໍ່ໄປ ບໍ່ດີບໍ?

__________________
Anonymous

Date:
Permalink   
 
Anonymous wrote:

ຫາກເປັນຄືແນວນັ້ນພວກເຮົາ ປຊຊລ ສົມຄວນ ອະພິເສດ

ຣາຊທາຍາດ ສົມເດັດ ລູກຍາເທີ ພະເຈົ້າ ສອນໄຊ ສີ່ພັນດອນ ເປັນກະສັດ

ລ້ານຊ້າງຮົ່ມຂາວອົງຕໍ່ໄປ ບໍ່ດີບໍ?

 ມັນຈະບໍ່ເປັນໄປຕາມຄວາມຄາດໝາຍຂອງອົງພະບິດາຄຳໄຕໄດ້ວາງໄວ້

ເພາະຍັງມີພະໂອຣົດຂອງພະເຈົ້າໄກຊົງກໍຈະດຳເນີນສືບຕໍ່ພົມວິຫານ ໄດ

ແນສຕີ ຂຶ້ນຄອງຣາຊເປັນກະສັດລ້ານຊ້າງຫົ່ມຂາວຄືກັນ. ດັ່ງນັ້ນຈຶ່ງແນມ

ເຫັນອັນສັດເຈນແລ້ວ ສອງຕະກູນນີ້ຈະເກີດສົງຄາມຍາດພະບັນລັງກັນຂຶ້ນ

ໃນທີ່ສຸດ, ຈະເຫັນຈາກການສູນເສັຍພະທາຍາດຫຼືໂອຣົດຂອງພະເຈົ້າໄກຊົງ

ໄປທີລະຄົນ (ໝັບຫ່າ) ດ້ວຍຖືກວາງຢາຈາກຝ່າຍຂັດແຍ້ງຍາດຊິງພະບັນ

ລັງຊຶ່ງມີພະເຈົ້າຄຳໄຕສີພັນດອນຢູ່ເບື້ອງຫຼັງການໝັບຫ່າຂອງພະໂອຣົດຂອງ

ກະສັດໄກຊົງພົມວິຫານ ເພື່ອຈັດການຄູ່ຂັດແຍ້ງຂອງພະໂອຣົດຂອງພະເຈົ້າຄຳ

ຄຳໄຕອອກທີລະຄົນທີລະຄົນ, ອັນນີ້ແມ່ນການຂັດແຍ້ງຂອງສອງກະສັດສອງ

ຕະກຸນ.  ຍັງບໍ່ມີແຕ່ສອງຕະກູນນີ້ເທົ່ານັ້ນ ຍັງມີຕະກູນຂອງພະເຈົ້າທອງສິງ

ທຳມະວົງ ແລະພະເຈົ້າຈູມມະລີອີກທີ່ມີພະໂອຣົດຫວັງຈະໄດ້ຖືກສະາປານາຂຶ້ນ

ເປັນກະສັດປົກຄອງລ້ານຊ້າງຫົ່ມນາວເໝືອນກັນ. ສົງຄາມພາຍໃນພະຣາຊະ

ວັງຂອງ 4 ກະສັດນີ້ຈະຣະບາດຂຶ້ນໃນບໍ່ຊ້ານີ້.

__________________
ຄົນລາວຮັກຊາດ

Date:
Permalink   
 
ເພີ່ນວ່າ: ຕ້ອງແມ່ນລູກຫລານຂອງຜູ້ນຳ, ຂອງ ນັກປະຕິວັດ

ຈື່ງມີຄວາມຈົ່ງຮັກພັກດີ ສັດຊື່ບໍຣິສຸດຕໍ່ຊາດ ຕໍ່ປະຊາຊົນ

ຖ້າເອົາລູກຫລານຂອງປະຊາຊົນ ທຳມະດາສາມັນ ທົ່ວໄປ

ຈະບໍ່ມີຄວາມໄວ້ວາງໃຈ ວ່າຈະມີຄວາມສັດຊື່ ບໍຣິສຸດຕໍ່ປະເທດຊາດ

ຕໍ່ການປະຕິວັດ ແລະ ບໍຣິສຸດສັດຊື່ຕໍ່ປະຊາຊົນ, ຮັບໃຊ້ປະຊາຊົນ

ຈະບໍ່ຍອມເສັຽສະລະ ແລະ ອຸທິດຕົນໃຫ້ແກ່ຊາດ ແລະ ປະຊາຊົນ

ຈະບໍ່ມີແນວຄິດເສັຽສະລະຜົນປະໂຢດສ່ວນຕົວ ເພື່ອຜົນປະໂຢດ

ສ່ວນລວມ. ເພາະວ່ານັກປະຕິວັດຕ້ອງຖືຜົນປະໂຢດສ່ວນລວມ

ສູງກວ່າຜົນປະໂຢດສ່ວນຕົວສະເມີ ແລະ ບໍ່ແມ່ນເຮັດເພື່ອຜົນ

ປະໂຢດສ່ວນຕົວ

__________________
Anonymous

Date:
Permalink   
 
ຄົນລາວຮັກຊາດ wrote:

 ເປັນທິສະດີເປົ່າຫູປະຊາຊົນ ແລະເຂົ້າຂ້າງພວກພັກລັດໂດຍກົງ.

ລູກຫລານພວກພັກລັດອັນໃດກໍວ່າດີແລະຖືກໝົດ ເບິ່ງແຕ່ລູກໃພ້ນາຍົກ

ທອງສິງສັ່ງທະຫານຕະຣວດໄປຮື້ເຮືອນປະຊາຊົນແລະໄລ່ອອກຈາກ

ເຮືອນກໍຍັງຖືກ ບາດປະຊາຊົນບໍ່ທັນໄດ້ລົງມືເຮັດຫຍັງພໍແຕ່ຄຶດເທົ່າ

ນັ້ນກໍຍັງຖືກເອົາໄປຂັງຄຸກເປັນ 3-4 ເດືອນ. ລູກຊາຍປະເທານປະເທດ

ລູກຂອງໂຈນລັກຄວາຍນັ້ນ ຕັ້ງແກັ້ງ ອັນຕະພານກວນເມືອງ ຄຸມເມືອງ

ຄ້າຢາເສບຕິດ ແລະຜູ້ຍິງ ທັງປະກອບອາວຸດສົງຄາມຄົບມື ກົດໝາຍກໍ

ເຮັດຫຍັງຫຼືປາຍພວກມັນບໍ່ໄດ້. ອີກບໍ່ນານດອກເມື່ອປະຊາຊົນລຸກຮື້ຂຶ້ນ

ມາປາບບາດນັ້ນລະຈະຮູ້ສຶກ.

 ຜູ້ໃດເປັນເຊື້ອສາຍລາຍລ່ອງ ກັບອະດີດຂ້າຣາຊການຝ່າຍວຽງຈັນເກົ່າ

ຍີ່ງເພີ່ນບໍ່ໄວ້ວາງໃຈ ບໍ່ໃຫ້ຮັບຫນ້າທີ່ຕຳແຫນ່ງສູງ ຍ້ອນຢ້ານໄປຮັບ

ໃຊ້ພວກປະຕິການ ແລະ ພວກຈັກະພັດຝຣັ່ງ, ຈັກະພັດ ອະເມຣິກາ

ເພີ່ນວ່າແນວຄິດການເມືອງບໍ່ດີ ບໍ່ມີຫລັກຫມັ້ນ

 ແຕ່ມີລູກຫຼານເຈົ້ານາຍເກົ່າໄດ້ກາຍເປັນໃພ້ເປັນເຂີຍການນຳ

ແຕ່ບໍ່ຮູ້ວ່າໃຜໄດ້ມີໂອກາດໄຕ່ເຕົ້າຂຶ້ນເປັນກຳມະການສູນກາງພັກ

ສະໃໝທີ VIII.

 ແຕ່ກອນໄດ້ມີການສ້າງຂະບວນການອອກແຮງງານ ລົງພື້ນຖານ ສ້າງຜົນງານ ກິ້ງເກືອກລີເລືອນຳປະຊາຊົນ ຢ່າງບໍ່ຮູ້ອິດເມືອ່ຍ ເສັຍສະລະທັງກາຍແລະໃຈ ແມ້ແຕ່ຊີວິດກໍບໍ່ເສັຍດາຍ

ແຕ່ປັດຈຸບັນ ຂະບວນການນັ້ນຫມົດໄປແລວ້

ຍັງແຕ່ຂະບວນກິນ ຊວງຊິງ ຍາດຕຳແນ່ງ ຊຳບໍ່ພໍ ຍັງຫລິ້ນແນວສົກະປົກໃສ່ກັນ ມີຮອດການຫລີ້ນຂອງ ໃສ່ຂອງ ໃສ່ຫວ້ານກັນໃຫ້ຕາຍເພື່ອໃຫ້ໄດ້ຕຳແໜ່ງ

ບາງກໍລະນີ ຈົນເຖິງຂັ້ນຄາດຕະກຳ ຕັດຕອນ ຖອນຮາກຖອນໂຄນກັນ

ໂທເອີຍ ແບບນີ້ເປັນຕາຢ້ານແທ້ລະ

ແລວ້ສີເປັນກັນແນວໃດບາດນິ້ຕໍ່ໄປ

__________________
Anonymous

Date:
Permalink   
 
ອັນນີ້ແລ້ວນັກ ສັງຄົມສາດເອີ້ນວ່າ:  ສັງຄົມມໝາ ສິງຢູ່ປະປົນໃນຄາບກັບສັງຄົມໂຈນ.

.....ສປປລ ຈັ່ງມີ ລັດທິອັນຈົບງາມ ຄື ທ້າວເຕັ້ຽ ທອງສິງ ທັມມະວົງ ປະກາດ.

__________________
Anonymous

Date:
Permalink   
 
ຄວນປັບລະບຽບ, ວາງນະໂຍບາຍໃຫ້ດີ ແລະປະຕິບັດຕາມກົດໝາຍຢ່າງເດັດຂາດ

ຈາກນັ້ນເອົາຄົນທີ່ມີຄວາມຮູ້ ແລະມີວິໃສທັດກ້ວາງໄກເປັນຜູ້ນຳດີທີສຸດ.

ແຕ່ຄິດວ່າ ປັດຈຸບັນ ລະບົບການເມືອງເຮົາ ມີການຂັດແຍ່ງອຳນາດກັນເອງ ຫລາຍກ່ວາ ສັງ​ເກດ​ເຫັນ​ການ​ຕ່າງ​ໆ ທີ່​ເກີດ​ຂື້ນ​ຜ່ານ​ມາ. ບໍ່ໄດ້ວັດຜົນງານທີ່ໃຊ້ຄວາມຮູ້ຄວາມສາມາດ ພໍເທົ່າໃດດ໋ອກ

ແລະຄົງບໍ່ມີໃຜທີ່ຈະສາມາດເປັນສິນໄຊ ແຫ່ງຍົກນີ້ໄດ້ດອກ ຖ້າຜູ້ນຳຍັງເປັນແບບນີ້ .

ນອກ​ນັ້ນ​ບໍ່​ເຫັນ​​ເພິ່ນສອນ​ລູກ​ຫລານ​ເພຶ່ນ​ເຂົ້າ​ໃຈ ຄວາມໝາຍ​ຂອງ ທຸງກ່ຽວ ​ແລະ​ຂ້ອນ​ຕີ. ​ເຫັນ​ແຕ່​​​ຍູ້​​ໄປ​ເຮັດ​ທຸລະ​ກິດ​ເພື່ອ​ຮອງ​ຮັບ​ໂຄງການ​ພວກ​ເພິ່ນ​ເອງ ​ແລະ​ມີ​ວິທີ​ການ​ຫລົບ​ຫລີກ

​ພາສີ ອາກອນ ​ເກັ່ງ ຫລາຍ

ອີກ​ຢ່າງສັງ​ເກດ​ເຫັນໃຜຂື້ນມາກໍ່ລັກສະນະຮຸ່ນເຊີດ ແລະຈະປະຕິບັດເຮັດແບບບໍສົນໃຈບັນຫາຂອງ​ປະຊາຊົນ  ບໍ່​ມີ​ນະ​​ໂຍບາຍ​ດີ​ໂດດ​ເດັ່ນ ​ແລະ​ເຮັດ​ບໍ່ໄດ້​ດີ​ຈັກ​ເລື່ອງ

​ໂຄງການ​ແຕ່ລະ​ໂຄງການ ກະ​ທົບ ປະ​ຊາ​ຊົນ ​ແລະ​ສະພາບ​ແວດ​ລ້ອມ​ເປັນ​ສ່ວນ​ໃຫ່ຍ ​ແລະຖ້າໃຫ້ປະຊາຊົນຮ້ອງໂຮຂື້ນມາ ຈັ່ງແກ້ ແລະແກ້ແບບມະຍຸມະຍະ ​​

​ເຫັນ​ປະຊຸມ​ກັນ ກໍ່​ເວົ້າ​ແຕ່​ບັນຫາເກົ່າເຊັ່ນ:

1. ພະນັກ​ງານພັກລັດ​ມີປະກົດ​ການ​ຍໍ້​ທໍ້ ​ແຕ່ເທິງ ຮອດລຸ່ມ

2. ເກັບ​ເງິນ​​​ບໍ່​ເຂົ້າ​ລັດ​ຕາມ​ຄາດໝາຍ

3. ບັນຫາ​ຕັດ​ໄມ້ ​ແບບ ຄວບ​ຄຸ້ມ​ບໍ່​ໄດ້

4. ປະຕິບັດກົດໝາຍຍັງບໍ່ໄດ້ເທົ່າທີ່ຄວນ

ແລ້ວບັນຫາ ດັ່ງກ່າວ ໄດ້ມອບໃຫ້ອົງກອນໃດບໍ່  ເຮັດການວິໃຈຢ່າງລະອຽດ ວ່າສາຍເຫດມັນເກິດຍ້ອນຫຍັງແທ້? ຖ້າບໍ່ມີເງິນໃນການວິໃຈ ຄິດວ່າໃຫ້ປະຊາຊົນບໍລິຈາກເງິນຄົງຈະໄດ້

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard