ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຈັດສັມມະນາ ເຣື່ອງ ສິດທິ ມະນຸດ
Anonymous

Date:
ທາງການລາວຈັດສັມມະນາ ເຣື່ອງ ສິດທິ ມະນຸດ
Permalink   
 


ທາງການລາວຈັດສັມມະນາ ເຣື່ອງ ສິດທິ ມະນຸດ

image

 

acttr?p=YTI1ODUzNDYzMzSRcH1wgePwybNxmd615s8pjFZTCN8k03t5%2F7DX13MF3H1ICz1XkI%2FUkzEjdSXDZDhJjLVObJjSr2jds4p4bz0654Jf2s2RiJPKDf5IuyIBZlQALzrnHRduZxtmZyyDHKGvBTFxnJGQa%2BjFKILJipJhbN%2FZV%2F8C0EEZ6prz4taNvg%3D%3D&m=FP30_%3A_not_top&t=1409600422216ເມື່ອອາທິດ ທີ່ແລ້ວ ທາງການ ລາວ ໄດ້ ຈັດ ສັມມະນາ ກ່ຽວກັບ ເຣື່ອງ ສິດທິ ມະນຸດ ເພື່ອ ອົບຮົມ ເຈົ້າໜ້າທີ່ ຂັ້ນສູງ ຂອງ ພັກ ແລະ ຣັຖບານລາວ ໃຫ້ ເຂົ້າໃຈວ່າ ສິດທິ ມະນຸດ ຄືຫຍັງ ແລະ ມີຄວາມ ສຳຄັນ ແນວໃດ ສຳຣັບ ສປປລາວ. ເຂົ້າຮ່ວມ ສໍາມະນາ ເທື່ອນີ້ ມີ ນັກການທູດ ຕ່າງ ປະເທດ ຫລາຍຄົນ. ໜັງສືພິມ ວຽງ ຈັນທາມ ຣາຍງານ ພາດ ຫົວຂໍ້ ວ່າ ລາວ ຕ້ອງ ການ ຍົກຣະດັບ ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ເຣື່ອງ ສິດທິ ມະນຸດ ໃຫ້ສູງຂື້ນ. ໜັງສືພິມ ທາງການ ລາວ ຍັງຣາຍງານ ອີກ ວ່າ ຣັຖບານ ລາວ ຈັດ ກອງປະຊຸມ ສັມມະນາ ນີ້ຂື້ນ ກໍເພື່ອ ປະຕິບັດ ຕາມ ຄໍາແນະ ນຳ ຂອງ ເຈົ້າໜ້າທີ່ ສິດທິ ມະນຸດ ສະຫະ ປະຊາຊາດ.

ທ່ານ ພົງສວັດ ບຸຜາ ປະທານ ຄນະ ກັມມະການ ສິດທິ ມະນຸດ ແຫ່ງຊາດ ລາວ ກ່າວ ໃນພິທີ ໃນນັ້ນວ່າ ສປປລາວ ເປັນພາຄີ ສົນທິ ສັນຍາ ສິດທິ ມະນຸດ ສະຫະ ປະຊາຊາດ ທັງໝົດ 7 ສະບັບ ແລະ ຜ່ານມາ ກໍໄດ້ ປະຕິບັດ ຕາມສົນທິ ສັນຍາ ຢ່າງຈິງຈັງ ໂດຍ ສະເພາະ ໃນຣະບົບ ການປົກຄອງ ແລະ ສານ ຍຸຕິທັມ. ສິດທິ ພື້ນຖານ ຂອງ ປະຊາຊົນ ລາວ ໄດ້ ບັນທຶກ ໄວ້ໃນ ຣັຖທັມມະນູນ ແລະ ກົດໝາຍ ຂອງລາວ ຮ້ອຍກວ່າ ສະບັບ ຊຶ່ງ ລ້ວນແລ້ວ ແຕ່ມີ ຈຸດປະສົງ ເພື່ອ ປົກປ້ອງ ແລະ ສົ່ງເສີມ ການນັບຖື ສິດທິ ມະນຸດ ທັງນັ້ນ.

ສ່ວນທ່ານ John Williams ເອກ ອັຄຣາຊທູດ ອອສເຕຣເລັຽ ປະຈຳລາວ ໄດ້ກ່າວ ສນັບສນູນ ການເປີດ ກອງປະຊຸມ ສັມມະນາ ຄັ້ງນີ້ ຕອນນຶ່ງວ່າ:

"ຣັຖບານ ອອສເຕຣເລັຽ ມີຄວາມ ຍິນດີ ທີ່ໄດ້ ໃຫ້ການ ສນັບສນູນ ການຈັດ ສັມມະນາ ທີ່ ສຳຄັນນີ້ ເພື່ອ ເສີມສ້າງ ຄວາມເຂົ້າໃຈ ດ້ານ ສິດທິ ມະນຸດ ໃນທົ່ວ ສປປລາວ; ອັນນີ້ ຍັງແນ່ໃສ່ ສ້າງຄວາມ ເຂັ້ມແຂງ ໃຫ້ ສະຖານບັນ ແລະ ຣະບົບ ຕ່າງໆ ຂອງ ພັກຣັດ ຂອງ ສປປລາວ ໃຫ້ດີຂື້ນ."

ສົນທິ ສັນຍາ ສິດທິ ມະນຸດ ສະຫະ ປະຊາຊາດ ກຳນົດ ສິດທິ ພື້ນຖານ ທີ່ ສຳຄັນ ຂອງມະນຸດ ໄວ້ວ່າ ມະນຸດ ທຸກຄົນ ມີສິດ ເສຣີພາບ ໃນການຄິດ ປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ເຂົ້າ ສະມາຄົມ ອົງການ ຈັດຕັ້ງ ແລະ ກໍມີສິດ ນັບຖື ສາສນາ ໃດກໍໄດ້. ອີກຂໍ້ນຶ່ງ ບົ່ງໄວ້ ວ່າ ມະນຸດ ທຸກຄົນ ບໍ່ຄວນ ຖືກຈັບ ກັກຂັງ ແລະ ທໍຣະມານ ຢ່າງ ບໍ່ຖືກຕ້ອງ ເປັນທັມ; ແລະ ຜູ້ຕ້ອງຫາ ຕ້ອງຖືກ ດຳເນີນ ຄະດີ ດ້ວຍ ສານ ຍຸຕິທັມ ທີ່ ເປັນ ເອກກະຣາດ ຢ່າງ ແທ້ຈິງ.

ຣັຖທັມມະນູນ ສປປລາວ ກໍມີບາງ ມາດຕຣາ ທີ່ ກ່າວເຖິງ ສິດທິ ມະນຸດ ເຊັ່ນ ມາດຕຣາ ທີ່ 43 ແລະ 44 ບົ່ງໄວ້ວ່່າ ປະຊາຊົນ ລາວ ທຸກຄົນ ມີ ສິດ ເສຣີພາບ ໃນການ ນັບຖື ສາສນາ ມີສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ອອກຄຳຄິດ ຄຳເຫັນ ໂຮມຊຸມນຸມ ປະທ້ວງ ແລະ ເຂົ້າຮ່ວມ ອົງການ ຈັດຕັ້ງ.

ສຳຣັບ ປະຊາຊົນ ລາວ ສ່ວນຫລາຍ ອາດຈະບໍ່ຮູ້ ແລະ ບໍ່ເຂົ້າໃຈ ຄັກ ໝົດທຸກ ຂໍ້ຄວາມ ຂອງ ສົນທິ ສັນຍາ ວ່າດ້ວຍ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ທີ່ ປະເທດຕົນ ເປັນ ພາຄີ ຫລື ໄດ້ໃຫ້ ສັດຕະຍາບັນ ໄປແລ້ວ ນັ້ນ. ເມື່ອບໍ່ດົນ ຜ່ານມາ ຂ້າພະເຈົ້າ ໄດ້ຖາມ ຄົນລາວ ຜູ້ນຶ່ງວ່າ ສິດທິ ມະນຸດ ແມ່ນຫຍັງ ແລະ ປະຊາຊົນ ລາວ ມີສິດ ຫຍັງແດ່ ກ່ອນຈະຖືກ ຈັບ ແລະ ກັກຂັງ ແລະ ມີສິດ ນັບຖື ສາສນາ ແນວໃດ? ຄົນລາວ ຜູ້ນັ້ນ ຕອບວ່າ:

"ສິດທິ ມະນຸດ ນີ້ ທຸກຄົນ ມີ ເທົ່າທຽມກັນ; ກ່ຽວກັບ ການຈັບກຸມ ຄຸມຂັງ ນີ້ ຄັນບໍ່ມີ ເຫດ ແລະ ບໍ່ມີຜົນ ມັນຕ້ອງ ປະຕິບັດ ຕາມ ກົດໝາຍ; ສຳຣັບ ການໂຮມ ຊຸມນຸມ ສາສນາ ນີ້ ຄວາມຈິງ ແລ້ວ ສາສນາ ສອນຄົນໃຫ້ ເປັນ ຄົນດີ ຄື ສາສນາ ພຸດ ກໍມີຫ້າ ຂໍ້ ສຳຣັບ ສາສນາ ຄຣິສ ກໍສອນຄົນ ໃຫ້ເປັນ ຄົນດີ ຄືກັນ; ຖ້າວ່າຄົນ ໄປທຳຊົ່ວ ແລ້ວ ຈະມາໂທດ ວ່າ ສາສນາ ຫລື ການປະທ້ວງ ຕ່າງໆ ຂ້າພະເຈົ້າ ວ່າ ບໍ່ມີເຫດຜົນ; ສິດໄດ້ຮັບ ການສຶກສາ ປະຊາຊົນ ລາວ ທຸກຄົນ ບໍ່ນັບ ຊົນຊັ້ນ ວັນນະ ມີສິດໄດ້ຮັບ ການສຶກສາ ທັງໝົດ."

ບັດນີ້ ພວກເຮົາມາ ສຶກສາ ເບິ່ງການ ນັບຖື ສິດທິ ມະນຸດ ໃນ ປະເທດລາວ; ຜ່ານມາ ທາງການ ລາວ ກໍເປີດໃຫ້ ປະຊາຊົນ ມີສິດ ສ່ວນໃດ ສ່ວນນຶ່ງ ເຊັ່ນສິດ ໄດ້ຮັບ ການສຶກສາ ສິດ ໃນການ ເດີນທາງ ທັງພາຍໃນ ແລະ ຕ່າງປະເທດ ມີສິດ ໃນການ ມີວຽກເຮັດ ງານທຳ. ແຕ່ ໃນຂນະ ດຽວກັນ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ກໍລ່ວງ ລະເມີດ ສິດທິ ມະນຸດ ໃນ ຫລາຍ ດ້ານ ເຊັ່ນໄດ້ຈັບ ກັກຂັງ ແລະ ລົງໂທດ ປະຊາຊົນ ຢ່າງ ບໍ່ຖືກຕ້ອງ ເປັນທັມ ຈຳກັດ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ໂຮມຊຸມນຸມ ປະທ້ວງ ແລະ ເຂົ້າ ສະມາຄົມ ອົງການ ຈັດຕັ້ງ ແລະ ສິດ ໃນການ ນັບຖື ສາສນາ.

ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະມຣິກາ ຣາຍງານ ການລ່ວງ ຣະເມີດ ສິດທິ ມະນຸດ ຢູ່ ສປປລາວ ວ່າ ການຣະເມີດ ສິດທິ ມະນຸດ ທີ່ຮ້າຍແຮງ ຢູ່ລາວ ກໍແມ່ນ ຣັຖບານ ບໍ່ຍອມ ເປີດ ໂອກາດ ໃຫ້ ປະຊາຊົນ ມີສິດປ່ຽນ ຣັຖບານ. ເຈົ້າໜ້າທີ່ ຕຳຣວດ ຍັງຈັບ ກັກຂັງ ແລະ ທໍຣະມານ ນັກໂທດ ແລະ ຜູ້ຕ້ອງຫາ ຢ່າງ ບໍ່ຖືກຕ້ອງ ເປັນທັມ; ການດຳເນີນ ຄະດີ ທັງ ໃນຂັ້ນ ຕຳຣວດ ແລະ ສານ ບໍ່ເປັນທັມ ເພາະ ເຕັມໄປດ້ວຍ ການສໍ້ຣາສ ບັງຫລວງ. ຣັຖບານ ລາວ ຍັງຈຳກັດ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ແລະ ເຂົ້າຮ່ວມ ອົງການ ຈັດຕັ້ງ ຢ່າງເຄັ່ງຂັດ; ຣັຖບານ ຣະເມີດ ສິດ ສ່ວນບຸກຄົນ. ເຈົ້າໜ້າທີ່ ໂດຍສະເພາະ ຂັ້ນທ້ອງຖິ່ນ ຈຳກັດ ສິດ ເສຣີພາບ ໃນການ ນັບຖື ສາສນາ ແລະ ຈຳກັດ ສິດທິ ພື້ນຖານ ຂອງ ຄົນງານ ແລະ ກັມມະກອນ.

ນອກຈາກນັ້ນ ເມື່ອ ທ້າຍປີ 2012 ຢູ່ລາວ ກໍມີເຫດການ ລ່ວງຣະເມີດ ສິດທິ ມະນຸດ ຢ່າງຮ້າຍແຮງ ຄືການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ສັງຄົມ ຊື່ດັງ ຄົນນຶ່ງ ໃນ ເອເຊັຽ. ເມື່ອສິບ ກວ່າປີ ກ່ອນ ທາງການລາວ ກໍຈັບ ແລະ ຈຳຄຸກ ຊາວລາວ ຈຳນວນນຶ່ງ ທີ່ ຕຣຽມ ການປະທ້ວງ ຈົນເຖິງ ປັດຈຸບັນ ຊາວລາວ ເຫລົ່ານັ້ນ ກໍຍັງຖືກ ກັກຂັງ ຢູ່.

ໃນຣະຍະ ສີ່ຫ້າປີ ທີ່ຜ່ານມາ ເຈົ້າໜ້າທີ່ ທາງການ ລາວ ໂດຍສະເພາະ ເຈົ້າໜ້າທີ່ ທ້ອງຖິ່ນ ໄດ້ປາບປາມ ຊາວ ຄຣິສຕຽນ ຈັບ ແລະ ກັກຂັງ ຫຼາຍສິບຄົນ. ປັດຈຸບັນ ຊາວ ຄຣິສຕຽນ 4-5 ຄົນ ຢູ່ ເມືອງພິນ ແຂວງ ສວັນນະເຂດ ກໍຍັງຖືກ ກັກຂັງ ຢູ່ໂດຍ ທີ່ບໍ່ມີ ວິແວວ ວ່າຈະຖືກປ່ອຍ ຕົວງ່າຍໆ.

ສລຸບແລ້ວ ສະຫະ ປະຊາຊາດ ແນະນຳ ໃຫ້ ທາງການລາວ ຈັດ ກອງປະຊຸມ ສັມມະນາ ກ່ຽວກັບ ເຣື່ອງ ສິດທິ ມະນຸດ ກໍເພາະ ສະຫະ ປະຊາຊາດ ເຫັນວ່າ ພັກ ແລະ ຣັຖບານ ລາວ ຍັງ ລ່ວງຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ຢູ່ ແລະ ຫວັງວ່າ ການ ສັມມມະນາ ຄັ້ງນີ້ ຈະຊ່ວຍ ປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ດີຂື້ນ ຢູ່ລາວ.



__________________
Anonymous

Date:
Permalink   
 

image

ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການ ລາວເພື່ອ

ສິທທິມະນຸສ ທີ່ມີ ສໍານັກງານ ປະຈໍາຢູ່ ກຸງປາຣີ ປະເທດ ຝຣັ່ງເສດ

--------------------------------------------------------------------

ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ ມີ ສຳນັກງານ ຢູ່ Paris ປະເທດ ຝຣັ່ງເສສ ທີ່ ຕິດຕາມ ແລະ ສິ້ງຊອມ

ເບິ່ງ ການ ປະຕິບັດ ສິດທິມະນຸດ ໃນລາວ ຢ່າງ ລົ້ນເຫຼືອ ແລະ ຈະ ບໍ່ມີວັນ ສິ້ນສຸດ ຕຣາບໃດ ທີ່ ທາງການລາວ ຍັງຣະເມີດ ສິດທິມະນຸດ ຢູ່

http://www.rfa.org/lao/politics/analysis/interview-lao-movement-human-rights-president-09012014111007.html

acttr?p=YTI3MDE4MDM4MzKRcH1wgePwybNxmd615s8pjFZTCN8k03t5%2F7DX13MF3H1ICz1XkI%2FUkzEjdSXDZDhJjLVObJjSr2jds4p4bz0654Jf2s2RiJPKDf5IuyIBZlQALzrnHRduZxtmZyyDHKGvBTFxnJGQa%2Bzslnd2GKBlyTPrs9TymVDhrb8riLnTig%3D%3D&m=FP30_%3A_not_top&t=1409626553041

acttr?p=YTI3MDE4MDM4MzKRcH1wgePwybNxmd615s8pjFZTCN8k03t5%2F7DX13MF3H1ICz1XkI%2FUkzEjdSXDZDhJjLVObJjSr2jds4p4bz0654Jf2s2RiJPKDf5IuyIBZlQALzrnHRduZxtmZyyDHKGvBTFxnJGQa%2Bzslnd2GKBlyTPrs9TymVDhrb8riLnTig%3D%3D&m=FP30_%3A_not_top&t=1409626794612

acttr?p=YTI3MDE4MDM4MzKRcH1wgePwybNxmd615s8pjFZTCN8k03t5%2F7DX13MF3H1ICz1XkI%2FUkzEjdSXDZDhJjLVObJjSr2jds4p4bz0654Jf2s2RiJPKDf5IuyIBZlQALzrnHRduZxtmZyyDHKGvBTFxnJGQa%2Bzslnd2GKBlyTPrs9TymVDhrb8riLnTig%3D%3D&m=FP30_%3A_not_top&t=1409627144411



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard