ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮ່ອງນ້ຳຕາມເສັ້ນທາງຫຼາຍສາຍ ບໍ່ໄດ້ມາດຕະຖານ
Anonymous

Date:
ຮ່ອງນ້ຳຕາມເສັ້ນທາງຫຼາຍສາຍ ບໍ່ໄດ້ມາດຕະຖານ
Permalink   
 


10636039_834490889915918_2987368586883386639_n.jpg?oh=d18ff304079152bd84276c7275ee2009&oe=54694788&__gda__=1416773972_1b8f6363f26c8f3e60e69ab7492d823d

ສ້າງບໍ່ໄດ້ມາດຕະຖານ...! ພາກັນສ້າງເຮັດຫຍັງ

ເປືອງເງີນພາສີ ປະຊາຊົນ

ມີຄຳຖາມເກີດຂຶ້ນບໍ່ໜ້ອຍວ່າ: ເປັນຫຍັງຫລາຍເສັ້ນທາງທີ່ກໍ່ສ້າງໃໝ່ໃນ ຕົວເມືອງ ຈຶ່ງມີນ້ຳຖ້ວມອັ່ງຫລາຍເມື່ອເວລາຝົນ ຕົກລົງມາ ? ຕົວຢ່າງຄືສະພາບຝົນຕົກຢູ່ນະຄອນ ຫລວງວຽງຈັນ ເມື່ອສອງວັນຜ່ານມາ, ໄດ້ເຮັດໃຫ້ເກີດມີນ້ຳຖ້ວມອັງຕາມ ເສັ້ນທາງ ຫລາຍສາຍ ແລະ ໄຫລເຂົ້າຖ້ວມເຮືອນຊານປະຊາຊົນຫຼາຍຫລັງໃນເສັ້ນທາງໂພນຕ້ອງ, ສາຍລົມ, ດົງໂດກ, ທາດ ຫລວງ, ທາດຂາວ, ສວນມອນ ແລະ ເຂດ ອື່ນໆ, ອັນໄດ້ສ້າງ ຄວາມເສຍ ຫາຍຕໍ່ຊັບສິນ ແລະ ສົ່ງຜົນກະທົບຕໍ່ການສັນ ຈອນໃນຕົວເມືອງບໍ່ໜ້ອຍ ແລະ ນັກຂ່າວພວກເຮົາໄດ້ເອົາບັນຫາ ທີ່ສັງຄົມສົນໃຈນີ້ ໄປຖາມທ່ານ ວິໄລສິດ ສີລາວົງ ຮອງ ອຳນວຍການບໍລິສັດແພງ ຄຳມີກໍ່ສ້າງຂົວທາງສ້ອມແປງ ຄົບວົງຈອນ, ເຊິ່ງໄດ້ຮັບ ມອບໝາຍຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ນະຄອນຫລວງ ວຽງຈັນ, ດຳເນີນການອານາໄມຮ່ອງລະບາຍນ້ຳໃນ ຕົວເມືອງເພື່ອຫລຸດຜ່ອນບັນ ຫານ້ຳຖ້ວມຂັງຕາມຕົວເມືອງໃນປັດຈຸບັນ,

ໂດຍທ່ານຕອບວ່າ: ບັນຫາຕົ້ນຕໍທີ່ພາໃຫ້ເກີດນ້ຳຖ້ວມຂັງຄື: ການອອກແບບກໍ່ ສ້າງຮ່ອງລະບາຍນ້ຳບໍ່ໄດ້ມາດຕະຖານ (ຮ່ອງນ້ຳນ້ອຍ) ເຮັດໃຫ້ອຸດຕັນໄດ້ງ່າຍ ແລະ ມີຄວາມຫຍຸ້ງຍາກໃນການເຮັດອະນາ ໄມ, ຫລາຍເສັ້ນທາງແມ່ນເຕັມ ແຕ່ຂີ້ດິນ-ຂີ້ຝຸ່ນທີ່ຕິດມານຳຕີນລົດບັນທຸກຕ່າງໆ ແລ້ວກໍໄຫລລົງໄປເຕັມອັດຮ່ອງນ້ຳ ແລະ ພາກລັດກ່ຽວຂ້ອງກໍບໍ່ໄດ້ເຮັດ
ການອະນາໄມເສັ້ນທາງເປັນປົກກະຕິທຸກປີ ແລະ ການມີສະຕິເປັນເຈົ້າການ ຕື່ນຕົວຂອງສັງຄົມ ໃນການອານາໄມເສັ້ນທາງ ແມ່ນຍັງບໍ່ທັນສູງ, ສ່ວນຫລາຍຍັງລໍຖ້າໃຫ້ແຕ່ພາກລັດກ່ຽວຂ້ອງມາອານາໄມໃຫ້ ແລະ ເສັ້ນທາງໃດ ຫາກພາກລັດບໍ່ໄປຮອດ ໄປເຖິງໃນການອະນາໄມກໍແມ່ນຖືກ ປະປ່ອຍໃຫ້ມີການສະສົມຂີ້ດິນຕາມຂອບທາງເພີ່ມຫລາຍຂຶ້ນ ນັບມື້.

ທ່ານ ວິໄລສິດ ກ່າວວ່າ: ປັດຈຸບັນ, ບໍລິສັດຕົນພວມຈັດຕັ້ງປະຕິບັດການ ອະນາໄມຮ່ອງລະບາຍນ້ຳຕາມແຄມທາງຫລາຍ ຈຸດໃນຕົວເມືອງ ທີ່ເຫັນວ່າເກີດ ນ້ຳຖ້ວມຂັງໜັກໜ່ວງ, ເຊິ່ງແມ່ນ ອພບ ເປັນຜູ້ກຳນົດຈຸດຄື ເສັ້ນ ທາງເຕ 4, ແຕ່ສີ່ແຍກໄຟ ແດງທາດຫລວງຫາຄອງຊົນລະປະ ທານຮ່ອງແຊງບ້ານຮ່ອງແກ, ສາມແຍກຕີນຄອຍໂພນຕ້ອງປະມານ 200 ແມັດ, ສາມ ແຍກໄຟ ແດງສາຍລົມຫາສີ່ແຍກໄຟແດງໄອໂມບາຍ ແລະ ເສັ້ນທາງຕໍ່ໜ້າ ລາວໂທລະຄົມຮອດເສັ້ນທາງດ້ານຫລັງຕະຫລາດ ທົ່ງຂັນຄຳ ແລະ ເສັ້ນທາງອື່ນໆເຊິ່ງໄດ້ເລີ່ມລົງມືມາແຕ່ກາງເດືອນສິງຫາເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສຳເລັດໃນກາງເດືອນ ກັນຍານີ້.

acttr?p=YTMzODkyNzYzNzGgcpGJjsVrB7AtCKK9IM3HK1wWdhZpmjiasxZ9LsSrioDBGo%2F8SC8avBOz7%2BojO9OAMebmWIL54pYWKJSFK%2FZiMoI21IqggDnx5RUmiUTDi%2BSlBqwKr56V3redrOMawquWjXn9CDjHyY0L%2BEUfOHPHddaOA%2Bb3gf8bQMYrjkR%2B%2BQ%3D%3D&m=FP30_%3A_not_top&t=1409804843088



__________________
Anonymous

Date:
RE: ຮ່ອງນ້ຳຕາມເສັ້ນທາງຫຼາຍສາຍ ບໍ່ໄດ້ມາດຕະຖານ
Permalink   
 


ຖ້າພວກທີ່ມີລາຍເຊັນງາມບໍ່ຖາມເອົາຊອງ ເຂົາຄົງມີເງິນສ້າງຮ່ອງລະບາຍນ້ຳໃຫຍ່

ໄດ້ມາດຕະຖານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard