ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫລອງວັນຊາດ "ພໍ່ມັນ" ຫວຽດນາມຄົບຮອບ 69 ປີ ທີ່ນະຄອນຫລວງວຽງຈັນ
Anonymous

Date:
ສະຫລອງວັນຊາດ "ພໍ່ມັນ" ຫວຽດນາມຄົບຮອບ 69 ປີ ທີ່ນະຄອນຫລວງວຽງຈັນ
Permalink   
 


ສະຫລອງວັນຊາດຫວຽດນາມຄົບຮອບ 69 ປີ ທີ່ນະຄອນຫລວງວຽງຈັນ

vn%2Bnational%2Bday.jpg

 

ໃນຕອນຄຂອງວັນທີ 2 ສິງຫາ 2014 ນີ້, ທ່ານ ຫງວຽນ ແມັງ ຮຸ່ງ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດ ນາມ ປະຈຳລາວ ແລະ ພັນລະຍາໄດ້ຈັດງານລ້ຽງອາຫານຄ່ຳເພື່ອສະເຫລີມສະ ຫລອງວັນ ຊາດຄົບຮອບ 69 ປີ ຢູ່ນະ ຄອນຫລວງວຽງຈັນ. ໂດຍໃຫ້ ກຽດເຂົ້າ ຮ່ວມຂອງ ທ່ານ ບຸນ ຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ທ່ານ ດຣ ພັນ ຄຳ ວິພາວັນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ມີບັນດາລັດຖະມົນຕີວ່າການ-ຊ່ວຍວ່າການ, ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳ ລາວພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫຼາຍ. 

    ໃນພິທີອັນມີຄວາມໝາຍສຳຄັນ ທ່ານ ຫງວຽນ ແມັງ ຮຸ່ງ ໄດ້ກ່າວປາໄສໂດຍຍົກໃຫ້ເຫັນບາງຕອນສຳຄັນກ່ຽວກັບຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມຍາດມາໄດ້ຕະຫລອດໄລຍະ 69 ປີຜ່ານມາ ແລະ ດຳ

ເນີນພາລະກິດປ່ຽນແປງໃໝ່, ປະຕິບັດຈຸດໝາຍປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ປະຊາທິປະໄຕ, ຍຸຕິທຳ, ສີວິ ໄລ ແລະ ນຳປະເທດຊາດກ້າວຂຶ້ນສັງຄົມນິຍົມ. ທັງຊີ້ໃຫ້ເຫັນຜົນງານອັນເຄັ່ງຮ້ອນໃນປີ 2014 ກໍຄືການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2011- 2015) ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາຄວາມທຸກຍາກຂອງປະຊາຊົນຍັງເຫລືອບໍ່ເຖິງ 10%. ຢ່າງກໍ ຕາມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ, ຄຽງ ຄູ່ການບຸກບືນຂອງຕົນເອງ, ຍາມໃດກໍໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອອັນລຳ້ຄ່າຂອງເພື່ອນມິດສາກົນ, ພິເສດແມ່ນ ຄວາມສາມັກຄີ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ. ພັກ, ລັດ ແລະ ປະຊາຊົນຫວຽດນາມໄດ້ມີ ຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງຕໍ່ບັນດາຜົນ ງານອັນໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດເຊິ່ງປະ ຊາຊົນລາວອ້າຍນ້ອງຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ. ທ່ານທູດ ຫງວຽນ ແມັງ ຮຸ່ງຍັງ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອສະໜິດຕິດພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ ແລະ ລາວຈະສວຍສົດ ງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດການ.acttr?p=YTMzODkyNzYzNzGgcpGJjsVrB7AtCKK9IM3HK1wWdhZpmjiasxZ9LsSrioDBGo%2F8SC8avBOz7%2BojO9OAMebmWIL54pYWKJSFK%2FZiMoI21IqggDnx5RUmiUTDi%2BSlBqwKr56V3redrOMawquWjXn9CDjHyY0L%2BEUfOHPHddaOA%2Bb3gf8bQMYrjkR%2B%2BQ%3D%3D&m=FP30_%3A_not_top&t=1409805345418



__________________
Anonymous

Date:
RE: ສະຫລອງວັນຊາດ "ພໍ່ມັນ" ຫວຽດນາມຄົບຮອບ 69 ປີ ທີ່ນະຄອນຫລວງວຽງຈັນ
Permalink   
 


vn%2Bnational%2Bday.jpg

ພວກຄວາຍ ດັບສູນຄົນໃນຊາດຕົວເອງແລ້ວໄປຍ້ອງຍໍ ຊາດອື້ນ

10540399_710347122334605_6749184566852467930_n.jpg?oh=59f1a06ccbe952a707214ccfc2677826&oe=546A77FF&__gda__=1416693575_1979d2138817ba19a9dacbd272c9c3c2

10606039_710353899000594_6192743006251819630_n.jpg?oh=f191c7d7ed5c9652cc6afc285ee71226&oe=545B1B33&__gda__=1417198731_4f99a20ff2783507cbfa45f21f6d6f31

acttr?p=YTQyOTM3Mzg3NTSgcpGJjsVrB7AtCKK9IM3HK1wWdhZpmjiasxZ9LsSrij%2FtdX07jTjGvBOz7%2BojO9OAMebmWIL54pYWKJSFK%2FZi94OS%2B6m605vRivSWGAoVjg%2BjDYQ5EzwM1FeDGxef8Lp4ye28%2BGIc%2FdDa4vA0ffFOMVVb5wlrGk6kUOmuf%2BNRbg%3D%3D&m=FP30_%3A_not_top&t=1409812008524



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard