ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫົນທາງເປ່ເພການສັນຈອນ ລໍາບາກ
Anonymous

Date:
ຫົນທາງເປ່ເພການສັນຈອນ ລໍາບາກ
Permalink   
 


ຫົນທາງເປ່ເພການສັນຈອນ ລໍາບາກ

c39cfcaf-8b6c-4c00-9481-c7b8cfc890c8.jpeg

 

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ ເຫດການ ຝົນຕົກ ນ້ຳຖ້ວມ ຫຼາຍແຂວງ ໃນປີນີ້ ເຮັດໃຫ້ ຖນົນຫົນທາງ ແລະ ຂົວ ຫຼາຍບ່ອນ ໃນລາວ ເພພັງ ເຮັດໃຫ້ ການ ເດີນທາງ ລຳບາກ ແລະ ຍັງເປັນ ສາເຫດ ເຮັດໃຫ້ເກີດ ອຸບັດຕິເຫດ ນຳອີກ. ດັ່ງ ເຈົ້າຫນ້າທີ່  ໂຍທາ ທິການ ແລະ ຂົນສົ່ງ ເວົ້າວ່າ:

"ຖ້ວມແລ້ວ ກໍເຮັດໃຫ້ ທາງຂາດ ທາງເພ ມີຫລາຍຈຸດ ແຫລະ ມັນເພ ກໍມີບ່ອນ ມັນຂາດ ປະຊາຊົນ ເຂົາ ກໍພາກັນ ຢ້ານ ຫາກມັນຍັງ ຊື່ມໃນພື້ນ ທາງ ທີ່ແນວຣົດ ເຂົາຫລາຍ ເຂົາແລ່ນ".

ທ່ານ ເວົ້າຕື່ມວ່າ ການທີ່ທາງ ປູຢາງ ຫລື ຊີເມນ ຖືກນ້ຳອັ່ງ ເປັນເວລາ ດົນນານ ເຮັດໃຫ້ ທາງ ມີອາຍຸ ການໃຊ້ງານ ສັ້ນລົງ ກວ່າ ປົກກະຕິ ເມື່ອມີຣົຖ ບັນທຸກຫນັກ ແລ່ນຜ່ານ ກໍເຮັດໃຫ້ ເກີດເປັນ ຂຸມ ເປັນບວກ ຊຶ່ງຂຸມ ແລະ ບວກ ເຫລົ່ານັ້ນ ເປັນສາເຫດ ຂອງ ອຸບັດຕິເຫດ ໂດຍສະເພາະ ໃນຍາມ ກາງຄືນ.

ຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະຂົນສົ່ງ ຣະບຸວ່າ ນັບແຕ່ ເດືອນ ມົກກະຣາ ປີ 2014 ຮອດ ປັດຈຸບັນ ໃນ ທົ່ວປະເທດ ມີ ອຸບັດຕິເຫດ ຈາກ ການຂັບຂີ່ ຍວດຍານ ພາຫານະ ກວ່າ 3000 ຄັ້ງ ສາເຫດ ຫລັກ ເກີດຈາກ ທາງ ເປັນຂຸມ ເປັນບວກ ແລະ ບໍ່ມີໄຟ ເຍືອງທາງ.

ປະຊາຊົນ ຢາກ ຮຽກຮ້ອງ ໃຫ້ ຣັຖບານ ແກ້ໄຂ ບັນຫາ ດັ່ງກ່າວ ຢ່າງຮີບດ່ວນ ເພື່ອ ຄວາມ ປອດພັຍ ໃນການ ເດີນທາງ ໄປທໍາມາ ຫາລ້ຽງຊີພ ໃນ ຊີວິດ ປະຈໍາວັນ.acttr?p=YTI2MzU4NzQzODigcpGJjsVrB7AtCKK9IM3HPmnfrtGKAjqasxZ9LsSrivdwipe3IrKkKtoR%2BtrzbKyAMebmWIL54t%2Bq%2FKyBOQg%2BQkqTHiMLn0q9FwA5VN0xWPIA5%2FUmqN5t6kma6wRtgd14ye28%2BGIc%2FZMpI%2FMcWZUMDUT8ZQc0alX67yXBaroSCw%3D%3D&m=FP30_%3A_not_top&t=1409877400686

acttr?p=YTI2MzU4NzQzODigcpGJjsVrB7AtCKK9IM3HPmnfrtGKAjqasxZ9LsSrivdwipe3IrKkKtoR%2BtrzbKyAMebmWIL54t%2Bq%2FKyBOQg%2BQkqTHiMLn0q9FwA5VN0xWPIA5%2FUmqN5t6kma6wRtgd14ye28%2BGIc%2FZMpI%2FMcWZUMDUT8ZQc0alX67yXBaroSCw%3D%3D&m=FP30_%3A_not_top&t=1409877495391



__________________
Anonymous

Date:
Permalink   
 

ຢ່າຫວັງວ່າພວກເຂົາຈະຊ້ອມແປງຫຼືສ້າງຂຶ້ນໃໝ່ເພາະຈະບໍ່ມີ

ແນວໄປອ້າງຂໍທານນຳຕ່າງປະເທດເພື່ອເອົາເງິນມາເຂົ້າຖົງຕົນ

ເອງ. ສັນດານຂອງ ລຖບ ສປປ ລາວ ໃຜໆກໍຮູ້ ຂໍທານເປັນອາ

ຊີບ ເອົາູວາມທຸກຍາກຂອງປະຊາຊົນແລະຄວາມຫຼ້າຫຼັງຂອງປະ

ເທດໄປເປັນຂອງຕໍ່ຮອງກັບການຂໍທານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard