ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດບັນທຸກເກີນນ້ຳໜັກທໍາລາຍ ຖນົນ ຫົນທາງ
Anonymous

Date:
ຣົດບັນທຸກເກີນນ້ຳໜັກທໍາລາຍ ຖນົນ ຫົນທາງ
Permalink   
 


ຣົດບັນທຸກເກີນນ້ຳໜັກທໍາລາຍ ຖນົນ ຫົນທາງ

fcf82ce2-a25e-4720-8a33-ab6ce5399ee7.jpeg

 

ເຈົ້າຫນ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເວົ້າວ່າ ໃນຣະຍະ 10 ເດືອນ ຂອງ ປີ 2013 2014 ນີ້ ເຈົ້າຫນ້າທີ່ ກວດພົບ ຣົຖ ບັນ ທຸກ ເກີນນ້ຳຫນັກ ກວ່າ 2 ພັນ ຄັນ ທີ່ບໍ່ ປະຕິບັດ ຕາມ ຣະບຽບ ໂດຍ ບັນທຸກເຄື່ອງ ຫນັກເກີນ ອະນຸຍາດ ແລະ ຣົດບັນທຸກ ເຫລົ່ານັ້ນ ໄດ້ສ້າງ ຄວາມເສັຽຫາຍ ໃຫ້ກັບ ຖນົນຫົນທາງ ແລະ ຂົວ ຫລາຍແຫ່ງ ໃນລາວ. ດັ່ງທ່ານ ກ່າວວ່າ:

"ເຣື້ອງຂນາດ ການບັນທຸກ ນີ້ມັນຂື້ນກັບ ເພົາລໍ້ມັນ ຫລາຍ ປະເພດ ຣົຖບັນທຸກ ນີ້ 6 ລໍ້ 10 ລໍ້ 12 ລໍ້ ແລ້ວກໍ 32 ລໍ້ ແລ້ວແຕ່ ລະ ປະເພດ ມັນກໍມີ ກົດກໍານົດ ອອກມາ ມັນຫລາຍ ຂນາດ ຊ່ຳນີ້ ບັນທຸກໄດ້ ເທົ້ານີ້ ປະຕິບັດ ຕາມ ຣະບຽບການ ຫັ້ນ".

ທ່ານເວົ້າ ຕື່ມວ່າ ໃນຣະຍະ 10 ເດືອນ ຂອງ ປີ 20132014 ນີ້ ເຈົ້າຫນ້າທີ່ ໄດ້ກວດສັ່ງ ນ້ຳຫນັກ ຂອງ ຣັດບັນທຸກ ຈຳນວນ ທັງຫມົດ 8,524 ຄັນ ພົບວ່າ ມີ 2,603 ຄັນ ມີນ້ຳຫນັກ ເກີນ ທີ່ບໍ່ ປະຕິບັດ ຕາມ ກົດຣະບຽບ ຂອງ ກົດຫມາຍ.

ການທີ່ ທາງການລາວ ບໍ່ສາມາດ ຄວບຄຸມ ຣົດ ບັນທຸກເກີນ ນ້ຳຫນັກ ໄດ້ນັ້ນ ສ້າງບັນຫາ ໃຫ້ແກ່ ຖນົນຫົນທາງ ແລະ ຂົວ ຫລາຍແຫ່ງ ໃນ ທົ່ວປະເທດ ຊຶ່ງ ໃນປີ 2013 2014 ມີຖນົນ ແລະ ຂົວ ຫລາຍບ່ອນ ເປ່ເພ ຍ້ອນຣົດບັນທຸກ ນ້ຳຫນັກເກີນ ແລ່ນ ຜ່ານ.

ຊາວເມືອງ ຈັນທະບູຣີ ໄດ້ສເນີຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ກ່ຽວກັບ ຣົດບັນທຸກ ຫນັກ ເກີນ ຍັງໃຊ້ຖນົນ ໃນເຂດ ນະຄອນ ຫລວງ ວຽງຈັນ ຫລາຍຢູ່ ຍ້ອນ ໃຫ້ສິນບົນ ເຈົ້າຫນ້າທີ່ ສັ່ງນ້ຳຫນັກ ຣົດ.

10492483_444828845656187_1415704261979369821_n.jpg?oh=4e8aa0d0ff7ff730c110a4eef8c72e63&oe=5484584F&__gda__=1417843654_bb5d5e4f25f9f312d141715563aeca3010562938_435831459889259_7986761027387075010_n.jpg?oh=a77f51a4c22ec8409e96a0fcbab5ce9a&oe=54A3D13F&__gda__=1418395271_c0f59e7ae240d7785b6386e22f2bfc4110553498_435831476555924_358292797140063545_n.jpg?oh=8a97dec2a43ff31631f4524161788313&oe=549ED23C

10624753_10204812232650127_7679817621458696784_n.jpg?oh=8e91afa8c068a27677040f1e53152c00&oe=5499F8F4&__gda__=1419372177_1201533e53ff2c0c6f54bf1f420d69e5

 

ໄດ້ຍິນສຽງເພັງເຂົາຮ້ອງກັນວ່າ "ສາວດົງໂດກບໍ່ທຳມະດາ" ແຕ່ທາງດົງໂດກກໍບໍ່ "ທຳມະດາ" ຄືກັນ



__________________
Anonymous

Date:
Permalink   
 

ທາງບໍ່ໄດ້ມາດຕະຖານບວກກັບຜູ່ໃຊ້ລົດໃຊ້ຖະໜົນກໍບໍ່ນັບຖືກົດ ຜົນຈຶ່ງອອກມາແນວນີ້.

ຖ້າເຫດການແບບນີ້ເກີດຂຶ້ນໃນປະເທດທີ່ມີປະຊາທິປະໄຕຢ່າງແທ້ຈິງ ເຈົ້າໜ້າທີ່ໆກ່ຽວຂ້ອງ

ລາອອກໝົດແລ້ວ.



__________________
Anonymous

Date:
Permalink   
 

ມັນແມ່ນ ໜ້າທີ່ ແລະວຽກໃຜ ແກ້ໄຂບໍໄດ້ ແນະນຳໃຫ້ລາອອກ



__________________
Anonymous

Date:
Permalink   
 

Anonymous wrote:

ມັນແມ່ນ ໜ້າທີ່ ແລະວຽກໃຜ ແກ້ໄຂບໍໄດ້ ແນະນຳໃຫ້ລາອອກ


ໃນເມື່ອບໍ່ມີໃຜຮັບຜິດຊອບໃນຫນ້າທີ ກໍບໍ່ມີໃຜຈະຈຳເປັນຈະຕ້ອງລາອອກ

ກະຊວງໂຍທາ ມີໄວ້ເພື່ອຫາເງີນເຂົ້າຖົງເທົ່ານັ້ນ

ບໍ່ແມ່ນຕັ້ງກັນໄວ້ເພື່ອເຮັດວຽກ ກໍ່ສ້າງດັດແປງຫົນທາງ.....

ຈົ່ງເຂົ້າໃຈຕາມນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard