ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ງາມໜ້າ ສະຖາບັນ ມຊ ວຽງຈັນ ຕີກັນແຍ້ງຜູ້ບ່າວ
Anonymous

Date:
ງາມໜ້າ ສະຖາບັນ ມຊ ວຽງຈັນ ຕີກັນແຍ້ງຜູ້ບ່າວ
Permalink   
 


ລາຍງານເພີ່ມເຕີມບັນຫາເດັກນ້ອຍຕີກັນຢູ່ໜ້າໂຮງຮຽນ ມສ ວຽງຈັນ: ທາງ ອາຈານ ທີ່ ມສ ວຽງຈັນ ໄດ້ແຈ້ງເຂົ້າມາວ່າ.

ເຫດການດັ່ງກ່າວ ແມ່ນ ນັກຮຽນຈາກໂຮງຮຽນອື່ນ

ມາຕີນັກຮຽນຢູ່ ມສ ວຽງຈັນ. ທາງໂຮງຮຽນ ມີຂໍ້ມູນ ກຸ່ມນັກຮຽນ ທີ່ມາກະທຳພຶດຕິກຳໂຫດຮ້າຍດັ່ງກ່າວແລ້ວ ແລະ ຢູ່ໃນຂັ້ນຕອນ

ປະສານກັບທາງ ກະຊວງສຶກສາ ແລະ ກິລາ ແລະ ພໍ່ແມ່ນັກຮຽນ ເພື່ອປະຕິບັດລະບຽບວິໄນ ແລະ ລົງໂທດ

ພວກກະທຳຜິດ. ທາງໂຮງຮຽນ ຮຽກຮ້ອງໃຫ້ຢຸດຕິການແຊ ວິດິໂອດັ່ງກ່າວ.

10615453_388789394601652_3903575353977792332_n.jpg?oh=454d3e4381fc26069ccbadb353b3ffa4&oe=549B65A0&__gda__=1419286166_d6729fe66e00f15c7394efa2dc11e86enuol.JPG

 



__________________
Anonymous

Date:
Permalink   
 

ເຂົ້າຖ້າດີ ມຊ ລະດັບຊາດ ສປປລາວ ຕີກັນແຍ້ງຜູ້ບ່າວ

Anuol_960_250.png100.jpgບັນຫາ.jpg

 



Attachments
__________________
Anonymous

Date:
Permalink   
 

ແມ່ນຣະບອບໃດແທ້ທີ່ເປັນຣະບອບສັງຄົມເປື່ອຍເຍື່ອຍ?

ກ່ອນ 75 ບໍ່ມີດອກອັນຜູ່ຍິງເດັກນ້ອນນັກຮຽນຈະມາລຸມ

ຕີກັນຍາດໂຄຍແບບຍຸກຄອມມຸຍນິສນີ້. 



__________________
Anonymous

Date:
Permalink   
 

ສົງໃສແມ່ນນັກຮຽນມັດທະຍົມສົມບູນວຽງຈັນ



__________________
Anonymous

Date:
Permalink   
 

ສົງໄສຜູ້ຕັ້ງກະທູ້ຍັງງ່ວງເຫຼົ້າ ງ່ວງຢາບ້າຢູ່, ຫົວຂໍ້ວ່າ ສະຖາບັນ ມຊ ວຽງຈັນ

ບາດເນື້ອໃນພັດວ່າ ມສ ວຽງຈັນ. ມຊ ວຽງຈັນ ບໍ່ມີໃນເມືອງລາວ ມີແຕ່

ມຊ ຫຍໍ້ມາຈາກ ມະຫາວິທະຍາໄລ ແຫ່ງຊາດ. ຢ່າອ້າງຫຼາຍວ່າກ່ອນ 75 ດີ

ແນວນັ້ນ ດີແນວນີ້ ຖ້າຫາກມັນດີ ຝ່າຍປະຕິວັດຄືຈະບໍ່ສາມາດລະດົມ ປຊຊ

ລຸຮື້ຂື້ນໂຄ່ນລົ້ມໄດ້ດອກ. ມີໂຮງຮຽນໃດ ມະຫາວິທະຍາໄລໃດ ອັນສອນຄົນໃຫ້

ທຸກຄົນເປັນຄົນດີທັງໝົດໄດ້, ເບີ່ງແຕ່ງປະເທດໃກ້ຄຽງເຮົານີ້ແດ່ ນັກຮຽນ

ຍົກພວກຕີກັນຈົນຕາຍ ເອົາປືນ ໄລ່ຍີງກັນຕາຍ ຈັກຫຍັງຕໍ່ຫຍັງ



__________________
Anonymous

Date:
Permalink   
 

ປະເທດໃກ້ຄຽງທີ່ທ່ານໝາຍເຖິງນັ້ນແມ່ນປະເທດໄທຫຼືປະເທດໃດ?

ປະເທດໄທເປັນປະເທດເສລີ ມີຮ້ອຍແປດພັນເຫດການເກີດຂຶ້ນໃນໝູ່ນັກຮຽນ

ແຕ່ປະເທດລາວເປັນປະເທດທີ່ປົກຄອງກັນດ້ວຍລັດທິມາກ-ເລນິນຊຶ່ງເປັນລະບອບ

ທີ່ຜູ່ນຳລາວຍົກຍ້ອງສັນລະເສີນວ່າເປັນລະບອບທີ່ດີເລີດ ຄົນໃນສັງຄົມມີຄວາມ

ສາມັກຄີປອງດອງແລະຮັກແພງກັນ, ແຕ່ແລ້ວ ກາກເກື້ອນທີ່ເພິ່ນປົກປິດໄວ້ກໍ່ຄ່ອຍ

ເຜີຍອອກມາເທື່ອລະນ້ອຍໆ.



__________________
Anonymous

Date:
Permalink   
 

ຕີກັນອີກແລ້ວແຍ້ງຜູ້ສາວ ກັນ



__________________
Anonymous

Date:
Permalink   
 

ໃຜຊະນະໃຫ້ເປັນເມຍໃຫຍ່ ຜູ້ແພ້ໃຫ້ເປັນເມຍນ້ອຍ



__________________
Anonymous

Date:
Permalink   
 

ຮຽກຮ້ອງທຸກພາກສ່ວນເປັນເຈົ້າການສະກັດ​ກັ້ນ​ການ​ປອມ​ແປງໃບ​ປະກາ​ສະນີຍະບັດ

teacher.jpg

 

ທ່ານຫົວໜ້າ​ກົມ​ກວດກາ, ກະຊວງ​ສຶກສາ​ທິການ ​ແລະ ກິລາ, ນາງ ຂັນ​ທະ​ລີ ສີຣິພົງພັນ ​ໃຫ້ຮູ້ວ່າ: ໃນຜ່ານມາການປອມ ແປງໃບ​ປະກາສະ​ນິຍະ​ບັດຈົບ ຊັ້ນມັດ ທະຍົມປາຍ​ແມ່ນ​ມີ​ລັກ ສະນະ​​ແຜ່​ຫລາຍ, ເຊິ່ງ​ເກີດ​ຂຶ້ນ​ຍ້ອນ​ແນວ​ຄິດ​ສວຍ​ໂອ ກາດ,​ ເຫັນ​ແກ່​ຕົວ ແລະ ບໍ່​ເກງກົວຕໍ່​ລະບຽບກົດໝາຍ, ຈາກສະພາບ ດັ່ງກ່າວ,​ ກະຊວງ​ສຶກສາ​ທິການ ແລະ ກິລາ​ໄດ້​ຕັ້ງໜ່ວຍສະ ເພາະກິດເພື່ອ​ດຳ​ເນີນ​ການ​ກວດກາ​ນັບ ແຕ່​ປີ 2011-2013 ຢູ່​ມະຫາວິທະ ຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ນະຄອນ ຫລວງ​ວຽງ​ຈັນ​ຈຳນວນ 10 ​ແຫ່ງ,​ ໄດ້​ກວດກາ​ທັງ​ໝົດ 1.700 ກວ່າ​ໃບ​, ໃນນັ້ນ,​ພົບ​ເຫັນປະກາສະ​ນິຍະ​ບັດ​ປອມ​ເຖິງ 176 ​ໃບ ແລະ ສ່ວນ​ຫລາຍ​​ພົບ​ຢູ່​ວິທະຍາ​ໄລ​ເອກະ​ຊົນ ພ້ອມ ທັງ​ດຳ​ເນີນ​ມາດ​ຕະການ​​ເຂັ້ມ​ງວດ​ຕໍ່​ຜູ້​ລະ​ເມີດ​ໂດຍ​​ໄດ້​ສັ່ງ​ໂຈະ​ການ​ ຮຽນ ​ແລະ ອອກ​ຄຳ​ສັ່ງ​ລຶບ ລ້າງ​ປະກາສະ​ນີຍະ​ບັດ​ດັ່ງກ່າວ. ສຳລັບຜູ້​ທີ່​ສຳ​ເລັດ​ການ​ສຶກສາ​ໄປ​ແລ້ວ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ ຂອງ​ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​, ​ໂດຍ​ໃຫ້​ບັນ​ດາ​ກະຊວງ, ອົງການ​ທຽບ​ເທົ່າ, ແຂວງ, ນະ ຄອນຫລວງ, ອົງການ​ຈັດ​ຕັ້ງ​ຕ່າງໆ ​ແລະ ສະ​ຖາ​ບັນ​ການ​ສຶກ ສາ​ທັງ​ພາກ​ລັດ ​ແລະ​ ​​ເອກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ກວດກາ​ຄືນ​​ຫລັງ​ພະນັກງານ​ທີ່​ເຂົ້າ​ສັງ ກັດ​ອົງການ​ຂອງ​ຕົນ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ຖ້າ​ຫາກ​ມີ​ກໍ ລະນີ​ສົງ​ໃສ​ໃຫ້​ພົວພັນ​ກົມ​ກວດ ກາ, ກົມ​ວິຊາ​ການ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ໂຮງຮຽນ ຫລື ສະ​ຖາ​ບັນ​ການ​ສຶກສາ​ຕົ້ນສັງກັດ​ຂອງ​ຜູ້ ກ່ຽວ​, ​ໃນ​ກໍລະນີ​ກວດ​ພົບ​ບຸກຄົນ​ທີ່​ໄດ້​ປອມ​ແປງ​ເອກະສານ​ຢັ້ງ ຢືນ​ການ​ສຶກສາ, ປະກາ ສະ​ນີຍະ​ບັດ ​ແລະ ວຸດ​ທິການ​ສຶກສາ​ແມ່ນ​ໃຫ້​ແຈ້ງ​ເປັນ​ທາງ​ການ (​ເປັນ​ລາຍ​ລັກ​ອັກສອນ) ມາ​ຍັງ​ກະ ຊວງ​ສຶກສາ​ທິການ ​ແລະ ກິລາ ເພື່ອ​ຈະ​ໄດ້​ປະກາດ​ລຶບ​ລ້າງ​ເອ ກະສານ​ດັ່ງກ່າວ, ພ້ອມ​ທັງ​​ປະ ຕິບັດ​ວິ​ໄນ​ຕາມ​ລະບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ. ສຳລັບ​ຜູ້​ທີ່​ເປັນ​ລັດຖະກອນທີ່​ຖື​ປະກາສະ​ນິຍະ​ບັດ​ປອມທາງ​ກະຊວງ​ສຶກສາ​ທິ ການ ​ແລະ ກິລາ ​ແລະ ມະຫາ​ວິທະຍາ​ໄລ​ໄດ້​ປະກາດ​ລຶບ​ລ້າງ​ເອ ກະສານ​ດັ່ງກ່າວ ​ແລະ ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່ ​ແລະ ອົງການ​ຈັດ​ຕັ້ງ ທີ່​ຜູ້ກ່ຽວ​ສັງກັດ​ຢູ່​ປະຕິບັດ​ວິ​ໄນ ຕໍ່​ຜູ້ກ່ຽວ​ຕາມ​ລະ ບຽບ​ກົດໝາຍ.

            ໃນ ​ໄລ​ຍະ​ຜ່ານ​ມາ​ທົ່ວ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາ​ໄດ້​ຕັ້ງໜ້າ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປາກົດ​ການ​ຫຍໍ້​ທໍ້​ໃນ​ການ​ປອມ​ແປງ​ເອກະສານ​ຢັ້ງຢືນ​ການ​ຮຽນ, ປະກາສະ​ນິຍະ​ບັດ ​ແລະ ວຸດ​ທິກ​ານສຶກສາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ແຕ່​ສະພາບ​ຫຍໍ້​ທໍ້​ດັ່ງກ່າວ​ຍັງ​ສືບ​ຕໍ່​ແຜ່​ລາມ​ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ​ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເຊິ່ງ​ເປັນ​ການລະ​ເມີດ​ລະບຽບກົດໝາຍ, ທັງ​ສົ່ງ ຜົນ​ກະທົບ​ເຖິງ​ຄຸນນະ​ພາບ​ຂອງ​ການ​ສຶກສາ, ການ​ພັດທະນາ​ຊັບ ພະຍາກອນ​ມະນຸດ ​ແລະ ເສດຖະ ກິດ​ຂອງ​ຊາດ​ໃນ​ຄື​ອະນາ​ຄົດນຳອີກ.


__________________
Anonymous

Date:
Permalink   
 

ລະບົບການສຶກສາພວກເຈົ້າມັນ"ເປື່ອຍເຍື່ອຍ" ລະຕິ

ເຂົາຈຶ່ງ ປອມແປງໄດ້ ?



__________________
Anonymous

Date:
Permalink   
 

 

ຂະແຫນງອື່ນ ບໍ່ຕອ້ງເວົ້າເຖິງ......

ດຽວນີ້ ຢາກເປັນທະຫານ ຢາກເຂົ້າຕຳຫລວດ ຕອ້ງໄດ້ຈ້າງເຂົ້າ

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard