ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເງີນກີບປອມ "ໄກສອນ" ລະບາດໝັກໃນ ສປປລາວ
Anonymous

Date:
ເງີນກີບປອມ "ໄກສອນ" ລະບາດໝັກໃນ ສປປລາວ
Permalink   
 


ອາທິດແລ້ວນີ້ຂ້ອຍເຫັນຄົນຕ່າງປະເທດ (ລັດເຊຍ) ເອົາເງິນກີບມາຊື້ນ້ຳດື່ມກັບພະນັກງານເຄົາເຕີ້ຂອງໂຮງແຮມພອນທິບພລາຊາ (ກ່າແຂກຂອງເຂົາເອງຫັ້ນລະ) ແຕ່ເງິນທີ່ເອົາມາຈ່າຍແມ່ນເງິນປອມ, ທາງພະນັກງານຕ້ອນຮັບກໍ່ໄດ້ແຈ້ງໃຫ້ແຂກຊາບວ່າເງິນນັ້ນແມ່ນເງິນປອມແລະສອບຖາມວ່າເອົາມາແຕ່ໃສ? ແຂກກໍ່ຕອບວ່າ ໄປຫຼິ້ນແຖວແຄມຂອງມາແລ້ວຊື້ເຄື່ອງໜ້ອຍໜຶ່ງ, ເອົາເງິນບາດຈ່າຍອອກໄປແຕ່ໄດ້ເງິນທອນເປັນເງິນກີບ. ພະນັກງານກໍ່ບອກແຂກວ່າ ຂໍສະແດງຄວາມເສຍໃຈນຳເດີທ່ານໄດ້ເງິນທອນເປັນເງິນປອມ, ແລະທ່ານບໍ່ຄວນນຳໃຊ້ເພາະການນຳໃຊ້ເງິນປອມຜິດກົດໝາຍ. ເພາະພະນັກງານເຊື່ອວ່າແຂກບໍ່ຮູ້ແລະບໍ່ຕັ້ງໃຈຈະໃຊ້ເງິນປອມ, ແຂກຜູ້ນີ້ບໍ່ເຄີຍມາລາວແລະມາເທື່ອທຳອິດ, ມາກັບຄະນະທົວ, ມາພັກແຕ່ຄືນດຽວ. ແຂກເອງກໍ່ບໍ່ຈື່ວ່າໄດ້ເງິນປອມມາຈາກໃຜ? ຖ້າຈື່ພະນັກງານຈະໄດ້ປະສານກັບເຈົ້າໜ້າທີ່ຈັບຕົວ. ການເຮັດແນວນີ້ເຮັດໃຫ້ປະເທດເຮົາເສຍໜ້າເສນຕາຫຼາຍ ການກະທຳອັນເຫັນແກ່ຕົວຂອງຄົນບາງຄົນເຮັດໃຫ້ຄົນລາວຫຼາຍຄົນເສຍຊື່ສຽງ

10363743_839563209408686_5237369990780018452_n.jpg?oh=6d1b090a94db425676335d6da20c662d&oe=549D4D28&__gda__=1419089301_3ef003e3f8850f05912d75e566424bf4



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard