ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນີ້ແມ່ນສະພາບທາງບ້ານໂນນສະຫວ່າງ
Anonymous

Date:
ນີ້ແມ່ນສະພາບທາງບ້ານໂນນສະຫວ່າງ
Permalink   
 
ນີ້ແມ່ນສະພາບທາງບ້ານໂນນສະຫວ່າງ

ນີ້ແມ່ນສະພາບທາງບ້ານໂນນສະຫວ່າງ ຮ່ອມ 3 (ຮ່ອມເຝີແຊບຕົ້ນຕານ). ເປັນທາງຊອດຫາບ້ານໂຊກຄຳໃຕ້. ຕະຫລອດເສັ້ນທາງ ມີຂຸມກວ້າງ, ໄດ້ລຸຍມາ ເປັນເວລາສອງສາມເດືອນແລ້ວ. ຂ້ອຍເຄີຍໄປແຈ້ງນາຍບ້ານເພຶ່ອລົງມາເປັນໃຈກາງປະສານສົມທົບກັບລູກບ້ານແຕ່ລະຫນ່ວຍເພຶ່ອເກັບເງິນກັນມາຖົມ. ແຕ່ກໍ່ບໍ່ເຫັນລົງມາປົວແປງຈັກເທື່ອ.

ປະຊາຊົນອາໃສແທບນີ້ມີແຕ່ຈົ່ມວ່າທາງລຳບາກ. ແຕ່ກໍ່ບໍ່ເຫັນພາກັນເຮັດຫຍັງເລີຍ ທັງຯທີຄົນອາໃສຕາມທາງກໍ່ມີຖານະດີ ມີລົດໃຫຍ່. ຢາກໃຫ້ທຸກຄົນຊ່ວຍກັນແກ້ໄຂ.

10600406_839561482742192_4796115604333681100_n.jpg?oh=8202c178de0464ffffe6011fd9430175&oe=548D2B8D10603453_839561522742188_674268030345853160_n.jpg?oh=3715e54e11927d68afa64090ec7e3a1b&oe=549E5DCF10392332_839561539408853_1791862170106592867_n.jpg?oh=17ce5d51589c06bcd3db5b667c5aa84d&oe=549334AE10600406_839561482742192_4796115604333681100_n.jpg?oh=8202c178de0464ffffe6011fd9430175&oe=548D2B8D

__________________
Anonymous

Date:
Permalink   
 
ບ້ານຂ້ອຍກໍຈ່າຍເງິນເຮືອນລະ 100,000 ກີບ ຖ້າເຮືອນຫຼັງໃດມີລົດໃຫຍ່, ແຕ່ຖ້າບໍ່ມີເກັບເຮືອນລະ 50,000 ກີບ

ພວກຂ້ອຍເກັບກັນເອງ ເອົາຫີນມາຖົມ

ໄປລໍຖ້າ ພວກພັກລັດ ເຂົາບໍ່ມາແປງດອກ,ພວກເຂົາມີແຕ່ພາກັນໂກງກິນ

__________________
Anonymous

Date:
Permalink   
 
ຢາກຖາມວ່າ ເປັນຫຍັງ ຈື່ງຍັງຈະໄປຢືມເງິນ ຈີນ ມາສ້າງທາງລົດໄຟ? ແລະ ເປັນຫຍັງ ຈື່ງບໍ່ຢືມມາສ້າງທາງຫລວງແຫ່ງຊາດ

ແລະ ທາງ ໃນນະຄອນຫລວງ ໃຫ້ ມັນ ສະດວກສະບາຍ ຄື ກັນກັບ ທາງ ຢູ່ ໜອງຄາຍ , ອຸດອນ ຂອນແກ່ນ

__________________
Anonymous

Date:
Permalink   
 
Anonymous wrote:

ບ້ານຂ້ອຍກໍຈ່າຍເງິນເຮືອນລະ 100,000 ກີບ ຖ້າເຮືອນຫຼັງໃດມີລົດໃຫຍ່, ແຕ່ຖ້າບໍ່ມີເກັບເຮືອນລະ 50,000 ກີບ

ພວກຂ້ອຍເກັບກັນເອງ ເອົາຫີນມາຖົມ

ໄປລໍຖ້າ ພວກພັກລັດ ເຂົາບໍ່ມາແປງດອກ,ພວກເຂົາມີແຕ່ພາກັນໂກງກິນ

 ຈະເຮີນແທ້ ປະເທດລາວເຮົາ ກັບເງີນນຳປະຊາຊົນ ໄປສ້າງທາງ

__________________

Guru

Status: Offline
Posts: 622
Date:
Permalink   
 
04.jpg

Attachments
__________________
Anonymous

Date:
Permalink   
 
ໃນເມື່ອເວບ ປາສາລາວຖືກປິດ ກໍມາອາໃສເວັບນີ້ເປັນບອ່ນລະບາຍເນາະ

ແຕ່ການຕອບຮັບຂອງຄົນໃນເວບນີ້ ແມ່ນບໍ່ສ້າງສັນ ເລີຍທຳໃຫ້ບັນຍາກາດຂອງກະທູ້ບໍ່ເປັນຕາຢາກເຂົ້າມາ

ຖ້າໃຜຢາກໄປໃຊ້ ເວບ ປາສາລາວ ສາມາດໃຊ້ ປຣອກຊີໄດ້ ມີຫລາຍປຣອກຊີທີ່ທ່ານສາມາດເຂົ້າໄປໃຊ້ໄດ້ ໂດຍເສຣີ

ແຕ່ບອ່ນນັ້ນກໍຢາກເວີແລວ້ ເພາະເຈົ້າຂອງກະທູ້ ຫາຍຕົວໄປແລວ້  

 ເຮົາບໍ່ແມ່ນຄົນລາວໃນເດີ້ທີ່ຕັ້ງກະທູນີ້ຂຶ້ນມາ ເຮົາແມ່ນຄົນ ລາວ-ອາເມຣິກັນ ຈັ່ງຫາກັບມາແຕ່ໄປຢ້ຽມຢາມ

ວຽງຈັນມາ ບໍ່ມີຫຍັງມາຝາກກໍເລີຍເອົາຮູບຖນົນເສັ້ນນີ້ມາຝາກໃຫ້ເຫັນໄວ້ເປັນຂວັນຕາ ເພາະທາງເສັ້ນນີ້ສ້າງຂຶ້ນ

ກ່ອນງານກິລາ ຊີເກມ ປີ 2009 ພຽວບໍ່ເທົ່າໃດເດືອນ ແລ້ວມັນມາພັງທະລາຍລົງຫຼັງສ້າງທາງເສັ້ນນີ້ພຽງ 3 ປີ

ເທົ່ານັ້ນ. 2 ປີເຕັມໆທີ່ບໍ່ມີການຊ່ອມແປງ ປ່ອຍປະໄວ້ຕາມທັມະຊາດ ຍາມແລ້ງກໍເປັນຂ້້ຝຸ່ນໄຫງ່ກຸ້ມທົ່ວທີບທົ່ວແດນ

ຍາມຝົນກໍເປັນດັ່ງທີ່ເຫັນໃນຮູບນັ້ນລະ.

ກ່ຽວເຣື່ອງ ເວັບ ສາມະຄົມລາວ-ພາສາລາວ ນັ້ນແມ່ນປິດຕາຍເລີຍ ຄົນລາວຢູ່ລາວແມ່ນບໍ່ສາມາດເຂົ້າໄດ້ ຈະເຂົ້າພຽງ

ແຕ່ອ່ານກໍຍັງບໍ່ໄດ້ ຖ້າຢາກເຂົ້າໄດ້ຕ້ອງໄປປະເທດໄທຈຶ່ງເຂົ້າໄດ້, ແຕ່ຕ້ອງເຂົ້າເຫຼິກໄປໃນເຂດອຸດອນຂອນແກ່ນພຸ້ນ

ລະຈຶ່ງເຂົ້າໄດ້ ນັ້ນວ່າຢູ່ອ້ອມແອ້ມວຽງຈົນເຊັ່ນໜອງຄາຍກໍເຂົ້າບໍ່ໄດ້. ເວັບລາວໂຮມລາວຢູ່ວຽງຈັນກໍເຂົ້າບໍ່ໄດ້ດອກ ຂ້ອຍ

ພະຍາຍາມເຂົ້າທາງຫຼັງບ້ານກໍຍັງບໍ່ໄດ້ ບາງເທື່ອກໍໄດ້ແຕ່ບໍ່ຍືນຢູ່ບໍ່ຮອດສອງນາທີກມີສັນຍານລົບກວນແລ້ວກໍຫາຍໄປ

ແຕ່ຢູ່ໜອງຄາຍສບາຍມາກ.

 ພວກພັກລັດ ຢາ້ນຫລາຍ Website LaohomeLao ເພາະເປີດໂປ້ງ ຂະບວນການ

ໂກງຊາດໄດ້ດີຫລາຍ ພວກເຂົາກໍເລີຍຢາ້ນ ໃນວຽງຈັນເຂົ້າບໍ່ໄດ້ແລ້ວ LaohomeLao

ຕ້ອງຂ້າມໄປປະເທດໄທຍ ຈິ່ງຈະເຂົ້າໄດ້

__________________
Anonymous

Date:
Permalink   
 
satellite%20internet-s.jpgroadcase2.jpgmZ6ctGRNzusxJkjzMMK-Xwg.jpg

ນວ່ຍໃຕ້ດິນ ພວກເຮົາ ມີເຄື່ອງທັນສະໃໝ ກວ່າຂອງພັກລັດ

__________________
Anonymous

Date:
Permalink   
 
ອີກບໍ່ດົນ 

__________________
Anonymous

Date:
Permalink   
 
buckhumnoy wrote:

04.jpg

 ເສດຖະກິດ ຕະຫລາດ ແລະຮູ້ນຳພາຮອບດ້ານ ຜູ້ນຳເພິ່ນເວົ້າ ວ່າຊັນ

ແຕ່ສັງເກດວ່າ ບ້ານເຮົາມີນັກການເມື່ອງຫລາຍໂພດ ແລະພວກທ່ານກໍ່ຮູ້ວ່າ ນັກການເມືອງ ເຂົາມາຍາກົນເກັ່ງ ສ່ວນນັກວິຊາການກໍ່ຕ້ອງໄປຕາມນ້ຳຢູ່ແລ້ວເພາະບໍ່ມີອຳນາດຫັຍງ

ເລີຍເກີດປະກົດການຄືເຫັນໃນຮູບຂ້າງເທິງ.

ມາເວົ້າເຖິງນັກຂ່າວກໍ່ມີແຕ່ຮັບໃຊ້ແຕ່ພັກ  ມາຫລາຍ ທົດສະວັດແລ້ວ ແຕ່ບໍ່ເຫັນມີຜົນງານຫັຍງພໍຈະໃຫ້ປະຊາຊົນຍ້ອງຍໍຈາກໃຈຈິງ

__________________
Anonymous

Date:
Permalink   
 
ແມ່ນແລວ້ທ່ານເອີຍ

ວິຊາການ ກໍມີແຕ່ຫນ້າທີປະຕິບັດຕາມທໍ່ນັ້ນລະ ບໍ່ມີດອກຄວາມສາມາດທີ່ຈະສັ່ງຖອນເງິນກອ້ນໃຫຍ່ມາປົວແປງມາງແບບນີ້

ຍົກຕົວຢ່າງ ທາງເສັ້ນຫົວຂົວ ທີ່ແກ່ຍາວມາຫລາຍປີ ສຸດທ້າຍບາດເພິ່ນໄດ້ເງິນມາ ເຈົ້າຄອງເພິ່ນລົງໄປສັ່ງບາດດຽວ ແລວ້ເລີຍ

ອັນນີ້ແມ່ນຄວາມອອ່ນແອຂອງລະບົບບໍລິຫານ ທີ່ບໍ່ຮູ້ຈັກການແບ່ງປັນງົບປະມານໃຫ້ທົ່ວເຖິງ

ເວົ້າລວມ ງົບປະມານສຳຫລັບການສອ້ມແປງແມ່ນບໍ່ມີ ແຕ່ມີໃຫ້ສະເພາະແຕ່ການນກໍ່ສ້າງ ໃນເມື່ອກໍ່ສ້າງແລວ້ ກໍປະປອ່ຍ ຫົນທາງມັນເປັນຂຸມກໍບໍ່ມີການປົວແປງ ສຸດທ້າຍກໍເປ່ເພຢ່າງຫນັກ ຕອ້ງໄດ້ຖ້າງົບກອ້ນໃຫຍ່ມາກໍ່ສ້າງ

ສວ່ນງົບກອ້ນໃຫຍ່ ມາແຕ່ໃສ ບາງຄັ້ງກໍໄດ້ແບບປຸບປັບ ເຊັ່ນກອ່ນເວລາກອງປະຊຸມໃຫຍ່ໃດ ນຶ່ງ ຊຶ່ງລວ້ນແລວ້ແຕ່ແມ່ນງົບສຸກເສີນ ສັ່ງປຸບໄດ້ປັບ

ມາເວົ້າເຖິງງົບສອ້ມແປງປະຈຳ ຖ້າຫາກເຂົ້າໃຈເຖິງຫລັກການດ້ານວິຊາການວ່າຫົນທາງຕອ້ງມີການສອ້ມແປງເປັນປະຈຳ ແລະຕອ້ງໄດ້ສອ້ມແປງໂລດເມື່ອເກີດເປັນຂຸມນອ້ຍຫລືມີຮອຍແຕກແຫງ ບໍຕອ້ງປະປອ່ຍໄວ້ໃຫ້ທາງເປ່ເພເຫມືອນດັ່ງໃນຮູບມັນຈະທຳໃຫ້ເສັຍເງິນຫລາຍເທົ່າ

ເຂົ້າໃຈສະເພາະແຕ່ທໍ່ນີ້ ເຮົາກໍສາມາດຮັກສາເສັ້ນທາງທີ່ສ້າງແລວ້ໄວ້ໄດ້ຫລາຍສິບປີໂດຍບໍ່ຕອ້ງເສັຍທຶນຮອນຢ່າງມະຫາສານ

ເຂົ້າໃຈສຳ່ນີ້ ກໍຕອ້ງມີງົບ ມີອຸປະກອນ ມີຄົນ ກໍຄືກອງກໍ່ສ້າງສອ້ມແປງ ຂອງເມືອງຫລື ຂອງ ອພບ ນັ້ນເອງ ທີ່ຕອ້ງມີຫນາທີ່ ແລະນ້ຳໃຈ ຮັບຜິດຊອບສູງ

ງົບນັ້ນມັນບໍ່ຫລາຍດອກ ຂໍແຕ່ມີ ແຮ່ສາຈັກລົດສອງລົດ ຖ້າບໍ່ມີກໍຂໍບໍລິຈາກໄດ້ ມີຢາງຈັກຟູຍ 2 ຟູຍ ມີ ລົດຕົ້ມຢາງເຄື່ອນທີ່ ມີຈົກຊວ້ານແລະ ເຄື່ອງອັດດິນເຄື່ອນທີ່ລາຄາບໍ່ຮອດ 5ລ້ານ ມີລົດກະບະແກ່ຫີນນອ້ຍຈັກຄັນນຶ່ງ  

ໃນຕົວຈິງເດ ກອງສອ້ມແປງແທ້ມີຫລືບໍ່ ຫລືວ່າບໍມີແລວ້ ຂພຈ ຄິດວ່າຫນ້່າຈະມີ ເພາະດົນໆກໍເຫັນເພິ່ນແກ່ເອົາດິນແດງໄປຖອກລົງຂຸມເທ່ຶ່ອນຶ່ງເພື່ອຊອ່ຍບໍ່ໃຫ້ເປັນຂຸມເລິກ ແຕ່ກໍບໍ່ເຫັນເຮັດປະຈຳ ອາດຈະແມ່ນເດືອນລະເທື່ອສອງເທືອທໍ່ນັ້ນ 

ຍອ້ນຫຍັງລະ ອາດສີແມ່ນບໍ່ມີງົບ ຫລືຖ້າແຕ່ເພິ່ນສັ່ງ ຖ້າໃຜສັ່ງ ອາດບໍ່ແມ່ນຫົວຫນ້າກອງ ຫລືອາດບໍ່ແມ່ນລັດຖະມົນຕີ ອາດຈະແມ່ນສູງກວ່ານັ້ນສັ່ງລົງມາຈຶ່ງໄປເຮັດ ຫລືອາດລໍຖ້າຈົນກວ່າທາງມັນພັງຫມົດສາກອ່ນເພື່ອສີໄດ້ງົບກອ້ນໃຫຍ່ມາສ້າງກັນໃຫມ່

ຫລືອາດເປັນຍອ້ນວ່າ ພະນັກງານທີ່ກຽ່ວຂອ້ງນັ້ນແມ່ນ ສາມະຊິກພັກ ທີ່ຫ້າວຫັນ ບໍ່ມີເວລາສີມາເບິ່ງວຽກນອ້ຍໆແບບນີ້ 

ສະຫລຸບແລວ້ ອີກ100ປີ ຫົນທາງພາຍໃນປະເທດລາວ ຈະເປັນແບບນີ້ໄປຕະຫລອດ ຖ້າລະບົບ ການຄຸ້ມຄອງຫາກຍັງເປັນແບບນີ້ 

ມັນຕ່າງກັບປະເທດອຶ່ນທີ່ເຂົາບໍ່ປະໃຫ້ຫົນທາງເກີດຮອຍແຕກແຫງຂຶ້ນເລີຍ ບອ່ນໃດເລີ້ມ ເປ່ເພ ເຂົາຕອ້ງຟ້າວສອ້ມແປງໂລດ

ນັ້ນແມ່ນລະບອບທີ່ດີ ທີ່ທັນສະໃຫມ

ຖ້າຄຸ້ມຄອງວຽກງານສຳ່ນີ້ບໍ່ໄດ້ ກໍຄວນຍອມຮັບສາວ່າ ບໍ່ສາມາດນຳພາວຽກງານອັນໃດໄດ້  

__________________
Anonymous

Date:
Permalink   
 
ແມ່ນຄວາມ ທ່ານເວົ້າແລ້ວ

ຖ້າຫາກເຂົ້າໃຈເຖິງຫລັກການດ້ານວິຊາການວ່າຫົນທາງຕອ້ງມີການສອ້ມແປງເປັນປະຈຳ

ແລະຕອ້ງໄດ້ສອ້ມແປງໂລດເມື່ອເກີດເປັນຂຸມນອ້ຍຫລືມີຮອຍແຕກແຫງ ບໍຕອ້ງປະປອ່ຍໄວ້ໃຫ້ທາງເປ່ເພເຫມືອນດັ່ງໃນຮູບນີ້

ມັນຈະທຳໃຫ້ເສັຍເງິນຫລາຍເທົ່າ

10583879_567097906729471_3138240724887082738_n.jpg?oh=c1e217fdfe47f0bdc72bdc2626042f04&oe=5493F94E10599447_567097863396142_3234238269677902984_n.jpg?oh=dfae55c8d5ef4119a1a6a3e99fb7a713&oe=549A35B7&__gda__=1422480911_799aa354bacaa69b98b13d1f13d1f0e710584045_567097833396145_4485293455186433791_n.jpg?oh=ab36252dc13d09c46e8e7f5f2e939ef0&oe=54865AD010489627_567097883396140_1431414962242616305_n.jpg?oh=03c7db8bbc6cd67ccf005b0cbb4d88f5&oe=54D0E090&__gda__=1418550553_bed98d5de539074ac27f91473fa4ae8f

__________________
Anonymous

Date:
Permalink   
 
Anonymous wrote:

ແມ່ນແລວ້ທ່ານເອີຍ

ວິຊາການ ກໍມີແຕ່ຫນ້າທີປະຕິບັດຕາມທໍ່ນັ້ນລະ ບໍ່ມີດອກຄວາມສາມາດທີ່ຈະສັ່ງຖອນເງິນກອ້ນໃຫຍ່ມາປົວແປງມາງແບບນີ້

ຍົກຕົວຢ່າງ ທາງເສັ້ນຫົວຂົວ ທີ່ແກ່ຍາວມາຫລາຍປີ ສຸດທ້າຍບາດເພິ່ນໄດ້ເງິນມາ ເຈົ້າຄອງເພິ່ນລົງໄປສັ່ງບາດດຽວ ແລວ້ເລີຍ

ອັນນີ້ແມ່ນຄວາມອອ່ນແອຂອງລະບົບບໍລິຫານ ທີ່ບໍ່ຮູ້ຈັກການແບ່ງປັນງົບປະມານໃຫ້ທົ່ວເຖິງ

ເວົ້າລວມ ງົບປະມານສຳຫລັບການສອ້ມແປງແມ່ນບໍ່ມີ ແຕ່ມີໃຫ້ສະເພາະແຕ່ການນກໍ່ສ້າງ ໃນເມື່ອກໍ່ສ້າງແລວ້ ກໍປະປອ່ຍ ຫົນທາງມັນເປັນຂຸມກໍບໍ່ມີການປົວແປງ ສຸດທ້າຍກໍເປ່ເພຢ່າງຫນັກ ຕອ້ງໄດ້ຖ້າງົບກອ້ນໃຫຍ່ມາກໍ່ສ້າງ

ສວ່ນງົບກອ້ນໃຫຍ່ ມາແຕ່ໃສ ບາງຄັ້ງກໍໄດ້ແບບປຸບປັບ ເຊັ່ນກອ່ນເວລາກອງປະຊຸມໃຫຍ່ໃດ ນຶ່ງ ຊຶ່ງລວ້ນແລວ້ແຕ່ແມ່ນງົບສຸກເສີນ ສັ່ງປຸບໄດ້ປັບ

ມາເວົ້າເຖິງງົບສອ້ມແປງປະຈຳ ຖ້າຫາກເຂົ້າໃຈເຖິງຫລັກການດ້ານວິຊາການວ່າຫົນທາງຕອ້ງມີການສອ້ມແປງເປັນປະຈຳ ແລະຕອ້ງໄດ້ສອ້ມແປງໂລດເມື່ອເກີດເປັນຂຸມນອ້ຍຫລືມີຮອຍແຕກແຫງ ບໍຕອ້ງປະປອ່ຍໄວ້ໃຫ້ທາງເປ່ເພເຫມືອນດັ່ງໃນຮູບມັນຈະທຳໃຫ້ເສັຍເງິນຫລາຍເທົ່າ

ເຂົ້າໃຈສະເພາະແຕ່ທໍ່ນີ້ ເຮົາກໍສາມາດຮັກສາເສັ້ນທາງທີ່ສ້າງແລວ້ໄວ້ໄດ້ຫລາຍສິບປີໂດຍບໍ່ຕອ້ງເສັຍທຶນຮອນຢ່າງມະຫາສານ

ເຂົ້າໃຈສຳ່ນີ້ ກໍຕອ້ງມີງົບ ມີອຸປະກອນ ມີຄົນ ກໍຄືກອງກໍ່ສ້າງສອ້ມແປງ ຂອງເມືອງຫລື ຂອງ ອພບ ນັ້ນເອງ ທີ່ຕອ້ງມີຫນາທີ່ ແລະນ້ຳໃຈ ຮັບຜິດຊອບສູງ

ງົບນັ້ນມັນບໍ່ຫລາຍດອກ ຂໍແຕ່ມີ ແຮ່ສາຈັກລົດສອງລົດ ຖ້າບໍ່ມີກໍຂໍບໍລິຈາກໄດ້ ມີຢາງຈັກຟູຍ 2 ຟູຍ ມີ ລົດຕົ້ມຢາງເຄື່ອນທີ່ ມີຈົກຊວ້ານແລະ ເຄື່ອງອັດດິນເຄື່ອນທີ່ລາຄາບໍ່ຮອດ 5ລ້ານ ມີລົດກະບະແກ່ຫີນນອ້ຍຈັກຄັນນຶ່ງ  

ໃນຕົວຈິງເດ ກອງສອ້ມແປງແທ້ມີຫລືບໍ່ ຫລືວ່າບໍມີແລວ້ ຂພຈ ຄິດວ່າຫນ້່າຈະມີ ເພາະດົນໆກໍເຫັນເພິ່ນແກ່ເອົາດິນແດງໄປຖອກລົງຂຸມເທ່ຶ່ອນຶ່ງເພື່ອຊອ່ຍບໍ່ໃຫ້ເປັນຂຸມເລິກ ແຕ່ກໍບໍ່ເຫັນເຮັດປະຈຳ ອາດຈະແມ່ນເດືອນລະເທື່ອສອງເທືອທໍ່ນັ້ນ 

ຍອ້ນຫຍັງລະ ອາດສີແມ່ນບໍ່ມີງົບ ຫລືຖ້າແຕ່ເພິ່ນສັ່ງ ຖ້າໃຜສັ່ງ ອາດບໍ່ແມ່ນຫົວຫນ້າກອງ ຫລືອາດບໍ່ແມ່ນລັດຖະມົນຕີ ອາດຈະແມ່ນສູງກວ່ານັ້ນສັ່ງລົງມາຈຶ່ງໄປເຮັດ ຫລືອາດລໍຖ້າຈົນກວ່າທາງມັນພັງຫມົດສາກອ່ນເພື່ອສີໄດ້ງົບກອ້ນໃຫຍ່ມາສ້າງກັນໃຫມ່

ຫລືອາດເປັນຍອ້ນວ່າ ພະນັກງານທີ່ກຽ່ວຂອ້ງນັ້ນແມ່ນ ສາມະຊິກພັກ ທີ່ຫ້າວຫັນ ບໍ່ມີເວລາສີມາເບິ່ງວຽກນອ້ຍໆແບບນີ້ 

ສະຫລຸບແລວ້ ອີກ100ປີ ຫົນທາງພາຍໃນປະເທດລາວ ຈະເປັນແບບນີ້ໄປຕະຫລອດ ຖ້າລະບົບ ການຄຸ້ມຄອງຫາກຍັງເປັນແບບນີ້ 

ມັນຕ່າງກັບປະເທດອຶ່ນທີ່ເຂົາບໍ່ປະໃຫ້ຫົນທາງເກີດຮອຍແຕກແຫງຂຶ້ນເລີຍ ບອ່ນໃດເລີ້ມ ເປ່ເພ ເຂົາຕອ້ງຟ້າວສອ້ມແປງໂລດ

ນັ້ນແມ່ນລະບອບທີ່ດີ ທີ່ທັນສະໃຫມ

ຖ້າຄຸ້ມຄອງວຽກງານສຳ່ນີ້ບໍ່ໄດ້ ກໍຄວນຍອມຮັບສາວ່າ ບໍ່ສາມາດນຳພາວຽກງານອັນໃດໄດ້  

ຄິດວ່າ ຜູ້ນຳລາວ   ຄວນປ່ຽນວິໃສທັດ ແລະເປັນຄົນຮູ້ແທ້ ຮູ້ເລີກ ເປັນຜູ້ວາງແຜນໃຫ້ດີ ຮອງຮັບອະນາຄົດ ແລະແລ່ນໃສ່ແກ້ປັນຫາ ແລະປະໂຫຍດປະຊາຊົນ

ຜູ້ນຳ ແລະຜູ້ບໍລິຫານ ຄວນພິຈາລະນາ ຕົວເອງໃຫ້ຫລາຍກ່ວາເກົ່າ ຈັກໜ່ອຍ ເດັກນ້ອຍ ອະນຸບານຈະຖາມ ແລ້ວຈະອາຍເຂົາເຈົ້າ?

ຢ່າຫາແຕ່ວິທີໂກງກິນຫລາຍ ເຮັດເພື່ອປະຊາຊົນແດ່ ທ່ານເອີຍ ຢ່າມົວແຕ່ ສະເຫວີຍສຸກຫລາຍ

ເຮັດວຽກພໍແຕ່ ແປະແປະບາງໆ ບໍເຂົ້າໃຈບັນຫາຢ່າງແທ້ຈິ່ງ ເຮັດພໍແຕ່ຖ້າຂື້ນຕຳແໜ່ງໃໝ່.

ຄິດວ່າ ຖ້າຜູ້ນຳແມ່ນປະຊາຊົນເປັນຜູ້ເລືອກ  ຜູ້ນຳຜູ້ນັ້ນຈະເຮັດເພື່ອປະຊາຊົນ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard