ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ ຖືກຍ້າຍ ຕຳ່ແໜ່ງ
Anonymous

Date:
ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ ຖືກຍ້າຍ ຕຳ່ແໜ່ງ
Permalink   
 
ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ ລັດຖະມົນຕີວ່າການກະຊວງຍຸຕິທຳ ຖືກຍ້າຍ

10658863_840664089298598_2370166128998318039_o.jpg

ໃນວັນທີ 12 ກັນຍານີ້, ຢູ່ກະຊວງຍຸຕິທຳໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າ ທີ່ລັດຖະມົນຕີວ່າການກະ ຊວງຍຸຕິທຳລະ ຫວ່າງ ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ ລັດຖະມົນຕີວ່າການກະຊວງຍຸຕິທຳຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ສະຖາບັນວິທະ ຍາສາດສັງຄົມແຫ່ງຊາດ ແລະ ທ່ານ ບຸນ ເກີດ ສັງສົມສັກ ອະດີດລັດຖະມົນຕີ ຊ່ວຍວ່າການກະຊວງການຕ່າງປະເທດເປັນລັດຖະມົນຕີວ່າການກະຊວງຍຸຕິທຳ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ຮອງນາ ຍົກລັດຖະມົນຕີ.
ການມອບ-ຮັບໜ້າທີ່ດັ່ງກ່າວແມ່ນປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະ ທານປະເທດ ແລະ ໃນໂອກາດດັ່ງກ່າວທ່ານ ສຈ. ດຣ ຈະເລີນ ເຢຍປາວເຮີ ລັດຖະມົນຕີວ່າ ການກະຊວງຍຸຕິທຳຜູ້ເກົ່າໄດ້ ຂຶ້ນກ່າວຍົກໃຫ້ເຫັນເຖິງບັນດາຜົນງານ ທີ່ຕົນໄດ້ຊີ້ນຳ-ນຳພາຕະຫລອດໄລຍະ 8 ປີຜ່ານມາວ່າ: ຕົນພ້ອມກັບ ໝູ່ຄະນະໄດ້ມີ ຄວາມອົດທົນຜ່ານຜ່າປະຕິວັດວຽກງານ ວິຊາສະເພາະດ້ວຍ ຄວາມຮັບຜິດຊອບສູງໃນການເພີ່ມທະວີວຽກງານນຳພາການ
ເມືອງແນວຄິດ, ຕິດພັນກັບການປັບປຸງການຈັດຕັ້ງ, ຊຶ່ງສາມາດເຮັດໃຫ້ຂະແໜງຍຸຕິທຳໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ ຂະຫຍາຍຕົວທາງດ້ານປະລິ ມານ ແລະ ຄຸນນະພາບ, ວຽກງານວິຊາສະເພາະແຕ່ລະດ້ານໄດ້ຮັບການປັບປຸງດ້ວຍບາດ ກ້າວທີ່ ຕັ້ງໜ້າ ແລະ ດີຂຶ້ນເປັນ ຕົ້ນ: ໄດ້ເອົາໃຈໃສ່ນຳພາວຽກ ງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມເພື່ອສ້າງສະຕິກົດໝາຍຢູ່ໃນສັງ ຄົມຕາມຂອບເຂດຄວາມຮັບຜິດຊອບຂອງຂະແໜງຍຸຕິທຳ ດ້ວຍຫລາຍຮູບ-ຫລາຍວິທີສະ ແດງອອກຄື ຈັດຕັ້ງການໂຄສະ ນາເຜີຍແຜ່ກົດໝາຍໄດ້ 13.888 ເທື່ອ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງ ການເຜີຍແຜ່ຈຳນວນ 2,2 ລ້ານ ກວ່າຄົນ, ໃນນັ້ນ ຍິງ 7 ແສນ ກວ່າຄົນ.

ໂອກາດນີ້, ຮອງນາຍົກ ລັດຖະມົນຕີ ອາຊາງ ລາວລີ ກໍ ໄດ້ໃຫ້ກຽດໂອ້ລົມວ່າ: ການປັບ ປຸງກົງຈັກການຈັດຕັ້ງ, ການ ຍົກຍ້າຍ, ການຊັບຊ້ອນພະນັກງານແມ່ນວຽກງານທີ່ຈຳເປັນ ຂອງພັກ-ລັດເຮົາ ແມ່ນກົດເກນ ແຫ່ງການຄົງຕົວ ແລະ ຂະ ຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນທີ່ຂຶ້ນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະທັງ ເປັນບ່ອນທົດສອບຄວາມຮູ້- ຄວາມສາມາດຂອງພະນັກງານແຕ່ລະຂັ້ນ, ເປັນບ່ອນກໍ່ສ້າງພະ ນັກງານໃນສະໜາມຮົບຕົວຈິງ ເພື່ອສ້າງໃຫ້ພະນັກງານເຮົາມີ ບົດບາດຄຸ້ມຄອງນຳພາຮອບ ດ້ານ. ສະນັ້ນ, ຂໍໃຫ້ທັງສອງສະ ຫາຍຈົ່ງມີຄວາມອຸ່ນອ່ຽງທຸ່ນ ທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳ ພາຂອງພັກ, ຕັ້ງໜ້າປະຕິບັດ ວຽກງານໃໝ່ທີ່ພັກ-ລັດມອບ ໝາຍໃຫ້ໄດ້ຮັບໄຊຊະນະໃຫຍ່ ຫລວງກວ່າເກົ່າ ແລະ ນຳຄວາມ ສົມບູນພູນສຸກມາສູ່ປະຊາຊົນ.

__________________
Anonymous

Date:
RE: ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ ຖືກຍ້າຍ ຕຳ່ແໜ່ງ
Permalink   
 
Anonymous wrote:

 ຖືກຍ້າຍຍ້ອນ ສາເຫດໃດ? ລາວປະຕິບັດກົດໝາຍບໍ່ໄດ້ ແມ່ນບໍ່?

__________________
Anonymous

Date:
Permalink   
 
​ມັນ​ຍ້າຍ​ໃປ​ຢູ່​ໃສ​ມັນ​ກໍ​ໃປ​ເຮັດ​ນາ​ໃສ່ຫຼັງ​ປະ​ຊາ​ຊົນ​ຄື​ເກົ່າ​ຫັ້ນ​ແລ້ວ​ພີ່​ນ້ອງ​ເອີຍ

ຢ່າ​ຄິດ​ວ່າ​ມັນ​ຊິ​ຊ​ອ່ຍ​ປະ​ຊາ​ຊົນ​ມັນ​ຄິດ​ວ່າ​ປະ​ຊາ​ຊົນ​ບໍ່​ແມ່ນ​ພໍ່​ແມ່​ມັນ

ໃຫ້​ພີ່​ນ້ອງ​ເຮົາ​ເຂົ້າ​ໃຈ​ຕາມນີ້

__________________
Anonymous

Date:
Permalink   
 
ບັກນາຍົກເຕັ້ຍທອງສິງສັ່ງຍ້າຍເພາະບັກຈະເລີນ ເຢັຍປາວເຮີ ໄດ້ສົ່ງໜັງສືຂຶ້ນໄປຖາມ

ກໍລະນີທີ່ອີ່ຫີຄຽວລູກໃພ້ຫຼືເມັຍຂອງລູກຊາຍບັກທອງສິງໃຊ້ສິດແລະອຳນາດຂອງຜູ່ເປັນ

ພໍ່ປູ່ໄປໄລ່ປະຊາຊົນອອກຈາກເຮືອນແລະອ້າງວ່າໄດ້ຊື້ທີ່ດິນຕອນນັ້ນຈາກເຈົ້າຂອງທີ່ດິນ

ທີ່ເປັນຍາດຂອງ ສິສຸກນະ ຈຳປາສັກ ທີ່ຢູ່ຝຣັ່ງເສດໄດ້ມອບທີ່ດິນໃຫ້ແລະໄດ້ຂາຍໃຫ້ອີ່ຫີ

ຄຽວລູກໃພ້ບັກທອງສິງນັ້ນ.      ອັນນີ້ຄືກໍລະນີທີ່ບັກແມ້ວບັກນີ້ທີ່ເປັນຣັຖະມົນຕຣີກະ

ຍຸຕິທັມຖືກຍ້າຍຈາກຕຳແໜ່ງເກົ່າ, ໂດຍການແນະນຳຂອງບັກລູກຊາຍຂອງບັກຈູມມະ

ລີທີ່ເປັນເຈົ້າເມືອງໆສີສັຕະນາກ.  ພວກນີ້ຮ່ວມຫົວກັນຊອກຫາຍຶດເອົາດິນດອນຕ່ອນ

ຫຍ້າຊອງປະຊາຊົນທີ່ມີປວັດກ່ຽວຂ້ອງກັບເຈົ້ານາຍເກົ່າອະດີດຣັຖະບານວຽງຈັນທີ່ໜີໄປ

ຕ່າງປະເທດແຕ່ໄດ້ມອບໃຫ້ຍາດພີ່ນ້ອງສ້າງຢູ່ອາສັຍກ່ອນຈະໜີອອກຈາກລາວ.   ບັກ

ແມ້ວ ຈະເລີນ ເຢັຍປາວເຮີ ກໍປະຕິບັດຕາມໜ້າທີ່ກົງໄປກົງມາຕາມຂບວນຍຸຕິທັມ ແຕ່

ໄປສວນທາງກັບກິຈະການຂອງຄອບຄົວບັກປະທານປະເທດແລະບັກເຕັ້ຍນາຍົກເຂົ້າ ມັນ

ກໍຖືກສັ່ງຍ້າຍ. ດີແລ້ວທີ່ມັນບໍ່ໄດ້ໄປເປັນເພື່ອນບ້ານກັບທ່ານ ດຣ. ສົມບັດ ສົມພອນ.

__________________
Anonymous

Date:
Permalink   
 
ໄດ້ຍິນໝັດແໝວວ່າ ດຣ. ຈະເລີນ ສະເໜີໃຫ້ເອົາດິນທີ່ລູກໃພ້ນາຍົກຊື້ເປັນດິນຂອງລັດ

ນາຍົກບໍ່ພໍໃຈກໍ່ເລີຍສັ່ງຍ້າຍ.

__________________
Anonymous

Date:
Permalink   
 
Anonymous wrote:

ໄດ້ຍິນໝັດແໝວວ່າ ດຣ. ຈະເລີນ ສະເໜີໃຫ້ເອົາດິນທີ່ລູກໃພ້ນາຍົກຊື້ເປັນດິນຂອງລັດ

ນາຍົກບໍ່ພໍໃຈກໍ່ເລີຍສັ່ງຍ້າຍ.

 ເປັນຄົນຊົ່ວແບບນີ້ບໍສອງຕະກຸນ,ສອງນາມສະກຸນ ໄຊຍະສອນ,ທຳມະວົງ ຫາບຽດບຽນປະຊາຊົນ.

ໄຊ້ອຳນາດບາດໃຫຍ່ຂົ່ມເຫັງເພື່ອນຮ່ວມຊາດເພື່ອຄອບຄົວ,ຕະກຸນ ແລະ ພວກຜ້ອງ.

ຂໍໃຫ້ດວງວິນຍານຂອງທ່ານໄກສອນ ພົມວິຫານ ຈົ່ງເອົາພວກນີ້ໄປລົງໂທດຖານຜິດວິໃນສິນທຳປະຕິວັດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard