ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການ NGO ໃນ ສປປລາວ
Anonymous

Date:
ອົງການ NGO ໃນ ສປປລາວ
Permalink   
 


ອົງການ NGO ໃນ ສປປລາວ

ngo.jpg

ເຈົ້າໜ້າທີ່ ເຮັດວຽກ ກັບ ອົງການ ບໍ່ຂຶ້ນ ກັບ ຣັຖບານ ໃນລາວ ເວົ້າວ່າ ຫາກ ທາງການລາວ ເຂົ້າໄປ ຄວບຄຸມ ການເຮັດວຽກ ຂອງ ອົງການ ຫຼາຍຂຶ້ນ ອາດເຮັດໃຫ້ ການເຮັດວຽກ ຂອງ ແຕ່ລະ ອົງການ ມີຄວາມ ຫຍຸ້ງຍາກ ຂຶ້ນ ເພາະວ່າ ບໍ່ສາມາດ ແລກປ່ຽນ ຄວາມຄິດ ຄວາມເຫັນ ຫຍັງຫລາຍໄດ້ ດັ່ງທ່ານ ໄດ້ເວົ້າວ່າ:

"ຖືກ monitoring ມັນກໍບໍ່ມີ ໃຜກ້າເວົ້າ ຫຍັງຫລາຍ ໄຄແຕ່ ບໍ່ຮູ້ວ່າ ຄວາມຄິດ ຂອງຄົນ ຂອງແຕ່ລະ ສະມາຄົມ ເປັນແນວໃດ ຫັ້ນນະ. ສ່ວນຫລາຍ ຕາມ ທີ່ສັງເກດ ຄືສີ່ແມ່ນ ເລີ້ມ ບໍ່ກ້າ ສະແດງ
ອອກຫຍັງ ຫັ້ນນະ. ທາງ donor ຈາກ ຕ່າງປະເທດ ເຂົາກໍອາດ ຈະຊະລໍ ໄປເດີ້ ເຣື້ອງການ ອະນຸມັດ ງົບປະມານ ອີ່ຫຍັງ ໃຫ້ CSO ຢູ່ ເມືອງລາວ".

ທ່ານວ່າ ຕາມຣາຍງານ ຂອງ ເວັບໄຊຕ Asia News ວ່າ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ NGO ຫລື ການຈັດຕັ້ງ ທາງສັງຄົມ CSO ຢູ່ລາວ ຖືກຣັຖບານ ລາວ ຄວບຄຸມ ຫລາຍຂຶ້ນ. ໃນ ກໍຣະນີ ທີ່ ຣັຖບານ ບໍ່ ເຂັ້ມງວດ ນໍາການ ເຮັດວຽກ ຂອງ ອົງການ ແລ້ວ ກໍສາມາດ ເຮັດວຽກ ໄດ້ໄວ ແຕ່ ຖ້າຫາກວ່າ ທາງການ ເຂົ້າ ມາຄວບຄຸມ ຫລືວາງ ມາຕການ ເຂັ້ມງວດໃສ່ ແລ້ວ ການເຮັດວຽກ ມັນ ກໍບໍ່ໄດ້ ປະສິທິຜົນ ເທົ່າທີ່ຄວນ.

ທ່ານ ເວົ້າ ຕໍ່ໄປວ່າ ນັບຕັ້ງແຕ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ປະຈໍາ ອົງການ ບໍ່ຂື້ນ ກັບ ຣັຖບານ ແລະ ການຖືກ ເນຣະເທດ ຂອງ ມາດາມ Anne Sophie Gindroz ຫົວໜ້າ ອົງການ Halvetas ປະຈໍາລາວ ໃນ ເດືອນ ທັນວາ ປີ 2012 ຜ່ານມາ ການສະແດງ ອອກທາງ ການເມືອງ ຂອງ ບັນດາ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ກໍມີ ຫນ້ອຍລົງ. ຫລາຍຄົນ ມີຄວາມ ຢ້ານກົວ ໃນ ເວລາ ໂອ້ລົມ ກັນ ທາງ ໂທຣະສັບ ແລະ ທາງ ອີເມລ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard