ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກມຂີ້ຕົວະຂອງທາງການລາວ ຕ້ອງ ຍຸຕິ ລົງ
Anonymous

Date:
ເກມຂີ້ຕົວະຂອງທາງການລາວ ຕ້ອງ ຍຸຕິ ລົງ
Permalink   
 


ເກມຂີ້ຕົວະຂອງທາງການລາວ ຕ້ອງ ຍຸຕິ ລົງ

ທ່ານ Charles Santiago LTMS ສະມາຊິກ ຣັຖສະພາ ມາເລເຊັຽ ທັງເປັນ ຮອງ ປະທານ ບັນດາ ສະມາຊິກ ຣັຖສະພາ ອາຊຽນ ເພື່ອ ສິດທິມະນຸດ ຫລື APHR ກ່າວວ່າ ທາງການ ລາວ ໄດ້ຕັ້ງ ຝາປະທາຍ ຂອງຄວາມ ມິດງຽບ ເຣື່ອງ ການສືບສວນ ຫາຕົວ ທ່ານ ສົມບັດ ສົມພອນ ແລະ ໄດ້ສລຸບ ແບບ ສລາດ ວ່າ ໃນຕົວຈິງ ແລ້ວ ບໍ່ມີການ ສືບສວນ ສອບສວນ ໃດໆເລີຍ. ຄວາມແຂງ ກະດ້າງ ອັນນີ້ ເປັນ ສ່ວນໜຶ່ງ ຂອງ ການປົກປິດ ເຈົ້າໜ້າທີ່ ຣັດ ທີ່ ມີສ່ວນ ໃນການ ລັກພາ ຕົວ ທ່ານ ສົມບັດ.

ພວກທ່ານ ຖືວ່າ ທ່ານ ສົມບັດ ສົມພອນ ເປັນພົລເມືອງ ຂອງ ອາຊຽນ ແຕ່ບໍ່ໄດ້ ເປັນພຽງ ພົລເມືອງ ຂອງ ປະເທດລາວ ເທົ່ານັ້ນ ພວກ ທ່ານ ຈຶ່ງ ມີສິດ ແລະ ພັລທະ ທີ່ ຈະຊ່ວຍ ຊອກຮູ້ວ່າ ມີຫຍັງ ເກີດຂຶ້ນ ກັບ ທ່ານ ສົມບັດ. ແລະວ່າ ການຫລິ້ນເກມ ແບບ ໂຈ່ງແຈ້ງ ການ ປະຕິເສດ ການ ຊ່ວຍເຫລືອ ການເວົ້າຕົວະ ແລະ ໃຫ້ຄຳຕອບ ແບບ ທ້າທາຍ ຂອງ ທາງການ ລາວ ເມື່ອຖາມ ເຖິງຂໍ້ມູລ ການສືບ ສວນ ສອບສວນ ນັ້ນ ເປັນເຣື່ອງທີ່ ໜ້າເບື່ອໜ່າຍ ແລະ ສົ່ງຜົລ ສະທ້ອນ ບໍ່ດີ ບໍ່ພຽງແຕ່ ຕໍ່ ສປປລາວ ຫາກ ຕໍ່ອາຊຽນ ທັງໝົດ.

ບັນດາ ຜູ້ແທນ APHR ໄດ້ເດີນທາງ ໄປລາວ ຣະຫວ່າງ ວັນທີ 15 ຫາ 20 ກັນຍາ ນີ້ ສ່ວນໜຶ່ງ ກໍເພື່ອ ສແວງຫາ ຄວາມຈິງ ແລະ ຕິດຕາມ ເຣື່ອງ ການສືບສວນ ຫາບ່ອນຢູ່ ຂອງ ທ່ານ ສົມບັດ. ໃນ ຣະຫວ່າງ ການ ຢ້ຽມຢາມ ນັ້ນ ທາງຄນະ ໄດ້ພົບປະ ກັບ ບັນດາ ຜູ້ຕາງໜ້າ ຣັຖບານ ລາວ ສະພາ ແຫ່ງຊາດ ແລະ ກະຊວງ ການ ຕ່າງປະເທດ ຮວມທັງ ທ່ານ ພູກົງ ສີສຸລາດ ຊຶ່ງ ເປັນທັງຜູ້ ຕາງໜ້າ ລາວ ປະຈຳ ຄນະກັມການ ສິດທິມະນຸດ ຣະຫວ່າງ ຣັຖບານ ປະເທດ ອາຊຽນ ຫລື AICHR.

ໃນການ ເດີນທາງ ໄປລາວ ເທື່ອນີ້ ທາງ AICHR ຜິດຫວັງ ຫລາຍ ທີ່ສຸດ ຢູ່ຄືເກົ່າ ຄືຄວາມ ພຍາຍາມ ຂອງ ທາງການ ລາວ ທີ່ ບໍ່ໃຫ້ ມີການ ເວົ້າເຖິງ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

image



__________________
Anonymous

Date:
Permalink   
 

ພວກນີ້ ຖ່ວງດຶງຄວາມຈະເຮີນຂອງອາຊຽນ,

ສົມຄວນໄຮ່ ອອກຈາກ  ກຸ້ມອາຊຽນ ປ່ອຍໃຫ້ເຂົາຢູ່ແບບເກົາຫຼີເໜືອ

ນັ້ນດີແລ້ວລະ

04.jpg



Attachments
__________________
Anonymous

Date:
Permalink   
 

1975014_846201975431905_7316030744128521447_n.jpg?oh=a1389d33ba90d78db1ca06e98c0b7093&oe=54D0A664&__gda__=1421803309_b09fa5e38f748ca3712970dce89d1048

ຂີ້ຕົວະ, ຫລອກລໍ້, ຂໍເງີນຊ່ວຍເຫລືອຈາກຕ່າງປະເທດ

ກຸ້ມສະມາຄົມອາຊຽນ ເຂົາເຫັນແລ້ວ ເບື່ອໜ່າຍ ປະເທດ ຄອມມູນິດ ສປປລາວ

ບໍ່ພາກັນສ້າງສາ,ມີແຕ່ພາກັນໂກງກິນ,ແຕ່ຂັນເທິງລົງຫາລຸ່ມ



__________________
Anonymous

Date:
Permalink   
 

ຫຼຽວ​ເຫັນ​ໜ້າ​ພວກ​ເວນ​ຫ້າ​ໂຕ​ນິ​ເປັນ​ຕາ​ເຕະ​ທີ່​ສຸດ​ຖ້າ​ຫາກວ່າ​ໃຜ​ເຫັນ​ກະ​ຣຸ​ນາ

ກະ​ທື້ບ​ພວກ​ມັນ​ແດ່​ເດີ້​ຢ່າ​ປ​ອ່ຍ​ໃຫ້​ພວກ​ມັນ​ລອຍນວນ​ພວກ​ສັນ​ດານ​ໝາ​ໂກງ​ບ້ານ​ກິນ​ເມືອງ



__________________


Newbie

Status: Offline
Posts: 3
Date:
Permalink   
 

ນີ້ມັນບໍ່ແມ່ນຄອມມູນິດສ້າງຊາດ ແຕ່ຫາກແມ່ນຄອມມູນິດລົບລ້າງຊາດເຊື້ອເຜົ່າພົງພັນລາວ ສະແຕກບໍ່ອັບຕັບບໍ່ຮີ່ ພວກເວນຫລາຍຮ້ອຍນີ້ຄວນຖືກແຂວນຄໍປະຈານ
ໃຫ້ຊາວໂລກຮູ້ ວ່າມັນເຖື່ອນຊ່ຳໃດ
ຢູ່ໃນຄຸກສະຫນຸກຄິດ ແຕ່ຕິດຂີ້ຫີດລາວແດງສະໜຸກເກາ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard