ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງງານແປ້ງມັນຕົ້ນລາວອິນໂດໄຊນາ
Anonymous

Date:
ໂຮງງານແປ້ງມັນຕົ້ນລາວອິນໂດໄຊນາ
Permalink   
 


ໂຮງງານແປ້ງມັນຕົ້ນລາວອິນໂດໄຊນາ ສົ່ງກີ່ນເໝັ່ນຮຸນແຮງໃຜ

ຈະເປັນຜູ້ຮັບຜິດຊອບ, ກົມສິ່ງແວດລ້ອມກວດກາດ່ວນ

10710976_847101171988223_8534113076616884388_n.jpg?oh=24b43d9e49ecc049c114a782f959713f&oe=54C0BB33&__gda__=1421392111_85b60dd40cf8503a96a415a1f3610567

 

ພາຍຫລັງທີ່ໂຮງງານຜະລິດແປ້ງມັນຕົ້ນລາວອິນໂດໄຊນາທີ່ຕັ້ງຢູ່ບ້ານນາຊອນເມືອງປາກງື່ມ ນະຄອນຫລວງວຽງ ຈັນ ໄດ້ຜະເຊີນວິກິດທາງດ້ານການເງິນຢ່າງໜັກໜ່ວງນັບແຕ່ທ້າຍປີ 2013 ເປັນຕົ້ນມາຈຶ່ງເຮັດໃຫ້ເຈົ້າຂອງໂຮງງານຕັດສີນໃຈຢຸດຕິ ການເຄື່ອນໄຫວພາຍໃນໂຮງງານຕັ້ງແຕ່ນັ້ນມາ, ແຕ່ປັດ ຈຸບັນອ່າງເກັບນ້ຳເປື້ອນພາຍໃນໂຮງງານຍັງສົ່ງກິນເໝັນຮຸນແຮງສ້າງຄວາມເດືອນຮ້ອນໃຫ້ກັບປະຊາຊົນອາໄສຢູ່ໃກ້ຄຽງ ແລະ ຜູ້ຜ່ານໄປມາບໍລິເວນເສັ້ນ ທາງດັ່ງກ່າວ ແລະ ແມ່ນໃຜຈະ ເປັນຜູ້ ຮັບຜິດຊອບແກ້ໄຂ.
ທ່ານ ແຊວ ນາຍບ້ານນາທາມ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຄວາມຈິງແລ້ວສະພາບກິ່ນເໝັນຈາກໂຮງງານແຫ່ງນີ້, ແມ່ນເກີດມີນັບແຕ່ໂຮງງານເລີ່ມການຜະລິດແປ້ງ ແລະ ທັງມີນ້ຳເປື້ອນໄຫລອອກ ຈາກໂຮງງານລົງສູ່ຫ້ວຍນ້ຳສຳ ຄັນຫລາຍສາຍອັນກໍໃຫ້ເກີດມີສະພາບປາໃນໜອງນ້ຳທຳມະຊາດຕາຍເປັນຈຳນວນຫລາຍ,ຫລັງຈາກນັ້ນ, ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງໄດ້ ສະເໜີຕໍ່ອຳນາດການປົກຄອງເມືອງ, ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງລົງຊຸກຍູ້ໃຫ້ເຈົ້າຂອງໂຮງງານມີ ຄວາມຮັບຜິດ ຊອບຕໍ່ສະພາບເກີດຂຶ້ນ ແລະ ປັບປຸງລະບົບອ່າງເກັບນ້ຳເປືອນໃຫ້ມີມາດຕະຖານດີກ່ອນປ່ອຍລົງສູ່ຫ້ວຍນ້ຳທຳມະຊາດໄດ້, ຊຶ່ງບໍລິສັດກໍໄດ້ລົງທຶນປັບປຸງລະ ບົບອ່າງເກັບນ້ຳຄືນໃໝ່ ແລະ ປາກົດວ່າເບື້ອງຕົ້ນສະພາບກິ່ນເໝັນ ແລະ ບັນຫານ້ຳເປືອນໄດ້ຫລຸດ ຜ່ອນລົງ, ແຕ່ຕົກມາຮອດປີ 2013 ຈົນເຖິງປັດຈຸບັນ, ປາກົດວ່າໂຮງງານໄດ້ຢຸດຕິການເຄື່ອນໄຫວຈຶ່ງເຮັດໃຫ້ເກີດມີສະພາບນ້ຳເປື້ອນໃນອ່າງບຳບັດຂາດການຄວບຄຸມແລ້ວສົ່ງກິນເໝັນຮຸນແຮງຄືດັ່ງກ່າວ ແລະ ຕໍ່ບັນຫານີ້ຜ່ານມາອຳນາດການປົກຄອງບ້ານ ແລະ ບ້ານໃກ້ຄຽງກໍເຄີຍສະເໜີຫາອຳນາດການປົກຄອງຂັ້ນເມືອງ, ນະຄອນຫລວງ ແລະ ປະຊຸມຮ່ວມກັນ ຫລາຍຄັ້ງເພື່ອຫາວິທີແກ້ໄຂບັນ ຫາດັ່ງກ່າວ, ແຕ່ປະກົດວ່າບໍ່ມີຄວາມຄືບໜ້າແນວໃດ ແລະ ຕໍ່ ບັນຫານີ້ແມ່ນໃຜຈະເປັນຜູ້ຮັບ ຜິດຊອບ ແລະ ເບື້ອງອຳນາດການປົກຄອງກໍຕ້ອງເປັຍເຈົ້າການ ແລະ ມີມາດຕະການ ເດັດຂາດຕໍ່ຜູ້ລະເມີດຈຶ່ງຈະເຮັດໃຫ້ ສະພາບດັ່ງກ່າວລະງັບລົງໄດ້.

-------------------------------------------------------------------------

ຢ່າລືມເຊີນທ່ານປະທານສະພາໄປຮັບຜິດຊອບນຳແດ່ເດີ້ ເພາະຕອນເກີດວິກິດປາຕາຍຢູ່ແມ່ນ້ຳຂ້າງໂຮງງານເມື່ອກ່ອນ

ເຈົ້າຂອງໂຮງງານເຊີນປະທານສະພາໄປຢ້ຽມຢາມເພື່ອຢັ້ງຢືນວ່າມີການແກ້ໄຂແລ້ວ ,ເຫັນຖ່າຍທອດອອກໂທລະພາບ

ເພື່ອຮັບປະກນວ່າຈະບໍ່ເກີດເຫດການດັ່ງກ່າວຂຶ້ນອີກ (ປະທານສະພາຄົນປັດຈຸບັນນີ້ແຫລະ)



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard