ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອິນເຕີເນັດ 3G 4G ຂອງປະເທດເຮົາ
Anonymous

Date:
ອິນເຕີເນັດ 3G 4G ຂອງປະເທດເຮົາ
Permalink   
 


10521961_847650618599945_5335482809622940376_n.jpg?oh=38d3a4529d7c91c17e280dd13feda8f8&oe=54BEECE1&__gda__=1421497689_a419b8e8c69f7025a7222dae37b23c28

ສຽງຈົ່ມຈາກ ປະຊາຊົນ ເກືອບວ່າເປັນໝົດທຸກເຄື່ອຂ່າຍ ສຳລັບຜູ້ໃຫ້ບໍລິການ ອິນເຕີເນັດ 3G 4G ຂອງບ້ານເຮົາ ທີ່ປະຊາຊົນຈົ່ມວ່າ, ບາງເຂດກະໄວ, ບາງເຂດກະຊ້າຄືເຕົ່າ, ບາງບ່ອນບໍ່ໃຫ້ເວົ້າ ເນົ່າສຸດບໍ່ເໜັງເລີຍ. ບາງຄົນບອກວ່າ ລົງທະບຽນຈ່າຍເປັນລາຍເດືອນ ນັ່ງເຝົ້າໃຫ້ ສັນຍານເນັດ ເຄື່ອນກະທັງຍາກ. ຈັ່ງແມ່ນລຳບາກແທ້ ການຍົກລະດັບຄຸນນະພາບ ສັນຍານອິນເຕີເນັດ ຂອງບ້ານເຮົາ.

ບາງຄົນເຮັດທຸລະກິດ ໂຮງແຮມບ້ານພັກ, ໂດຍສະເພາະຢູ່ເມືອງທີ່ມີການທ່ອງທ່ຽວ ເຊັນຫຼວງພະບາງ, ວັງວຽງ, ປາກເຊ. ຈ່າຍຄ່າອິນເຕີເນັດ ເປັນລາຍປີ, ສັນຍາ ກໍ່ມາແບບມາໆຂາດໆ ບາງຄັ້ງ ຟ້າລົມພັດໂບຍບິນມາ ກໍ່ຫາຍຈ້ອຍ. ບາງເຄືອຂ່າຍ ສັນຍານມາແຮງຕອນ 12 ໂມງກາງຄືນ, ແມ່ນຜູ້ໃດຊິໄປຫຼິ້ນຕອນນັ້ນ.

ນີ້ຄືບັນຫາ ຂອງການພັດທະນາ,ເມື່ອຈ່າຍເງິນໄປແລ້ວ ລູກຄ້າ ກໍ່ຫວັງຈະໄດ້ຮັບການບໍລິການ ຫຼື ນຳໃຊ້ອິນເຕີເນັດ ຕາມການໂຄສະນາ ຂອງບໍລິສັດ ທີ່ສະໜອງອິນເຕີເນັດ, ແຕ່ມັນບໍ່ເປັນດັ່ງທີ່ໂຄສະນາເອົາໄວ້. ທາງພາກສ່ວນກ່ຽວຂ້ອງ ໂດຍສະເພາະ ໜ່ວຍງານຄຸ້ມຄອງຜູ້ບໍລິໂພກ ແລະ ຄຸ້ມຄອງ ການໂຄສະນາເກີນຄວາມຈິງຂອງການບໍລິການ ແລະ ສິນຄ້າ, ຄວນລົງກວດສອບ ແລະ ເຮັດການສຳຫຼວດ ຕົວຈິງວ່າ ເປັນແນວໃດກັນແທ້. ເພາະຖ້າ ປະຊາຊົນຈົ່ມດ້າມສອງສາມຄົນ ກໍ່ຍັງໄຄ, ອັນນີ້ຈົ່ມກັນທົ່ວປະເທດ.

ເພາະການສື່ສານມັນຈຳເປັນ ແລະ ບາງຫົວໜ່ວຍທຸລະກິດ ຕ້ອງບອກໄດ້ວ່າ ຂາດອິນເຕີເນັດບໍ່ໄດ້. ການຍົກລະດັບ ແລະ ແກ້ໄຂ ຂອດປະສານງານ ເຮັດໃຫ້ ສັນຍານອິນເຕີເນັດບ້ານເຮົາ ມີຄວາມສະຖຽນ ແລະ ສົມກັບເງິນທີ່ຈ່າຍໄປ ຖືວ່າສຳຄັນ. ອີກເທື່ອໜຶ່ງ, ອ້ອນວອນໃຫ້ພາກສ່ວນກ່ຽວຂ້ອງ ບັງຄັບໃຊ້ກົດໝາຍ ແລະ ໃຫ້ຜູ້ສະໜອງສັນຍານອິນເຕີເນັດ ປັບປຸງ ແລະ ແກ້ໄຂ ເນັດຊ້າ, ເນັດລຸດ ໄດ້ກ່ອນທີ່ຈະເຂົ້າ AEC ນີ້ແດ່ທ້ອນ.



__________________
Anonymous

Date:
Permalink   
 

ເສຍໃຈນຳເດີ້ ພີ່ນ້ອງລາວໃນ ທີ່ຖືກພວກນາຍທືນຕ່າງຊາດ

ລົມຫົວກັນກັບພັດລັດ ລອກຕົ້ມປະຊາຊົນ ໃນການໃຊ້ 3G 4G 5G 6G

10157313_442839982528920_4030911131706762281_n.png19.jpg18.jpg



Attachments
__________________
Anonymous

Date:
Permalink   
 

ເຄືອຄ່າຍອິນເຕີເນັດລາວ ຢາກໄດ້ແຕ່ເງິນ ສັນຍານໂຄດຫ່ວຍ

ບໍ່ອາຍປະເທດອື່ນເຂົາເຈົ້າບໍ?  ເຂົາໃຊ້ 2G ຍັງດີກວ່ານີ້ຕັ້ງຫລາຍເທົ້າ



__________________
Anonymous

Date:
Permalink   
 

wrote:

10521961_847650618599945_5335482809622940376_n.jpg?oh=38d3a4529d7c91c17e280dd13feda8f8&oe=54BEECE1&__gda__=1421497689_a419b8e8c69f7025a7222dae37b23c28

ສຽງຈົ່ມຈາກ ປະຊາຊົນ ເກືອບວ່າເປັນໝົດທຸກເຄື່ອຂ່າຍ ສຳລັບຜູ້ໃຫ້ບໍລິການ ອິນເຕີເນັດ 3G 4G ຂອງບ້ານເຮົາ ທີ່ປະຊາຊົນຈົ່ມວ່າ, ບາງເຂດກະໄວ, ບາງເຂດກະຊ້າຄືເຕົ່າ, ບາງບ່ອນບໍ່ໃຫ້ເວົ້າ ເນົ່າສຸດບໍ່ເໜັງເລີຍ. ບາງຄົນບອກວ່າ ລົງທະບຽນຈ່າຍເປັນລາຍເດືອນ ນັ່ງເຝົ້າໃຫ້ ສັນຍານເນັດ ເຄື່ອນກະທັງຍາກ. ຈັ່ງແມ່ນລຳບາກແທ້ ການຍົກລະດັບຄຸນນະພາບ ສັນຍານອິນເຕີເນັດ ຂອງບ້ານເຮົາ.

ບາງຄົນເຮັດທຸລະກິດ ໂຮງແຮມບ້ານພັກ, ໂດຍສະເພາະຢູ່ເມືອງທີ່ມີການທ່ອງທ່ຽວ ເຊັນຫຼວງພະບາງ, ວັງວຽງ, ປາກເຊ. ຈ່າຍຄ່າອິນເຕີເນັດ ເປັນລາຍປີ, ສັນຍາ ກໍ່ມາແບບມາໆຂາດໆ ບາງຄັ້ງ ຟ້າລົມພັດໂບຍບິນມາ ກໍ່ຫາຍຈ້ອຍ. ບາງເຄືອຂ່າຍ ສັນຍານມາແຮງຕອນ 12 ໂມງກາງຄືນ, ແມ່ນຜູ້ໃດຊິໄປຫຼິ້ນຕອນນັ້ນ.

ນີ້ຄືບັນຫາ ຂອງການພັດທະນາ,ເມື່ອຈ່າຍເງິນໄປແລ້ວ ລູກຄ້າ ກໍ່ຫວັງຈະໄດ້ຮັບການບໍລິການ ຫຼື ນຳໃຊ້ອິນເຕີເນັດ ຕາມການໂຄສະນາ ຂອງບໍລິສັດ ທີ່ສະໜອງອິນເຕີເນັດ, ແຕ່ມັນບໍ່ເປັນດັ່ງທີ່ໂຄສະນາເອົາໄວ້. ທາງພາກສ່ວນກ່ຽວຂ້ອງ ໂດຍສະເພາະ ໜ່ວຍງານຄຸ້ມຄອງຜູ້ບໍລິໂພກ ແລະ ຄຸ້ມຄອງ ການໂຄສະນາເກີນຄວາມຈິງຂອງການບໍລິການ ແລະ ສິນຄ້າ, ຄວນລົງກວດສອບ ແລະ ເຮັດການສຳຫຼວດ ຕົວຈິງວ່າ ເປັນແນວໃດກັນແທ້. ເພາະຖ້າ ປະຊາຊົນຈົ່ມດ້າມສອງສາມຄົນ ກໍ່ຍັງໄຄ, ອັນນີ້ຈົ່ມກັນທົ່ວປະເທດ.

ເພາະການສື່ສານມັນຈຳເປັນ ແລະ ບາງຫົວໜ່ວຍທຸລະກິດ ຕ້ອງບອກໄດ້ວ່າ ຂາດອິນເຕີເນັດບໍ່ໄດ້. ການຍົກລະດັບ ແລະ ແກ້ໄຂ ຂອດປະສານງານ ເຮັດໃຫ້ ສັນຍານອິນເຕີເນັດບ້ານເຮົາ ມີຄວາມສະຖຽນ ແລະ ສົມກັບເງິນທີ່ຈ່າຍໄປ ຖືວ່າສຳຄັນ. ອີກເທື່ອໜຶ່ງ, ອ້ອນວອນໃຫ້ພາກສ່ວນກ່ຽວຂ້ອງ ບັງຄັບໃຊ້ກົດໝາຍ ແລະ ໃຫ້ຜູ້ສະໜອງສັນຍານອິນເຕີເນັດ ປັບປຸງ ແລະ ແກ້ໄຂ ເນັດຊ້າ, ເນັດລຸດ ໄດ້ກ່ອນທີ່ຈະເຂົ້າ AEC ນີ້ແດ່ທ້ອນ.


 ເສຍແຮງຄົນໄທນຳມາເປັນເລື່ອງກ່າວໂຈມຕີຜູ້ນຳເຂົາວ່າ ສປປ.ລາວທີ່ມີຜູ້ນຳສະຫຼາດສ່ອງໃສ ລຳໜ້າໄທດ້ານ internet ໄປໄກ

ຫຼິບຫຼິວ.ແຕ່ແລ້ວກໍ່ເປັນເລື່ອງໜ້າອັບອາຍຕໍ່ບ້ານໄກ້ເຮືອນຄຽງອີກຕາມເຄີຍ.ຍາກທີ່ລາວຊຶ່ງມີຜູ້ນຳມັກໃຫ້ຄົນຍ້ອງວ່າ:

ສະຫຼາດສ່ອງໃສຮູ້ນຳລອບດ້ານແຕ່ໄຮ້ຜົນງານຕົວຈິງຈະລຳໜ້າປະເທດໄທໄດ້ໃນດ້ານສ້າງຄວາມກ້າວໜ້າແກ່ປະເທດຊາດ.

ແຕ່ເລື່ອງອື່ນເຊັ່ນຂາຍຊັບພະຍາກອນທຳມະຊາດ,ຍຶດດິນປະຊາຊົນ,ສຳປະທານປານໃຫ້ລ້າແກ່ນາຍທຶນຕ່າງດ້າວໂດຽສເພາະ

ແກ່ປະເທດອ້າຍນ້ອງທີ່ບໍ່ເຂົ້າໃຈພາສາກັນແມ່ນເພິ່ນສະຫຼາດແທ້.ແຕ່ປະຊາຊົນບໍ່ເຕັມໃຈພໍຈະຍ້ອງໄດ້ເລີຍ.



__________________
Anonymous

Date:
Permalink   
 

3G ປອມ ແບບນີ້ ລັດຖະບານຄືບໍ່ຈັດການຫຍັງແດ່
3G ແທ້ໆ ຕ້ອງປ່ອຍຄວາມໄວຢ່າງຕໍ່າແມ່ນ 7.2MB
ອັນນີ້ວ່າຊັ້ນ ປ່ອຍມາແຕ່2MB 
ເຊົາຕົວະຜູ້ບໍລິໂພກໄດ້ແລ້ວ ຖ້າພວກທ່ານບໍ່ສາມາດໃຫ້ບໍລິການ 3G ໄດ້ແທ້ຈິງ ຄວນກັບໄປໃຊ້ 2G ກະໄດ້
ບອກຊາວໂລກວ່າ 3G ລາວ ຂອງປອມ ເຊົາໃຊ້ຊະເດີ

Untitled.jpg06B.jpg



Attachments
__________________
Anonymous

Date:
Permalink   
 

3G 4G ີແຕ່ເອີ້ນຊື່ເອົາ ດ້ານຂີດຄວາມສາມາດແມ່ນບໍ່ເຖີງ

ບໍ່ຕ່າງຫຍັງກັບ ເພີ່ນເລື່ອນຊັ້ນການສືກສາໃຫ້ພວກຮຽນມາແຕ່ອະດີດ CCCP ັ້ນນແຫລະ

ຈົບວິຊາຊີບຊັ້ນກາງ ຍົກຂື້ນໃຫ້ຕຣີ, ຈົບຕຣີ ຍົກຂື້ນໃຫ້ໂທ, ຈົບໂທ ຍົກຂື້ນໃຫ້ເອກ

ແລ້ວກໍ່ມາເບັ່ງກ້າມ ເປັນຝີໃສ່ຂີ້ແຮ້ ຕິດຫອນໃສ່ດັງ ອວດລູກນ້ອງ ແຕ່ທາດແທ້ເຮັດຫຍັງກໍ່ບໍ່ເປັນ

ໃຫ້ແຕ່ລູກນ້ອງເຮັດ ແລ້ວອ້າງວ່າຜົນງານໂຕ. ບາງຄັ້ງກໍ່ເວົ້າຮະຮາມ ສາມສີ່ ບໍ່ເຂົ້າປະເດັນແລ້ວໃ

ຊ້ອຳນາດບັງຄັບໃຫ້ຄົນອື່ນຕ້ອງຍອມເຮັດຕາມ, ພວກຄົນຕ່າງປະເທດເຂົາເຫັນ ຫລືມາເຮັດວຽກນຳ

ເຂົາກໍ່ຫົວຂວັນຈົນໄສ້ຊິຂາດ ນຳພວກ Master, PhD ຈອມປອມ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard