ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂເມນ-ລາວຮ່ວມປະທ້ວງຂັບໄລ່ ວຽດນາມ
Anonymous

Date:
ຂເມນ-ລາວຮ່ວມປະທ້ວງຂັບໄລ່ ວຽດນາມ
Permalink   
 


ຂເມນ-ລາວຮ່ວມປະທ້ວງຂັບໄລ່ ວຽດນາມ

139171b7-5b84-4024-878b-cb24e682da42.jpeg

 

ສະພາ ສິດທິ ມະນຸດຊົນ ຊາວລາວ ທີ່ ສະຫະຣັຖ ອະເມຣິກາ ແລະ ເຄືອຂ່າຍ ປະຊາຊົນ ຂເມນ ເພື່ອ ກໍາພູຊາ ຮ່ວມກັນ ຈັດການ ຊຸມນຸມ ປະທ້ວງ ຂຶ້ນຢູ່ ຕໍ່ໜ້າ ສະຖານທູດ ວຽດນາມ ໃນ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນ ວັນທີ 6 ຕຸລາ 2014 ເພື່ອ ທວງໃຫ້ ຄອມມິວນິສ ວຽດນາມ ຍຸຕິ ການຂາຍ ອານາເຂດ ຂອງຕົນ ໄປສູ່ 2 ປະເທສ ໃກ້ຄຽງ ຄື ລາວ ແລະ ກໍາພູຊາ ຍຸຕິ ການ ເຮັດໃຫ້ 2 ປະເທສ ນີ້  ເປັນເມືອງ ຂຶ້ນ ແບບໃໝ່ ຂອງຕົນ ແລະ ທວງໃຫ້ ຄອມມິວນິສ ວຽດນາມ ອອກໄປ ຈາກ ດິນແດນ ແຫ່ງນີ້ ດັ່ງ ຍານາງ ບຸນຈັນ ເສນທະວົງ ຄນະ ຈັດຕັ້ງ ການຊຸມນຸມ ປະທ້ວງ ແລະ ອາຈານ ກໍາເມືອນ ຈາກ ກໍາພູຊາ ກ່າວຕອນ ນຶ່ງວ່າ:

"ແກວ ຄອມມິວນິສ ຈົ່ງອອກ ຈາກ ປະເທດລາວ ແລະ ກໍາປູເຈັຽ ດຽວນີ້ ວຽດນາມ ອອກຈາກ ປະເທດ ລາວ ປະເທດ ກັມພູຊາ ດຽວນີ້".

ສໍາລັບ ທ່ານ ອະລິຍະພອນ ຈັນທະລາ ຊຶ່ງເປັນ ນຶ່ງ ໃນຂນະນໍາ ຂະບວນ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ຈາກຣັຖ Connecticut ກໍໄດ້ກ່າວ ເຖິງ ຄວາມໝາຍ ຂອງ ການ ປະທ້ວງ ແລະ ເຫດຜົລ ຂອງການ ມາເຂົ້າ ຮ່ວມ ນັ້ນວ່າ:

"ສໍາຄັນ ຢ່າງຍິ່ງ ຣັຖບານ ຄອມມິວນິສ ວຽດນາມ ເປັນຜູ້ ປົກຄອງ ປະເທດລາວ ປົກຄອງ ຣັຖບານ ລາວ ໃນຕອນນີ້ ກໍຖືວ່າ ເປັນມື້ ອັນດີ ທີ່ ຄວນຈະມາ ປຸກລຸກ ໃຫ້ ປະຊາຊົນ ລາວ ຫລາຍໆ ຣັຖ ໃນທົ່ວ ອະເມຣິກາ ກໍຄື ໃນ ທົ່ວໂລກ ໄດ້ຮັບຮູ້ ວ່າ ວຽດນາມ ແມ່ນ ຄອມມິວນິສ ບໍ່ດີ ແນວໃດ ພວກເຮົາ ຈຶ່ງຄ່ອຍ ມາເຮັດ ແບບນີ້".

ກ່ອນການ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ວຽດນາມ ກໍໄດ້ມີ ການຊຸມນຸມ ຢູ່ຕໍ່ໜ້າ ທໍານຽບຂາວ ຮຽກຮ້ອງ ໃຫ້ ຜູ້ນໍາ ສະຫະຣັຖ ອະເມຣິກາ ຊ່ວຍ ປະຊາຊົນ ລາວ ແລະ ກໍາພູຊາ ທີ່ ຕໍ່ສູ້ ຕ້ານການ ຄອບຄອງ ຂອງ ຄອມມິວນິສ ວຽດນາມ ແລະ ຢ້ານວ່າ ການຂຍາຍ ອານາເຂດ ຂອງ ຄອມມິວນິສ ວຽດນາມ ນັ້ນ ຈະແຜ່ລາມ ໄປທົ່ວ ຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້.

ຜູ້ເຂົ້າຮ່ວມ ທັງການ ປະທ້ວງ ຕໍ່ຕ້ານ ວຽດນາມ ແລະ ການຊຸມນຸມ ຮຽກຮ້ອງ ຜູ້ນໍາ ສະຫະຣັຖ ນາງນຶ່ງ ກ່າວເຖິງ ຄວາມຮູ້ສຶກ ຂອງຕົນວ່າ:

"ດີໃຈ ທີ່ ມີໂອກາດ ໄດ້ມາຮ່ວມ ຊຸມນຸມ ຕໍ່ຕ້ານ ວຽດນາມ ເໜືອ ທີ່ເຂົ້າມາ ລຸກລານ ເມືອງລາວ ເຮົາ ເຮົາກະ ບໍ່ມັກ ລະເຮົາໄດ້ ມາຮ່ວມ ກັບຂແມ ກໍດີໃຈ ໄດ້ປຸ້ມລຸມ ກັນ ທັງ 2 ປະເທດ ກໍບໍ່ມັກ ວຽດນາມ ມາ ລຸກລານ ເຮົາກໍຢ້ານ ເສັຽ ປະເທດເຮົາ ເພາະວ່າ ລາວ ກໍຕ້ອງ ເປັນຂອງ ລາວ ຂແມ ກໍຕ້ອງ ເປັນຂອງ ຂແມ ບໍ່ແມ່ນ ຂອງ ວຽດນາມ ພໍ່ແມ່ ພີ່ນ້ອງ ທຸກຄົນ ໄດ້ຟັງນີ້ລະ ກໍເອົາ ຈິດໃຈ ມາປຸ້ມລຸມ ຊ່ວຍກັນ".

ກ່ອນ ຈະມີການ ປະທ້ວງ ແລະ ການຊຸມນຸມ ຮຽກຮ້ອງ ທີ່ວ່າ ນັ້ນ 2 ອົງການ ຈັດຕັ້ງ ກໍໄດ້ຈັດ ກອງປະຊຸມ ຂຶ້ນຢູ່ ໃນຂົງເຂດ ນະຄອນ ຫລວງ ວໍຊິງຕັນ ດີຊີ 2 ວັນ ຄື ວັນທີ 4 ແລະ ວັນທີ 5 ຕຸລາ ເພື່ອຄົ້ນຄວ້າ ຫາ ຊ່ອງທາງ ແກ້ໄຂ ບັນຫາ ການຂຍາຍ ອານາເຂດ ຂອງ ຄອມມິວນິສ ວຽດນາມ ທີ່ເຮັດໃຫ້ ລາວ ແລະ ກໍາພູຊາ ເປັນເມືອງ ຂຶ້ນ ແບບໃໝ່ ເຂົາ.

ການປະທ້ວງ ແລະ ການ ຊຸມນຸມ ຮຽກຮ້ອງ ຄັ້ງນີ້ ມີຜູ້ ຕ່າງໜ້າ ຈາກ ຫລາຍ ອົງການ ຈັດຕັ້ງ ຂອງລາວ ແລະ ກໍາພູຊາ ທັງທີ່ຢູ່ ສະຫະຣັຖ ອາເມຣິກາ ແລະ ຈາກ ປະເທສ ອື່ນໆ.



__________________
Anonymous

Date:
Permalink   
 

557000011828901.JPEG557000011810102.JPEG



__________________
Anonymous

Date:
Permalink   
 

ໄລ່ຜິດຄົນແລ້ວ  

ໄປໄລ່ ຫັຍງເຂົາ



__________________
Anonymous

Date:
Permalink   
 

Anonymous wrote:

ໄລ່ຜິດຄົນແລ້ວ  

ໄປໄລ່ ຫັຍງເຂົາ


 ໄລ່ຄົນຖືກຕ້ອງ 11 ມັງກອນຫາງກຸດ ແມ່ນບໍ?ທີ່ເຈົ້າຢາກເວົ້າ?



__________________


Newbie

Status: Offline
Posts: 3
Date:
Permalink   
 

อะนุยาดพิมไทยเด้อ
กานขับไล่แบบนี้ จักมื้อใดชิเหันผน พวกท่านบ่มีขะบวนต่อต้านเปันหลักแหล่ง ในปะเทดลาว หลือ อาดมีแต่เคื่อนไหวบอกเล่าเป่าหู
พวกข้าน้อยลาวในชิเฮัดหยังได้ ความแค้นกะมีคือกัน หันหน้าไปใสกะมีแต่พวกสันละเสีนลาวแดง ลัดถะบานลิงแขงแก่งหลายพวกมันเว้า พะนักงานหลายคนกะมีแต่เว้าว่าบ่มักลัดถะบานแบบนี้ แต่ชิเฮัดแนวใดได้ แนวอยู่ก้องขี้แล้เขา........ขัดขืนแด่กะถืกจับไปงมหอย.......

__________________
Overseas Man

Date:
Permalink   
 

ພວກບໍ່ມີວຽກເຮັດ ກໍ່ເລີຍພາກັນມາໂຮ ມາຮ້ອງພໍຮຽກຄວາມສົນໃຈຈາກ

ພວກຈັກະພັດ, ແຕ່ເຂົາກໍ່ຮອດບໍ່ສົນໃຈໄຍດີຫຍັງຊ້ຳ ຫນ້າສົງສານ.

ເຮັດແບບນີ້ບໍອັນເພີ່ນພາກັນອ້າປາກໂອ້ອວດວ່າຕໍ່ສູ້ ຂົນຫນ້າແຂ່ງເຂົາ

ຮອດບໍ່ຫລົ່ນພໍເຄີ່ງເສັ້ນຊ້ຳ

 



__________________
Anonymous

Date:
Permalink   
 

Overseas Man wrote:

ພວກບໍ່ມີວຽກເຮັດ ກໍ່ເລີຍພາກັນມາໂຮ ມາຮ້ອງພໍຮຽກຄວາມສົນໃຈຈາກ

ພວກຈັກະພັດ, ແຕ່ເຂົາກໍ່ຮອດບໍ່ສົນໃຈໄຍດີຫຍັງຊ້ຳ ຫນ້າສົງສານ.

ເຮັດແບບນີ້ບໍອັນເພີ່ນພາກັນອ້າປາກໂອ້ອວດວ່າຕໍ່ສູ້ ຂົນຫນ້າແຂ່ງເຂົາ

ຮອດບໍ່ຫລົ່ນພໍເຄີ່ງເສັ້ນຊ້ຳ

 


 ສຳຫຼັບມືງອາດຈະບໍ່ໄດ້ຍີນບັກ Overseas Man ເພາະຫູຂອງມືງມັນໜວກແລະຕາກໍ່ບອດ

ສະນັ້ນມັນຈື່ງບໍ່ຮັບຊາບກັບສີ່ງທີ່ເກີດຂື້ນໃໝ່ໆ ເປັນຫັຍງຄວາມຄິດຂອງມືງຄືມາດ້ານຊາເອົາແທ້

ການປະທ້ວງທຸກໆຄັ້ງແມ່ນປະສົບຜົນສຳເລັດຢູ່ບໍ່ໜ້ອຍທີ່ພວກສາກົນເຂົາຮັບຮູ້ຈົນຣັຖະບານຄອມມຸຍນິດ

ລາວແດງສັ່ນສະເຖືອນແລະຖືກຕັກເຕືອນຈາກສະພາສາກົນຫຼາຍໆດ້ານພ້ອມທັງປະເທດຜູ້ໃຫ້ການອູ້ມຊູຊ່ວຍ

ເຫຼືອທາງການເງີນແລະອື່ນໆ ຈົນປະເທດເຫຼົ່ານັ້ນໄດ້ຕັດການຊ່ວຍເຫຼືອອອກຢ່າງຊີ້ນເຊີງ ຈຶ່ງມີຜົນກະທົບກັບການ

ຂາດເງີນງົບປະມານແຫ່ງຊາດເຮັດໃຫ້ທຸກຢ່າງເກີດຄວາມອ່ອນເພັຽເປັນອຳມະພາດທາງເສດຖະກິດເຮັດໃຫ້ພະນັກງານ

ລັດຖະກອນບໍ່ໄດ້ຮັບເງີນເດືອນຕາມມາຕຣາສ່ວນຄວນທີ່ຈະໄດ້ ຊ້ຳບໍ່ໜຳພັກລັດຂາດເງີນໃນທະນາຄານຈື່ງໄດ້ປ່ຽນດຳລັດຕັດເງີນອຸດໜູນແລະການເບີກຈ່າຍເງີນເດືອນກໍ່

ເປັນເງີນໄຕຣມາດໃຫ້ພະນັກງານທະຫານ,ຕຳຣວດ,ຣັຖະກອນບັນຫານີ້ບໍ່ອາຍປະເທດໃກ້ຄຽງເຂົາບໍ?ມາຊົ່ວເອົາແທ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard