ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເອກະຊົນສຳປະທານເດີນທາດຫຼວງ, ຫຼວງພະບາງ 30 ປີ
Anonymous

Date:
ເອກະຊົນສຳປະທານເດີນທາດຫຼວງ, ຫຼວງພະບາງ 30 ປີ
Permalink   
 


ເອກະຊົນສຳປະທານເດີນທາດຫຼວງ, ຫຼວງພະບາງ 30 ປີ

10641082_860334827331524_2126387143422662512_n.jpg?oh=050e43911f64d972fca152f4fb28ffdf&oe=54EBBED7

 

ບໍລິສັດດວງປະເສີດເຊັນສັນຍາສໍາປະທານເດີ່ນທາດຫລວງ 30 ປີ ສ້າງເປັນສວນສາທາລະນະ
ບໍລິສັດດວງປະເສີດກໍ່ສ້າງຂົວທາງຈໍາກັດໄດ້ເຊັນສັນຍາສໍາປະທານທີ່ດິນຂອງລັດເດີ່ນທາດຫລວງ ຢູ່ບ້ານທາດຫລວງເມືອງຫລວງພະບາງ ແຂວງຫລວງພະບາງເພື່ອພັດທະນາເປັນສວນ ສາທາລະນະຮັບໃຊ້ ກິດຈະກໍາຕ່າງໆຂອງເມືອງຫລວງພະບາງ ຄາດໃຊ້ເວລາກໍ່ສ້າງ 2 ປີໃຫ້ສໍາເລັດ, ມູນຄ່າການກໍ່ສ້າງທັງ ຫມົດ 3 ລ້ານໂດລາສະຫະລັດ, ໄລຍະສໍາປະທານແມ່ນ 30 ປີ.

ທ່ານ ນາງ ສີລິພອນ ສຸພັນທອງ ຮອງຫົວຫນ້າແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ໄດ້ໃຫ້ຮູູ້ວ່າ: ແນ່ໃສ່ແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງຫລວງພະບາງເພື່ອຮອງຮັບ ແລະ ສ້າງສິ່ງອໍານວຍຄວາມສະດວກໃນການບໍລິການໃຫ້ແກ່ສັງຄົມກໍຄືຂະແຫນງການທ່ອງທ່ຽວ ແລະ ເພື່ອເປັນການພັດທະນາທີ່ດິນຂອງລັດກໍຄື ເດີ່ນທາດ ຫລວງໃຫ້ເກີດປະໂຫຍດສູງສຸດ ສະນັ້ນທາງ ພະແນກແຜນການ ແລະ ການລົງທຶນແຂວງຫລວງພະບາງຈິ່ງໄດ້ໃຫ້ບໍລິສັດດວງປະເສີດເຊັນສັນຍາ ສໍາປະທານເປັນເວລາ 30 ປີ ນັບແຕ່ວັນທີ 6 ຕຸລາ 2014 ຫາ ວັນທີ 5 ຕຸລາ 2044, ມີເນື້ອທີ່ທັງຫມົດ 48.620 ຕາແມັດ, ລວມມູນຄ່າການລົງທຶນແມ່ນ 3 ລ້ານໂດລາສະຫະລັດ, ເປັນການລົງທຶນພາຍໃນ 100%, ເມື່ອສ້າງສໍາເລັດຈະກາຍເປັນສະຖານທີ່ຮອງຮັບການວາງສະແດງສິລະປະວັດທະນະທໍາລາວ, ຮ້ານອາ ຫານ, ບ່ອນຈັດງານລ້ຽງຕ່າງໆ, ຕະຫລາດກາງຄືນ, ສວນສາທາລະນະ, ມີສວນຫຍ້າ, ແລະ ຜາມໄຊເພື່ອຈັດກິດຈະກໍາຕ່າງໆ ເຊິ່ງຄ່າສໍາປະທານທຸກໆ 5 ປີໃດຈະເພີ່ມຂື້ນ 5% ລວມ 30 ປີ ຜູ້ລົງທຶນຈະໄດ້ຈ່າຍໃຫ້ທາງແຂວງແມ່ນ 447.650 ໂດລາສະຫະລັດຕໍ່ປີ, ພ້ອມນັ້ນຍັງຈະໄດ້ສະຫນັບສະ ຫນູນທາງພາກລັດກ່ຽວກັບການຈັດງານບຸນຕ່າງໆເປັນຕົ້ນແມ່ນບຸນປີໃຫມ່ລາວ, ບຸນຊ່ວງເຮືອປະຈໍາປີ ແລະ ບຸນອອກພັນສາ ທາງຜູ້ລົງທຶນຈະໄດ້ຈ່າຍແມ່ນ 740 ລ້ານກີບຕໍ່ປີ (ເງີນຈໍານວນດັ່ງກ່າວແມ່ນ ຈະມອບກ່ອນງານບຸນຢ່າງນ້ອຍ 15 ວັນ) ພ້ອມນັ້ນຍັງມີນະໂຍບາຍການລົງທຶນຍົກເວັ້ນອາກອນ ກໍາໄລເປັນເວລາ 2 ປີ.

ພິທີເຊັນສັນຍາແມ່ນໄດ້ຈັດຂື້ນໃນ ວັນທີ 6 ຕຸລາ 2014 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງໂຮງແຮມ ຫລວງພະບາງວີວຕາງຫນ້າຝ່າຍອໍານາດການປົກຄອງແຂວງເຊັນແມ່ນ ທ່ານ ນາງ ສີລິພອນ ສຸພັນທອງ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ກັບ ທ່ານ ບຸນທ່ຽງ ດວງປະເສີດ ປະທານບໍລິສັດດວງປະເສີດ ກໍ່ສ້າງຂົວທາງຈໍາກັດ, ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ດຣ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫລວງພະບາງ, ມີບັນດາຫົວ ຫນ້າພະແນກການທີ່ກ່ຽວຂ້ອງພ້ອມດ້ວຍນັກວິຊາການຂອງບໍລິສັດເຂົ້າຮ່ວມ.

 



__________________
Anonymous

Date:
Permalink   
 

ຕໍ່ໄປແມ່ນເດີ່ນທາດຫລວງວຽງຈັນ ໃຫ້ບໍຣິສັດເອກະຊົນມາປະມູນ ຈາກນັ້ນກໍ່ສົ່ງຕໍ່ໃຫ້ຈີນ

ມໍລະດົກຂອງບັນພະບູລຸດສ້າງໄວ້ບໍ່ມີຫຍັງເຫຼືອພວກທ່ານຖ້າເບິ່ງໂລດ....!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard