ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມບັນຫາສິດທິ ມະນຸດ ໃນລາວ
Anonymous

Date:
ກອງປະຊຸມບັນຫາສິດທິ ມະນຸດ ໃນລາວ
Permalink   
 


ກອງປະຊຸມບັນຫາສິດທິ ມະນຸດ ໃນລາວ

image

 

ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຈະຮ່ວມກັບ ອົງການ ຈັດຕັ້ງ ຕ່າງໆ ເປັນ ເຈົ້າພາບ ຈັດ ກອງປະຊຸມ ສາກົລ ຂຶ້ນ ຢູ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນວັນທີ 7 ພຶສຈິກາ 2014 ເພື່ອ ເຜີຍແພ່ ແລະ ວິຈັຍ ບັນຫາ ກ່ຽວກັບ ການ ຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ. ກອງປະຊຸມ ສາກົນ ດັ່ງກ່າວ ຄືການ ຮ່ວມມື ຂອງ ຜູ້ ປະສານງານ ສະຫະ ປະຊາຊາດ ແລະ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນກັບ ຣັຖບານ ຂອງ ລາວ. ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນ ລາວ ກ່າວ ເຖິງ ເປົ້າໝາຍ ຂອງ ກອງປະຊຸມ ນັ້ນວ່າ:

"ຈຸດປະສົງ ທີ່ ຈະເຊີນເອົາ ບັນດາ ນັກ ການທູດ ປະເທດ ຕ່າງໆ ປະຈຳລາວ ມາຮ່ວມ ກອງປະຊຸມ ນີ້ ເພື່ອ ຈະໄດ້ ມີການ ວິຈັຍ ບັນຫາ ການຣະເມີດ ສິດທິ ມະນຸດ ໃນລາວ ຊຶ່ງ ວ່າ ເປັນ ໂອ ກາດ ຂອງ ກອງປະຊຸມ ຫລວງ ຂອງ ສະຫະ ປະຊາຊາດ ດ້ານ ສິດທິ ມະນຸດ ກ່ຽວກັບ ລາວ ຊຶ່ງ ຈະຈັດຂຶ້ນ ໃນຕົ້ນ ປີ 2015 ທີ່ ເຈນີວາ ປະເທດ ສະວິດເຊີແລັນ".

ຫລັງຈາກ ກອງປະຊຸມ ໃນ ວັນທີ 8 ພຶສຈິກາ ອົງການ ຈັດຕັ້ງ ຕ່າງໆ ຂອງ ລາວ ອັນມີ: ສູນກາງ ລາວ ຮ່ວມ ພາຣະກິດ ຊາດ ທີ່ ສະຫະຣັຖ, ສະຫະພັນ ລາວ ເພື່ອ ປະຊາ ທິປະຕັຍ ແລະ ສິດທິ ມະນຸດ ທີ່ຣັຖ ມີນີໂຊຕາ, ສະຖາບັນ ທອງສຸກ ສາຍສັງຄີ ຈາກ ປະເທດ ເຢັຽຣະມັນ ຮ່ວມກັບ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ຊຶ່ງ ມີ ສາຂາ ຈາກ ນິວຊີແລັນ, ຝຣັ່ງເສດ, ເຢັຽຣະມັນ ແລະ ສະຫະຣັຖ ອະເມຣິກາ ກໍຈະຈັດຕັ້ງ ການຊຸມນຸມ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ແລະ ສສ ວຽດນາມ. ດຣ. ບຸນທອນ ກ່າວອີກວ່າ:

"ທັກທ້ວງ ຣັຖບານ ລາວ ຕໍ່ບັນຫາ ທັງໝົດ ທີ່ເກີດຂຶ້ນ ໂດຍສະເພາະ ບັນຫາ ປະເທດລາວ ທີ່ວ່າ ມີ ການປົກຄອງ ແບບ ຜະເດັດການ ທວງໃຫ້ ລາວ ປ່ຽນແປງ ໄປສູ່ ປະຊາ ທິປະຕັຍ ແລະ ໃຫ້ມີ ເອກຣາດ ຢ່າງແທ້ຈິງ ທວງ ໃຫ້ ວຽດນາມ ຍຸຕິ ຄອບຄອງລາວ ໃຫ້ ຍົກເລີກ ສັນຍາ ພິເສດ ລາວ-ວຽດນາມ ທີ່ເຊັນກັນ ໃນ ວັນທີ 18 ກໍຣະກະດາ 1977".

ໃນຕອນແລງ ຂອງ ມື້ດຽວກັນ ຊຸມຊົນ ຊາວລາວ, ສະມາຄົມ ຜູ້ ອາວຸໂສ ໃນ ຂົງເຂດ ນະຄອນ ຫລວງ ວໍຊິງຕັນ ດີຊີ ເປັນ ເຈົ້າພາບ ຈັດງານ ຣາຕຣີສະໂມສອນ ເພື່ອ ເປັນກຽດ ໃຫ້ແກ່ ຄນະຜູ້ແທນ ທີ່ ມາຈາກ ຕ່າງປະເທດ ແລະ ຈາກຣັຖ ຕ່າງໆ ໃນ ສະຫະຣັຖ.

ໃນຕອນເຊົ້າ ຂອງ ວັນທີ 9 ພຶສຈິກາ ກໍຈະມີ ຕັກບາດ, ຖວາຍ ສັງຄະທານ, ທຳບຸນ ເຖິງ ດວງວິນຍານ ຂອງ ບັນພະບຸຣຸດ ລາວ, ຕັ້ງ ແຕ່ ສົມເດັດ ພຣະເຈົ້າ ມະຫາ ຊີວິດ, ເອກ ອັຄມະເຫສີ, ຣາຊກຸມມານ ຕລອດ ເຖິງ ຂ້າຣາຊການ, ທະຫານ, ຕຳຣວດ ແລະ ປະຊາຊົນ ລາວ ທີ່ ໄດ້ ເສັຽຊີວິດ ຍ້ອນຖືກ ພວກ ຄອມມິວນິສ ປາບປາມ, ທໍຣະມານ ເປັນ ຈຳນວນ ຫລວງຫລາຍ ໃນ 40 ປີ ມານີ້.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard