ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຄວນປ່ອຍນັັກສຶກສາ 26 ຕຸລາ
Anonymous

Date:
ທາງການລາວຄວນປ່ອຍນັັກສຶກສາ 26 ຕຸລາ
Permalink   
 


ທາງການລາວຄວນປ່ອຍນັັກສຶກສາ 26 ຕຸລາ

image

 

ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ ມີສູນກາງ ຢູ່ ກຸງປາຣີ ປະເທດ ຝຣັ່ງເສດ ອອກ ຖແລງການ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ຊະຕາກັມ ຂອງ ຄນະນຳ ຂະບວນການ ນັກ ສຶກສາ ທີ່ ໄດ້ ພຍາຍາມ ຈັດຕັ້ງ ການ ປະທ້ວງ ແບບ ສັນຕິ ຂຶ້ນຢູ່ ນະຄອນ ຫລວງ ວຽງຈັນ ເພື່ອ ຮຽກຮ້ອງ ຄວາມ ຍຸຕິທັມ ທາງ ສັງຄົມ ໃນ ປີ 1999 ແຕ່ ບໍ່ສຳເຣັດ ແລະ ຖືກ ທາງການ ລາວ ເຂົ້າ ປາບ ປາມ ແລ້ວ ຈັບ ຄນະນໍາ ໄປຂັງໄວ້.

ຖແລງການ ເວົ້າວ່າ ໃນ ວັນທີ 26 ຕຸລາ 2014 ຄື 5475 ວັນ ຫລັງຈາກ ຖືກ ຈັບນັ້ນ ບໍ່ມີຜູ້ໃດ ສາມາດ ຢືນຢັນ ໄດ້ວ່າ ຄນະນຳ ຄື ທ່ານ ທອງປະເສີດ ເກື້ອກູນ ທ່ານ ແສງອາລຸນ ແພງພັນ ແລະ ທ່ານ ບົວວັນ ຈັນມານີວົງ ຖືກຄຸມຂັງ ຢູ່ຄຸກໃດ ຍັງມີ ຊີວິດ ຢູ່ຫຼືບໍ່. ຍານາງ ວານີດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ກ່າວ ເຖິງ ເປົ້າໝາຍ ຂອງການ ອອກຖແລງ ການ ຄັ້ງນີ້ ວ່າ:

"ໂອ້ກະຢາກ ຮຽກຮ້ອງ ໃຫ້ ເພິ່ນປ່ອຍ ພວກທີ່ ຖືກຈັບ ຕັ້ງແຕ່ປີ 1999 ວັນທີ 26 ຕຸລາ ຫັ້ນ ໂດຍສະເພາະ ແລ້ວ ກໍອີກ ບໍ່ດົນ ເດືອນ 1 ຂອງປີ 2015 ນີ້ ສປປລາວ ກໍຕ້ອງໄປ ສະຫະ ປະຊາຊາດ ກ່ຽວກັບ ສິດທິ ມະນຸດ ນີ້ນະ ລະກະ ກ່ອນຊິໄປ ນີ້ ຢາກຂໍໃຫ້ ເພິ່ນ ປ່ອຍ ຂະເຈົ້າຊະ ເພື່ອໃຫ້ ສະຫະ ປະຊາຊາດ ແລະ ຊາວໂລກ ເຫັນວ່າ ເພິ່ນນີ້ ນັບຖື ສິດທິ ມະນຸດ ນັບຖື ທຸກໆສັນຍາ ກ່ຽວກັບ ສິດທິ ມະນຸດ ທີ່ ເພິ່ນໄດ້ເຊັນ ຮັບໄປ ໃນ ສະຫະ ປະຊາຊາດ".

ໃນ ຣະຫວ່າງ ການ ທົບທວນ UPR ເປັນຊ່ວງ ທຳອິດ ເມື່ອ ປີ 2010 ນັ້ນ ຣັຖບານລາວ ບໍ່ໄດ້ ປະຕິບັດ ຄຳແນະນຳ ໃຫ້ປ່ອຍ ກຸ່ມຄົນ ທີ່ ເຂົ້າຮ່ວມ ການປະທ້ວງ ຢ່າງສັນຕິ ຄັ້ງນັ້ນ ຮວມທັງ ບັນດາ ຫົວໜ້າ ຂະບວນ 26 ຕຸລາ 1999 ແລະ ປະຕິເສດ ຄຳແນະນຳ ທີ່ວ່າ ໃຫ້ຕັ້ງ ຄນະ ກັມການ ສິດທິ ມະນຸດ ແຫ່ງຊາດ ທີ່ ເປັນ ເອກຣາຊ ເພື່ອໃຫ້ ສອດຄ່ອງ ກັບ ຫລັກການ ປາຣີ ນັ້ນ.

ຖແລງການ ຂອງ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຍັງຮຽກຮ້ອງ ໃຫ້ ປະຊາຄົມ ສາກົລ ໃຊ້ ທຸກແຫລ່ງ ຄວາມ ສາມາດ ທີ່ ຕົນມີ ເພື່ອ ຮັບປະກັນ ໃຫ້ ຣັຖບານ ລາວ ຮັບຜ່ານ ແຜນ ປະຕິບັດ ງານ ທີ່ ໜ້າເຊື່ອຖື ເພື່ອແກ້ໄຂ ບັນຫາ ສິດທິ ມະນຸດ ທີ່ສຳຄັນ. ບໍ່ດັ່ງນັ້ນ ກໍຕ້ອງ ຄັດຄ້ານ ການທີ່ຈະ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ຂອງ ສປປລາວ.



__________________
Anonymous

Date:
Permalink   
 

ຈະເອົານັກໂທດພວກນີ້ມາປ່ອຍໄດ້ແນວໃດເພາະຖືກມ້ຽນ

ໄປແຈ່ມື້ທຳອິດທີ່ຖືກຈັບພຸ້ນ. ບໍ່ມີໃຜມີຊີວິດໃຫ້ປ່ອຍຕົວ

ດອກທ່ານເອີຍ ແມ້ແຕ່ກະດູກກໍຍັງບໍ່ເຫັນ.



__________________
Anonymous

Date:
Permalink   
 



__________________
Overseas Man

Date:
Permalink   
 

ນີ້ແມ່ນການກ່າວຫາພັກ-ຣັຖ ຂອງ ສປປລາວ, ແມ່ນການສ້າງຄວາມປັ່ນປ່ວນ

ໂຄສະນາຊວນເຊື່ອຂອງພວກຈັກພັດອະເມຣິກາ ແລະ ພວກຄົນບໍ່ດີ. ຢູ່ເມືອງລາວ

ບໍ່ໄດ້ມີການປະທ້ວງຕໍ່ຕ້ານຣັຖບານ, ຢູ່ເມືອງລາວມີຄວາມສງົບຮຽບຮ້ອຍ. ຣະບອບ

ໃຫມ່ແມ່ນຣະບອບປະຊາທິປະຕັຍຂອງປະຊາຊົນຢູ່ແລ້ວ, ເປັນຣະບອບທີ່ມີຄວາມເປັນທັມ,

ປະຊາຊົນມີສິເສຣີພາບ, ສເມີພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈີງ



__________________
Anonymous

Date:
Permalink   
 

ຂໍປະນາມຣັຖບານຫຸ່ນແກວທີ່ກຳອຳນາດໃນປະເທດລາວທີ່ບໍ່ປະຕິບັດ

ຕາມສັນຕະຍາບັນທີ່ໄດ້ເຊັນຮັບຈາກອົງການສະຫະປະຊາຊາດໃນການ

ປະຕິບັດກົດບັດຂອງສະຫະປະຊາຊາດວ່າດ້ວຍການນັບຖືສິດທິມະນຸດ

ແລະຈະປະຕິຮູບການເມືອງໃຫ້ສອດຄ່ອງກັບສາກົນ.

ເຖິງວ່າພວກມັນຈະຈັບກຸມຄຸມຂັງຜູ່ກ້າຫານເຫຼົ່ານັ້ນ ແຕ່ມັນບໍ່ສາມາດ

ດັບມອດນ້ຳໃຈຕໍ່ສູ້ອັນພິລາດອາດຫານຂອງປະຊາຊົນຊົນລາວທີ່ຈະຕ້ອງ

ລຸກຂຶ້ນທັບມ້າງກົງຈັກຜະເດັດການໃນລາວ.

ປະຊາທິປະໄຕໝັ້ນຍືນ ຜະເດັດການຕ້ອງດັບສູນ !



__________________
Anonymous

Date:
Permalink   
 

ລະວັງ ແລະລະແວງ ແຕ່ ຄົນຊາດດຽວກັນ

ລະຫັວງຊາດອື່ນທີ່ ຫັວງດີ ປະສົງຮ້າຍແດ່ເດີທ່ານ

ໂດຍສະເພາະ ຜູ້ນຳເຮົາ ແລະຜູ້ຮັບໃຊ້ ມີຈຳນວນຫົວກະທິໜ້ອຍກ່ວາເຂົາ ແລະສະແດງຈຸດອ່ອນໃຫ້ເຂົາຮູ້ ຄື ສາມາດເອົາເງິນຟັດຫົວຂີ້ເລືອຍໄດ້

ແລະເຮົາມີຍຸດທະສາດ ຫລີ້ນເກມຮັບຢູ່  ສ່ວນເຂົາເກັ່ງຫລາຍ ວາງຍຸດທະສາດບຸກເຕັມຕົວ ລອກລໍ້ ຢ່າງຊ່ຽນຊານ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard