ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜໄປງານບຸນທາດຫລວງ ຢ່າລືມຫໍ່ເຂົ້າໄປກິນນຳເດີ້
Anonymous

Date:
ໃຜໄປງານບຸນທາດຫລວງ ຢ່າລືມຫໍ່ເຂົ້າໄປກິນນຳເດີ້
Permalink   
 


10801530_867007443330929_6137053599218947107_n.jpg?oh=92c299e320db2ae6998399925f9afee4&oe=54DD02AD

IMG_8638.jpg

ຢາກໃຫ້ເຂັ້ມງວດຄວບຄຸມລາຄາອາຫານໃນງານບຸນ

 

ເຝີຖ້ວຍໜຶ່ງຕົກເປັນ ເງິນ 50 ພັນກີບ

ຈືນລູກຊີ້ນຈານໜຶ່ງ ຕົກຢູ່ປະມານ 240.000 ກີບ

ຕົ້ມໄກ່ລາຄາ 180.000 ກີບ

ໃນງານບຸນນະມັດສະການພະທາດຫລວງເມື່ອມໍ່ໆນີ້, ໄດ້ມີປະຊາຊົນຈຳນວນ ບໍ່ໜ້ອຍສ່ອງແສງມາວ່າໃຫ້ພາກສ່ວນກ່ຽວຂ້ອງຊ່ວຍລົງກວດກາລາຄາອາຫານ ທີ່ຂາຍໃນງານບຸນດັ່ງກ່າວແດ່, ຫລັງຈາກເຫັນວ່າອາຫານບາງປະເພດມີລາແພງ ເກີນຂອບ ເຂດ.

     ປະຊາຊົນທ່ານໜຶ່ງຢູ່ບ້ານໜອງປີງ ເມືອງສີໂຄດຕະບອງ ບອກກັບນັກຂ່າວ ວ່າ: ຕົນໄດ້ພາ ພີ່ນ້ອງທີ່ມາຈາກຕ່າງແຂວງຫລາຍຄົນໄປທ່ຽວງານບຸນທາດຫລວງ ແລ້ວໄດ້ພາກັນເຂົ້າໄປກິນເຟີຢູ່ຮ້ານແຫ່ງໜຶ່ງ ແລະ ກໍ ຍ້ອນເພີໂຕບໍ່ໄດ້ຖາມລາຄາ ກ່ອນ, ພາຍຫລັງກິນແລ້ວຈຶ່ງຮູ້ວ່າລາຄາເຝີຖ້ວຍໜຶ່ງຕົກເປັນ ເງິນ 50 ພັນກີບ. ຈຶ່ງໄດ້ຖາມເຈົ້າ ຂອງຮ້ານວ່າຄືຂາຍແພງແທ້ ? ເຈົ້າຂອງຮ້ານຕອບວ່າ: ເຊົ່າສະ ຖານທີ່ແພງຈຶ່ງຕ້ອງຂາຍແພງ, ຂະນະທີ່ ປະຊາຊົນອີກທ່ານໜຶ່ງຢູ່ບ້ານທ່າງ່ອນ, ເມືອງໄຊທານີ ບອກວ່າ: ລາວສັ່ງຕົ້ມໄກ່ໂຕໜຶ່ງ, ເຂົ້າໜຽວສອງແອບ, ຕຳໝາກຮຸ່ງ ແລະ ຈືນລູກຊີ້ນຈານໜຶ່ງ ຕົກຢູ່ປະມານ 240.000 ກີບ, ໃນ ນັ້ນຕົ້ມໄກ່ລາຄາ 180.000 ກີບ.

     ຕໍ່ບັນຫາດັ່ງກ່າວນັກຂ່າວ ພວກເຮົາໄດ້ລົງໄປເບິ່ງຮ້ານອາຫານຫລາຍຮ້ານໃນງານບຸນ ແລະ ສັງເກດເຫັນວ່າລາຄາ ຂ້ອນຂ້າງ ແພງ ເຊັ່ນ: ເຝີ 25 - 30 ພັນ, ເຂົ້າປຽກ 20 - 25 ແລະ ປະ ເພດເຄື່ອງດື່ມກໍມີລາຄາເພີ່ມຂຶ້ນປະມານ 30 - 40% ຂອງ ລາຄາປົກກະຕິ. ນອກຈາກນີ້, ບາງ ຮ້ານບໍ່ຕິດປ້າຍລາຄາ ແລະ ບາງ ຮ້ານມີປ້າຍບອກແຕ່ບໍ່ເກັບຕາມລາຄາທີ່ກຳນົດໄວ້ກໍມີ, ໂດຍອ້າງວ່າເປັນປ້າຍລາຄາເກົ່າ. ກໍ ລະນີເຊັ່ນນີ້, ຖືວ່າເປັນການສວຍ ໂອກາດເອົາປຽບຜູ້ບໍລິໂພກຢ່າງຮ້າຍແຮງ. ສະນັ້ນ ຈຶ່ງຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າມາຄວບຄຸມ ແລະ ກຳນົດລາຄາໃຫ້ມີຄວາມ ເປັນເອກກະພາບເພື່ອສະກັດກັ້ນບໍ່ໃຫ້ ຊາວ ຄ້າຂາຍສວຍໂອກາດ ເອີ້ນເອົາເງິນຕາມໃຈ ແລະ ຮັບ ປະກັນໃຫ້ຜູ້ໃຊ້ບໍລິການບໍ່ຖືກເອົາປຽບຄືດັ່ງກ່າວ.      

 

    ມີປະຊາຊົນຫລາຍຄົນໃຫ້ ທັດສະນະວ່າ: ປັດຈຸບັນ, ບຸນປະ ເພນີປະຈຳຊາດລາວເຮົາໂດຍ ສະເພາະປາງບຸນໃຫຍ່ຄື: ບຸນ ຊ່ວງເຮືອ ແລະ ບຸນພະທາດ ຫລວງເຫັນວ່າມີລັກສະນະໜັກ ໄປທາງດ້ານທຸລະກິດຫາລາຍ ໄດ້ຂອງກຸ່ມຄົນ ຫລື ບຸກຄົນ ຫລາຍກວ່າເນັ້ນໄປທາງດ້ານຮີດຄອງປະເພນີວັດທະນາທຳ, ນັບ ແຕ່ການຈັບຈອງພື້ນທີ່ຂາຍສີນ ຄ້າກໍມີການແກ້ງແຍ້ງຍາດຊິງ ຜິດຖຽງກັນຢ່າງໜ້າອັບອາຍຄື ດັ່ງທີ່ພວກເຮົາເຫັນໃນສື່ອອນ ລາຍທີ່ສັງຄົມໄດ້ເຜີຍແຜ່ກ່ອນ ໜ້ານີ້, ຄ່າສະຖານທີ່ກໍມີລາຄາ ສູງ. ນອກຈາກນີ້, ສຽງໂຄສະ ນາສີນຄ້າຂອງບັນດາບໍລິສັດ ຂາຍລົດ, ຮ້ານຂາຍເຄື່ອງອຸປະ ໂພກ-ບໍລິໂພກ, ແມ່ຄ້າຂາຍເສື້ອ ຜ້າ-ເຄື່ອງນຸ່ງຫົ່ມ ແລະ ສີນຄ້າ ອື່ນໆດັງວົນແຊວໄປທົ່ວບໍລິເວນແລ້ວແຕ່ຜູ້ມີແຮງຢ່າງບໍ່ມີລະ ບຽບຫລັກການ. ສິ່ງທີ່ໜ້າເປັນ ຫວ່ງຫລາຍກໍແມ່ນແມ່ຄ້າຊາວ ຂາຍຕ່າງປະເທດໄດ້ເຂົ້າມາມີ ບົດບາດແບບຜູກຂາດໃນງານ ບຸນຄືດັ່ງທີ່ເຫັນໃນຮູບແບບໃຜ ເກັ່ງຜູ້ນັ້ນໄດ້ປຽບ.

 



__________________
Anonymous

Date:
RE: ໃຜໄປງານບຸນທາດຫລວງ ຢ່າລືມຫໍ່ເຂົ້າໄປກິນນຳເດີ້
Permalink   
 


ຢູ່ບໍລິເວນໄກ້ຄຽງ ເດີ່ນພະທາດ ຕາມທາງເຂົ້າໄປຫາເດີ່ນທາດ

ລາຄາຍັງຖືກຫລາຍ ຍອ້ນບໍ່ໄດ້ເຊົ່າຮ້ານ

ຊຳ້ບໍ່ພໍ ສະອາດ ບໍ່ມີຂີ້ຝຸ່ນ 

ເຊີນດ້ານນອກເດີ   



__________________
Anonymous

Date:
Permalink   
 

ງານປະເພນີລະດັບຊາດຂອງລາວທີ່ມີມາແຕ່ບູຮານນະການ

ແຕ່ພໍ່ຄ້າ ແມ່ຄ້າ ຈີນ ແລະ ຫວຽດນາມ ມາຍາດແຍ່ງຈອງ

ພື້ນທີ່ແລ້ວໄປຂາຍຕໍ່ເກນກຳໄລນຳຄົນລາວທີ່ບໍ່ໄດ້ໄປຊູຊີ

ຍາດແຍ່ງ, ດັ່ງນັ້ນຈື່ງໄດ້ເຊົ່າສະຖານທີ່ແພງ ເຮັດໃຫ້ຕົ້ນທືນສູງ

ທາງການຈັດຕັ້ງທີ່ກ່ຽວຂ້ອງຄວນຫາວິທີທາງແກ້ໄຂໄດ້ແລ້ວ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard