ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍແຮງງານລາວ
Anonymous

Date:
ກົດໝາຍແຮງງານລາວ
Permalink   
 


ຂ້າພະເຈົ້າມີຂໍ້ຂ້ອງໃຈອັນໜື່ງທີ່ຢາກແລກປ່ຽນຄຳເຫັນນຳບັນດາທ່ານຄື:

ຢູ່ໃນກົດໝາຍແຮງງານລາວນັ້ນ ທາງກະຊວງ ແຮງງານ ແລະ ບັນດາ ສສຊ

ເພີ່ນພາປັບປຸງມາກໍ່ຫຼາຍຄັງແລ້ວ, ແຕ່ເປັນຫຍັງເພີ່ນຈື່ງບໍ່ອານຸຍາດໃຫ້

ພັກວັນບຸນທີ່ເປັນບຸນພະເພນີລະດັບຊາດຄື: ບຸນຊ່ວງເຮືອ (ອອກພັນສາ)

ແລະ ບຸນນະມັດສະການພະທາດຫຼວງ ຢ່າງໜ້ອຍກໍ່ງານລະ 1 ມື້. ພະທາດຫຼວງ

ມີຄວາມສຳຄັນລະດັບຊາດ ແມ່ນແຕ່ກາຊາດກໍ່ຍັງເອົາຮູບພະທາດຫຼວງໃສ່

ແຕ່ມື້ບຸນນະມັດສະການພັກບໍ່ໃຫ້ພັກ ເພື່ອໃຫ້ ພະນັກງານ ກຳມະກອນໄດ້ມີເວລາ

ໃຫ້ແກ່ຄອບຄົວແດ່. ອີກບັນຫາໜື່ງ ໃນມື້ບຸນດັ່ງ່າວນີ້ການເດີນທາງໄປ

ເຮັດວຽກ ເຮັດການກໍ່ຫຍຸ້ງຍາກບໍ່ໜ້ອຍຍ້ອນການສັນຈອນຕິດຂັດ

ແຕ່ເປັນຫຍັງ ບັນດາ ສສຊ ເພີ່ນຄືບໍ່ເອົາເຂົ້າພິຈາລະນາແດ່

 



__________________
Anonymous

Date:
Permalink   
 

ມີໃຜແດ່ ໄປວຽກມື້ບຸນດັ່ງກ່າວ

ກົດຫມາຍ ສັກສິດ?



__________________
Anonymous

Date:
Permalink   
 

Anonymous wrote:

ມີໃຜແດ່ ໄປວຽກມື້ບຸນດັ່ງກ່າວ

ກົດຫມາຍ ສັກສິດ?


 ມີແທ້ທ່ານ ໂດຍສະເພາະຜູ້ເປັນກຳມະກອນ, ຜູ້ເຮັດວຽກຢູ່ລັດວິສະຫະກິດ

ສ່ວນຢູ່ອົງການຂອງລັດກໍ່ແມ່ນຜູ້ທີ່ມີວຽກຫຼາຍ ແລະ ເປັນລູກນ້ອງເຂົາ ເມື່ອ

ກົດໝາຍບໍ່ໄດ້ອານຸຍາດໃຫ້ພັກ ຜູ້ໃດຂາດຖ້າມີບັນຫາກັບວຽກງານທີ່ຕົນເອງຮັບ

ຜິດຊອບ ກໍ່ຕ້ອງຮັບຜິດໄປຢ່າງບໍ່ມີເງື່ອນໄຂ. ຜູ້ທີ່ບໍ່ໄປ ກໍ່ຖືວ່າຂາດການ, ຜູ້ທີ່

ຂາດໄດ້ ຖ້າຢູ່ໂຮງຈັກ ໂຮງງານ ຫຼື ລັດວິສະຫະກິດ ກໍ່ແມ່ນຖືກຕັດເງີນ ຈະໄປຕໍ່ວ່າ

ບໍ່ໄດ້ ເພາະກົດໝາຍບໍ່ໄດ້ໃຫ້ພັກ ຜູ້ທີ່ພັກໄດ້ກໍ່ມີແຕ່ນາຍ ເທົ່ານັ້ນ, ຖ້າເປັນ

ພະນັກງານລັດຈະບໍ່ຖືກຕັດເງີນ ແຕ່ຖ້າມີບັນຫາເກີດຂື້ນກັບວຽກທີ່ຖືກມອບ

ໝາຍ ກໍ່ຕ້ອງຮັບຜິດຊອບ ຄືດັ່ງກ່າວມາເທີງນັ້ນ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard