ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງຫລວງແຫ່ງຊາດເລກທີ 13
Anonymous

Date:
ທາງຫລວງແຫ່ງຊາດເລກທີ 13
Permalink   
 


10590623_282382965278589_4005108023870679812_n.jpg

ທາງຫລວງແຫ່ງຊາດເລກທີ 13 ຖ້າການສ້ອມແປງຊັກຊ້າຈະເຮັດໃຫ້ການສັນຈອນຫຍຸ້ງຍາກຫລາຍຂຶ້ນ

ທາງຫລວງແຫ່ງຊາດເລກທີ 13 ແຕ່ເໜືອຮອດໃຕ້, ຊຶ່ງເປັນສາຍທາງຫລັກ ຂອງປະເທດ, ປັດຈຸບັນເຫັນວ່າບາງຍ່ານຂອງເສັ້ນທາງສຳຄັນດັ່ງກ່າວຕົກຢູ່ ໃນສະ ພາບເປ່ເພເປັນບວກຂຸມ ເປັນຈຳນວນບໍ່ໜ້ອຍ, ເນື່ອງຈາກໄດ້ຮັບຜົນກະທົບຢ່າງ ໜັກຈາກລະດູຝົນຜ່ານມາ, ບາງຍ່ານຖືກນ້ຳຖ້ວມໄຫລເຊາະເຮັດ ໃຫ້ເສັ້ນທາງເກີດ ເປັນບວກຂຸມ ແລະ ອີກບາງສ່ວນຍ້ອນຂາດ ການຄຸ້ມຄອງການສ້ອມແປງ ຈຶ່ງເຮັດ ໃຫ້ສະພາບເສັ້ນທາງມີການເປ່ເພຮ້າຍແຮງ, ຖ້າພາກສ່ວນກ່ຽວຂ້ອງຍັງຖືເບົາແກ່ ຍາວ ການສ້ອມແປງຍິ່ງຈະເພີ່ມຄວາມຫຍຸ້ງຍາກລຳບາກ ແລະ ຈະເຮັດໃຫ້ການສັນ ຈອນໄປມາພົບກັບຄວາມຫຍຸ້ງຍາກ.

     ຕາມການບອກເລົ່າຂອງຜູ້ໂດຍສານທີ່ນຳໃຊ້ເສັ້ນທາງສາຍນີ້ໃຫ້ຮູ້ວ່າ: ສິ່ງທີ່ໜ້າເປັນຫ່ວງ ໃນປັດຈຸບັນແມ່ນເສັ້ນທາງເລກ ທີ 13 ເໜືອຫລວງພະບາງ - ວຽງຈັນແມ່ນເປ່ເພເປັນບວກຂຸມ, ໜັກໜ່ວງກວ່າໝູ່ໂດຍສະເພາະແມ່ນຕອນ ທາງລະຫວ່າງ ຜາຕັ້ງ-ວັງວຽງ. ໃນອາທິດຜ່ານມາກໍມີພາກສ່ວນກ່ຽວຂ້ອງໜຶ່ງໄດ້ສຸມໃສ່ແກ້ໄຂຖົມທາງດ້ວຍການ ໃຊ້ດິນແດງແຕ່ບໍ່ຮູ້ວ່າຈະ

ກຸ້ມດົນປານໃດເມື່ອຝົນຕົກລົງມາຈະເຮັດໃຫ້ເສັ້ນທາງກາຍເປັນຕົມ, ປັດຈຸບັນໃນແຕ່ລະວັນຈະມີລົດຕິດຄາບວກຂຸມຕິດ ຕໍ່ກັນ ເປັນແຖວຍາວຢຽດ, ໂດຍລົດທຸກ ຄັນທີ່ຜ່ານທາງສາຍນີ້ຈຳຕ້ອງ ໄດ້ແກ່-ລາກອອກຈາກຕົມໃຫ້ ພົ້ນຈາກເຂດອັນຕະ ລາຍ. ດັ່ງ ນັ້ນ, ຈຶ່ງເຮັດໃຫ້ການເດີນທາງ ມີຄວາມຊັກຊ້າ, ແຕ່ຫລວງພະ ບາງມາເຖິງນະຄອນຫລວງ ວຽງຈັນເມື່ອກ່ອນທາງ ເປ່ເພບໍ່ຮ້າຍແຮງໃຊ້ເວລາໃນການເດີນທາງພຽງ 5 ຊົ່ວໂມງ ແຕ່ມາ ຮອດດຽວນີ້ ຕ້ອງໃຊ້ເວລາ ຫລາຍເຖິງ 9-10 ຊົ່ວໂມງຈຶ່ງ ມາຮອດ, ເຊັ່ນດຽວກັບເສັ້ນທາງສາຍໃຕ້ຍ່ານທາງນັບແຕ່ປາກກະດິງຫານ້ຳທ່ອນ, ກໍນັບວ່າມີສະພາບເປ່ເພໜັກພໍສົມຄວນ ກໍໃຫ້ເກີດມີ ຫາງສຽງຈາຜູ້ໃຊ້ລົດໃຊ້ຖະໜົນນັບເປັນຈຳ ນວນບໍ່ໜ້ອຍ, ເຊິ່ງຕໍ່ກັບບັນຫານີ້ ຖ້າພາກສ່ວນກ່ຽວຂ້ອງບໍ່ຊອກ ວິທີການແກ້ໄຂ ແລະ ແກ່ຍາວການສ້ອມແປງແນ່ນອນໃນລະດູແລ້ງປີນີ້ຍ່ານທາງດັ່ງກ່າວຈະກາຍເປັນທາງອຳມະພາດກໍ ເປັນໄດ້.



__________________
Anonymous

Date:
Permalink   
 

lao-china.jpg

ທ່ານຜູ້ນຳ ຈຸມມະລີ ກຳລັງໄປເລາະຂໍທານ ນຳທີ່ປະຊຸມ APEC ຢູ່ປະເທດຈີນ

ບໍ່ຮູ້ວ່າ ຈະພໍສ່ອມແປງທາງຫລືບໍ່, ໄດ້ຍິນວ່າ ເອົາດິນເດີ່ນທາດຫລວງໄປຕໍ່ລອງ

ກັບນາຍທຶນຈີນໃຫ້ສຳປະທານ ບໍ່ຮູ້ວ່າຈະໄດ້ເງີນຫລາຍປານໃດ ?

 04A.jpg07.jpg08.jpg09.jpg

ທາງເສັ້ນນີ້ ແມ່ນປະຊາຊົນເກັບເງີນກັນໄປຊື້ຊາຍມາຖົມ,  ຊາວບ້ານຮ້ອງຂໍ

ໄປຫາພັກລັດຫລາຍຄັ້ງແລ້ວແຕ່ເພີ່ນບໍ່ໃຫ້ຄຳຕອບ ປະຊາຊົນກໍເລີຍພາກັນລົງມືທຳເອງ



Attachments
__________________
Anonymous

Date:
Permalink   
 

ຍາມແລ້ງ ບໍ່ພໍເປັນຫຍັງ

ສວ່ນຍາມນີ້ ຝົນພັດຕົກເດືອນ 12 (ລາວ) ຢູ່

ກຳມະເວນ 

ເວົ້າເລື້ອງການສອ້ມແປງ ຈັງແມ່ນໂອຍນໍ ຕອນທາງມັນເລີ່ມແຕກ ແລະເປັນຂຸມນອ້ຍ ຕອ້ງປະໄປກອ່ນ 

ປອ່ຍໃຫ້ຂຸມເຕັມທາງໄປກອ່ນ ຈຶ່ງເລີ່ມແກ່ດິນມາຖົມພໍໄປໄດ້

ພັດທະນາປະເທດແບບນີ້  ຈະເລີນ ຈະເລີນ

ໄປເບິ່ງແມ ທາງອອກໄປທ່າງອ່ນ ລາຄາແສນແພງ ແພງຂຸມໄວ້ ໃຫ້ລົດຕົກ

 



__________________
Anonymous

Date:
Permalink   
 

ຂອ້ຍເຫັນແລ້ວ ໂອລະນໍ ນຳອຸປະກອນເຄືອງມືສອ້ມແປງທາງ

10.jpg11.jpg12.jpg13.jpg



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard