ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປາກົດການຫຍໍ້ທໍ້ໃນສັງຄົມລາວ
Anonymous

Date:
ປາກົດການຫຍໍ້ທໍ້ໃນສັງຄົມລາວ
Permalink   
 


15482_871866566178350_5971057899986793024_n.jpg?oh=3a7d3ca0a046706cc8053c3f3abccf0c&oe=54E052CC&__gda__=1424239281_a51074ed06f7e44942497a77470814231897728_871866569511683_4701270557916798797_n.jpg?oh=7e5e611bd315583762522dd8d2206c71&oe=54EB2CAA&__gda__=1424686330_9013e7af517c887ec4120f9d2a71a669

ປາກົດການຫຍໍ້ທໍ້ໃນສັງຄົມຍັງເປັນບັນຫາຄຸມເຄືອທີ່ແກ້ໄຂຫຍຸ້ງຍາກ ເກີດຂຶ້ນໃຫ້ເຫັນເກືອບທຸກວັນ ສະເພາະໄລຍະບຸນທາດຫຼວງປີນີ້ ທັງວົງນອກ ແລະ ວົງໃນພຽງ 7 ວັນມີຄະດີເກີດຂຶ້ນເກືອບ 80 ເລື່ອງ ເຈົ້າໜ້າທີ່ກັກຜູ້ກະທຳຜິດໄດ້ 30 ກວ່າຄົນ. ລວມມູນຄ່າເສຍຫາຍຫຼາຍຮ້ອຍລ້ານກີບ.

ຕາມຂໍ້ມູນຈາກເຈົ້າໜ້າທີ່ ປກສ ນະຄອນຫຼວງເປີດເຜີຍວ່າ: ໄລຍະບຸນທາດຫຼວງ ນັບແຕ່ວັນທີ 31 ຕຸລາ-6 ພະຈິກ 2014 ໄດ້ມີສະພາບການຫຍໍ້ທໍ້ເກີດຂຶ້ນ ທັງວົງໃນ ແລະ ວົງນອກງານບຸນທັງໝົດ 79 ເລື່ອງ, ແກ້ໄຂໄດ້ 17 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 34 ຄົນ, ຍິງ 5 ຄົນ ລວມຜົນເສຍຫາຍເກີດຂຶ້ນທັງໝົດ ເປັນເງິນ 84,8 ລ້ານກວ່າກີບ, 1,5 ແສນບາດ (ສະກຸນເງິນໄທ), 29,2 ພັນ ກວ່າ ໂດລາ.

ພ້ອມນັ້ນ ຍັງມີຄຳຮູບປະພັນ 40 ບາດແຫວນເພັດ 1 ວົງ, ລົດຈັກ 18 ຄັນ, ລົດໃຫຍ່ 1 ຄັນ, ຢາບ້າ 196 ເມັດ, ໂນດບຸກ 4 ໜ່ວຍ, ຕູ້ຈອດໄຟຟ້າ 1 ໜ່ວຍ, ເກີບຜ້າໃບ 105 ແກັດ, ຖັງແກັດ 2 ຖັງ, ໂທລະສັບມືຖື 7 ໜ່ວຍ ແລະ ເອກະສານອື່ນໆອີກຈຳນວນໜຶ່ງ.

ໃນນັ້ນ ສະເພາະຄະດີຢູ່ວົງໃນງານບຸນມີເກີດຂຶ້ນ 38 ເລື່ອງແກ້ໄຂໄດ້ 3 ເລື່ອງ, ກັກຕົວ 3 ຄົນ ຍິງ 1 ຄົນ ແຫກ ກະເປົ໋າ 12 ເລື່ອງ ຜົນເສຍຫາຍເປັນເງິນ 36 ລ້ານກວ່າກີບ, 1,5 ແສນບາດ, 3,2 ພັນກວ່າໂດລາ, 50 ຢູໂຣ, ແຫວນເພັດ 1 ວົງ, ສາຍຄໍຄຳ 1 ບາດ 4 ສະຫຼຶງ ແລະ ໂທລະສັບມືຖື 3 ໜ່ວຍ ໃນນີ້ ເກີດສະພາບແຫກກະເປົ໋າ 12 ເລື່ອງ, ຊີງຊັບ 4 ເລື່ອງ ແລະ ອີກ 22 ເລື່ອງແມ່ນລ່ວງກະເປົາ.

 

 

ພຽງ 1 ອາທິດມີອຸປະຕິເຫດເກີດ ຂຶ້ນ 31 ກໍລະນີ, ມີຜູ້ເສຍຊີວິດ 5 ຄົນ

accitden.jpg10409585_871829542848719_8169397687913279800_n.jpg?oh=e6dd0096e6e1a572d299391968e5799d&oe=551A90741607053_871829509515389_1030972255532119664_n.jpg?oh=b9066da60bb483d3b7f022c661ec28b9&oe=54D62AE9&__gda__=1425054649_1239dbbd869f639dd41148fd5cd6e57b

 

ພຽງ 6-7 ວັນຄື ນັບແຕ່ວັນ ທີ 3-9 ພະຈິກນີ້, ຢູ່ນະຄອນຫລວງວຽງຈັນ, ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 31 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ແຕ່ເຖິງຢ່າງໃດກໍດີເມື່ອທຽບກັບອາທິດກ່ອນເຫັນວ່າສະ ພາບເກີດອຸປະຕິເຫດ ຫລຸດລົງ 3 ກໍລະນີ ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນຂ້ອນແຈ້ງຂອງວັນທີ 3 ຜ່ານມາ, ຢູ່ບ້ານອຸບມຸງ ເມືອງສີ ໂຄດຕະບອງ ໄດ້ເກີດເຫດລົດໃຫຍ່ຕຳລົດຈັກ ເຮັດໃຫ້ຄົນຂັບລົດຈັກເສຍຊີວິດຄາທີ່ 1 ຄົນ, ທ່ຽງຄືນຂອງວັນທີ 4 ຢູ່ບ້ານຂຸນຕາ ທົ່ງ ເມືອງສີໂຄດຕະບອງ ໄດ້ເກີດເຫດລົດໃຫຍ່ຕຳລົດຈັກ, ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດ 1 ຄົນ, ຕົກມາໃນເວລາຫົວຄ່ຳ ຂອງ ວັນທີ 7, ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ  ໄດ້ເກີດເຫດລົດໃຫຍ່ຕຳກັບລົດ ຖີບ ເຮັດໃຫ້ຜູ້ຂີ່ລົດຖີບເສຍຊີວິດ, ຕອນ ບ່າຍຂອງວັນທີ 8, ຢູ່ບ້ານໂພນ ໄຮຄຳ, ຖະໜົນເລກ 10 ເມືອງ ໄຊທານີ, ໄດ້ເກີດ ເຫດລົດບັນທຸກຕຳລົດຈັກ ສົ່ງຜົນເຮັດໃຫ້ຜູ້ ຊ້ອນທ້າຍລົດຈັກເສຍຊີວິດ 1 ຄົນ ແລະ ເວລາຕອນດຶກຂອງ ວັນທີ 9, ຢູ່ບ້ານ ທ່າມ່ວງ ຖະໜົນທ່າເດື່ອ ເມືອງຫາດຊາຍ ຟອງ, ໄດ້ເກີດເຫດລົດຈັກຕຳກັນຢ່າງຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

     ເຈົ້າໜ້າທີ່ກົມຈະລາຈອນໃຫ້ ຮູ້ຕື່ມອີກວ່າ: ໃນອາທິດຜ່ານມາ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 108 ກໍລະນີ ມີຜູ້ເສຍ ຊີວິດ18 ຄົນ, ມີພາຫະນະເປ່ເພ 99  ຄັນ, ຕົກ ເປັນມູນຄ່າການເສຍຫາຍຫລາຍ ກວ່າ 611 ລ້ານກີບ.
     ແຕ່ເຖິງຢ່າງໃດກໍດີໃຈນຳ ເພາະເຫັນວ່າ: ໃນອາທິດຜ່ານມານີ້ ທົ່ວປະເທດມີສະພາບອຸປະຕິເຫດຫລຸດຜ່ອນລົງຫລາຍ, ນີ້ກໍຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ໃນການຄວບຄຸມ ຄວາມເປັນລະບຽບຮຽບຮ້ອຍ ຂອງການສັນຈອນ ແລະ ຜູ້ໃຊ້ ລົດໃຊ້ຖະໜົນມີສະຕິປະຕິບັດລະບຽບຈະລາຈອນດີຂຶ້ນ.


__________________
Anonymous

Date:
Permalink   
 

ບໍ່ແມ່ນ ປາກົດການ ຫຍໍ້ທໍ້ຈັກດີ້ ເລີຍ

ຄຳວ່າ ປາກົດການ ແມ່ນ ສິ່ງທີ່ ປາກົດໃຫ້ເຫັນຊື່ໆ  

ຫຍໍ້ທໍ້ ແມ່ນ ສິ່ງທີ່ ທຳໃຫ້ຫມົດຫວັງ  

ຫມາຍຄວາມວ່າ ແມ່ນ ເຫດການ ທີ່ທຳໃຫ້ ຫມົດຫວັງ ຫລືຫມົດຈິດຫມົດໃຈ  

ແຕ່ 

ອັນນີ້ ແມ່ນ ໄພສັງຄົມ ແທ້ໆ

ແຕ່

ເປັນຫຍັງມາປຽ່ນຄຳເວົ້າມາເປັນ ປາກົດການຫຍໍ້ທໍ້ 

ມັນອັນຕະລາຍແທ້ໆ  ຕອ້ງ ປາບປາມ ບໍ່ຕອ້ງປອ່ຍໃຫ້ເປັນແບບ ປາກົດການໃຫ້ເຫັນລ້າໆ 



__________________
Anonymous

Date:
Permalink   
 

ຄຳເວົ້າ ຄຳສັບ ຖືກປ່ຽນ ເພື່ອກົບເກືອນຄວາມຫມາຍອັນແທ້ຈິງຂອງມັນ

ເພື່ອຄວາມຫມາຍໃດມັນທີ່ມັນສະທ້ອນເຖິງຄວາມບໍ່ດີຂອງຕົນເອັງ ໃຫ້ມັນມີນ້ຳຫນັກນ້ອຍລົງ

ໂດຍສະເພາະແລ້ວແມ່ນຄຳ ....ຫຍໍ້ທໍ້.

ຄວາມຈິງມັນກໍຄື ຄວາມເປື່ອຍເຍື່ອຍ ສົກປົກ ເຫນົ່າເຫມັນ ...

ແລ້ວກໍໄປເລືອກເອົາຄຳເວົ້າອັນງາມມາປົກປິດໄວ້...ເຫມືອນກັບເອົາຫຍ້າມາປົກຂີ້ຫມາ ສັນໃດກໍສັນນັ້ນ.

ສະນັ້ນ ເພື່ອໃຫ້ຄຳເວົ້າມີພະລັງ ໃຫ້ເຂົ້າເຖິງຫມາກຫົວໃຈແທ້ແລ້ວ ກະຣຸນາ ຢ່າໃຊ້ຄຳວ່າ ຫຍໍ້ທໍ້ ..ບ້າບໍຄໍແຕກຄຳນີ້​

ຫຍໍ້ທໍ້ = ຄວາມເປື່ອຍເຍື່ອຍ ສົກປົກ ເຫນົ່າເຫມັນ ຄືຄຳທີ່ທ່ານຕ້ອງໃຊ້

ຖ້າປຽບໃສ່ລູກປືນ

ຫຍໍ້ທໍ້ ....ກໍຄືລູກເຈັ້ຍ

ຄວາມເປື່ອຍເຍື່ອຍ ສົກປົກ ເຫນົ່າເຫມັນ ....ຄືລູກປືນແທ້

 

 

 



__________________
Anonymous

Date:
Permalink   
 

ເວົ້າ ກວມລວມຫລາຍໂພດ ຄວນເຈາະຈົງວ່າ ບັນຫາ ມັນແມ່ນຫັຍງແທ້ ໄຟສັງຄົມ ກໍ່ໃຫ້ເວົ້າໄຟສັງຄົມ

ຍັກຍອກເງີນລວມ ກໍ່ໃຫ້ເວົ້າຍັກຍອກເງີນ ແລະອື່ນໆ ອີກ. ເພາະຈະໄດ້ຮູ້ວ່າບັນຫາເກີດມາຈາກໃສ ຈະໄດ້ແກ້ຖືກຈຸດ.

ສັງເກດບັນຫາທີ່ເກີດຂື້ນ ລັດຖະບານ ແລະການປົກຄອງຈະເວົ້າເປັນລັກສະນະ ກວມລວມວ່າປະກົດການຫຍໍ້ທໍ້ໃນສັງຄົມ.

​ແຕ່ເບິ່ງຢ່າງໜື່ງຄື ບໍ່ຢາກຮັບຜິດຊອບ ໃນບັນຫາທີ່ເປັນກົກເຄົ້າຂອງບັນຫາ ຢ່າງເຊັ່ນ: ລັດຖະບານອະນຸຍາດ ໃຫ້ ອອກ

ຫວຍ ຫລາຍງວດເກີນໄປໃນ ໜື່ງເດືອນ,  ອະຍຸຍາດໃຫ້ ເປີດຫວຍທວາຍບານ, ບໍ່ຈຳກັດເດັກນ້ອຍ ຕ່ຳກ່ວາ 18ປີ ດື່ມຂອງມີນເມົາ ແລະຊື້ ​ໃນ​ສະຖານ​ທີ່ ຮ້າ​ນຄ້າ ​ແລະ​ຮ້ານ​ບັນ​ເທີ​ງ,

ບັນຫາ​ເລື່ອງ​ລະ​ເລີຍປາບປາມຢາເສບຕິດ, ກົນໄກການເກັບພາສີ ມີ ຊ່ອງຫ່ວາງບັກໃຫ່ຍ ແລະອື່ນໆ ນີ້ແຫລະມັນສົ່ງຜົນສະທ້ອນ ໃຫ້ເກີດບັນຫາຫລາຍຢ່າງ

ແຕ່ລັດຖະບານບໍ່ຮັບຜິດຊອບ ແລ້ວອອກມາເວົ້າ ແບບ ງ່າຍ ແລະ ໂx່ ໆ ວ່າ ປະກົດການຫຍໍ້ທໍ້ໃນສັງຄົມ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard