ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໃນທີ່ສຸດ ເພິ່ນກໍມີການປະມູນກັນແບບເປີດເຜີຍ
Anonymous

Date:
ໃນທີ່ສຸດ ເພິ່ນກໍມີການປະມູນກັນແບບເປີດເຜີຍ
Permalink   
 


ທາງຫຼວງແຫ່ງຊາດ ເຂດ 3 ຈະໄດ້ຮັບການສ້ອມແປງຄືນໃໝ່
 
Divider
ທາງຫຼວງແຫ່ງຊາດ ເຂດ 3 ຈະໄດ້ຮັບການສ້ອມແປງຄືນໃໝ່

ກອງ​ປະຊຸມ​ໂຄງການ​ບູ​ລະນະ​ຮັກສາ​ທາງ​ຫຼວງ ສົກ​ປີ 2014-2015 ໄດ້​ຈັດ​ຂຶ້ນ​ວັນ​ທີ 13 ພະຈິກ 2014 ຢູ່​ທີ່​ກະຊວງ​ໂຍທາ​ທິການ ແລະ ຂົນສົ່ງ (​ຍທຂ) ໂດຍການ​ເປັນ​ປະທານ​ຂອງ​ທ່ານ ເລົາຄຳ ສົມ​ເພັດ ຫົວໜ້າ​ກົມ​ຂົວ​ທາງ ກະຊວງ ​ຍທຂ ເຊິ່ງ​ມີ​ບັນດາ​ຫົວໜ້າ​ພະແນກການ ຫ້ອງການ ຄະນະ​ກຳມະການ​ປະມູນ​ໂຄງການ ​ບູລະນະ​ຮັກສາ​ທາງ​ຫຼວງ​ພາກ​ກາງ (ເຂດ 3) ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ບູລະນະ​ຮັກສາທາງ​ຫຼວງ (ເຂດ 3) ແມ່ນ​ໄດ້​ຮັບອະນຸມັດ​ງົບປະມານ​ຈາກ​ກອງ​ທຶນທາງ ເພື່ອ​ປະຕິບັດ​ວຽກ​ບູລະນະຮັກສາ​ທາງ​ຫຼວງ ປະຈຳ​ສົກ​ປີ 2014-2015 ແລະ ຕາມ​ແຜນ​ວຽກ​ໂຄງການ​ມີ​ທັງ​ໝົດ 31 ສັນຍາ ມີ​ຄວາມ​ຍາວທັງ​ໝົດ 909,2 ກິໂລແມັດ ເຊິ່ງກວມ​ເອົາ 5 ແຂວງ​ຄື: ນະຄອນຫຼວງ​ວຽງ​ຈັນ ແຂວງ​ວຽງ​ຈັນ ແຂວງ​ໄຊ​ສົມບູນ ແຂວງ​ບໍ​ລິ​ຄຳໄຊ ແລະ ແຂວງ​ຄຳ​ມ່ວນ ໂດຍ​ມີມູນ​ຄ່າ​ປະມູນ​ໄວ້​ເບື້ອງ​ຕົ້ນ ປະມານ 150 ຕື້​ກີບ ໜ້າ​ວຽກ​ຕົ້ນ​ຕໍ່ຂອງ​ໂຄງການ​ ແມ່ນ​ສຸມ​ໃສ່​ວຽກງານ​ປັບປຸງ​ໂຄງ​ສ້າງ​ທາງ ບັນດາຈຸດ​ທີ່​ເປ່​ເພ​ເສຍ​ຫາຍເຊັ່ນ: ໜ້າທາງ​ແຕກ ບວມ​ ຕ້ອງ​ໄດ້​ຂູດ​ຮື້ ແລະ ປູຢາງ​ສອງ​ຊັ້ນ​ຄືນໃໝ່​ເປັນຈຸດໆ​ ຕາມ​ແຕ່​ລະ​ຈຸດ​ທີ່​ເປ່​ເພ​ຕົວຈິງ​ເປັນ​ຊ່ວງ​ຍາວ ຫຼື ສັ້ນ ເພື່ອຮັບປະກັນ​ການ​ສັນຈອນ​ຂອງພາຫະນະ​ໃຫ້​ໂລ່ງ​ລ່ຽນ ແລະ ທັງເປັນ​ການ​ຢືດ​ອາຍຸ​ການ​ນຳ​ໃຊ້ອອກ​ໄປ​ອີກ ​ເຊິ່ງ​ຈະ​ເປັນ​ການ​ປະຢັດ​ງົບປະມານ​ໄດ້​ເປັນ​ຢ່າງ​ດີ.

ສຳລັບ​ໂຄງການ​ບູລະນະ​ຮັກສາ​ທາງ​ຫຼວງ​ແຫ່ງ​ຊາດ​ປະຈຳເຂດ ມີ​ທັງ​ໝົດ 4 ເຂດ ແລະ ແຕ່ລະ​ເຂດ​ມີ​ຫ້ອງການ​ປະຈຳ​ຢູ່​ເຂດໃຈ​ກາງຂອງ​ເຂດ ແລະ ຮັບ​ຜິດຊອບ​ບູລະນະ​ສະເພາະ​ເສັ້ນທາງຫຼວງ ຜ່ານ​ແຕ່​ລະ​ເຂດ​ແຂວງ​ຄື: ເຂດ 1. ປະກອບ​ມີ 4 ແຂວງ ມີແຂວງ​ຜົ້ງ​ສາລີ ອຸດົມ​ໄຊ ຫຼວງ​ນ້ຳທາ ຫ້ອງການ​ແມ່ນ​ຕັ້ງ​ຢູ່​ແຂວງອຸດົມ​ໄຊ ເຂດ 2. ປະກອບ​ມີ 4 ແຂວງ ມີ​ແຂວງ​ຫົວພັນ ຊຽງຂວາງ ຫຼວງ​ພະ​ບາງ ແລະ ໄຊ​ຍະບູ​ລີ ຫ້ອງການ​ຕັ້ງ​ຢູ່​ແຂວງ​ຊຽງຂວາງ ເຂດ 3 ປະກອບ​ມີ 5 ແຂວງ ມີ​ນະຄອນຫຼວງ​ວຽງ​ຈັນ ແຂວງ​ວຽງ​ຈັນ ໄຊ​ສົມບູນ ບໍ​ລິ​ຄຳໄຊ ແລະ ແຂວງ​ຄຳ​ມ່ວນ ຫ້ອງການ​ຕັ້ງ​ຢູ່​ກົມ​ຂົວ​ທາງ ກະຊວງ ​ຍທຂ ແລະ ເຂດ 4 ປະກອບ​ມີ 5 ແຂວງ ມີ​ແຂວງ​ສະຫວັນ​ນະ​ເຂດ ສາລະ​ວັນ ຈຳປາ​ສັກ ເຊ​ກອງ ແລະ ອັດ​ຕະ​ປື ຫ້ອງການ​ຕັ້ງ​ຢູ່ແຂວງ​ຈຳປາ​ສັກ ທຸກ​ໂຄງການ​ແມ່ນ​ໃຫ້​ສຳເລັດ​ພາຍ​ໃນ 5 ເດືອນ ເລີ່ມ​ເດືອນ​ທັນວາ 2014.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard