ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອານາຄົດ ລູກຫລານລາວ
Anonymous

Date:
ອານາຄົດ ລູກຫລານລາວ
Permalink   
 


 

ເດັກນ້ອຍຂໍທານ ໄດ້ເງິນແລ້ວ ໄປຊື້ ກາວມາດົມ

ແຟນເພດຈ໌ ທາງຫຼັກ 52, ແຂວງວຽງຈັນ ໄດ້ລາຍງານເຂົ້າມາວ່າ ພົບເຫັນເດັກນ້ອຍຂໍທານ ໄດ້ເງິນແລ້ວ

ພາກັນໄປຊື້ ປ໋ອງກາວມາດົມ ຢູ່ຮ້ານຂາຍເຄື່ອງອາໄລລົດ ໜ້າຕະຫຼາດ, ເປັນຮ້ານຂອງຄົນຈີນ.

ເຈົ້າຂອງຮ້ານຂາຍເຄື່ອງອາໄຫຼ ຄວນຊ່ວຍກັນປົກປ້ອງ ເດັກນ້ອຍ ແລະ ບໍ່ຄວນ ຂາຍ ກາວ ໃຫ້ພວກເຂົາ ເພື່ອໄປສູບດົມ.

ພາບຖ່າຍເວລາປະມານ 13:00 ວັນທີ 17/11/2014. ຕາມສັງເກດເດັກນ້ອຍເຫຼົ່ານີ້ອາດຈະບໍ່ຮອດ 12 ປີຊ້ຳ.

ຮຽກຮ້ອງໃຫ້ໜ່ວຍງານກ່ຽວຂ້ອງ ຢູ່ທາງຫຼັກ 52 ກວດສອບ ແລະ ໃຫ້ການຊ່ວຍເຫຼືອ ເດັກນ້ອຍພວກນີ້ດວ່ນ

10425488_875661992465474_6965565067824407023_n.jpg?oh=21c2d0c8523b79c32779a03fbff153ce&oe=54D4E68C10419979_875661555798851_7362535180591052178_n.jpg?oh=87fa68fb8c345edd769ae5adb2e01204&oe=54DE0F2F&__gda__=1427973271_9d1c44f985d1b484d9161712b30e265710262233_875661832465490_5635227466386427683_n.jpg?oh=979dc698bc428cda7afc418095ecdda0&oe=54DF484310710654_875661495798857_1262940264893438901_n.jpg?oh=001d6680672d0c7055df96dd429aab75&oe=55177DDA



__________________
Anonymous

Date:
Permalink   
 

ເຍົາວະຊົນລາວເປັນກະດູກສັນຫຼັງຂອງຊາດລາວ ຄົນລາວທຸກຄົນຄວນຊ່ອຍກັນ

ປົກປັກຮັກສາແລະສົ່ງເສີມເຂົາເຈົ້າໃຫ້ເປັນເດັກດີຂອງຄອບຄົວ ຂອງສັງຄົມ

ແລະຂອງຊາດ.

ຖ້າທ່ານພົບເຫັນຫຼືຮູ້ຈັກເດັກນ້ອຍຄົນນີ້, ກະລຸນານຳສົ່ງຫຼືໂທບອກກົມປະຊາສົງເຄາະ

ເພື່ອໃຫ້ເພິ່ນນຳເດັກນ້ອຍຄົນນີ້ໄປບຳບັດ.

ຂອບໃຈ



__________________
Anonymous

Date:
Permalink   
 

wrote:

 

ເດັກນ້ອຍຂໍທານ ໄດ້ເງິນແລ້ວ ໄປຊື້ ກາວມາດົມ

ແຟນເພດຈ໌ ທາງຫຼັກ 52, ແຂວງວຽງຈັນ ໄດ້ລາຍງານເຂົ້າມາວ່າ ພົບເຫັນເດັກນ້ອຍຂໍທານ ໄດ້ເງິນແລ້ວ

ພາກັນໄປຊື້ ປ໋ອງກາວມາດົມ ຢູ່ຮ້ານຂາຍເຄື່ອງອາໄລລົດ ໜ້າຕະຫຼາດ, ເປັນຮ້ານຂອງຄົນຈີນ.

ເຈົ້າຂອງຮ້ານຂາຍເຄື່ອງອາໄຫຼ ຄວນຊ່ວຍກັນປົກປ້ອງ ເດັກນ້ອຍ ແລະ ບໍ່ຄວນ ຂາຍ ກາວ ໃຫ້ພວກເຂົາ ເພື່ອໄປສູບດົມ.

ພາບຖ່າຍເວລາປະມານ 13:00 ວັນທີ 17/11/2014. ຕາມສັງເກດເດັກນ້ອຍເຫຼົ່ານີ້ອາດຈະບໍ່ຮອດ 12 ປີຊ້ຳ.

ຮຽກຮ້ອງໃຫ້ໜ່ວຍງານກ່ຽວຂ້ອງ ຢູ່ທາງຫຼັກ 52 ກວດສອບ ແລະ ໃຫ້ການຊ່ວຍເຫຼືອ ເດັກນ້ອຍພວກນີ້ດວ່ນ

10425488_875661992465474_6965565067824407023_n.jpg?oh=21c2d0c8523b79c32779a03fbff153ce&oe=54D4E68C10419979_875661555798851_7362535180591052178_n.jpg?oh=87fa68fb8c345edd769ae5adb2e01204&oe=54DE0F2F&__gda__=1427973271_9d1c44f985d1b484d9161712b30e265710262233_875661832465490_5635227466386427683_n.jpg?oh=979dc698bc428cda7afc418095ecdda0&oe=54DF484310710654_875661495798857_1262940264893438901_n.jpg?oh=001d6680672d0c7055df96dd429aab75&oe=55177DDA


 ອົງການນານາຊາດ ພວກນີ້ ໄປຊວ່ຍລາວໃຫ້ຈະເຮີນຂື້ນ ຫລືວ່າຊ່ວຍໃຫ້ທຸກຍາກລົງ?

ເຮື້ອງສິດແລະເສຮີພາບ ໃນລາວພວກນີ້ບໍ່ເຄີຍກ່າວເຖິງ ແລ້ວພວກມັນຈະພາກັນພັດທະນາໄດ້ແນວໃດ?

 ການ ຊວ່ຍເຫລືອ ຕ່າງ ປະເທດ ບໍ່ ໃດ້ ນໍາພາ ໃຫ້ ຊື່ງ ການ ນັບຖື ສິດທິ ມະນຸດ ແຕ່ ປະການ ໃດ. ເຖີງ ເວລາ ແລ້ວ ທີ່ ຜູ້ ໃຫ້ ການ ຊວ່ຍເຫລືອ ຈະຕອ້ງ ວາງ ເງື່ອນໄຂ ພັກດັນ ໃຫ້ ລັຖະບານ ສປປ ລາວ ນັບຖື ສິດທິ ມະນຸດ

table%2Bcircle%2Bmeeting.jpg

ລັດຖະບານລາວ, ອົງການ ສະຫະປະຊາຊາດເພື່ອການພັດ ທະນາ (ສປຊ) ແລະ ບັນດາຄູ່ ຮ່ວມພັດທະນາ, ໄດ້ຮ່ວມ ກັນຈັດ ກອງປະຊຸມໂຕະມົນປະຈຳປີ 2014 ເພື່ອປຶກສາຫາລືເພື່ອຊອກ ຊ່ອງທາງຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າ ໝາຍການພັດທະນາທີ່ວາງໄວ້, ໂດຍສະເພາະການບັນລຸແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາເພື່ອ ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາໃນປີ 2020.

        ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ທອງລຸນ ສີສຸລິດ ກ່າວວ່າ: ສປປ ລາວ, ມີສະຖຽນລະພາບທາງດ້ານ ການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ອັນເປັນເງື່ອນໄຂ ສຳ ຄັນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມໃນຫລາຍສົກປີຜ່ານມາໄດ້ຮັບຜົນສຳເລັດເປັນຢ່າງດີ, ໂດຍສະເພາະເສດຖະ ກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍ 7,6%, ລາຍໄດ້ຕໍ່ຫົວ

ຄົນເພີ່ມຂຶ້ນຈາກ 1.534 ໂດລາສະຫະລັດໃນສົກປີ 2012-2013 ມາເປັນ 1.692 ໂດລາສະຫະລັດໃນ ສົກປີ 2013-2014, ເຊິ່ງຜົນສຳ ເລັດດັ່ງກ່າວກໍຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າຈາກທຸກພາກສ່ວນ, ລວມທັງພາກເອກກະຊົນ, ບັນດາປະ ເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດຄູ່ຮ່ວມພັດທະນາທີ່ໄດ້ໃຫ້ການຊ່ວຍເຫລືອດ້ານທຶນ ຮອນກໍຄືດ້າ ເຕັກນິກວິຊາການຢ່າງຕໍ່ເນື່ອງຕະຫລອດມາ, ແຕ່ ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍ ເຫັນວ່າ: ປະເທດລາວຍັງພົບ​ຂໍ້​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ເປັນຕົ້ນ: ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ,​ ການບໍລິຫານ​ຄຸ້ມ​ຄອງ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ວິ​ໄນ​ແຜນ ການ ແລະ ການ​ເງິນ, ລວມເຖິງ ບັນຫາການເກັບລາຍຮັບເຂົ້າງົບປະມານ, ເຊິ່ງເຫັນວ່າມີຄວາມ ຫຍຸ້ງ ຍາກ. ສະນັ້ນ, ເພື່ອ​ຮັບ​ມື​ ກັບ​ສິ່ງ​ທ້າ​ທາຍດັ່ງກ່າວການສົນ ທະນາປືກສາຫາລືແລກປ່ຽນ ຄວາມ​ຄິດ​ເຫັນຮ່ວມ​ກັນ​ຢ່າງ​ສ້າງສັນ, ກົງ​ໄປ​ກົງມາ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ພ້ອມ​ທັງ​ຢືນຢັນ​ຄວາມໝັ້ນໝາຍຮ່ວມ​ກັນ ເພື່ອເຮັດໃຫ້ເສດຖະກິດ​ແຫ່ງ​ຊາດ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ໝັ້ນທ່ຽງຍິ່ງ​ຂຶ້ນ, ​ພ້ອມ​ກັນ​ສືບ​ຕໍ່​ອອກ​ແຮງ​ຂຸດ​ຄົ້ນ​ຊອກ​ຫາ​ທ່າ​ແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ຢ່າງ​ ເອົາ​ໃຈ​ໃສ່​ເປັນ​ຕົ້ນ​ແມ່ນ​ການ​ເພີ່ມ​ແຫ​ລ່ງລາຍ​ຮັບ, ການ​ສ້າງ​ຂີດ​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ການ​ຫລາຍ​ຂຶ້ນ​ເພື່ອ​ຕອບ​ສະໜອງຄວາມ​ ຮຽກ ຮ້ອງ​ຕ້ອງການ​ພັດທະນາ​​ໃນ​ໄລຍະ​ໃໝ່ ແລະ ສາມາດ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ເຂົ້າ​ກັບ​ພາກ​ພຶ້ນ ແລະ ສາກົນ​, ແນ​ໃສ່ບັນລຸ​ເປົ້າໝາຍສະຫັດ​ສະ ວັດດ້ານ​ການ​ພັດທະນາ​ໃນ​ປີ 2015 ແລະ ການ​ຫລຸດ​ພ້ົນ​ອອກ​ຈາກ​ດ້ອຍ​ຄວາມ​ພັດທະນາ​ໃນ​ປີ 2020. ຢ່າງໃດກໍດີ, ໃນສົກປີ 2014-2015 ລັດຖະບານຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໂດຍສູ້ຊົນເຮັດໃຫ້ຄອບຄົວ ທຸກຍາກຫລຸດລົງຕ່ຳກວ່າ 10%, ຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ກຽມຄວາມພ້ອມໃນການເຂົ້າເປັນປະຊາຄົມ ເສດຖະກິດອາ ຊຽນ, ສິ່ງສຳຄັນຈະໄດ້ສຸມໃສ່ ວຽກງານເກັບກູ້ລະເບີດບໍ່ແຕກ,ຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ ແລະ ເລັ່ງເກັບກູ້ເນື້ອທີ່ເພື່ອການ ພັດທະນາ ແລະ ເນື້ອທີ່ການຜະລິດໃຫ້ໄດ້ຫລາຍກວ່າເກົ່າ.

     ທ່ານນາງ ຄາຣິນາ ອີ​ມ​ໂມ​ເນັນ ຜູ້​ປະສານ​ງານ​ອົງການ (ສປຊ)​ ກ່າວ​ວ່າ: ການ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ລັດຖະ ບານ ແລະ ຄູ່​ຮ່ວມ​ພັດທະນາ ລວ​ມທັງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ,​ ພາກ​ເອກະ​ຊົນ ແລະ ອົງ ການ​ຈັດ​ຕັ້ງ​ທາງ​ສັງຄົມ​ໃນ​​ຂະ​ບວນ ການ​ໂຕະມົນນີ້, ແມ່ນສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າຕໍ່​ກັບ​ການ​ພັດທະນາຂອງລາວ. ສຳລັບ (ສປຊ) ຍັງ​ຢືນຢັນຈະ​ສືບ​ຕໍ່​ສະ ໜັບສະໜູນຄວາມ​ພະຍາຍາມ​ຂອງ​ລັດຖະບານລາວເພື່ອ​ເລັ່ງ ລັດ​ໃຫ້ບັນລຸ​ເປົ້າໝາຍສະ​ຫັດ​ສະ ວັດ​ດ້ານ​ການ​ພັດທະນາທີ່​ຍັງ​ປະ ຕິບັດ​ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ແລະ ການ​ກະກຽມຂອບ​ການ​ພັດ ທະນາພາຍຫລັງປີ 2015 ລວມ ທັງການ​ນຳພາ​ປະ​ເທດ​ຫລຸດ​ພົ້ນ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ.
     ກອງປະຊຸມໂຕະມົນປະຈຳປີ 2014 ຈັດຂຶ້ນໃນວັນທີ 14 ພະ ຈິກນີ້, ຢູ່ນະຄອນຫລວງວຽງ ຈັນ, ໂດຍມີຫົວຂໍ້ວ່າ: ຕັ້ງໜ້າ ບັນລຸເປົ້າໝາຍການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງ ທີ VII, ເປົ້າໝາຍສະຫັດສະ ວັດດ້ານການພັດທະນາ ແລະ ນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບດ້ອຍ ພັດທະນາໃນປີ 2020.

 

 



__________________
Anonymous

Date:
Permalink   
 

table%2Bcircle%2Bmeeting.jpg

ແມ່ນຄວາມເຈົ້ານັ້ນລະ, ເລື້ອງທ່ານສົມບັດ ສົມພອນຫາຍສາບສູນ

ບໍ່ມີໃຜຍົກຂື້ນມາເວົ້າ, ຕົວຢ່າງ ພັກລັດຢຶດດິນໄຮ່ດິນນາຂອງປະຊົນ,ພັກລັດໃຊ້ສິດແລະອຳນາດ

ຂົ້ມຂຸ້ປະຊົນ ເຫຼົ່ານີ້ເປັນຕົ້ນ,ບໍ່ມີຄົນໃດຫລືອົງການໃດ ກ້າອ້າປາກຖາມ,

ສະນັ້ນພວກເຮົາ ຕ້ອງລາຍງານເລື້ອງນີ້ຂື້ນຫາເລຂາໃຫ່ຍ UN ຊະຫະປະຊາຊາດ

ເພື່ອໃຫ້ທອດຖອນ ພວກນີ້ ອອກຈາກ ສປປລາວ ເພາະວ່າ ພວກນີ້ ທຳງານ

ເລຍກົ້ນ ພັກລັດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard