ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຍອມກືນກິນ ນ້ຳລາຍໂຕເອງທີ່ຖົ່ມລົງດິນແລ້ວ
Anonymous

Date:
ພວກຍອມກືນກິນ ນ້ຳລາຍໂຕເອງທີ່ຖົ່ມລົງດິນແລ້ວ
Permalink   
 


ພວກຍອມກືນກິນ ນ້ຳລາຍໂຕເອງທີ່ຖົ່ມລົງດິນແລ້ວ

ຍອມກາບ,ຍອມໄຫ່ວ,ພວກນາຍທຶນຕ່າງຊາດ ທີ່ພວກເຂົາເຄີຍປະນາມວ່າ

ເປັນສັດຕຣູໂຕຮ້າຍກາດຂອງພວກເຂົາ

ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມຝຣັ່ງ

somsavad.jpg

 

ໃນໄລຍະເຄື່ອນໄຫວຢູ່ນະຄອນຫລວງປາຣີ, ທ່ານ ສົມສະ ຫວາດ ເລັ່ງສະຫວັດ ແລະ ຄະນະກໍໄດ້ພົບປະກັບທ່ານ Laurent Fabius ລັດຖະມົນຕີວ່າການກະຊວງການຕ່າງປະເທດຝຣັ່ງ ຕາມການປະສານງານຂອງສະຖານ ທູດຝຣັ່ງປະ ຈຳລາວ, ຊຶ່ງທ່ານລັດຖະມົນຕີຝຣັ່ງ ໄດ້ຕີລາຄາສູງຕໍ່ການພົວພັນທາງດ້ານການເມືອງລະຫວ່າງສອງປະເທດ ແລະ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານລາວ, ທີ່ໄດ້ຊ່ວຍແກ້ໄຂເລື່ອງການຈັດສັນທີ່ດິນໃຫ້ແກ່ໂຮງຮຽນສອນພາສາຝຣັ່ງ Hoffet ທີ່ນະຄອນຫລວງວຽງຈັນ. ນອກຈາກນັ້ນ ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ເຫັນດີເປັນເອກະພາບນຳກັນວ່າລາວ ແລະ ຝຣັ່ງມີຄວາມຈຳເປັນຈະຕ້ອງໄດ້ຮ່ວມ ກັນຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ຫລາຍຂຶ້ນກວ່າເກົ່າເພື່ອໃຫ້ສົມຄູ່ກັບການພົວພັນ ທີ່ດີທາງດ້ານການເມືອງ ແລະ ກັບທ່າແຮງບົ່ມຊ້ອນທີ່ມີ. ທັງສອງຝ່າຍ ເຫັນດີໃຫ້ການເອົາໃຈໃສ່ເສີມຂະຫຍາຍການແລກ ປ່ຽນວັດທະນະທຳນຳກັນໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ອີງຕາມຄຳສະເໜີຂອງຝ່າຍລາວເຮົາ, ທ່ານລັດຖະມົນຕີຝຣັ່ງຕົກລົງ ເພີ່ມທຶນການສຶກສາໃຫ້ແກ່ນັກຮຽນລາວຂຶ້ນຕື່ມ 50% ຈາກຈຳນວນທຶນທີ່ມີຢູ່ໃນປັດຈຸບັນ. ນອກຈາກນັ້ນ, ຝ່າຍຝຣັ່ງຢືນຢັນ ຈະສືບຕໍ່ໃຫ້ການຮ່ວມມືກັບລາວໃນວຽກງານປົກປັກຮັກສາເມືອງມໍລະດົກໂລກຫລວງພະບາງ ແລະ ວັດພູຈຳປາສັກການຮັກ ສາຄວາມປອດໄພທາງການບິນພົນລະເຮືອນໃຫ້ໄດ້ມາດຕະຖານສາກົນ, ພ້ອມທັງຍິນດີພິຈາລະນາການຊ່ວຍເຫລືອການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ຈະມາເຖິງນີ້ ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ.

           ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ເວົ້າວ່າ: ສປປ ລາວ ໄດ້ເອົາໃຈໃສ່ໃຫ້ການຮ່ວມມືກັບຝຣັ່ງ ແລະ ອີຢູ ຕະຫລາດມາ, ນັບຕັ້ງແຕ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2004 ກໍຄື ການເປັນປະເທດຜູ້ປະສານງານຂອງ ອາຊຽນກັບອີຢູໃນປີ 2006.
     ໃນໂອກາດນີ້, ທ່ານລັດຖະມົນຕີຝຣັ່ງໄດ້ສະເໜີໃຫ້ຝ່າຍລາວໃຫ້ການສະໜັບສະໜູນຕໍ່ການເປັນປະທານຂອງຝຣັ່ງໃນ ການຈັດກອງປະຊຸມສາກົນກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ຈະມີຂຶ້ນຢູ່ນະຄອນຫລວງປາຣີ ໃນເດືອນທັນວາ ປີ 2015 ທີ່ຈະ ມາເຖິງ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard