ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລົດຈຳໂບ້, ຕຸກໆສວຍໂອກາດສໍ້ໂກງລາຄາຜູ້ໂດຍສານ
Anonymous

Date:
ລົດຈຳໂບ້, ຕຸກໆສວຍໂອກາດສໍ້ໂກງລາຄາຜູ້ໂດຍສານ
Permalink   
 


ລົດຈຳໂບ້, ຕຸກໆສວຍໂອກາດສໍ້ໂກງລາຄາຜູ້ໂດຍສານ

djle1ear.bmp

 

ເປັນຍອ້ນ ຜູ້ນຳປະເທດ ພາເຂົາສໍ້ໂກງ

ສະພາບການດັ່ງກ່າວນັ້ນໄດ້ ເກີດມີມາເປັນເວລາດົນນານ ແລ້ວ, ແຕ່ພາກສ່ວນກ່ຽວຂ້ອງ​ເມີນ​ເສີຍ ​ແລະ ຖືເບົາຕໍ່ບັນຫາ. ຊຶ່ງຕາມທຳມະດາແລ້ວ ລົດ ຕຸກໆ-ຈຳໂບ້, ສອງແຖວທີ່ແລ່ນ ຮັບ-ສົ່ງໂດຍສານຕາມສາຍທາງຕ່າງໆໄດ້ຕິດລາຄາຄ່າໂດຍສານ ຈາກຄີວຈອດລົດແຕ່ລະຈຸດໄປ ຫາປາຍທາງແຕ່ລະບ່ອນຈະມີ ລາຄາແຕກຕ່າງກັນທີ່ຄະນະກຳມະການໄດ້ກຳນົດໄວ້, ແຕ່ກົງ ກັນຂ້າມເຈົ້າຂອງຜູ້ປະກອບການບໍ່ໄດ້ຖືສຳຄັນມີແຕ່ໃຊ້ປາກ ເວົ້າຕາມໃຈມັກຂອງເຂົາເຈົ້າ ເຊັ່ນວ່າ: ຄ່າໂດຍສານຈາກທາງ 13 ໃຕ້ ເຂົ້າມາຕົວເມືອງຍາມເວລາຄ່ຳຄືນມີ​ລາຄາແພງເກີນ ຂອບເຂດບາງຄັ້ງ ມີ​ລາຄາ​ສູງ​ເປັນ​ແສນກີບ/ຄົນ, ຖ້າ​ແມ່ນນັກ ທ່ອງ ທ່ຽວຕ່າງປະເທດພວກເຂົາຈະເອົາເປັນເງິນຕາ​ແຕ່ 10-20 ໂດລາສະຫະລັດ/ຄົນ ແລະ ໄປ ຍັງຈຸດອື່ນໆກໍມີລາຄາສູງຂຶ້ນ ເຊັ່ນ ດຽວກັນ, ເຖິງແມ່ນຄົນໂດຍສານຈະມີການຕໍ່ລອງແຕ່ກໍບໍ່ມີ ຜົນປະໂຫຍດມີແຕ່ສ້າງຄວາມ ເຂົ້າໃຈຜິດໃຫ້ແກ່ກັນໃນ ທີ່ສຸດກໍ ເກີດມີຫາງສຽງຈາກສັງຄົມ, ກໍໃຫ້ເກີດມີພາບພົດບໍ່ດີຕໍ່​ບ້ານ​ເມືອງເຮົາ. ດັ່ງນັ້ນຈຶ່ງຮຽກ ຮ້ອງມາຍັງພາກສ່ວນກ່ຽວ​ຂ້ອງ ກວດ ກາຄືນເຖິງການກະທຳຂອງພວກສວຍໂອກາດອັນໄດ້ ສ້າງສິ່ງກີດຂວາງການທ່ອງ ທ່ຽວສ້າງຄວາມເຊື່ອມສັດທາຕໍ່ພາບ​ພົດ ​ແລະ ຊື່​ສຽງ​ຂອງປະເທດ



__________________
Anonymous

Date:
RE: ລົດຈຳໂບ້, ຕຸກໆສວຍໂອກາດສໍ້ໂກງລາຄາຜູ້ໂດຍສານ
Permalink   
 


ຣັຖບານລາວຄວນເຂັ້ມງວດໃນກົດໝາຍທີ່ວ່າດ້ວຍຄ່າໂດຍສານແບບປະເທດອື່ນໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard