ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມໂຕະມົນຖາມເຣື້ອງ ທ.ສົມບັດ
Anonymous

Date:
ກອງປະຊຸມໂຕະມົນຖາມເຣື້ອງ ທ.ສົມບັດ
Permalink   
 


ກອງປະຊຸມໂຕະມົນຖາມເຣື້ອງ ທ.ສົມບັດ

ບັນດາ ປະເທດ ຄູ່ຮ່ວມ ພັທນາ ຍັງຄົງ ສືບຕໍ່ ທວງຖາມ ທາງ ການລາວ ເຣື້ອງການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ຢູ່ ກອງປະຊຸມ ໂຕະມົນ ວັນທີ 14 ທີ່ ຜ່ານມາ ເຖີງວ່າ ຈະບໍ່ມີ ຄຳຕອບ ທີ່ຊັດເຈນ ກໍຕາມ ເພາະວ່າ ທາງ ກອງປະຊຸມ ຖືວ່າ ບັນຫາ ສິດທິ ແມ່ນ ເງື່ອນໄຂ ການ ຮ່ວມມື ກັບ ສປປລາວ.

ຕົວແທນ ຈາກ ສະຫະພາບ ຢູໂຣບ ສະຖານທູດ ເຢັຽຣະມັນ ສະຖານທູດ ຝຣັ່ງ ສະຖານທູດ ອັງກິດ ແລະ ສະຖານທູດ ອະເມຣິກາ ປະຈຳລາວ ຍັງສືບຕໍ່ ທວງຖາມ ເຣື້ອງ ການຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢູ່ ໃນ ກອງປະຊຸມ ໂຕະມົນ.

ຜູ້ເຂົ້າຮ່ວມ ກອງ ປະຊຸມ ໂຕະມົນ ໄດ້ ຣາຍງານ ວ່າ ບັນດາ ຕົວແທນ ຈາກ ສະຫະພາບ ຢູໂຣບ ແລະ ຈາກ ສະຖານທູດ ດັ່ງກ່າວ ໄດ້ຕັ້ງ ຄຳຖາມ ຕໍ່ ເຈົ້າໜ້າຝ່າຍ ລາວ ກ່ຽວກັບ ທ່ານ ສົມບັດ ສົມພອນ ຈົນເຮັດໃຫ້ ເຈົ້າໜ້າທີ່ ຂັ້ນສູງ ທ່ານ ນຶ່ງ ເກີດອາການ ບໍ່ພໍໃຈ ແລ້ວ ຕອບໄປວ່າ ຄູ່ຮ່ວມ ພັທນາ ຄວນ ຈະສຸມໃສ່ ບັນຫາ ທີ່ໃຫຍ່ ແລະ ສໍາຄັນ ໃນ ປະເທດ ລາວ ຫລາຍກວ່າ ທີ່ ຈະມາເວົ້າ ເຣື້ອງ ທ່ານ ສົມບັດ ເພາະ ມັນເປັນ ເຣື້ອງ ເລັກນ້ອຍ.

ນອກຈາກ ນີ້ ສະຫະພາບ ຢູໂຣບ ປະຈຳລາວ ໄດ້ອອກ ຖແລງການ ເຖິງ ຣັຖບານ ລາວ ໃນໂອກາດ ທີ່ ເຂົ້າຮ່ວມ ກອງປະຊຸມ ໂຕະມົນ ໃນຄັ້ງນີ້. ເນື້ອໃນ ຂອງ ຖແລງ ການ ຕອນນຶ່ງ ແມ່ນໄດ້ ເວົ້າເຖິງ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອະວຸໂສ ດີເດັ່ນ ຂອງລາວ ທີ່ ບໍ່ມີ ຄຳ ອະທິບາຍ ໃດໆ ຈາກ ທາງການ ລາວ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ແກ້ໄຂ ບັນຫາ ນີ້ ຢ່າງ ຮີບດ່ວນ.

ໃນຕອນນຶ່ງຂອງຖະແຫລງການດັ່ງກ່າວໄດ້ວ່າເວົ້າ: ໃນກອງປະຊຸມໂຕມົນປີທີ່ຜ່ານມາ ພວກເຮົາໄດ້ຍົກບັນຫາການຫາຍໂຕແບບບໍ່ສາມາດອະທິບາຍໄດ້ຂອງ ທ່ານ ສົມບັດ ສົມພອນ ພວກເຮົາໄດ້ຮັບການຢືນຢັນຈາກຣັຖບານ [ລາວ] ວ່າ ຣັຖບານລາວໄດ້ດຳເນີນທຸກຂັ້ນຕອນ ເພື່ອສືບຕໍ່ການສືບສວນ ແລະ ນຳຜູ້ກະທຳຜິດມາລົງໂທດຕາມກົດໝາຍ. ປີນຶ່ງຜ່ານ (ແລະ ເກືອບສອງປີ ພາຍຫລັງການຫາຍໂຕໄປຂອງທ່ານ ສົມບັດ) ພວກເຮົມມີຄວາມເປັນຫວ່ງຢ່າງສູງ ທີ່ຄະດີບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ແລະ ທ່ານ ສົມບັດ ຍັງບໍ່ສາມາດເກັບຄືນມາສູ່ຄອບຄົວຂອງເພີ່ນ. ອີກຢ່າງນຶ່ງ ພວກເຮົາຂໍຮຽກຮ້ອງມາຍັງຣັຖບານ ລາວ ແກ້ໄຂກໍລະນີນີ້ ຢ່າງຮີບດ່ວນ.

ຖແລງການ ຍັງ ຢ້ຳ ອີກວ່າ: ພວກເຮົາ ຍັງຂໍ ສະເໜີ ໃຫ້ເຊີນ ຄນະເຮັດວຽກ ຂອງ ອົງການ ສະຫະ ປະຊາຊາດ ໃຫ້ຊ່ວຍ ແກ້ໄຂ ເຣື້ອງນີ້. ຄວາມບໍ່ ແນ່ນອນ ຕໍ່ ກໍຣະນີ ນີ້ ( ທ່ານ ສົມບັດ) ຈະສົ່ງຜົນ ບໍ່ດີ ຕໍ່ ສປປລາວ ໃນຂະບວນ ການ ທົບທວນ ປະຈຳ ຣະຍະ ດ້ານການ ປະຕິບັດ ວຽກງານ ສິດທິ ມະນຸດ ທີ່ ຈະມີຂຶ້ນ ໃນ ໄວໆນີ້.

ກອງ ປະຊຸມ ໂຕະມົນ ກັບ ຣັຖບານ ລາວ ໃນປີ 2013 ສະຫະພາບ ຢູໂຣບ ກໍໄດ້ ອອກຖແລງ ການ ແລະ ເນື້ອໃນ ສ່ວນນຶ່ງ ຂອງ ຖແລງການ ກໍໄດ້ຍົກ ກໍຣະນີ ເຣື້ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແຕ່ ບໍ່ໄດ້ຮັບ ຄຳຕອບ ໃດໆ ຈາກ ທາງການ ລາວ.

ຫວນຄືນໄປ ກອງ ປະຊຸມ ໂຕະມົນ ໃນປີ 2012 ກໍມີ ບັນຫາ ກັນກັບ ເຣື້ອງ ການເຊີນ ຕົວແທນ ຈາກ ອົງການ ບໍ່ ສັງກັດ ຣັຖບານ ແລະ ສະມາຄົມ ບໍ່ຫວັງ ຜົນກຳໄຣ ເຂົ້າຮ່ວມ ໂດຍ ມີຄົນໃຫ້ ທັສນະ ວ່າ ທາງການ ລາວ ເຊີນ ສະເພາະ ແຕ່ ອົງການ ຈັດຕັ້ງ ທີ່ ບໍ່ຄັດຄ້ານ ໂຄງການ ຂອງ ຣັຖບານ ເຂົ້າຮ່ວມ ໃນ ກອງປະຊຸມ ດັ່ງກ່າວ.

ຈົນ ຍານາງ ແອນນາ ໂຊຟີ ຜູ້ ອຳນວຍການ ອົງການ ເຮວວີຕັສ ປະຈຳ ລາວ ຊຶ່ງ ເປັນ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ໄດ້ຂຽນ ຈົດໝາຍ ເຖີງ ບັນດາ ຄູ່ຮ່ວມ ພັທນາ ກ່ຽວກັບ ບັນຫາ ດັ່ງກ່າວ.

ເນື້ອໃນ ຕອນນຶ່ງ ຂອງ ຈົດໝາຍ ໄດ້ກ່າວວ່າ ອົງການ ຈັດຕັ້ງ ໃດ ສະແດງ ຄຳຄິດ ຄຳເຫັນ ທີ່ ກົງໄປ ກົງມາ ກໍຈະຖືກ ກ່າວຫາ ວ່າ ຕໍ່ຕ້ານ ຣັຖບານ ລາວ. ຕໍ່ມາ ຈົດ ໝາຍ ດັ່ງກ່າວ ໄດ້ ຕົກເຖິງ ຣັຖບານ ດັ່ງນັ້ນ ຣັບຖານ ລາວ ຈຶ່ງ ອອກຄໍຳສັ່ງ ໃຫ້ ຍານາງ ແອນນາ ໂຊຟີ ອອກຈາກ ປະເທດ ລາວ ພາຍໃນ 48 ຊົ່ວໂມງ ຫລື ເອີ້ນ ກັນວ່າ ເນລະເທດ ນັ້ນເອງ ໂດຍ ຄຳສັ່ງ ມີຜົນ ບັງຄັບໃຊ້ ໃນ ວັນທີ 7 ທັນວາ 2012.

ແລະ ຫລັງຈາກ ທີ່ ຍານາງ ແອນນາໂຊຟີ ຖືກ ສັ່ງອອກ ຈາກ ປະເທດ ແລ້ວ ຕໍ່ມາ ໃນ ວັນທີ 15 ທັນວາ 2012 ທ່ານ ສົມບັດ ສົມພອນ ກໍຖືກ ລັກພາ ຕົວໄປ ຢູ່ຕໍ່ໜ້າ ປ້ອມ ຕຳຣວດຖນົນ ທ່າເດື່ອ ໃກ້ກັບ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ເຂດ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ. ອີງຕາມ ຫລັກຖານ ຈາກ ກ້ອງ ວົງຈອນ ປິດ.

ນັບແຕ່ນັ້ນ ເປັນຕົ້ນ ມາ ຄູ່ຮ່ວມ ພັທນາ ກໍໃຊ້ ເວທີ ກອງປະຊຸມ ໂຕະມົນ ກັບ ຣັຖບານ ລາວ ເພື່ອ ທວງຖາມ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຕັ້ງແຕ່ ກອງ ປະຊຸມ ໂຕະມົນ ໃນປີ ທີ່ ຜ່ານມາ ຈົນ ມາເຖີງ ກອງ ປະຊຸມ ໂຕະມົນ ປີນີ້.

ນອກຈາກ ການ ທວງຖາມ ເຣື້ອງ ທ່ານ ສົມບັດ ສົມພອນ ແລ້ວ ສະຫະພາບ ຢູໂຣບ ທີ່ ຖືວ່າ ເປັນ ຄູ່ຮ່ວມ ພັທນາ ທີ່ສຳຄັນ ຂອງລາວ ຍັງໄດ້ເວົ້າ ກ່ຽວກັບ ບັນຫາ ທີ່ດິນ ຊຶ່ງ ຖແລງການ ໄດ້ເວົ້າວ່າ ພວກເຮົາ ຂໍສະເໜີ ໃຫ້ ຣັຖບານ ຈຳກັດ ໃຫ້ ມີ ການເວນຄືນ ທີ່ດິນ ຂອງ ປະຊາຊົນ ສໍາລັບ ເປົ້າໝາຍ ໂຄງການ ພາກຣັຖ ເທົ່ານັ້ນ.
ແລະ ນອກຈາກ ນີ້ ສະຫະພາບ ຢູ່ໂຣບ ຍັງ ຮຽກຮ້ອງ ໃຫ້ ຣັຖບານ ລາວ ກຳນົດ ນະໂຍບາຍ ແລະ ກົດໝາຍ ຢ່າງ ຈະແຈ້ງ ເພື່ອ ປ້ອງກັນ ສິດນຳໃຊ້ ທີ່ດິນ ຕາມ ວິຖີ ຊີວິດ ປະເພນີ ຂອງ ປະຊາຊົນ ທີ່ ເຂົາເຈົ້າ ສືບທອດ ມູນ ມໍຣະດົກ ຕົກທອດ ມາ ເພື່ອ ຮັບປະກັນ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໂດຍ ສະເພາະ ແມ່ນ ກຸ່ມຄົນ ທີ່ ດ້ອຍ ໂອກາດ ຢູ່ເຂດ ຊົນນະບົດ.

ບັນຫາ ຂໍ້ ຂັດແຍ່ງ ທີ່ດິນ ໄດ້ ເກີດຂຶ້ນ ຢູ່ໃນ ປະເທດ ລາວ ນັບແຕ່ ຣັຖບານ ມີ ນະໂຍບາຍ ຫັນທີ່ດິນ ເປັນທຶນ ໂດຍ ໃຫ້ການ ສຳປະທານ ທີ່ດິນ ແກ່ ນັກລົງທຶນ ຕ່າງ ປະເທດ ປູກໄມ້ ອຸດສາຫະກັມ.

ຈົນມາເຖິງ ປັດຈຸບັນ ຣັຖບານ ໄດ້ໃຫ້ ສຳປະທານ ທີ່ດິນ ແກ່ ນັກລົງທຶນ ໄປແລ້ວ ກວ່າ 1 ລ້ານ ເຮັກຕາ. ຊຶ່ງ ບັນຫາ ດັ່ງກ່າວ ກໍໄດ້ຖືກ ຍົກຂຶ້ນມາ ຢູ່ ກອງ ປະຊຸມ ສະພາ ແຫ່ງຊາດ ຫລາຍຄັ້ງ ແລະ ຖືກຍົກ ຂຶ້ນມາ ສົນທະນາ ຢູ່ໃນ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຄັ້ງທີ 9 ທີ່ ຈັດຂຶ້ນ ໃນ ເດືອນ ຕຸລາ 2011 ຢູ່ ນະຄອນ ຫລວງ ວຽງຈັນ.

ຈຶ່ງເຮັດໃຫ້ ບັນຫາ ຂໍ້ ຂັດແຍ່ງ ທີ່ດິນ ເກີດຂຶ້ນ ຢູ່ ປະເທດ ລາວ ຖືກຮັບຮູ້ ຢ່າງ ກວ້າງຂວາງ ແລະ ບົດບາດ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ໃນລາວ ເລີ້ມ ສູງຂຶ້ນ ໃນ ເວລາ ນັ້ນ ແຕ່ໃນ ເວລາ ດຽວກັນ ມັນກໍໄປ ແຕະຕ້ອງ ຜົນປະໂຫຍດ ຂອງ ພນັກງານ ຂັ້ນສູງ ບາງທ່ານ ທີ່ ມີສ່ວນ ພົວພັນ ກັບການ ໃຫ້ ສຳປະທານ ທີ່ດິນ ແກ່ ນັກລົງ ທຶນ. ອີງຕາມ ການ ບອກເລົ່າ ຂອງ ແຫລ່ງຂ່າວ.

ແຫລ່ງຂ່າວ ຍັງກ່າວ ອີກວ່າ ເຫດການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ເພື່ອເຮັດ ໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ ເກີດຄວາມ ຢ້ານກົວ ທີ່ ຈະເຮັດວຽກ ກັບຊຸມຊົນ ໃນ ເຣື້ອງ ບັນຫາ ທີ່ດິນ.

ເຫດການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ຜ່ານໄປ ເປັນ ເວລາ ເກືອບ ສອງປີ ແລ້ວ ກໍຕາມ, ແຕ່ ຄູ່ຮ່ວມ ພັທນາ ກໍຍັງ ທວງຖາມ ກັບ ທາງການ ລາວ ຢ່າງ ຕໍ່ເນື່ອງ ເຖີງວ່າ ຄຳຕອບ ທີ່ໄດ້ມາ ຈະເປັນ ທຳນອງ ທີ່ວ່າ ບໍ່ຮູ້ ບໍ່ເຫັນ ບໍ່ຈັກ ກໍຕາມ.  ເພາະວ່າ ບັນຫາ ສິດທິ ມະນຸດ ເປັນນຶ່ງ ໃນ ຈຳນວນ ຫລາຍ ເງື່ອນໄຂ ພື້ນຖານ ທີ່ ປະເທດ ຮ່ວມ ພັທນາ ໄດ້ບອກ ກັບ ສປປລາວ ກ່ອນ ຈະໃຫ້ການ ຊ່ວຍເຫລືອ ນັ້ນເອງ.



__________________
Anonymous

Date:
Permalink   
 

ຄວນຈະບອກແຈ້ງຊື່ເຈົ້າໜ້າທີ່ຂັ້ນສູງທ່ານນັ້ນ, ຊາວໂລກໃຫ້ຄວາມສົນໃຈຫຼາຍພຽງນັ້ນ

ເພິ່ນຍັງກ້າເວົ້າວ່າເປັນເລື່ອງເລັກນ້ອຍອີກ ບ໊ະ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard