ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບ້ານຕົວຢ່າງ"ສາມສ້າງ"ຄ້າງຄາ
Anonymous

Date:
ບ້ານຕົວຢ່າງ"ສາມສ້າງ"ຄ້າງຄາ
Permalink   
 


ບ້ານຕົວຢ່າງ"ສາມສ້າງ"ຄ້າງຄາ

a0533883-ae67-48bd-ae49-2f535821f34d.jpeg

 

ເຈົ້າຫນ້າທີ່ ວຽກງານ ສາມສ້າງ ເປີດເຜີຍ ວ່າ ໃນ ຣະຍະ 2 ປີ ຜ່ານມາ ທາງການ ລາວ ໄດ້ດຳເນີນ ໂຄງການ ພັທນາ ບ້ານ ຕົວຢ່າງ ທີ່ ເອີ້ນວ່າ ສາມສ້າງ ໃນ ທົ່ວ ປະເທດ ຫລາຍ ກວ່າ 1 ຮ້ອຍ ບ້ານ ໃນນັ້ນ ມີກວ່າ 20 ສ່ວນຮ້ອຍ ບໍ່ປະສົບ ຜົນສຳເຣັດ ຍ້ອນ ມີບັນ ຫາ ຫຼາຍຢ່າງ ເຊັ່ນ: ຄວາມ ຫລ້າຊ້າ ໃນການຈ່າຍ ເງິນທຶນ ການແກ້ໄຂ ບັນຫາ ທີ່ ຊາວບ້ານ ສເນີ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ສາມສ້າງ ຄວາມຫມາຍ ຂອງມັນ ກໍແມ່ນ ເພີ່ນ ຈະສ້າງເປັນ ບ້ານ ພັທນາ ຣັຖບານ ເພີ່ນມີ ຈຸດ ແຕ່ລະຈຸດ ໃຫ້ຊີວີດ ຄວາມເປັນຢູ່ ຂອງ ປະຊາຊົນ ໄຟຟ້າ ນ້ຳປະປາ ພັທນາ ແຕ່ວ່າມັນ ຢາກຊ້າ ຫລື ວ່າກໍຊີ່ ບໍ່ເຕັມເມັດ ເຕັມໜ່ວຍ".

ທ່ານກ່າວ ຕື່ມວ່າ ນອກຈາກ ຫລ້າຊ້າ ແລ້ວ ການພັທນາ ໃນ ບາງບ້ານ ກໍມີຄວາມ ແຕກຕ່າງ ກັນ ບໍ່ເທົ່າທຽມ ກັນ ບາງບ້ານ ໄດ້ຮັບ ການພັທນາ ຫລາຍ ບາງບ້ານ ກໍພັທນາ ເລັກນ້ອຍ ເຮັດໃຫ້ ບາງບ້ານ ບໍ່ສາມາດ ພັທນາ ໃຫ້ເປັນ ບ້ານ ພັທນາ ຕາມ ຫລັກການ ຂອງ ຣັຖບານ ໄດ້.

ທ່ານວ່່າ ໃນຣະຍະ 2 ປີ ຜ່ານມາ ຣັຖບານ ລາວ ໄດ້ດຳເນີນ ໂຄງການ ບ້ານ ຕົວຢ່າງ ສາມສ້າງ ໃນ ຈຳນວນ 51 ເມືອງ 109 ບ້ານ ລວມ ປະຊາກອນ ກວ່າ 30 ພັນ ຄອບຄົວ ໃນນັ້ນ 82 ບ້ານ ສາມາດ ຍົກຣະດັບ ໃຫ້ເປັນ ບ້ານ ພັທນາ ໄດ້ສຳເຣັດ ຄິດເປັນ ສັດສ່ວນ ປະມານ 75 ສ່ວນຮ້ອຍ ຂອງ ບ້ານ ເປົ້າຫມາຍ ທີ່ ເຫລືອ 27 ບ້ານ ຫລື ປະມານ 25 ສ່ວນຮ້ອຍ ບ້ານ ເປົ້າຫມາຍ ບໍ່ສາມາດ ຍົກຣະດັບ ເປັນ ບ້ານພັທນາ ໄດ້.

ທ່ານກ່າວ ເພີ້ມວ່າ ເຖິງແມ່ນ ວ່າ ຣັຖບານ ລາວ ໄດ້ໃຊ້ ງົປມານ ໃນການ ດຳເນີນ ໂຄງການ ບ້ານ ສາມສ້າງ ກວ່າ 1 ຕື້ ກີບ ແຕ່ບໍ່ ສຳເຣັດ ກໍຕາມ ແຕ່ ຍັງ ຈະດຳເນີນ ໂຄງການ ນີ້ຢູ່ ໃນ ສົກປີ 2014-15. ໃນຂນະ ດຽວກັນ ປະທານ ປະເທດ ທ່ານ ຈຸມມະລີ ໄຊຍະສອນ ກໍ ຍອມຮັບ ວ່າ ໂຄງການ ດັ່ງກ່າວ ບໍ່ບັນລຸ ເປົ້າຫມາຍ ທີ່ ວາງໄວ້.



__________________
Anonymous

Date:
Permalink   
 


"ສາມສ້າງ"ຄ້າງຄາ" ເພາະບໍ່ມີງົບປະມານ

 

    ໃນໂອກາດສຳເລັດການດຳເນີນກອງປະຊຸມສະຫລຸບຕີລາຄາການປະຕິບັດທົດ ລອງວຽກງານ 3 ສ້າງທົ່ວປະເທດ, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມໂດຍ​ເນັ້ນ​ໃຫ້ທຸກ ພາກສ່ວນສືບຕໍ່ສຸມທຸກຄວາມພະຍາຍາມເຂົ້າໃສ່ການດຳເນີນວຽກງານ 3 ສ້າງຕິດພັນກັບການປັບປຸງບັນດາອົງການຈັດຕັ້ງທຸກຂັ້ນເຮັດໃຫ້ລະບົບການ ເມືອງພາຍໃຕ້ການນຳພາຂອງພັກມີຄວາມໜັກແໜ້ນເຂັ້ມແຂງນັບແຕ່ຮາກຖານ ຂຶ້ນມາ.

     ໃນສະເພາະໜ້ານີ້, ທ່ານປະທານປະເທດ, ໄດ້ຊີ້ນຳໃຫ້ທີ່ປະຊຸມເອົາໃຈໃສ່ປະຕິບັດວຽກງານພື້ນຖານຈຳນວນໜຶ່ງເປັນ ຕົ້ນ: ຕ້ອງບຸກທະລຸດ້ານຈິນຕະນາການ, ສິ່ງທີ່ຈຳເປັນທີ່ສຸດແມ່ນຕ້ອງເຮັດໃຫ້ຖັນແຖວການນຳ, ສະມາຊິກພັກ, ພະນັກງານ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງເຖິງ ຄວາມຈຳເປັນພາວະວິໄສຂອງວຽກງານ 3 ສ້າງ, ສຸມໃສ່ດຳເນີນກອງປະຊຸມອົງຄະນະພັກ ຂັ້ນເມືອງໃຫ້ສຳເລັດແລ້ວສືບຕໍ່ ຂັ້ນແຂວງ ແລະ ສູນກາງໂດຍໃຫ້ເອົາໃຈໃສ່ຜັນຂະຫຍາຍວຽກງານ 3 ສ້າງ

33%2Bsang.jpg



__________________
Anonymous

Date:
Permalink   
 

dc9bab45-6159-4e43-93b6-c9cf092a9126.jpeg

 

ຫລາຍຫມູ່ບ້ານແຖວແຂວງບ່ອນ ຜຂ ຢູ່ກໍພັທນາໄດ້ເກີນ 30ສ້າງຂອງພັກ-ລັດທີ່ໄດ່ວາງອອກ

ເຮືອນຂອງຜຂຂ້າງເທິງນີ້ ກໍປຸກແບບສວຍງາມເພາະໄດ້ເງິນຈາກຫນ່ວຍງານພັທນາຊົນນະບົດໂດຍສະເພາະ.



__________________
Anonymous

Date:
Permalink   
 

ຄ້າງຄາພໍມີໂອກາດຫລຸດຄາອອກມາໄດ້

ຖ້າກຄ້າງໂຄກ ຈອ້ຍວັບ

ວິທີແກ້ໃຂ ປຊຊ ລຽ້ງເປັດໄກ່ຫລາຍໆ 



__________________
Anonymous

Date:
Permalink   
 

Anonymous wrote:

"ສາມສ້າງ"ຄ້າງຄາ" ເພາະບໍ່ມີງົບປະມານ

 

    ໃນໂອກາດສຳເລັດການດຳເນີນກອງປະຊຸມສະຫລຸບຕີລາຄາການປະຕິບັດທົດ ລອງວຽກງານ 3 ສ້າງທົ່ວປະເທດ, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມໂດຍ​ເນັ້ນ​ໃຫ້ທຸກ ພາກສ່ວນສືບຕໍ່ສຸມທຸກຄວາມພະຍາຍາມເຂົ້າໃສ່ການດຳເນີນວຽກງານ 3 ສ້າງຕິດພັນກັບການປັບປຸງບັນດາອົງການຈັດຕັ້ງທຸກຂັ້ນເຮັດໃຫ້ລະບົບການ ເມືອງພາຍໃຕ້ການນຳພາຂອງພັກມີຄວາມໜັກແໜ້ນເຂັ້ມແຂງນັບແຕ່ຮາກຖານ ຂຶ້ນມາ.

     ໃນສະເພາະໜ້ານີ້, ທ່ານປະທານປະເທດ, ໄດ້ຊີ້ນຳໃຫ້ທີ່ປະຊຸມເອົາໃຈໃສ່ປະຕິບັດວຽກງານພື້ນຖານຈຳນວນໜຶ່ງເປັນ ຕົ້ນ: ຕ້ອງບຸກທະລຸດ້ານຈິນຕະນາການ, ສິ່ງທີ່ຈຳເປັນທີ່ສຸດແມ່ນຕ້ອງເຮັດໃຫ້ຖັນແຖວການນຳ, ສະມາຊິກພັກ, ພະນັກງານ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງເຖິງ ຄວາມຈຳເປັນພາວະວິໄສຂອງວຽກງານ 3 ສ້າງ, ສຸມໃສ່ດຳເນີນກອງປະຊຸມອົງຄະນະພັກ ຂັ້ນເມືອງໃຫ້ສຳເລັດແລ້ວສືບຕໍ່ ຂັ້ນແຂວງ ແລະ ສູນກາງໂດຍໃຫ້ເອົາໃຈໃສ່ຜັນຂະຫຍາຍວຽກງານ 3 ສ້າງ

33%2Bsang.jpg


 ເພາະພວກເພິ່ນໂກງເງິນພັດທະນາໄປຊື້ເຄື່ອງສະແຕກຫຼາຍໂພດ.ສັງເກດໜ້າພວກເພິ່ນໄຂ່ປານຄັນຄາກເບັ່ງຢາງ,

ຊຶ່ງຜິດກັບຕອນເຂົ້າມາໄໝ່ໆໝໍໃດກໍ່ໜ້າເຫຼືອງປານປູຈີ່.



__________________
Anonymous

Date:
Permalink   
 

33%2Bsang.jpg

ແນວຄົນມັນບໍ່ມີ ຫົວຄິດປະດິດສ້າງ, ມັນຊິສ້າງ 3 ສ້າງໄດ້ແນວໃດ?

ແຕກຕ່າງກັນຫລາຍ ກັບ Dr ສົມບັດ ສົມພອນ, ຜູ້ເພີ່ນມີຫົວຄິດປະດິດສ້າງ ພັດເອົາເພີ່ນໄປຂ້າຖິ່ມ

36.jpg

ກັບຈາກທີ່ທຳງານ ມານັ່ງຢູ່ບ້ານເອົາຫລານ ບໍ່ຄົ້ນຄວ່າແຜນການ

ບໍ່ແຕກຕ່າງກັນຫຍັງ ກັບຄົນປັນຍາອອ່ນ



Attachments
__________________
Anonymous

Date:
Permalink   
 

ບໍ່ຄ້າງດອກພວກທ່ານບໍ່ຕ້ອງເປັນຫ່ວງ

ພໍເຖີງເວລາປິດສລຸບເພີ່ນກໍ່ຂຽນບັລຍາຍ

ວ່າສຳເຣັດລື່ນຄາດຫມາຍ, ຕົບມືຟ້ອນລຳວົງ

ກີນລ້ຽງ ມອບຫລຽນ ມອບໃບຍ້ອງຍໍ

ເລື່ອນຊັ້ນຕຳແຫນ່ງໃຫ້ຜູ້ທີ່ເພີ່ນເອີ້ນວ່າຊີ້ນຳ

ແລ້ວກໍ່ຈົບ



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

ສາມສ້າງຄ້າງໂຄກ 

ມັນເປັນພຽງຄວາມຝັນລົມໆ​ແລ້ງໆ ...ເວົ້າງ່າຍຟັງຍາກ

ຮູ້ແຕ່ແຕ້ມແຕ່ງ ເອົາຮູບມາຕົວະໂລກ.

ຕ້ອງປ່ຽນແປງພວກກຸ່ມປົກຄອງ ເພາະບໍ່ມີຄວາມສາມາດສ້າງຄວາມກ້າວໜ້າ

ບໍ່ຄືບໜ້າຫຍັງຫມົດ.

 

 

 

 

 

 

 

 



__________________
Anonymous

Date:
Permalink   
 

ຈຸມມະລີ ຕົວະນັກທູດຕ່າງປະເທດ. ວ່າສາມາດບັນລຸໝາກຜົນໄດ້ດີ

ໃນການປົກຄອງປະເທດ 39 ປີ

ຜູ້ນຳລາວ ຕ້ອນຮັບການເຂົ້າອວຍພອນຂອງບັນດາທູຕານຸທູດ ໂອກາດວັນຊາດຄົບຮອບ 39 ປີ

10348535_884398468258493_2161670115512516717_n.jpg?oh=1f79d212d332c7b4d1c014fb6fcb9136&oe=5505FA10&__gda__=1426145960_2137e5f3d9b6b98da834da95a169760b

 

 

ໃນຕອນເຊົ້າວັນທີ 1 ເດືອນທັນວາ ປີ 2014 ທີ່ທຳນຽບປະທານປະເທດ, ການນຳພັກ-ລັດ ປະກອບມີ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ໄດ້ເປັນກຽດຕ້ອນຮັບການ ເຂົ້າຢ້ຽມຄຳນັບອວຍພອນຂອງບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ນຳໂດຍ ທ່ານ ດາໂຕະ ຕັນໄຕເຮັງ ເອກອັກຄະລັດ ຖະທູດອາວຸໂສ ແຫ່ງປະເທດມາເລເຊຍ ປະຈຳລາວ. ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 39 ປີ (2/12/1975-2/12/2014) ແລະ ປີໃໝ່ສາກົນ 2015.

ທ່ານທູດອາວຸໂສ ໄດ້ກ່າວຊົມເຊີຍຕໍ່ຜົນງານຂອງລັດຖະບານລາວ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກທີ່ສາ ມາດບັນລຸໝາກຜົນໃນປີ 2014 ໂດຍສະເພາະຜົນຂອງການທົບທວນກາງສະໄໝ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ທີ່ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸຜົນສຳເລັດອັນໂດດເດັ່ນຫລາຍດ້ານ ໂດຍສະເພາະການຮັກສາຈັງຫວະການຂະຫຍາຍ ຕົວດ້ານເສດຖະກິດຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງ ແລະ ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ເຊິ່ງຮັບປະກັນໃຫ້ປະຊາຊົນລາວ ທຸກເຜົ່າສາມາດມີສິດອັນຊອບທຳ ແລະ ເສລີພາບໃນການເຂົ້າຮ່ວມພັດທະນາປະເທດຊາດໄດ້ຢ່າງຫ້າວຫັນ. ພ້ອມນີ້ ສປປ ລາວ ຍັງກຽມຄວາມພ້ອມ ສຳລັບຂະບວນການເຊື່ອມໂຍງ ໃນປະຊາຄົມເສດຖະກິດອາຊຽນ ຂະນະທີ່ພວມເລັ່ງລັດການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ເປົ້າໝາຍ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.



__________________
Anonymous

Date:
Permalink   
 

Anonymous wrote:

ສາມສ້າງຄ້າງໂຄກ 

ມັນເປັນພຽງຄວາມຝັນລົມໆ​ແລ້ງໆ ...ເວົ້າງ່າຍຟັງຍາກ

ຮູ້ແຕ່ແຕ້ມແຕ່ງ ເອົາຮູບມາຕົວະໂລກ.

ຕ້ອງປ່ຽນແປງພວກກຸ່ມປົກຄອງ ເພາະບໍ່ມີຄວາມສາມາດສ້າງຄວາມກ້າວໜ້າ

ບໍ່ຄືບໜ້າຫຍັງຫມົດ.

 

 

 

 

 

 

 

 


 ຄົນທີ່ຈະສາມາດ ສ້າງ "ສາມສາມ"ໄດ້ແມ່ນ ທ່ານ Dr ສົມບັດສົມພອນ

sombath-work-banner2.jpg?w=1000&h=283&crop=1

---------------------------------------------------------------------------------------------------------

/download.spark?ID=1640491&aBID=138054

ບໍ່ແມ່ນ ບັກນີ້ ນັ້ງຢູ່ບ້ານລ້າໆ ເອົາຫລານ ບໍ່ຕ່າງຫຍັງກັບຄົນ

ສິ້ນປັນຍາ ບໍ່ມີຄວາມຄິດ ຊ່ວຍເຫຼືອປະຊົນຜູ້ທຸກຍາກລຳບາກ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard