ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ
Anonymous

Date:
ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ
Permalink   
 


ສປປ ລາວ ທີ 2 ທັນວາ

image

ພັກ ແລະ ຣັຖບານ ລາວ ບໍ່ມີຄຳສັ່ງ ຈັດງານ ໃຫຍ່ໂຕ ມະໂຫລານ ເພື່ອ ສເລີມສລອງ ວັນຊາດ ທີ 2 ທັນວາ ຄົບຮອບ 39 ແຫ່ງ ການ ສ້າງຕັ້ງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ໃນ ປີນີ້ ຍ້ອນວ່າ ສປປ ລາວ ມີບັນຫາ ທາງ ດ້ານ ການເງິນ. ນັກຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ສຳພາດ ເຈົ້າໜ້າທີ່ ຂອງ ຣັຖ 2 ທ່ານ ຜູ້ທີ່ ຂໍສງວນ ຊື່ ຢູ່ ນະຄອນ ຫລວງ ວຽງຈັນ ກ່ຽວກັບ ເລື້ອງນີ້. ເຈົ້າໜ້າທີ່ ຣັຖ ທ່ານນຶ່ງ ກ່າວວ່າ:

"ບໍ່ມີການ ເໜັງຕິງ ຫຍັງ, ມິດ ເພີ່ນບໍ່ໃຫ້ ມີການ ສເລີມສລອງ ຫຍັງ ແຕ່ລະ ກະຊວງ ມັນຕິດລົບ. ແຕ່ເງິນ ຊິເອົາໄປໃຊ້ ເດິນ ສວນສນາມ ຍັງບໍ່ມີ. ມັນເລື້ອງ ເງິນໆໆ ຄຳໆ ນີ້ລະ ບາງບ່ອນ ກໍຍັງ ບໍ່ທັນໄດ້ ຮອດ ເງິນເດືອນ".

ເຈົ້າໜ້າທີ່ ທ່ານນັ້ນ ຍັງ ກ່າວຕື່ມ ອີກວ່າ:

"ການທີ່ ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ ແລະ ພນັກງານ ຂັ້ນໃຫຍ່ ກະກິນ ພໍຂັ້ນໃຫຍ່, ພນັກງານ ຂັ້ນກາງ ກໍກິນ ພໍຂັ້ນກາງ ແລະ ພນັກງານ ຂັ້ນນ້ອຍ ກໍກິນ ພໍຂັ້ນນ້ອຍ ຈົນເຮັດໃຫ້ ຄັງເງິນ ແຫ່ງຊາດ ຕິດລົບ. ບໍ່ມີເງິນ ແຮ່ຄັງ".

ເຈົ້າໜ້າທີ່ ຣັດ ອີກທ່ານນຶ່ງ ກ່າວວ່າ ປີນີ້ ຣັຖບານ ຈະບໍ່ມີ ການຈັດງານ ຫຍັງ ໃຫຍ່ໂຕ ຍ້ອນວ່າ ເຂົາເຈົ້າ ຈະກຽມໄວ້ ຈັດງານ ໃນ ປີຕໍ່ໄປ ຊຶ່ງຈະຈັດ ໃຫ້ ໃຫຍ່ ບາດດຽວເລີຍ. ແລະ ເຈົ້າໜ້າທີ່ ທ່ານນີ້ ຍັງກ່າວ ອີກວ່າ ຈີນ ຈະໃຫ້ເງິນ ຊ່ວຍເຫຼືອ ແກ່ ສປປ ລາວ ໃນການ ຈັດງານ ສລອງ ວັນຊາດ ທີ 2 ທັນວາ ໃນປີ 2015 ຊຶ່ງ ຈະເປັນວັນ ຄອບຮອບ 40 ປີ ຂອງ ສປປ ລາວ.

ໃນໂອກາດ ວັນຊາດ ທີ 2 ທັນວາ ປີນີ້ ໜັງສືພິມ ຂອງ ທາງການ ລາວ ກໍໄດ້ ຣາຍງານ ສະເພາະ ແຕ່ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ ກ່າວບົດ ປາໄສ ກ່ຽວກັບ ຄວາມເປັນມາ ຂອງ ວັນຊາດ ແລະ ນໍາພາ ບັນດາ ການນຳ ພັກ-ຣັດ ເຂົ້າວາງ ພວງມະລາ ຢູ່ ອານຸສາວະຣີ ນັກຮົບ ນິຣະນາມ ແລະ ຢືນໄວ້ ອາໄລ ຢູ່ ອານຸສາວະຣີ ຂອງອະດີດ ປະທານ ໄກສອນ ພົມວິຫານ.



__________________
Anonymous

Date:
RE: ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ
Permalink   
 


ໜ່ວຍງານກໍາຈັດກຸ່ມຕ້ານ ພັກຣັດ

0639881a-7672-4e42-b5bb-0f6d5c44a91c.jpeg

ເຈົ້າຫນ້າທີ່ ຂັ້ນສຸງ ຣະດັບ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ເວົ້າວ່າ, ຄນະ ກັມມະການ ກົມ ການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ສັ່ງການ ໃຫ້ ອົງການ ຈັດຕັ້ງ ມະຫາຊົນ ແລະ ຫນ່ວຍພັກ ທຸກຣະດັບ ໃນ ທົ່ວ ປະເທດ ດຳເນີນ ການ ກວດກາ ທຸກ ການ ເຄື່ອນໄຫວ ໃນ ສັງຄົມ ຢ່າງ ເຂັ້ມງວດ ເພື່ອ ຮັບປະກັນ ຄວາມ ປອດພັຍ ໃນເຂດ ຮັບຜິດຊອບ ຂອງຕົນ ໃຫ້ໄດ້ 100 ສ່ວນຮ້ອຍ ເພື່ອ ຕ້ອນຮັບ ໂອກາດ ການສ້າງ ຕັ້ງພັກ ຄົບຮອບ 60 ປີ ໃນປີ 2015 ນີ້.

ສາເຫດ ສຳຄັນ ທີ່ເຮັດໃຫ້ ຄນະ ກົມ ການເມືອງ ຕ້ອງມີ ຄຳສັ່ງ ດັ່ງກ່າວ ເພາະ ເຫັນວ່າ ກຸ່ມຄົນ ທີ່ ທາງການ ລາວ ເອີ້ນວ່າ ຄົນບໍ່ດີ ນັ້ນ ໄດ້ ສວຍໂອກາດ ໂຈມຕີ ການນຳພາ ຂອງ ພັກ ແລະ ຣັຖບານ ລາວ ນັບມື້ ຫລາຍຂຶ້ນ ດ້ວຍການ ໃຊ້ ບັນຫາ ຫລາຍດ້ານ ເຊັ່ນ: ສໍ້ຣາສ ບັງຫລວງ ບັນຫາ ການຂັດແຍ່ງ ທີ່ດິນ ກັບ ປະຊາຊົນ ບັນຫາ ການ ຕັດໄມ້ທ່ອນ ແລະ ບັນຫາ ການ ລັກຂຸດຄົ້ນ ແຮ່ທາດ ມາ ເປັນ ປະເດັນ ທີ່ ສຳຄັນ ໃນການ ໂຈມຕີ ຣັຖບານ. ດັ່ງນັ້ນ ເພື່ອ ທັບມ້າງ ການ ເຄື່ອນໄຫວ ຂອງ ກຸ່ມ ດັ່ງກ່າວ ຄນະ ກັມມະການ ກົມ ການເມືອງ ຈຶ່ງ ໄດ້ຮັບສັ່ງ ໃຫ້ມີການ ສ້າງຕັ້ງ ຫນ່ວຍ ສະເພາະກິຈ ຂຶ້ນ ໃນທຸກຂັ້ນ ດັ່ງທ່ານ ກ່າວວ່າ:

"ສິ່ງສຳຄັນ ໄປ ກວ່ານັ້ນ ເຮົາກໍສຸມໃສ່ ແກ້ໄຂ ຄວາມ ບໍ່ສງົບ ຄວາມ ບໍ່ເປັນ ຣະບຽບ ຮຽບຮ້ອຍ ຢູ່ຕາມ ທ້ອງຖິ່ນ ຕາມບ້ານ ຕ່າງໆ ເປັນຕົ້ນ ແມ່ນ ສະເພາະທີ່ມັນ ເກີດຂຶ້ນ ຈາກ ການ ເຄື່ອນໄຫວ ຂອງ ພວກ ຄົນບໍ່ດີ ການຄ້າຂາຍ ເຖື່ອນ ການ ຄ້າຂາຍ ຢາເສບຕິດ ການ ລັກຂຸດຄົ້ນ ຊັພຍາກອນ ປ່າໄມ້ ການ ລັກຂຸດຄົ້ນ ແຮ່ທາດ ແລະອື່ນໆ".

ໂດຍພາຍໃຕ້ ຄຳສັ່ງ ດັ່ງກ່າວ ທາງການ ລາວ ຈະມີການ ສ້າງຕັ້ງ ຫນ່ວຍ ສະເພາະກິດ ຂື້ນເຖິງ 11,700 ກວ່າ ຫນ່ວຍ ໃນ ທົ່ວປະເທດ ຈະໃຊ້ ກຳລັງພົລ ຫລື ສະມາຊິກ ພັກ ກວ່າ ສອງແສນ ຄົນ ໃນການ ປະຕິບັດ ວຽກງານ.



__________________
Anonymous

Date:
ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ
Permalink   
 


0639881a-7672-4e42-b5bb-0f6d5c44a91c.jpegRPG.jpg

ຖ້າບໍ່ຢາກຕາຍຫູງຕອນເຖົ້າ ພວກສູຕ້ອງ ຄືນອຳນາດໃຫ້ກັບປະຊາຊົນສະ ນີ້ກູອອກມາເຕືອນໃນຖະນະເພື່ອນ



Attachments
__________________
ທ່ານ ກ່ອງແກ້ວ ນະ ສາລະວັນ

Date:
RE: ຣັຖບານ ບໍ່ມີເງິນ ຈັດງານ ວັນຊາດ ຍ້ອນວ່າ ບັນຫາ ການສໍ້ຣາສ ບັງຫລວງ
Permalink   
 


ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard