ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສີມຂະຫຍາຍໂຄງການສາມສ້າງໃຫ້ໄດ້ໝາກຜົນ ຕ້ອງແມ່ນນີ້ເລີຍ
Anonymous

Date:
ເສີມຂະຫຍາຍໂຄງການສາມສ້າງໃຫ້ໄດ້ໝາກຜົນ ຕ້ອງແມ່ນນີ້ເລີຍ
Permalink   
 


ຈະເຮັດແນວໃດ ເພື່ອເອົາເງີນທີ່ຜູ້ນຳລາວ ແລະຍາດຕິພີນ້ອງໂກງກິນຊາດມາເສີມຂະຫຍາຍໂຄງການສາມສ້າງ?

ທ່ານໃດມີວິທີ່ປາຍແຫລມແຫລມ ຊ່ວຍແນະນຳຊ່ວຍຊາດ ແລະ ຈະເອົາຫົວຂໍ້ນີ້ ສົ່ງເຂົ້າສາຍດ່ວນສະພາແຫ່ງຊາດໃນເວລາເພິ່ນປະຊຸມ ໃຫ້ຜູ້ແທນຫຸ້ນເຊີດຂອງພັກ ແລະຫົວລ້ານຍ້ອນບໍ່ຄິດຫັຍງ

ນອກຈາກຕຳແໜ່ງ ໄດ້ອ່ານ.



__________________
Anonymous

Date:
RE: ເສີມຂະຫຍາຍໂຄງການສາມສ້າງໃຫ້ໄດ້ໝາກຜົນ ຕ້ອງແມ່ນນີ້ເລີຍ
Permalink   
 


Anonymous wrote:

ຈະເຮັດແນວໃດ ເພື່ອເອົາເງີນທີ່ຜູ້ນຳລາວ ແລະຍາດຕິພີນ້ອງໂກງກິນຊາດມາເສີມຂະຫຍາຍໂຄງການສາມສ້າງ?

ທ່ານໃດມີວິທີ່ປາຍແຫລມແຫລມ ຊ່ວຍແນະນຳຊ່ວຍຊາດ ແລະ ຈະເອົາຫົວຂໍ້ນີ້ ສົ່ງເຂົ້າສາຍດ່ວນສະພາແຫ່ງຊາດໃນເວລາເພິ່ນປະຊຸມ ໃຫ້ຜູ້ແທນຫຸ້ນເຊີດຂອງພັກ ແລະຫົວລ້ານຍ້ອນບໍ່ຄິດຫັຍງ

ນອກຈາກຕຳແໜ່ງ ໄດ້ອ່ານ.


 ນະໂຍບາຍ 3 ສ້າງ ຍັງບໍ່ສ້າງສັນ

0be4f311-98a3-427e-9457-07a2a38c04a4.jpeg

 

ວຽກງານ 3 ສ້າງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ບໍ່ໄດ້ຮັບ ຜົລ ພໍເທົ່າໃດ ຍ້ອນຂາດ ງົປມານ ແລະ ປະຊາຊົນ ສ່ວນຫຼາຍ ບໍ່ມີດິນ ທໍາກິນ ຫລື ບໍ່ມີ ທຶນຮອນ ທໍາການຜລິດ ຢ່າງອື່ນ.

3 ສ້າງ ເປັນ ວຽກງານ ທີ່ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ວາງອອກ ຢູ່ ໃນ ກອງປະຊຸມ ໃຫຍ່ຄັ້ງ ທີ 9 ຂອງ ພັກ ທີ່ວ່າ: “ສ້າງແຂວງ ເປັນຫົວໜ່ວຍ ຍຸທສາດ, ສ້າງເມືອງ ເປັນຫົວໜ່ວຍ ເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານ ເປັນ ຫົວໜ່ວຍ ພັທນາ” ແລະ ປະຕິບັດ ມາໄດ້ 2 ປີ ທີ່ມີການ ວິພາກ ວິຈານ ກັນວ່າ ວຽກງານ ນີ້ ບໍ່ໄດ້ ຮັບຜົລ ພໍເທົ່າໃດ ຍ້ອນ ຣັຖບາລ ໃຊ້ ງົປມານ ເຂົ້າໃສ່ ບໍ່ ພຽງພໍ ແລະ ພນັກງານ ທີ່ ຖືກສົ່ງໄປ ຊີ້ນໍາ, ຈັດຕັ້ງ ປະຕິບັດ ນັ້ນ ສ່ວນໃຫຍ່ ກໍລ້ວນ ແຕ່ ເປັນຄົນ ທີ່ ຂັ້ນນໍາ ພັກ-ຣັຖ ປັດຈຸບັນ ຈະເອົາເປັນ ຜູ້ສືບທອດ, ບໍ່ແມ່ນ ພນັກງານ ວິຊາການ ສະເພາະ ວຽກງານ ການ ພັທນາ ດ້ານນີ້.

ແຕ່ ເຖິງຢ່າງໃດ ຜູ້ນໍາພັກ ກໍຍັງ ຖືວ່າ 3 ສ້າງ ແມ່ນ ການ ປະຕິວັດ, ແມ່ນ ກໍາລັງ ແຮງຍູ້ ການພັທນາ ທ້ອງຖິ່ນ. ວຽກງານ 3 ສ້າງ ແມ່ນ ການເສີມ ຂຍາຍ ຄວາມເປັນ ເຈົ້າການ ແລະ ຄວາມ ຮັບຜິດຊອບ ໃນການ ຄຸ້ມຄອງ ຣັດ, ຄຸ້ມຄອງ ເສຖກິດ ສັງຄົມ, ຕິດແໜ້ນ ກັບ ຮາກຖານ ການເມືອງ, ພັທນາ ຊົນນະບົດ ຮອບດ້ານ ຕາມ 4 ເນື້ອໃນ ແລະ 4 ຄາດໝາຍ ເພື່ອໃຫ້ ມີ ສະເຖັຽຣະພາບ ທາງ ການເມືອງ, ມີ ຄວາມສງົບ, ເພື່ອ ບັນລຸ ເປົ້າໝາຍ ສະຫັດ ສວັດ ດ້ານ ການພັທນາ ໃນ ປີ 2015, ເຮັດໃຫ້ ປະເທສ ຫລຸດພົ້ນ ອອກຈາກ ຄວາມດ້ອຍ ພັທນາ ໃນ ປີ 2020.

ຜ່ານການ ປະຕິບັດ ແລະ ຜັນຂຍາຍ ມະຕິ 3 ຂອງ ກົມການເມືອງ ສູນກາງ ພັກ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ຫົວໜ້າ ພັກ ທີ່ຜູກຂາດ ອໍານາດ ໃນລາວ ກ່າວຕໍ່ ກອງປະຊຸມ ສລຸບ ການ ປະຕິບັດ ວຽກງານ 3 ສ້າງ ໃນຕົ້ນ ອາທິດ ທີ່ ຜ່ານມາ ນີ້ວ່າ ມີ 5 ຜົລງານ ແລະ 4 ວຽກງານ ພື້ນຖານ ທີ່ ຈະຕ້ອງໄດ້ ເຮັດຕໍ່ໄປ.

ທາງການ ລາວ ປະກາດ ວ່າ ສອງປີ ຜ່ານມາ ນີ້ ໃນຈໍານວນ 109 ບ້ານ ທີ່ ໄດ້ເຮັດ ທົດລອງ ວຽກງານ 3 ສ້າງນັ້ນ ຍັງມີບ້ານ ທຸກຍາກ ພຽງ 4 ບ້ານ. ເພື່ອ ຊອກຮູ້ ຣາຍຣະອຽດ ກ່ຽວກັບ ການຈັດຕັ້ງ ປະຕິບັດ ວຽກງານ 3 ສ້າງ ຢູ່ຂັ້ນ ບ້ານ, 4 ບ້ານ ທີ່ຍັງ ທຸກຍາກ ຢູ່ນັ້ນ ນັກຂ່າວ ເອເຊັຽ ເສຣີ ໄດ້ຖາມໄປຍັງ ພາກສ່ວນ ທີ່ ກ່ຽວຂ້ອງ ຂອງ ທາງການ ລາວ: ແຂວງ ຊຽງຂວາງ, ສາຣະວັນ, ເຊກອງ ໃນວັນທີ 1 ທັນວາ ນີ້ ແຕ່ບໍ່ໄດ້ ຮັບຄໍາຕອບ; ມີແຕ່ ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ຕອບວ່າ ຍັງ ບໍ່ຮູ້ ເຣື່ອງນີ້ ເທື່ອເດີ ເບິ່ງກ່ອນ ຄັນມີ ຂໍ້ມູນ ສິຕອບ ຕາມຫລັງເດີ ວ່າຊັ້ນ.

ແຕ່ເມື່ອ ຖາມໄປຍັງ ປະຊາຊົນ ທົ່ວໄປ ຢູ່ ແຂວງ ພາກໃຕ້ ໄດ້ຮັບ ຄໍາຕອບວ່າ ເຣື່ອງ ວຽກງານ 3 ສ້າງ ເພີ່ນບໍ່ໄດ້ ເອົາມາ ເຜີຍແພ່, ໄດ້ຍິນນໍາ ທາງ ໂທຣະທັດ ແລະ ວິທຍຸ, ຖ້າເພີ່ນ ເຜີຍແພ່ ເພີ່ນກໍເອີ້ນ ໄປລວມ ໂລດ. ໝາຍຄວາມ ວ່າ ວຽກງານ 3 ສ້າງ ຖືກ ເຜີຍແພ່ ຢູ່ ແຕ່ບ້ານ ທີ່ ເປັນ ຈຸດສຸມ, ບໍ່ໄດ້ ເຜີຍແພ່ ໃຫ້ ປະຊາຊົນ ຮູ້ ຢ່າງ ທົ່ວເຖິງ ຂນະທີ່ ທາງການ ລາວ ໂຄສະນາ ວ່າ ປະຊາຊົນ ມີຄວາມ ກະຕື ລືລົ້ນ ນໍາ, ເປັນ ເຈົ້າການ ເຂົ້າຮ່ວມ ແລະ ໄດ້ຮັບ ຜົລປໂຍດ ຕົວ ຈິງ.

ເວົ້າເຖິງ ການ ລົງທຶນ ໃນ ວຽກງານ 3 ສ້າງ, ໃນ 2 ປີ ຜ່ານມາ ທາງການ ປະກາດ ວ່າ ຣັຖ ລົງທຶນ ທັງໝົດ 943 ໂຄງການ ລວມ ມູນຄ່າ 248 ຕື້ ກີບ ແລະ ທະນາຄານ ນະໂຍບາຍ ໃຫ້ ສິນເຊື່ອ 261 ຕື້ ກີບ ແລະ ປະຊາຊົນ ໄດ້ຮັບ ການ ຝຶກອົບຮົມ ດ້ານ ວິຊາການ ຕື່ມອີກ ແລະ ທັງວ່າ ທຸກ ພາກສ່ວນ ຂອງ ສັງຄົມ ໃຫ້ການ ສນັບສນູນ ຢ່າງ ຕັ້ງໜ້າ ແລະ ມີຄວາມເປັນ ເອກກະພາບ ສູງ, ທັງມີການ ຈັດຕັ້ງ ຮັບ ຜິດຊອບ ແລະ ມີ ການຊີ້ນໍາ ເປັນ ຣະບົບ, ແທດເຖິງ ແຕ່ ສູນກາງ ຮອດ ຮາກຖານ ນໍາດ້ວຍ.

ສິ່ງ ດັ່ງກ່າວ ບໍ່ເປັນ ຄືຄໍາເວົ້າ ຂອງ ຊາວບ້ານ ທີ່ເວົ້າເມື່ອ ວັນທິດ ທີ່ ແລ້ວນີ້ວ່າ ເບິ່ງ ທິດທາງ ການ ເຮັດວຽກງານ 3 ສ້າງ ຂອງເຂົາເຈົ້າ ແລ້ວ ມັນບໍ່ໄດ້ ເຣື່ອງ, ມັນ ບໍ່ໄດ້ດອກ, ມັນເປັນແບບ ທີ່ວ່າ ເຫັນເພີ່ນເຮັດ ກໍເຮັດ, ເຫັນ ເພີ່ນທໍາ ກໍທໍາ, ເພີ່ນ ເຮັດໄດ້ ພັດຢາກໄດ້ ນໍາເພີ່ນ, ຄວາມຈິງມັນ ບໍ່ມີຫຍັງ, ຍັງຄືເກົ່າ. 3 ສ້າງ ບໍ່ມີ ຫຍັງດອກ, ທັມດາ ນີ້ແຫລະ, ບ້ານ 3 ສ້າງ ກໍບໍ່ມີຫຍັງ ແຕກຕ່າງ ໄປຈາກບ້ານ ທັມດາ. ທ່ານເວົ້າວ່າ ບ້ານ ແບບຢ່າງ ມັນກໍບໍ່ ເປັນບ້ານ ແບບຢ່າງ ດອກ, ມັນຊິ ເປັນບ້ານ ພັທນາ ແນວໃດ ໄດ້. ພັທນາ ແມ່ນພັທນາ ແຕ່ປາກ ນີ້ແຫລະ, ພັທນາ ແນວໃດ ຄົນ ຍັງຄືເກົ່າ ເສຖກິດ ຍັງ ຄືເກົ່າ, ອາສັຍແຕ່ ຂອງເຂົາ ມັນຊິ ພັທນາ ໄດ້ ແນວໃດ. ປຸກຣະດົມ ປະຊາຊົນ ໃຫ້ ກຸ້ມ ຕົນເອງ, ເພິ່ງ ຕົນເອງ ອັນນີ້ ກໍໄດ້ ແຕ່ເວົ້າ, ຈະເອົາທຶນຮອນ ມາແຕ່ໃສ ໃຫ້ ປະຊາຊົນ ມັນບໍ່ມີ.

ຂນະດຽວກັນ ປະຊາຊົນ ລາວ ອີກ ທ່ານນຶ່ງ ທີ່ຢູ່ໃນ ຂະບວນການ ເຮັດວຽກ ງານ 3 ສ້າງ ທີ່ວ່ານັ້ນ ແລ້ວ ແມ່ນວ່າ ວຽກງານ 3 ສ້າງ ເຮັດໄປ ແລ້ວ 2 ຊຸດ, ຈະ ໃຫ້ສໍາເຣັດ ແທ້ກໍບໍ່ ສໍາເຮັດ ປານໃດ ດອກ ຍັງເປັນ ຮູປທັມ ທັມດາ ຊື່ໆ ເພາະ ບໍ່ມີທຶນ ຮອນ, ມັນກໍດີ ຢູ່ດອກ ແຕ່ວ່າມັນ ແກ້ບໍ່ຖືກຈຸດ ແທ້ ຄືເກົ່າ ນັ້ນແຫລະ. ຖ້າ ໃຫ້ມັນ ຖືກຈຸດແທ້ ພນັກງານ ທີ່ ລົງໄປຊ່ວຍ ວຽກງານ ນີ້ ມັນຕ້ອງແມ່ນ ຜູ້ທີ່ມີ ຄວາມຮູ້, ເປັນ ນັກ ວິຊາການ ດ້ານນີ້ແທ້ໆ ມັນຈຶ່ງແມ່ນ. ອັນນີ້ ພນັກງານ ທີ່ ຂັ້ນເທິງ ເພີ່ນສົ່ງ ລົງໄປ ເຮັດວຽກນັ້ນ ເພີ່ນສົ່ງຄົນ ທີ່ ເພີ່ນຢາກສ້າງ ເປັນ ພນັກງານ ສືບທອດ ລົງໄປ ເຮັດວຽກ ຣະຍະນຶ່ງ ແລ້ວກໍເອົາ ຂຶ້ນມາ ເປັນເຈົ້າ ເປັນນາຍ ແທນ.

 



__________________
Anonymous

Date:
Permalink   
 

ທ່ານວ່າ ທີ່ຈິງ ວຽກງານ 3 ສ້າງ ຂອງເພີ່ນ ທີ່ເພີ່ນເຮັດ ຂຶ້ນມານີ້ ກະແມ່ນ ວ່າ ຕາມຮູບແທ້ ກະດີ ຢູ່ດອກ ແຕ່ວ່າ ບໍ່ຖືກຈຸດ ແທ້ໆ ຄືເກົ່າ ອັນສິວ່າ ແກ້ໄຂ ໃຫ້ ຖືກຈຸດແທ້ໆ ໝາຍຄວາມ ວ່າ ວິຊາການ ເພີ່ນນີ້ ເພີ່ນສິ ບໍ່ເອົາ ວິຊາການ ທີ່ ກ່ຽວຂ້ອງ ໂດຍກົງ ແລະ ກະເຮັດວຽກ ງານນີ້ ກະບໍ່ໄດ້ ເອົາຜູ້ທີ່ ເຮັດວຽກງານ ແທ້ໆ ລົງໄປເຮັດ ຊ່ຽວຊານ ກໍຈິງ ລາງເທື່ອ ຊ່ຽວຊານ ຢູ່ບ້ານ ເຮົາ ກໍຊ່ຽວຊານ ຢາກ ບວດເອົາກັນ ແຜນວ່າ ສີສ້າງ ຜູ້ນີ້ຈັ່ງຊີ້. 3 ສ້າງ ຄັນສິເວົ້າ ແທ້ໆ ແລ້ວ ແມ່ນແຜນ ສ້າງ ເອົາກັນຊື່ໆ ຄືວ່າສິເອົາ ຜູ້ນີ້ຂຶ້ນມາ ເປັນເຈົ້າ ເປັນນາຍ ກໍໃຫ້ລົງ ໄປເຮັດວຽກ ແລ້ວ ກະເອົາກັບ ຂຶ້ນມາ ຜູ້ທີ່ວ່າ ຢາກເຮັດວຽກ ແທ້ໆ ຜູ້ທີ່ມີ ຄວາມຮູ້ ໂດຍກົງແທ້ໆ ພັດບໍ່ເອົາ ໄປ ມັນກະຄືວ່າ ຫັ້ນແຫລະ ເພື່ອ ສ້າງເອົາກັນ ມັນມີແຜນ ທີ່ສ້າງຜູ້ນີ້ ຂຶ້ນມານັ່ງ ຢູ່ ຕໍາແຫນ່ງ ໃດນຶ່ງ ຈັ່ງຊີ້ນ່າ ເຈົ້າຕ້ອງໄປ ໂຕນີ້ ສາກ່ອນ.

ທ່ານວ່າ ຄັນ ຈະແກ້ໄຂ ບັນຫາ ຄວາມ ທຸກຍາກ ຂອງ ປະຊາຊົນ ແທ້ໆ ມັນຕ້ອງແກ້ ເຣື່ອງ ທີ່ດິນ, ໃຫ້ ປະຊາຊົນ ມີບ່ອນ ທໍາມາຫາກິນ, ເຮັດໄຮ່, ເຮັດນາ. ອັນນີ້ ຜູ້ບໍ່ມີ ກໍບໍ່ມີ, ຜູ້ມີຫລາຍ ກໍມີຫລາຍ. ເວລາ ທາງການ ໂຄສະນາ ກໍເອົາແຕ່ ຜູ້ມີ ແລ້ວ ຂຶ້ນມາເວົ້າ, ກະແມ່ນແທ້ ພັທນາ ຕົວເອງ ໄດ້.

ຂນະດຽວກັນ ຊາວບ້ານ ຢູ່ພາກເໜືອ ຂອງລາວ ກໍເວົ້າເຖິງ ວຽກງານ 3 ສ້າງ ວ່າ ເຮັດໄດ້ດີ ສົມຄວນ, ໄດ້ມີການ ແນະນໍາ ດ້ານ ວິຊາການ ປູກຝັງ ລ້ຽງສັດ ໃຫ້ກຸ່ມ ການຜລິດ. ແຕ່ມັນຍັງ ຄາເຣື່ອງ ງົປມານ ທີ່ຂ້ອນຂ້າງ ບໍ່ຢາກມີ ສໍາລັບ ພນັກງານ ທີ່ຈະໃຫ້ ລົງໄປ ເຜີຍແຜ່ ເຣື່ອງ ການເຮັດ ວຽກງານ 3 ສ້າງ ຢູ່ບ້ານ; ທ່ານວ່າ:

"ເຣື່ອງ ງົປມານ ນໍ ມີ ງົປມານ ໃຫ້ ພນັກງານ ລົງໄປໃກ້ຊິດ ຕິດແທດ ປະຊາຊົນ ໃນບ້ານ 3 ສ້າງ ຫັ້ນ ແຕ່ວ່າໃນ ປັດຈຸບັນ ນີ້ ທຶນ ງົປມານ ຕ່າງໆ  ກໍບໍ່ຢາກມີ ວ່າ ຊັ້ນສະ ກະຝືດຢູ່ ອັນນີ້ນະ ຫຍຸ້ງຍາກ ຢູ່. ພນັກງານ ເຂົາກໍລົງ ໄປໃກ້ຊິດ ຕິດແທດ ຢູ່ ຂັ້ນ ກະຊວງ ບໍ່ກະບໍ່ເຫັນ ລົງມານໍ ບໍ່ເຫັນເລີຍ ນະ ມີແຕ່ຂັ້ນ ເມືອງ ຊື່ໆ ຢາກໃຫ້ ທາງ ຣັຖບາລ ລາວ ສນອງ ງົປມານ ໃຫ້ແດ່ ໃຫ້ ງົປມານ ພນັກງານ ລົງໄປ ຫລາຍໆແດ່ ຜ່ານມາ ກໍມີ ທະນາຄານ ນະໂຍບາຍ ຈໍານວນ ນຶ່ງໃຫ້ ໃທບ້ານ ກໍສເນີມາ ໃຫ້ຂຶ້ນຕື່ມຫັ້ນນ່າ".

ທ່ານວ່າ ຢາກໃຫ້ ທາງ ຣັຖບາລ ຊ່ວຍ ເຣື່ອງ ງົປມານ ໃຫ້ ພນັກງານ ລົງມາ ແລະ ໃຫ້ ທະນາຄານ ປ່ອຍສິນເຊື່ອ ໃຫ້ຕື່ມ ທີ່ໄດ້ໃຫ້ ຫລັງຄາເຮືອນ ນຶ່ງ 30 ລ້ານ ກີບ ນັ້ນແລ້ວ. ກ່ຽວກັບ ເຣື່ອງ ທີ່ວ່ານີ້ ແມ່ນແຕ່ ຍານາງ ສຸວັນເພັງ ບຸບຜານຸ ວົງ ຄນະ ປະຈໍາ ສະພາ ແຫ່ງຊາດ ປະທານ ກັມມາທິການ ເສຖກິດ, ແຜນການ ແລະ ການເງິນ ແນະນໍາ ຣັຖບາລ ຢູ່ ກອງປະຊຸມ ສະພາ ເມື່ອວັນ ທີ 8  ກໍຣະກະດາ ປີ ທີ່ ຜ່ານມາ ກ່ຽວກັບ ວຽກງານ ພັທນາ ຊົນນະບົດ ແລະ ແກ້ໄຂ ຄວາມ ທຸກຍາກ ນັ້ນວ່າ ໃຫ້ຣັຖບາລ ລົງທຶນ ໃສ່ການ ພັທນາ ຫຼາຍຂຶ້ນ ຍ້ອນເຫັນວ່າ ທີ່ຜ່ານມາ ຖ້າທຽບໃສ່ ຄວາມ ຮຽກຮ້ອງ ຕ້ອງການ ແລ້ວ ເຫັນວ່າ ຍັງຕໍ່າຫລາຍ ຕົວຢ່າງ ໃນສົກປີ 2012-13 ມີພຽງ 125 ຕື້ ກີບ ແລະ ບໍ່ໄດ້ ເອົາໃຈ ໃສ່ ກໍ່ສ້າງ ສິ່ງທີ່ມີ ຄວາມ ຈໍາເປັນ ເຊັ່ນ:  ການບຸກເບີກ ເນື້ອທີ່ ທໍາການ ຜລິດ, ຣະບົບ ນໍ້າສະອາດ, ສຸຂສາລາ, ໂຮງຮຽນ  ໂຄງລ່າງ ຊົລປະທານ, ໄຟຟ້າ ທາງ-ຂົວ, ມີແຕ່ສຸມໃສ່ ແຕ່ການ ຈັດຜັງບ້ານ, ກໍ່ສ້າງທາງ ຊອຍ ເຂົ້າບ້ານ ຫລື ບ່ອນ ປຸກສ້າງ ເຮືອນຊານ ເທົ່ານັ້ນ.

ແຕ່ ເຖິງຢ່າງໃດ ກໍຕາມ ກ່ຽວກັບ ເຣື່ອງ ທີ່ວ່ານັ້ນ ທາງການ ລາວ ເອງ ກໍຮັບ ຈຸດອ່ອນ ແລະ ຂໍ້ຂາດ ຕົກ ບົກຜ່ອງ ຂອງຕົນວ່າ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ວຽກງານ 3 ສ້າງ ແລະ ການເຮັດ ຕົວຈິງ ຍັງ ມີບັນຫາ ເຣື່ອງການ ມອບສິດ ແລະ ຄວາມ ຮັບຜິດຊອບ ຂອງ ກະຊວງ ເປົ້າໝາຍ ເຮັດທົດລອງ ໃຫ້ ທ້ອງຖິ່ນ ຮາກຖານ ຍັງບໍ່ແທດ ກັບຕົວຈິງ ນັບທັງ ການຂຶ້ນແຜນ ພັທນາບ້ານ ເປົ້າໝາຍ ບໍ່ກົມກຽວ ກັບ 3 ສ້າງ ແລະ ທັງວ່າ ຕ້ອງລຶບລ້າງ ນະໂຍບາຍ, ກົນໄກ, ນິຕິກັມ ແລະ ຣະບຽບ ການຕ່າງໆ ທີ່ ບໍ່ເໝາະສົມ ກັບການ ບໍຣິຫານ ຣັຖ ໃນເງື່ອນໄຂ ເສຖກິດ ຕລາດ, ຂຍາຍ ຣະບົບ ການ ບໍຣິການ ຜ່ານ ປະຕູດຽວ ໃຫ້ທົ່ວເຖິງ ເພື່ອສ້າງ ເງື່ອນໄຂ ໃຫ້ ປະຊາຊົນ ກໍ່ຄື ຜູ້ ປະກອບການ ສາມາດ ເຂົ້າເຖິງ ການ ບໍຣິການ ໄດ້ຢ່າງ ສະດວກ ແລະ ວ່ອງໄວ.

ແລະ ພ້ອມດຽວກັນ ນັ້ນ ກໍ ຍອມຮັບວ່າ ມີການ ບໍຣິຫານ ແບບ ອາຍາສິດ ແລະ ມີຊ່ອງຫວ່າງ ໃຫ້ເກີດ ການສໍ້ຣາດ ບັງຫຼວງ ກໍ່ຄືການ ສວຍໂອກາດ ສແວງຫາ ຜົລປໂຍດ ສ່ວນຕົວ ໃນຖັນແຖວ ພນັກງານ ທຸກຂັ້ນ ທີ່ ຈະຕ້ອງ ໄດ້ ຕັ້ງໜ້າ ແກ້ໄຂ. ບໍ່ພຽງ ເທົ່ານັ້ນ ທີ່ ຜ່ານມາ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ກໍ ຍອມຮັບວ່າ ບໍ່ສາມາດ ແກ້ໄຂ ຄວາມ ທຸກຍາກ ຂອງ ປະຊາຊົນ ໄດ້ ແລະ ການສົ່ງເສີມ ການຜລິດ ເປັນສິນຄ້າ ສ້າງຣາຍໄດ້ ຕົວຈິງ ເຂົ້າ ຄອບຄົວ ກໍເຮັດ ບໍ່ໄດ້ ຕາມ ຄາດໝາຍ, ສມັດຕະພາບ ການຜລິດ ກະສິກັມ ຍັງຕໍ່າ, ການ ຄຸ້ມຄອງ ຣັຖ, ຄຸ້ມຄອງ ສັງຄົມ ມີຫຼາຍດ້ານ ບໍ່ ສັກສິດ ບໍ່ເຂັ້ມງວດ ຕາມທີ່ ຣະບຸໄວ້ ໃນ ກົດໝາຍ, ສະມາຊິກ ພັກ ຈໍານວນ ບໍ່ໜ້ອຍ ຫລິ້ນກິນ ຟຸມເຟືອຍ, ສວຍໂອກາດ, ສໍ້ຣາດ ບັງຫລວງ ຂນະທີ່ ຊາວບ້ານ ຢູ່ ພາກເໜືອ ຂອງລາວ ເວົ້າ ເມື່ອວັນທິດ ທີ່ ຜ່ານມາ ນີ້ວ່າ ໃນການເຮັດ ວຽກງານ 3 ສ້າງ ຢູ່ໃນ ປັດຈຸບັນ ນີ້ ມີແຕ່ຂັ້ນ ເມືອງ ລົງມາ ຕິດຕາມ, ສ່ວນວ່າ ຂັ້ນແຂວງ ແລະ ຂັ້ນກະຊວງ ບໍ່ເຫັນ ລົງມາ ເລີຍ.

ເບິ່ງລວມ ແລ້ວ ການ ປະຕິບັດ ວຽກງານ 3 ສ້າງ “ສ້າງແຂວງ ເປັນຫົວ ໜ່ວຍ ຍຸທສາດ, ສ້າງເມືອງ ເປັນ ຫົວໜ່ວຍ ເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານ ເປັນ ຫົວໜ່ວຍ ພັທນາ” ຢູ່ ໃນ ປັດຈຸບັນ ກໍຄືການ ພັທນາ ເມືອງ ແລະ ບ້ານຢູ່ ເມື່ອ 10 ກວ່າ ປີ ກ່ອນ ໃນແຜນ ພັທນາ ເສຖກິດ ສັງຄົມ 5 ປີ ຄັ້ງທີ 5 ທີ່ ຜູ້ນໍາພັກ ໄດ້ ກໍານົດ ໃຫ້ ສ້າງເມືອງ ເປັນຫົວໜ່ວຍ ແຜນການ ການເງິນ, ສ້າາງບ້ານ ເປັນຫົວ ໜ່ວຍ ພື້ນຖານ ຈັດຕັ້ງ ປະຕິບັດ ຕົວຈິງ ຢ່າງ ທົ່ວເຖິງ ນັ້ນ ມີການ ວິພາກ ວິຈານ ກັນວ່າ ເຮັດໄດ້ບໍ່ ພໍເທົ່າໃດ, ມີແຕ່ໄດ້ ປ່ຽນແຜນ ໃໝ່ ເພື່ອ ໂຄສະນາ ຊວນເຊື່ອ ໃຫ້ ປະຊາຊົນ ລາວ ຫລົງໄຫລ ໄປຕາມ ແນວທາງ ນະໂຍບາຍ ຂອງພັກ ໃນແຕ່ລະ ຣະຍະ ຂອງ ແຜນການ 5 ປີ ເທົ່ານັ້ນ.



__________________
Anonymous

Date:
ເສີມຂະຫຍາຍໂຄງການສາມສ້າງໃຫ້ໄດ້ໝາກຜົນ ຕ້ອງແມ່ນນີ້ເລີຍ
Permalink   
 


Anonymous wrote:

ຈະເຮັດແນວໃດ ເພື່ອເອົາເງີນທີ່ຜູ້ນຳລາວ ແລະຍາດຕິພີນ້ອງໂກງກິນຊາດມາເສີມຂະຫຍາຍໂຄງການສາມສ້າງ?

ທ່ານໃດມີວິທີ່ປາຍແຫລມແຫລມ ຊ່ວຍແນະນຳຊ່ວຍຊາດ ແລະ ຈະເອົາຫົວຂໍ້ນີ້ ສົ່ງເຂົ້າສາຍດ່ວນສະພາແຫ່ງຊາດໃນເວລາເພິ່ນປະຊຸມ ໃຫ້ຜູ້ແທນຫຸ້ນເຊີດຂອງພັກ ແລະຫົວລ້ານຍ້ອນບໍ່ຄິດຫັຍງ

ນອກຈາກຕຳແໜ່ງ ໄດ້ອ່ານ.


 Laos
Image
Richest man: General Khamtai Siphandon
Ethnicity: Lao
Industry: Miscellaneous Business Activities
Net Worth: Est. $800-860 million
Source of Wealth: National wealth

ຢຶດຊັບ ພວກຜູ້ນຳລາວ ທີ່ພາກັນຂົນເງີນໂກງຊາດອອກໄປຝາກທະນາຄານ

ຢູ່ນອກປະເທດ,ມາເສີມສ້າງຂະຫຍາຍໂຄງການສາມສ້າງ

ແຄ່ນີ້ປະຊາຊົນກໍຢູ່ດີກິນດີແລ້ວ

------------------------------------------------------------------

ພວກເຮົາ ມາຮູ້ຈັກກັບ ຂະນະຣັຖະບານ ວາງແຜນການ ສາມສ້າງກັນ,

ໃນນີ້ມີທັງ ສຈ/ດລ Dr ເຂົາລ່ວມ 10ຄົນ

01.jpg02.jpg03.jpg04.jpg



Attachments
__________________
Anonymous

Date:
Permalink   
 

ພະນັກງານ ພັກລັດສົ່ງມາໃຫ້

ລົດລັດ ແຕ່ບໍ່ມີທາງລັດ ຈຳເປັນຕອ້ງລົງຂີ້ຕົມ ໂອ້ຍ...ເປັນຕາສົງສານພະນັກງານລາວ
ເຮົາເດ້ ນອກຈາກເງິນເດືອນບໍ່ອອກແລ້ວ ທາງໄປການຍັງລຳບາກອີກ

1560718_797662586960515_1883305233553785902_n.jpg?oh=f6e91fa9c5c4496aee528c5fe8c08c47&oe=55121348

 

----------------------------------------------------------------------------------------------------

05.jpg

ໝໍນີ້ໂຜ່ມາແຕ່ໃສອີກແລ້ວ

ດລ ດວງສະຫວັດ ສຸພານຸວົງ

 



Attachments
__________________
Anonymous

Date:
RE: ເສີມຂະຫຍາຍໂຄງການສາມສ້າງໃຫ້ໄດ້ໝາກຜົນ ຕ້ອງແມ່ນນີ້ເລີຍ
Permalink   
 


ຄົນລາວຢູ່ລາວຢາກມີຄຳເຫັນທາງດ້ານສ້າງສັນກໍມີຫລາຍ ແຕ່ບໍ່ແມ່ນຄຳເຫັນແບບໂຈມຕີລັດຖະບານຕົນເອງ

ເຊັ່ນວ່ານະໂຍບາຍ ສາມສ້າງ ແມ່ນແນໃສ່ການສ້າງບ້ານໃຫ້ເປັນບ້ານພັດທະນາ

ຖ້າຄົນມີຄວາມເຫັນຊອ່ຍກັນ ມັນອາດຂອ່ຍໃນການຈັດຕັ້ງປະຕິບັດໄດ້ດີຂຶ້ນ

ຂພຈ ຢາກສະເນີ ໃຫ້ມີການສ້າງເວບ ທີ່ສາມາດອອກຄຳເຫັນດ້ານວິຊາການດີໆ ທີ່ບໍ່ກຽ່ວກັບການເມືອງຫລາຍ ກໍຄົງດີ ເພື່ອຄົນລາວນຳກັນທີ່ມີຄວາມຮູ້ຄວາມສາມາດ ໄດ້ອອກຄຳເຫັນຊອ່ຍກັນ

ເພາະຖ້າເວົ້າແຕ່ການເມືອງໃສ່ກັນ ວົງວຽນນີ້ຈະບໍ່ຈົບເປັນ

ຍອ້ນທຸກລັດຖະບານ ມີທັງດີທັງອອ່ນ ແຕ່ສຳຫລັບ ປຊຊ ລາວ 6ລ້ານກວ່າຄົນນັ້ນ ຕອ້ງໄດ້ກິນໄດ່ຢູ່ກັນແຕ່ລະມື້ ແນວໃດມີສິ່ງດີໆ ກໍຄວນໄດ້ຊອ່ຍກັນ

 



__________________
Anonymous

Date:
Permalink   
 

ທີ່ທ່ານເວົ້າກໍ່ມີເຫດຜົນ.ແຕ່ສິ່ງທີ່ຂ້ອຍຈະວ່າກໍ່ອາດເຫດຜົນມີ.ຂ້ອຍຄິດວ່າການເມືອງ ແລະ ການບ້ານມັນຕ້ອງກົມກຽວ

ກັນ.ໃນເມື່ອການເມືອງຂາດປະຊາທິປະໄຕແລ້ວ,ໄປສະເໜີການບ້ານແບບປະຊາທິປະໄຕແລ້ວ,ມັນກໍ່ໄປຂັດກັບການເມືອງ

ຜເດັດການ,ຄືແນວນີ້ມັນຈຶ່ງບໍ່ໄປບໍ່ມາເພາະພວກຜເດັດການຫົວຊົນຂອງຈະບໍ່ຍອມປ່ຽນແປງອຸດົມການທີ່ຈະນຳເອົາຊາດ

ໄປສູ່ຄວາມຫາຍຍະນະດັ່ງທີ່ເປັນຢູ່ທຸກວັນນີ້.ອີກຢ່າງພວກຜເດັດການເລົ່ານັ້ນກໍ່ມີແຕ່ພວກ ສຈ,ດລ ທີ່ອວດອົງທະນົງຕົວ

ແຕ່ບໍ່ມີຜົນງານໃດດີມາໂຊວ໌.ໃນທາງສ້າງສັນຂ້ອຍຢາກສະເໜີໃຫ້ມີການປະຕິບັດນະໂຍບາຍຫຼາຍພັກການເມືອງຈຶ່ງຈະມີ

ແນວຄິດດີໃນການນຳພາຊາດກ້າວໜ້າ.ຖ້າພັກໃດຂາດແນວຄິດການປະຕິບັດຕົວຈິງບໍ່ນຳມາຊຶ່ງຄວາມກ້າວໜ້າຕໍ່ຊາດ

ບ້ານເມືອງກໍ່ຄືພໍ່ແມ່ປະຊາຊົນລາວບັນດາເຜົ່າແລ້ວກໍ່ຈະບໍ່ໄດ້ຖືກຮັບເລືອກມາບໍລິຫານຊາດ ແລະ ແຜ່ນດິນ,ອັນຈະເປັນ

ການສ້າງໃຫ້ຄົນຊອກຄົ້ນຊອກຄົ້ນຫາແນວຄິດໄໝ່ມາແຂ່ງຂັນສ້າງຄວາມດີກັນ.ກົງກັນຂ້າມກັບການມີພັກໂທນດັ່ງປະ

ຈຸບັນເຮັດໃຫ້ຄົນສະມອງຕື້,ປັນຍາຕຶບເພາະບໍ່ກາງວົນວ່າໃຜຈະມາຊ່ວງຊິງໜ້າທີ່ຕົນໄປໄດ້.ຄືແນວນີ້ເອງເຫດຜົນທີ່ບ້ານ

ເມືອງບໍ່ມີການພັດທະນາເມື່ອນຳຄວາມສຸກມາສູ່ປະຊາຊົນລາວບັນດາເຜົ່າເຈົ້າຂອງຊັພຍາກອນຂອງແຜ່ນດິນ,ທັງໆທີ່

ສົມບັດເລົ່ານັ້ນເຫືອດແຫ້ງບົກບາງເກືອບຈະບໍ່ມີຫັຽງເຫຼືອອີກແລ້ວ.ມັນຜິດກັນເມື່ອສະໄໝຕົ້ນ1975 ທີ່ວ່າປະຊາຊົນ

ລາວທຸກຍາກແຕ່ນັ່ງເທິງກອງຊັພສົມບັດອັນມະຫາສານ(ມັນກໍ່ບໍ່ຟັງຂື້ນຢູ່)ແຕ່ປະຈຸບັນສົມບັດເຫຼົ່ານັ້ນກ້ຽງຮຽບຮ້ອຍ

ໂຮງຮຽນຈີນ ປະຊາຊົນຍັງທຸກຄືເກົ່າ ແລະ ຍິ່ງກວ່າເກົ່າອີກເພາະຊັພສົມບັດທີ່ເຄືຍມີໝົດໄປ,ເພິ່ນຜູ້ນຳຜເດັດການຍັງ

ໄປສ້າງໜີ້ສິນໄວ້ຕື່ມອີກຢ່າງມະຫາສານ,ດິນດອນທີ່ປະຊາຊົນເຄີຍສ້າງຢູ່ທຳກິນໃນເມື່ອກ່ອນກໍ່ຖືກຜູ້ນຳຜເດັດການຍຶດ

ເອົາໄປຈຳນຳຕ່າງປະເທດໝົດ.ສິ່ງທີ່ເວົ້າມາບໍ່ຄິດຜູກຂາດວ່າຂ້ອຍສະຫຼາດສ່ອງໃສຈົນຫົວຊົນຝາເດີ.ໃຜມີແນວຄິດດີ

ກວ່ານີ້ກໍ່ເຊີນປະກອບກັນຕໍ່ໄປ.ເຖິງແມ່ນຜູ້ສະຫຼາດຊ່ອງໃສຫົວຊົນຂອງບໍ່ງ່ຽງຫູຝັງກໍ່ຕາມເພາະການຄິດການຂຽນກໍ່

ຄືການເຝິກຝົນທາງສະຕິປັນຍາຂອງສັດໂລກ.



__________________
Anonymous

Date:
Permalink   
 

ມັນບໍ່ Logic ກັນທັງລະບົບ

ພັກຕ້ອງການຄວາມເປັນເອກະພາບ ແລະຄວາມສາມັກຄີພາຍໃນ.

ໃນບາງກໍລະນີ ເພື່ອຕ້ອງການສາມະຄີພາຍໃນ ຈຳເປັນຕ້ອງປົກປ້ອງເອົາກັນ ຫລື

ບໍ່ເວົ້າຫັຍງຫລາຍ ເມື່ອເຫັນວ່າບຸກຄົນຫລືກຸ່ມຄົນເຮັດສິ່ງທີ່ເສຍຫາຍໃຫ້ປະເທດ ຍັງເປັນບັນຫາແກ່ຍາວມາຮອດປັດຈຸບັນ ແລະເວົ້າກັນບໍ່ໄດ້ ບໍ່ແຊກແຊງກັນ ຄວບຄຸມບໍ່ໄດ້

ໂດຍສະເພາະແມ່ນຜູ້ທີ່ມີຕຳແໜ່ງໃຫ່ຍໆ ຕ້ອງຖ້າເຖິງວາລະຈຶ່ງຍົກຍ້າຍ ຫລືປົດ ແຕ່ບໍ່ເຫັນດຳເນີນຄະດີ ໃນຄວາມຜິດຂະນະທີ່ດຳລົງຕຳແໜ່ງຜ່ານມາ.

ອີກກໍລະນີ ພັກຕ້ອງການຄວາມເປັນເອກພາບ ຕ້ອງໃຊ້ອຳນາດມາກົດດັນ  ບຸກຄົນຫລາຍກຸ່ມຄົນບໍ່ເຫັນດີ ກໍ່ຖືກກົດດັນດ້ວຍວິທີຕ່າງໆ ແລະເຮັດໃຫ້ເຫັນເລີຍວ່າມີໃຜ

ຂັດ ຫລືບໍ່ເອກະພາບແມ່ນຖືກຍ້າຍ ຫລືບໍ່ໃຊ້ງານ ຕາຍນ້ຳເຢັນ ທັງແມ່ນວ່າບຸກຄົນຜູ້ນັ້ນ ຫລືກຸມຄົນນັ້ນຈະເຮັດເພື່ອຊາດກໍ່ຕາມ.

ຊື່ ພັກປະຊາຊົນປະຕິວັດລາວ ແຕ່ປະຊາຊົນຖືກແຕ່ເອົາປຽບ ແລະບໍ່ມີສິດເລືອກຜູ້ນຳ ນີ້ກໍ່ບໍ່ Logic ອີກ

 

 

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard