ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ​ເມ​ລິ​ກາ​ຊ່ວຍ​ 27 ລ້ານ​ໂດ​ລາ​​ ໃນ​ແຜນງານສະໜອງອາຫານ​ໃຫ້ເດັກນ້ອຍຢູ່​​ລາວ
Anonymous

Date:
​ເມ​ລິ​ກາ​ຊ່ວຍ​ 27 ລ້ານ​ໂດ​ລາ​​ ໃນ​ແຜນງານສະໜອງອາຫານ​ໃຫ້ເດັກນ້ອຍຢູ່​​ລາວ
Permalink   
 


ສະຫະລັດ​ອາ​ເມ​ລິ​ກາ​ຊ່ວຍ​ທືນ 27 ລ້ານ​ໂດ​ລາ​ສະຫະລັດ​​ເຂົ້າ​ໃນ​ແຜນງານສະໜອງອາຫານ​ໃຫ້ເດັກນ້ອຍຢູ່​​ລາວ

USA.jpg

ເມື່ອ ​ບໍ່ດົນ​ມາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ ແດນຽວ ຄລູນ ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນປະຖົມ ​ແລະ ມັດທະຍົມ​ກະ​ເປີ, ຢູ່​ແຂວງ​ເຊ​ກອງ, ເພື່ອ​ຕິດຕາມ​ເບິ່ງ​ການຈັດຕັ້ງປະຕິບັດ​ແຜນ​ງານ​ໃຫ້​ອາຫານ​ແກ່​ໂຮງຮຽນ​ໂດຍ​ ການ​ໃຫ້​ທຶນ ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ​ຜ່ານ​ອົງການ​ອາຫານ​ໂລກ​ໃນ​ມູນ​ຄ່າ 27 ລ້ານໂດ​ລາ​ສະຫະ ລັດ, ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍ​ນັກຮຽນຈຳນວນຫຼາຍກວ່າ 17 ພັນຄົນ​ໃນ​ລາວ​ເປັນ​ເວລາ 3 ປີຕໍ່ໜ້າ.

      ທ່ານທູດ ຄລູນ ພ້ອມ​ດ້ວຍພັນ​ລະ​ຍາທ່ານນາງ ຈູ​ດີ  ແລະ ​ເຈົ້າໜ້າທີ່​ຈາກ​ສະຖານທູດ​ໄດ້​ຊ່ວຍ​ກັນ​ແຈກຢາຍ​ອາຫານ​ຫວ່າງ​ຕອນ​ເຊົ້າ​ໃຫ້​ ແກ່​ນັກຮຽນ​ໂດຍ​ພາຍ​​ໃຕ້​ແຜນ​ງານ​ອາຫານ​ໂຮງຮຽນ ແລ​ະ ​ໄດ້​ຮຽນຮູ້​ຕື່ມ​ກ່ຽວກັບ​ຜົນ​ປະ​ໂຫຍ​ດຂອງ​​ແຜນ​ງານ​ດັ່ງກ່າວ​ຕໍ່ກັບ​ໂຮງຮຽນ ​ໃນ​ແຂວງ​ເຊ​ກອງ​ກໍ​ຄື​ທົ່ວ​ປະ​ເທດ​ລາວ. ການ​ໃຫ້​ອາຫານ​ທີ່​ມີ​ໂພ ຊະນາ​ການ​ຕໍ່​ເດັກນ້ອຍ​ນັກຮຽນ​ແມ່ນ​ສິ່ງ​ກະຕຸກ​ຊຸກຍູ້ໜຶ່ງສຳຫຼັບ ພໍ່ແມ່​ເພື່ອ​ສົ່ງ​ລູກ​ຂອງ​ຕົນ​ໃຫ້​ໄປ​ໂຮງຮຽນ, ພ້ອມ​ດຽວກັນນັ້ນ, ກໍ​ຍັງ​ເປັນ​ສິ່ງ​ກະຕຸກ​ຊຸກຍູ້​ສຳລັບ​ເດັກນ້ອຍ​ໃຫ້​ມາ​ເຂົ້າ​ໂຮງຮຽນ​ໂດຍ​ ອາຫານ​ທີ່​ໃຫ້​ແມ່ນ​ເຕັມ​ໄປ​ດ້ວຍ​ວິຕາມິນ ແລະ ທາດ​ບຳ ລຸງຊ່ວຍ​ບັນ​ເທົາ​ຄວາມ​ຫິວ​ໃນ​ໄລ ຍະ​ສັ້ນ ແລະ ຊ່ວຍ​ໃຫ້​ເດັກນ້ອຍ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ເວລາ​ຮຽນ.

      ທ່ານ ທູ​ດ ກ່າວ​ວ່າ: ການ ສະໜັບສະໜູນ​ແຜນ​ງານ​ເພື່ອ​ໃຫ້​ເດັກນ້ອຍ​ໄປ​ໂຮງຮຽນ ແລະ ຕັ້ງ​ໃຈຮຽນ​ເປັນ​ການ​ລົງ​ທຶນ​ໃສ່​ການ​ພັດທະນາ​ເສດຖະກິດ- ສັງ ຄົມໄລຍະ​ຍາວ​ຂອງ​ລາວ ​ແລະ ຫວັງ​ວ່າ​​ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ ດັ່ງກ່າວ​ຈະ​ເປັນ​ສ່ວນໜຶ່ງ​ໃນ​ການ​ພັດ ທະນາ​ຄວາ​ມຮູ້​ຄວາມ​ສາມາດ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່​ໃນ​ອະ ນາ​ຄົດ. ນອກຈາກ​ການ​ຊ່ວຍ​ເຫຼືອອາຫານ​ໃຫ້​ແກ່​ໂຮງຮຽນ​ແລ້ວສະຫະລັດ​ອາ​ເມ​ລິ​ກາຍັງ​ໃຫ້ ການ​ສະໜັບສະໜູນສົ່ງ​​ເສີມ​ການ​ຮູ້ໜັງສື, ຜະລິດ ​ແລະ ​ແຈກ​ຢາຍ​ປື້​ມອ່ານ, ເຮັດ​ສວນ​ຄົວ​ໂຮງຮຽນ, ສະໜັບ ສະໜູນກຸ່ມ​ຊາວນາ  ​ແລະ ​ແຈກ​ຢາຍ​ເຕົາ​ປະຢັດ​ນຳ​ອີກ.
     ການສະໜັບສະໜູນຈາກ ​ສະ ຫະລັດ​ອາ​ເມ​ລິ​ກາໃຫ້​ແກ່​ໂຮງ ຮຽນຈຳນວນ 1.747 ແຫ່ງຍັງ​ເປັນ​ການ​ສ້າງ​ຄວາມ​ສາມາດ​ຂອງ​ລັດຖະບານ​ໃຫ້​ເຂັ້ມ​ແຂງ​ເພື່ອ​ ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ແຫ່ງ​ຊາດ​ກ່ຽວກັບ​ການ​ໃຫ້​ອາຫານ​ກາງ​ເວັນ​ແກ່​ ໂຮງຮຽນ ທີ່​ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ໃນ​ມໍ່ໆມາ​ນີ້,ທັງ​ເປັນ​ການ​ປູ​ທາງ​ໃຫ້​ແກ່​ ການ​ມອບ​ຮັບ​ໂຮງຮຽນທີ່​ອົງ ການ​ອາຫານ​ໂລ​ກ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ກະຊວງ​ສຶກສາ​ທິການ ແລ​ະ ກິລາ. ການສະໜັບ ສະໜູນຈາກ​ສະຫະລັດ​ອາ​ເມ​ລິ​ກາ​ໃຫ້​ແກ່​ບັນດາ​ກິດຈະ​ກຳ​ຂອງ​ອົງການ​ອາຫານ​ໂລກ ​ໃນ​ລາວ​ໃນ​ໄລຍະ​ທົດ​ສະຫວັດ​ຜ່ານ​ມາ​ຄິດ​ເປັນ​ມູນ​ຄ່າ​ເກືອບ 54 ລ້ານ​ໂດ​ລາ​ສະຫະລັດ.


__________________
Anonymous

Date:
RE: ​ເມ​ລິ​ກາ​ຊ່ວຍ​ 27 ລ້ານ​ໂດ​ລາ​​ ໃນ​ແຜນງານສະໜອງອາຫານ​ໃຫ້ເດັກນ້ອຍຢູ່​​ລາວ
Permalink   
 


ຖ້າເຂົາລົງມືເຮັດເອງແລະກຳສັບໄກສິດຄົງຈະໄປເຖິງປາກເຖິງທ້ອງເດັກນ້ອຍຜູ້ຂາດອາຫານຢູ່.

ແຕ່ຫາກປະໃສ່ມືພວກ ສຈ,ດລ ລະແມ່ນເຂົ້າພຸງມັນໝົດ,ບໍ່ມີແມ່ນແຕ່ເສດຊີ້ນເສດຜັກຈະເຖິງ

ປາກເດັກນ້ອຍ,ເພາະ ສຈ,ດລ ຈຳພວກເລງນີ້ຂາດຄຸນສົມບັດ ແລະ ຈິດໃຈເອື້ອອາລີເພື່ອແຜ່ແກ່

ເພື່ອນຮ່ວມຊາດ.



__________________
Anonymous

Date:
Permalink   
 

USA.jpg

ຖ້ານ້ອງໆ ລໍຖ້າກິນອາຫານ​ກາງ​ເວັນນຳພັກລັດ ພວກນ້ອງໆ ຄົງເປັນໂລກຂາດອາຫານຕາຍກ່ອນ ເພາະພັກລັດບໍ່ມີທຶນ

ແລະງົບປະມານໃນໂຄງການນີ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard