ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຽງຮຽກຮ້ອງໃຫ້ລາວເຄົາຣົບ ສິດທິ ມະນຸດ
Anonymous

Date:
ສຽງຮຽກຮ້ອງໃຫ້ລາວເຄົາຣົບ ສິດທິ ມະນຸດ
Permalink   
 


ສຽງຮຽກຮ້ອງໃຫ້ລາວເຄົາຣົບ ສິດທິ ມະນຸດ

ສູນວິເຄາະ ນະໂຍບາຍ ສາທາຣະນະ, ຂະບວນການ ລາວ ເພື່ອ ສິດທິມະນຸດ, ພັນທະມິດ ພາກ ປະຊາ ສັງຄົມ ແລະ ອົງການ ຈັດ ຕັ້ງທີ່ ບໍ່ຂຶ້ນກັບ ຣັຖບານ ຕ່າງໆ ຮ່ວມກັນ ຮຽກຮ້ອງ ໃຫ້ ປະເທດ ສະມາຊິກ ຂອງ ອົງການ ສະຫະ ປະຊາຊາດ ທວງໃຫ້ ຣັຖບາລ ສປປ ລາວ ຍຸຕິ ການ ລ່ວງຣະເມີດ ສິດທິ ມະນຸດ, ການ ຈໍາກັດ ເສຣີພາບ ທາງ ສາສນາ ແລ້ວ ໃຫ້ ເສຣີພາບ ຂັ້ນພື້ນຖານ ຂອງ ມະນຸດ ຮວມທັງ ເສຣີພາບ ທາງດ້ານ ຂ່າວສານ ແກ່ ປະຊາ ຊົນ ລາວ. ອີງຕາມ ຖແລງການ ຂອງສູນ ວິເຄາະ ນະໂຍບາຍ ສາທາ ຣະນະ.

ຮ່ວມອອກ ຖແລງການ ກັບ ສູນວິເຄາະ ນະໂຍບາຍ ສາທາຣະນະ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ນັ້ນ ກໍຍັງມີ ສະພາ ສິດທິ ມະນຸດ ລາວ, ພັນທະມິດ ເພື່ອ ປະຊາທິປະຕັຍ ໃນ ລາວ, ອົງການ ນັກລົບເກົ່າ ລາວ, ສະຖາບັນ ລາວເພື່ອ ປະຊາທິປະໄຕ, ຂະບວນ ການ ນັກສຶກສາ ລາວເພື່ອ ປະຊາທິປະໄຕ, ອົງການ ຊາວມົ້ງ ກ້າວໜ້າ, ອົງການ ຊາວມົ້ງ ເພື່ອ ຄວາມ ກ້າວໜ້າ ແລະ ອົງການ ຈັດຕັ້ງ ອື່ນໆອີກ ຫລາຍ ອົງການ.

ທ່ານ ຟີລິບ ສະໝິດ ຜູ້ ອໍານວຍການ ຝ່າຍ ບໍຣິຫານ ຂອງ ສູນວິເຄາະ ນະໂຍບາຍ ສາທາຣະນະ ທີ່ ຕັ້ງຢູ່ ນະຄອນຫລວງ ວໍຊິງຕັນ ດີ ຊີ ສະຫະຣັຖ ອະເມຣິກາ ກ່າວວ່າ:

“ພວກ ຂ້າພະເຈົ້າ ຮຽກຮ້ອງ ໃຫ້ ຣັຖບາລ ລາວ, ທະຫານ ແລະ ພັກ ຄອມມິວນິສ ລາວ ມີຄວາມ ໂປ່ງໄສ ເພີ່ມຂຶ້ນ ແລະ ມີການ ປະຕິຮູບ ທາງດ້ານ ສິດທິ ມະນຸດ. ແລະວ່າ ພວກ ຂ້າພະເຈົ້າ ຮ່ວມກັນ ຮຽກຮ້ອງ ໃຫ້ ປ່ອຍ ທ່ານ ສົມບັດ ສົມພອນ ຢ່າງ ຮີບດ່ວນ ຕລອດເຖິງ ຜູ້ອື່ນໆ ທີ່ ໄດ້ຖືກ ຫາຍສາບສູນ ຢູ່ໃນກໍາມື ຂອງ ທະຫານ ແລະ ຕໍາຣວດລັບ ຂອງລາວ ຮວມທັງ ບັນດາ ຜູ້ນໍາ ຂະບວນ ການ ນັກສຶກສາ ລາວ ເພື່ອ ປະຊາ ທິປະຕັຍ ເມື່ອປີ 1999, ຜູ້ນໍາ ຊາວ ອົພຍົບ ເຜົ່າມົ້ງ, ຜູ້ນັບຖື ສາສນາ ຄຣິສຕຽນ ລາວ ແລະມົ້ງ ແລະ ນັກໂທດ ການເມືອງ ແລະ ສາສນາ ຕລອດເຖິງ ບຸກຄົນ ທີ່ ບໍ່ເຫັນ ພ້ອມນໍາ ທາງ ການເມືອງ ອື່ນໆ”.



__________________
Anonymous

Date:
Permalink   
 

ຕາບໃດທີ່ສາກົນຍັງປ້ອນເຂົ້າປ້ອນນ້ຳໃຫ້ກຸ່ມກຳອຳນາດຜະເດັດການກິນ ຕາບນັ້ນມັນກໍ່ຈະບໍ່ຍອມ

ເຮັດຕາມຄຳຮຽກຮ້ອງຂອງອົງການສາກົນຢ່າງເດັດຂາດ.

 



__________________
Anonymous

Date:
Permalink   
 

ອະເມລິກາ ລະເມີດສຸດໂຄດ ສິດທິຂອງຊາດອື່ນ 

ບໍ່ພໍໃຈຫຍັງເອົາຍົນໄປຖີ້ມລະເບີດໃສ່ໂລດ 



__________________
Anonymous

Date:
Permalink   
 

U S A ທຳຮ້າຍຮ່າງກາຍນັກໂທດ ຢູ່ຄຸມຂັງລັບ ປະເທດໂປແລນນັ້ນ ແມ່ນບໍການເຄົາຣົບສິດທິມະນຸດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard