ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວປູກຝິ່ນເພີ້ມຂຶ້ນ
Anonymous

Date:
ສປປລາວປູກຝິ່ນເພີ້ມຂຶ້ນ
Permalink   
 


ສປປລາວປູກຝິ່ນເພີ້ມຂຶ້ນ

image

 

ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ຫຼື UNODC ຣາຍງານ ການ ປູກຝິ່ນ ໃນ ສປປລາວ ແລະ ພະມ້າ ປະຈໍາ ປີ 2014 ຢູ່ ບາງກອກ ປະເທດໄທ ໃນ ມື້ວັນທີ່ 8 ທັນວາ ນີ້ວ່າ ເນື້ອທີ່ ການ ປູກຝິ່ນ ໃນລາວ ປີນີ້ ມີ ທັງໝົດ 6,200 ເຮັກ ຕ້າ ຖືວ່າ ເພີ້ມຂຶ້ນ ກວ່າປີ ຜ່ານມາ ທີ່ ມີພຽງ 3,900 ເຮັກຕ້າ. ດັ່ງ ທ່ານ ຊິກ ທູເຣ (Cheikh Toure) ຜູ້ຕາງ ໜ້າ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ກ່າວວ່າ:

“ໃນປີ 2006 ທາງການ ລາວ ໄດ້ ປະກາດ ວ່າຕົນ ເປັນປະເທດ ທີ່ ສາມາດ ລົບລ້າງ ການປູກຝິ່ນ ໄດ້ໝົດ ແຕ່ຄວາມຈິງ ແລ້ວ ຈາກປີ 2007 ຮອດປີ 2014 ຢູ່ລາວ ມີການ ປູກຝິ່ນ ເພີ້ມຂຶ້ນ ຖືວ່າເປັນ ສີ່ງສໍາຄັນ ເພື່ອ ໃຫ້ ອົງການ ນານາຊາດ ຈະໄດ້ ເຂົ້າໃຈ, ເພາະວ່າ ໃນ ພື້ນທີ່ ທີ່ມີການ ປູກຝິ່ນ ຢູ່ນັ້ນ ປະຊາຊົນ ມີຄວາມ ຍາກຈົນ ບໍ່ມີ ທາງເລຶອກ ອື່ນ ນອກຈາກ ການ ປູກຝິ່ນ”.

ຕາມ ຣາຍງານ ແຈ້ງວ່າ ແຂວງ ພາກເໜືອ ຂອງລາວ ທີ່ ມີການ ປູກຝິ່ນ ຫລາຍ ທີ່ສຸດ ຄື ແຂວງ ຜົ້ງສາລີ, ຈາກ ການສໍາຣວດ ທາງ ຮູບພາບ ດາວທຽມ ແລະ ການບິນ ສໍາຣວດ ທາງ ເຮລີຄ໊ອບເຕີ້ ພົບວ່າ ມີ 2,600 ເຮັກຕ້າ, ອັນດັບ 2 ຄື ແຂວງ ຫົວພັນ ມີປະມານ 1,700 ເຮັກຕ້າ, ອັນດັບ3 ຄື ແຂວງ ຫຼວງ ພຣະບາງ ມີ 1,100 ເຮັກຕ້າ, ອັນດັບ 4 ແຂວງ ບໍ່ແກ້ວ ມີ 400 ເຮັກຕ້າ, ອັນດັບ 5 ແຂວງ ຊຽງຂວາງ ມີ 300 ເຮັກຕ້າ ອັນດັບ 6 ແຂວງ ຫຼວງນໍ້າທາ ມີ100 ເຮັກຕ້າ ແລະ ສຸດທ້າຍ ແຂວງ ອຸດົມໄຊ ປູກຝິ່ນ ປະມານ 100 ເຮັກຕາ.

ທ່ານ Jeremy Douglas ຜູ້ຕາງໜ້າ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ໄດ້ກ່າວ ເພີ້ມວ່າ ໃນ ອະນາຄົຕ ນີ້ ສປປລາວ ຈໍາເປັນຕ້ອງ ມີການ ເວົ້າເຖິງ ເຣື້ອງ ແຜນ ລົບລ້າງ ຢາເສບຕິດ ໃຫ້ເຂົ້າຢູ່ ໃນແຜນ ພັທນາ ປະເທດ ໃຫ້ ຫຼາຍຂຶ້ນ ກວ່າ ແຕ່ກ່ອນ ຖ້າ ບໍ່ດັ່ງນັ້ນ ການແກ້ໄຂ ປັນຫາ ຈະມີຄວາມ ຫຍູ້ງຍາກ ເພີ້ມຂຶ້ນ ແລະ ການສ້າງສາ ເສັ້ນທາງ ເຊື່ອມ ຕໍ່ກັນ ຣະຫວ່າງ ປະເທດ ອາດຈະກາຍ ເປັນ ເສັ້ນທາງ ຂົນສົ່ງ ຂອງ ພວກ ຄ້າ ຢາເສບຕິດ ໃນ ອະນາຄົດ.

 



__________________
Anonymous

Date:
Permalink   
 

ນີ້ລະຄືຄວາມສະຫຼາດສ່ອງໃສຂອງ ພັກ-ລັດ ສປປ.ລາວ ເພື່ອສ້າງເງື່ອນໄຂຂໍ້ອ້າງເພື່ອເອົາເງິນ

ຊ່ວຍເຫຼືອຢ່າງສືບຕໍ່.ຖ້າສາກົນບໍ່ໃຫ້ກໍ່ບໍ່ສຳຄັນ.ແຕ່ພວກເຮົາກໍ່ຈະອອກແຮງງານຜລິດຢາເສບ

ຕິດເພື່ອໄປແລກເອົາເງິນປະຊາຊົນພວກເຈົ້າທີ່ຕິດຢາ(ເພິ່ນທ້າ).ຢາກບໍ່ຢາກສາກົນຕ້ອງຍອມ

ເພາະຢ້ານການທ້າຂອງຄົນທີ່ມີເຊີງເດັດ.ຄືແນວນີ້ຂ້ອຍຈຶ່ງຍອມຮັບຄວາມສະຫຼາດປີຊາສາມາດ

ຂອງ ພັກ-ລັດ ສປປ.ລາວ ພັກດຽວທີ່ສາມາດເຮັດໃຫ້ສາກົນຍອມຂູ້ເຂົາປະຕິບັດຕາມເຈຕະ

ນາລົມໄດ້ຢ່າງສີ້ນເຊີງໂດຽຫາປຽບທຽບໄດ້ຍາກກັບລັດຖະບານລາວໃນອະດີດຂອງພຣະຣາຊອານາ

ຈັກລາວ.ຊົມເຊີຍໄຊຊນະ ແລະ ການມີບົດບາດຕໍ່ສາກົນຂອງ ພັກ-ລັດ ສປປ.ລາວ ຢ່າງສຸດໃຈ.



__________________
Anonymous

Date:
Permalink   
 

ພື້ນທີ່ພາກເຫນືອເຫມາະສົມດີໃນການປູກຝິ່ນ ແລະໄດ້ນຳລາຍໄດ້ສູງ ໃຫ້ ປຊຊ 

ທາງສາກົນ ຄວນໃຫ້ການຮວ່ມມື ແລະຄວບຄຸມການປູກແລະຈະນ່າຍ

 



__________________
Anonymous

Date:
Permalink   
 

ເປັນແຫລ່ງລາຍໄດ້ແຫ່ງຊາດອັນດັບຕົ້ນໆ ຂອງປະເທດເຮົາ ຄື ກັນກັບສະຫະລັດອາເມລິກາ ທີ່ມີລາຍໄດ້ຈາກການຂາຍອາວຸດສົງຄາມໃຫ້ຄົນຂ້າກັນ.ໄປທົ່ວໂລກ ເປັນລາຍໄດ້ແຫ່ງຊາດອັນດັບຫນຶ່ງຂອງ ປະເທດ ສະຫະລັດຕັ້ງແຕ່ຍຸກໃດ໋ໆມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard