ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ ດລ ທັງຫລາຍແກ້ໄຂບໍ່ຕົກ ບັນຫາໂກງຊາດ
Anonymous

Date:
ທ່ານ ດລ ທັງຫລາຍແກ້ໄຂບໍ່ຕົກ ບັນຫາໂກງຊາດ
Permalink   
 


ທ່ານ ດລ ທັງຫລາຍແກ້ໄຂບໍ່ຕົກ ບັນຫາໂກງຊາດ

1614602_890163874348619_92693785822351195_o.jpg

 

10846197_890216237676716_5319745000954033377_n.jpg?oh=e90e232e98928d286f29421267897b06&oe=55168D53&__gda__=1426098906_f14b1162cd3c2c159fec92f948ceb56510802065_890216234343383_2730860679307567545_n.jpg?oh=16cb64f237d46aac127aae6a800b202f&oe=550DF1AB10406366_890216244343382_6586018663091859460_n.jpg?oh=faabd6def06c2644d3cd83c4e85d9b3b&oe=5502C86D/download.spark?ID=1640557&aBID=138054

1526385_10203227068508553_8500743615693351712_n.jpg?oh=1a0c2f9fdfe518c39ddab816ffd6a7e2&oe=55014781&__gda__=1430196664_2711a77e985d01e424b71047f75fbeac10849802_10203227069668582_3002141325609563620_n.jpg?oh=ad5d1a88462ba3a6c77235f81aa3368a&oe=54FBBF02&__gda__=1425636116_0cfccdbf2a11df095ca0e64bb5334086

   10359511_10203227068348549_1542535128652437123_n.jpg?oh=85abe0b6e21c9368fecfdccd424aa5f6&oe=54FB203E

ປະຊາຊົນ​ເຂດ​ຊົນນະບົດ​​ເປັນ​ຫ່ວງ​ຫລາຍ​ຕໍ່ການ​ຕັດ​ໄມ້​ທຳລາຍ​ປ່າ

 

     ໃນ​​ແຕ່ລະ​ປີ​ພໍ​ເລີ່​ມ​ເຂົ້າສູ່​ລະດູ​ແລ້ງບັນດາ​ລົດ​ສະ​ແລວ, ລົດ​ແກ່​ໄມ້ຢູ່​ຕາມ​ເຂດ​ແຂວງ​ຕ່າງໆ​ໄດ້​ເລີ່​ມ​ເຂົ້າສູ່​ປ່າດົງ​ເພື່ອ​ລາກ​ໄມ້​ອອກ​ຈາກ​ສະໜາມ​ໜຶ່ງ​ສູ່​ສະ ໜາມ​ສອງ​ໄປ​ຫາ​ສະໜາມ​ສາມ​ເພື່ອ​ກຽມ​ເຂົ້າ​ໂຮງ​ເລື່ອຍ​ຢ່າງ​ນັບ​ບໍ່​ຖ້ວນ​, ​ໃນ​ນັ້ນ ກໍ​ມີ​ທັງ​ໄມ້​ຖືກ​ກົດ ໝາຍ ​ແລະ ບໍ່​ຖືກ​ກົດໝາຍ​ກໍ​ມີ ເຊິ່ງປະຊາຊົນ​ຢູ່​ເຂດ​ຊົນນະ ບົດ​​ມີ​ຄວາມ​ເປັນ​ຫ່ວງ​ກັບ​ສະ ພາບ​ປ່າ​ໄມ້​ທີ່​ຖືກ​ບຸກລຸກ​ດັ່ງກ່າວ ບໍ່​ວ່າ​ຈະ​​ເປັນ​ບໍລິສັດ​ພາຍ​ໃນ ກໍ​ຄື​ຕ່າງປະ​ເທດ ​ໄດ້​ພາກັນ​ແຂ່ງຂັນ​​ຕັດ​ໄມ້​ທຳລາຍ​ປ່າ​ຢ່າງ​ເປີດ​ແປນ ​ແລະ ​ແຜ່​ຫລາຍ.

 

      ຕາມ​ການ​ລາຍ​ງານ​ຂອງ​ປະຊາຊົນ​ເຂດ​ເມືອງ​ບໍລິ​ຄັນ ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ການ​ຕັດ​ໄມ້​ຂອງ​ພວກ​ຊາວ​ຄ້າຂາຍ​​ໃນ​ປັດ​ຈຸ​ບັນ​ແມ່ນມັກ​ເລືອກ​ເອົາ​ໄມ້​ເນື້ອ​ແຂງ​ທີ່​ມີຄ່າສູງ ​ເປັນຕົ້ນ​ໄມ້​ແຕ້, ​ໄມ​້ດູ່ ​ແລະ ​ໄມ້​ຂະ​ຍຸງ, ສ່ວນ​ໜຶ່ງ​ແມ່ນ​ພວກພໍ່ຄ້າ​ໄດ້​ວ່າ​ຈ້າງ​ປະຊາຊົນ​​ທ້ອງ​ຖິ່ນ​ເປັນ​ຜູ້​ໄປ​ຕັດ​ເອງ ​ແລະ ​ອຳນາດ​ການ​ປົກ ຄອງ​ກໍ​ໄດ້​ເອື້ອອຳນວຍ​ໃຫ້​ມີ​ການ​ຕັດ​ໄມ້​ແບບ​ຊະຊາຍເປັນ ຕົ້ນ​ແມ່ນ​ຢູ່​ເຂດ​ຍອດນ້ຳກະດິງ, ນ້ຳ​ເຕັກ, ນ້ຳມຶກ, ​ເຂດ​ຜັກ​​ເບືອ​ກ ​ແລະ ຈຸດ​ອື່ນໆ​ຢູ່​ເຂດ​ຊາຍ​ແດນ​ຕິດຕໍ່​ລະຫວ່າງ​ເມືອງ​ວຽງ​ທອງ​ກັບ​ເມືອງ​ບໍລິ​ຄັນ ​ເຊິ່ງມາ​ຮອດ​ດຽວນີ້ປ່າ​ໄມ້​ຢູ່​ໃນ​ເຂດ​ດັ່ງກ່າວ​ໄດ້​ເກີດ​ມີ​ສະພາບ​ບົກ​ແຫ້ງ​ລົງ ຢ່າງ​ໜ້າ​ເປັນ​ຫ່ວງ. ດັ່ງນັ້ນ

ປະ ຊາຊົນ​ເຂດ​ທ້ອງ​ຖິ່ນ​ຈຶ່ງ​ຮ້ອງ​ຂໍ​ສະ​ເໜີ​ມາ​ຍັງ​ຂັ້ນ​ເທິງ​ທີ່​ກ່ຽວ ຂ້ອງ​ຈົ່ງ​ລົງ​ຕິດຕາມ​ກວດກາ​ຕື່ມ ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ເຮັດ​ໃຫ້ການ​ຕັດ​ໄມ້​ທຳລາຍ​ປ່າ​ຢູ່​ເຂດ​ນີ້ຫລຸດ​ ໜ້ອຍ​ຖອຍ​ລົງ ​ເພື່ອ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ປ່າ​ໄມ້, ຊີວະ​ນາໆ​ພັນ​ໃຫ້​ມີ​ຄວາມ​ອຸດົມສົມບູນ ​ເພື່ອ​ເປັນ​ມໍລະດົກ​ຕົກ​ທອດ​ໃຫ້​ແກ່​ລູກ​ຫລານ​ໄດ້​ສືບຕໍ່​ປົກ​ປັກ​ຮັກສາ​ ແລະ ນຳ​ໃຊ້ຊັບ​​ໃນ​ດິນ​ສິນ​ໃນ​ນ້ຳຢູ່​ແຕ່ລະ​ທ້ອງ​ຖິ່ນ​​ໄດ້​ຢ່າງ​ຍືນ​ຍົງ.

------------------------------------------------------------------------------

ຈັກຊິໄປຕໍ່ສູ້ກັບໃຜ ຜູ້ທີ່ສໍ້ລາດບັງຫຼວງກໍ່ລ້ວນແລ້ວແຕ່ຜູ້ມີໜ້າທີ່ຕຳແໜ່ງສູງເປັນພະນັກງານລັດທັ້ງນັ້ນ

ບໍ່ແມ່ນຊາວນາໝາເຕົ່າຫາເຊົ້າກິນຄຳ່ມັນຊິເຮັດໄດ້

----------------------------------------------------------------------------------

ແມ່ນແລ້ວນອກຈາກນັ້ນຍັງມີນັກທຸລະກິດແລະຄົນຄ້າຂາຍເຖື່ອນທີ່ມີເງິນເຕີບແລະມືຜູ້ມີອຳນາດແຕ່ຂັ້ນເມືອງຂື້ນໄປຢູ່ເບື້ອງຫຼັງແມ່ນແຕ່ຕຳຫຼວດຈະລາຈອນກະຍັງລັກຕັ້ງ

ດ່ານເຖື່ອນເພື່ອຍາມ

ໃຫ້ພໍ່ຄ້າໄມ້ຂະຍຸງເຖື່ອນເພືື່ອລັກລອບບໍ່ຢາກເສຍພາສີອາກອນແລ້ວເຮັດໃຫ້ລັດຂາດງົບປະມານດ້ານຕ່າງໆເງິນເດືອນລັດຖະກອນໜ້ອຍ

ກວ່າຄ່າຄອງຊີບຢູ່ແລ້ວຊ້ຳພັດຍັງຊັກຊ້າຊ້ຳຕື່ມຈັກ່າຈ້າງຮຽນຈ້າງເຂັ້າລັດຖະກອນພ/ງທ/ຫຕ/ ຫຼກະຍ້ອນພວກຂີ້ສໍ້ຂີ້ໂກງຂອງພວກໝາຈຳພວກນີ້ລະຊິເຮັດໃຫ້ປະເທດຊາດລົ້ມຈົມ

10846264_801453253248115_8727312271319619164_n.jpg?oh=0502c7387af1cf6cbaf74447ef770e59&oe=55155C94



__________________
Anonymous

Date:
Permalink   
 

ລາວເຮົາກຳລັງຖືກຕົກຍຸກພວກຜີມານຄອບຄອງເມືອງບ້ານ.

 



__________________
Anonymous

Date:
Permalink   
 

ເພາະມັນເອງພວກ ດລ ປ3 ເປັນຕົວແບບໃນທຸກວົງການໂກງຊາດ.



__________________
Anonymous

Date:
Permalink   
 

ດຮ ປໍ 3 ມາຈາກພູ ,ຈາກຖ້ຳ ແລະ ມາຈາກຫວຽດນາມ ຫລື ຈະແມ່ນ ດຣ ທີ່ຈົບຈາກປະເທດເສລີນິຍົມ ເມື່ອເຖິງຄາວ ກໍ່ໂງ່ພໍໆກັນຫັ້ນແຫລະ.



__________________
Anonymous

Date:
Permalink   
 

ຂອ້ຍບໍ່ເຫັນປະເທດໃດ ທີ່ດອ້ຍພັດທະນາ ຫລືກຳລັງພັດທະນາ ທີ່ບໍ່ຢູ່ໃນບັນຊີສີແດງ

ຂະຫນາດວ່າ ຈີນ ມັນຈັບກັນໄປຂ້າແຕ່ລະມື້ ຍັງບໍ່ມີຄົນສີຢ້ານ ຕາຍຍອ້ນຫນ້າເງິນ

ສະເພາະ ລາວເຮົາບໍ່ວ່າ ແຕ່ລະບອບໃດ ສະໃຫມໄດ ກໍມີການກິນກັນມາຕະຫລອດ

ການສໍ້ລາດບັງຫລວງເອງກໍເກີດຂື້ນຢູ່ທຸກລະດັບ ນັບຕັ້ງແຕ່ຄົນຄ້່າຂາຍທຳມະດາຂຶ້ນຮອດຂັ້ນສູງສຸດ

ໂດຍສະເພາະ ພະນັກງານລັດ ແມ່ນເກືອບວ່າ ບໍ່ມີໃຜເວົ້າໃຜໄດ້

 

 

ບາດມາເບິ່ງດ້ານທຸລະກິດເອງ ກໍເຊັ່ນດຽວ ບໍ່ມີໃຜດອກ ສີເສັຍພາສີເຕັມ 100 ນອກຈາກໂຕອາກອນມູນຄ່າເພີ່ມທໍ່ນັ້ນ

ແຕ່ອັນໃຫຍ່ແທ້ໆ ຄົງຫນີບໍ່ມົ້ມ ໂຄງການໃຫຍ່ໆ ຊຶ່ງມີທັງນັກທຸລະກິດ ແລະເຈົ້ານາຍ ຊຶ່ງເຂົາຮອ້ງວ່າ ສິນບົນ ນັ້ນເອງ

ລະບົບສິນບົນນີ້ ທັງຫລາຍ ທັງກວດສອບໄດ້ຍາກ ຍອ້ນຈະຕອ້ງກວດບັນຊີ ເອກະຊົນ

ເຊັ່ນວ່າ ໂຄງການກໍ່ສ້າງຂອງລັດຖະບານ ຫລື ການໃຫ້ສຳປະທານ ກໍມີແຕ່ ການກິນກັນ ໃຫຍ່ ທັງນັ້ນ ເບິ່ງຕື້ນໆກໍເຫັນແລວ້ ຕົວຢ່າງທາງເສັ້ນນຶ່ງທີ່ລັດຖະບານອະນຸມັດໃຫ້ລົງທຶນກອ່ນ ຕອ້ງແພງ ມະຫາໂຫດ ຕັງ 4-5ລ້ານໂດລາຕໍ່ຫລັກ ເມື່ອສົມທຽບກັບລາຄາສາກົນແມ່ນແພງລື່ນຫລາຍເທົ່າ ດັ່ງນັ້ນ ສວ່ນເກີນຈາກລາຄາຈຶງນັ້ນ ກໍແມ່ນເຂົ້າຖົງບຸກຄົນນັ້ນເອງ 

ບຸກຄົນນັ້ນແມ່ນໃຜ ນອກຈາກ ຜູ້ສຳປະທານ ແລະຜູ້ ອະນຸມັດ ແລວ້ ກໍຍັງມີ ນາຍຫນ້າຜູ້ແລ່ນໂຄງການ ຍັງມີການເງິນ ທີ່ຍອມຈົກເງິນມາໃຫ້ 

ແລະ ຍັງມີ ວິຊາການບາງສວ່ນ

ສະເພາະການຂົນເອົາໄມ້ໄປຂາຍ ບໍ່ໄດ້ມີສວ່ນກັບການສໍ້ລາດບັງຫລວງທໍ່ໃດດອກເພາະເງິນຍັງເຂົ້າຄັງຫລວງໄດ້

 

ມາເບິ່ງແລວ້ ບັນຫານີ້ ແມ່ນແກ້ຍາກຫລາຍ ຍອ້ນມັນເປັນຂະບວນການທົ່ວສັງຄົມ ທຳໃຫ້ບໍ່ມີໃຜເກງໃຈໃຜເລີຍ   

ແມ້ກະທັງ ຂີ້ລັກ ຫລື ຜູ້ຄ້າຢາເສບຕິດ ກໍຍັງບໍ່ຢ້ານຄຸກ ບໍ່ຢ້ານຕຳຫລວດ ບໍ່ຢ້ານ ສານ ຍອ້ນເງິນຢ່າງດຽວ

ທາງອອກທີ່ດີ ຫລື ວິທີແກ້ໃຂ ແນວໃດນັ້ນ ພວກເຮົາຂໍຕັ້ງຄວາມຫວັງກັບຄະນະກວດກາ ຖ້າເພິ່ນຫາກໃຈກວ້າງຍອມເປີດເວບໄຊ ການຕໍ່ຕ້ານບັງຫລວງ ແລວ້ຍອມໃຫ້ຄົນເປີດໂປງຂໍ່້ມູນຂອງພວກນີ້ ແລວ້ຄອ່ຍເຂົາໄປຈັດການ ກັບພວກນີ້ ຕາມຂັ້ນຕອນ ແລວ້ອາດພໍແກ້ໄດ້

ບໍ່ດັ່ງນັ້ນ ຂັ້ນຕໍ່ໄປ ປະຊາຊົນ ອາດຈະກະທຳກັນເອງ ກໍອາດເປັນໄດ້ ໂດຍອາດໃຊ້ ເຟສບຸກ ຫລື ຂ່າວສານຕ່າງໆ ມາເປີດໂປງ ເພື່ອໃຫ້ພວກນີ້ ອັບອາຍຂາຍຫນ້າ

 

 

 

    

     

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard