ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະມາຊິກສະພາວ່າໃຫ້ພາກັນ ຢຸດ ສໍ້ໂກງ
Anonymous

Date:
ສະມາຊິກສະພາວ່າໃຫ້ພາກັນ ຢຸດ ສໍ້ໂກງ
Permalink   
 


ສະມາຊິກສະພາວ່າໃຫ້ພາກັນ ຢຸດ ສໍ້ໂກງ

image

 

ສະມາຊິກ ສະພາ ແຫ່ງຊາຕ ຈໍານວນ ນຶ່ງ ໄດ້ຮຽກຮ້ອງ ເຖິງ ທຸກ ພາກສ່ວນ ທີ່ ຮັບຜິດຊອບ ແລະ ກວດສອບ ການດໍາເນີນ ງານ ຂອງ ພາກຣັດ ໃຫ້ ສຸມ ສິດ ອໍານາດ ທີ່ມີຢູ່ ແລະ ຄວາມ ພຍາຍາມ ເພື່ອ ຖອນຮາກ ຖອນໂຄນ ການ ສໍ້ໂກງ ທຸຈຣິດ, ສໍ້ຣາສ ບັງຫລວງ ທຸກ ຮູບແບບ. ຕາມຣາຍງານ ໜັງສືພິມ ທາງການ ລາວ ລົງວັນທີ 15 ທັນວາ ນີ້.

ການຮຽກຮ້ອງ ໄດ້ມີຂຶ້ນ ໃນ ກອງປະຊຸມ ສະພາ ແຫ່ງຊາຕ ຄັ້ງທີ່ 8 ທີ່ ກໍາລັງ ດໍາເນີນ ຢູ່ນີ້ ຫລັງຈາກ ສະມາຊິກ ສະພາ ໄດ້ ຟັງຣາຍ ງານ ຜົນການ ກວດສອບ ງົບປະມານ ສົກປີ 2012-13 ຂອງ ອົງການ ກວດສອບ ແຫ່ງຣັດ ເມື່ອ ວັນສຸກ ຜ່ານມາ. ຣາຍງານ ການ ກວດສອບ ແຈ້ງວ່າ ຊັພສິນ ຈໍານວນ ມະຫາສານ ຂອງຣັດ ຖືກ ອະນຸມັດ ໄປແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ໂດຍສະເພາະ ການ ອະນຸມັດ ຊັພສິນ ຂອງຣັດ ແກ່ 25 ໂຄງການ ທີ່ເອີ້ນວ່າ ໂຄງການຜີ ຢູ່ ແຂວງ ອຸດົມໄຊ ເຮັດໃຫ້ ຊັພສິນ ຂອງຣັດ ຫລາຍຮ້ອຍ ຕື້ ກີບ ຕົກເຫັ່ຽ ເສັຽຫາຍ ຍ້ອນ ການສໍ້ໂກງ ມາໄດ້ ຫຼາຍປີແລ້ວ, ໃນນັ້ນ ຮ່ວມທັງ ເງິນ ຈໍານວນ 87 ຕື້ ກີບ ຫລື ປະມານ 11 ລ້ານໂດລາ ທີ່ ໃຊ້ຈ່າຍ ເກີນ ຂອບເຂດ ແກ່ 77 ໂຄງການ, ແລະ 4,300 ຕື້ ກີບ ຫລື ປະມານ 538 ລ້ານ ໂດລາ ສໍາລັບ 254 ໂຄງການ ທີ່ສ້າງ ບໍ່ສໍາເຣັດ.

ທ່ານ ກິແກ້ວ ໄຂຄໍາພິທູນ ສະມາຊິກ ສະພາ ແຂວງ ວຽງຈັນ ກ່າວວ່າ ນະໂຍບາຍ ຣັຖບານ ກ່ຽວກັບ ການ ຈ່າຍໜີ້ສິນ, ການຫລຸດ ໜີ້ສິນ, ແລະ ການຈ່າຍ ໂດຍວິທີ ອອກ ພັນທະບັດ ນັ້ນ ມີຊ່ອງໂຫວ່ ອັນເຮັດໃຫ້ ມີການ ສູນເສັຽ ທີ່ ກະຕວງ ບໍ່ຖືກ, ນອກນັ້ນ ຍັງມີ ການ ຈັດຕັ້ງ ປະຕິບັດ ໂຄງການ ທີ່ ສະພາ ບໍ່ ອະນຸມັດ. ທ່ານວ່າ ທັງໝົດ ນີ້ ຊີ້ໃຫ້ເຫັນ ວ່າ ຣະບຽບ ວິນັຍ ການເງິນ ອ່ອນແອ. ຜູ້ ທໍາຜິດ ກໍບໍ່ໄດ້ ຮັບໂທດ ແນວໃດ ໝົດ.

ຍານາງ ບົວຄໍາ ທິພະວົງ ສະມາຊິກ ສະພາ ແຂວງ ວຽງຈັນ ເວົ້າວ່າ ຖ້າຫາກ ວ່າ ຣັຖ ສາມາດ ກອບກູ້ ເອົາເງິນ ຈໍານວນນີ້ ຄືນມາໄດ້ ມັນກໍຄົງ ບໍ່ ຫຍຸ້ງຍາກ ໃນການຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັດ ຫລື ຈ່າຍເງິນ ໃຫ້ ຜູ້ກິນ ເບັ້ຽບໍານານ. ທ່ານວ່າ ຄົນດຽວ ຢູ່ ໃນ ກະຊວງ ນຶ່ງ ຄົງ ສໍ້ໂກງ ເງິນ ຫລາຍຮ້ອຍ ຕື້ ກີບ ບໍ່ໄດ້ ຂນາດນັ້ນ ດອກ, ຈະຕ້ອງມີ ຜູ້ໃດ ຜູ້ນຶ່ງ ໃຫ້ ສິດອໍານາດ ເພື່ອ ກະທໍາສິ່ງ ເລົ່ານັ້ນ. ທ່ານວ່າ ການຮົ່ວໄຫລ ທຸກຢາດ ມັນມາແຕ່ ຂັ້ນເທິງ ພຸ້ນ. ສະມາຊິກ ສະພາ ໄດ້ ຮຽກຮ້ອງ ໃຫ້ເອົາ ມາຕການ ດັບສູນ ການ ສໍ້ຣາສ ບັງຫລວງ ທັງເຫງົ້າ ທັງຮາກ ເພື່ອ ບໍ່ໃຫ້ມັນ ເຕີບໃຫຍ່ ໄປກວ່າ ນີ້.



__________________
Anonymous

Date:
Permalink   
 

ທາດແທ້ຂອງພັກການເມືອງດຽວມັນກໍມີແຕ່ໂກງກັນກິນທັງນັ້ນ

ປະເທດໃດເປັນ ຄອມມຸນິດ ໃນໂລກນີ້ໃຫ້ພວກສູໄປສຶກສາເອົາເອງ

ມີແຕ່ພາກັນໂກງຊາດໂກງປະຊາຊົນກິນທັງນັ້ນ



__________________
Anonymous

Date:
Permalink   
 

ນີ້ແຫລະ ກະບອກສຽງຂອງປະຊາຊົນລາວຢ່າງແທ້ຈິງ



__________________
Anonymous

Date:
Permalink   
 

ທາງອອກໄປທ່າງອ່ນ 12ຫລັກ ມັນແພງເທົ່າກັບເຂື່ອນນ້ຳເລິກ ຫລືນ້ຳມັ່ງ ທີ່ນຳລາຍໄດ້ຫລາຍ 100ລ້ານມາໃຫ້ປະຊາຊົນແຕ່ລະປີ

ແບບນີ້ ບໍ່ກ້າຢາກໄຕ່ເລີຍ

 



__________________
Anonymous

Date:
Permalink   
 

ສະມາຊິກເວົ້າຢູ່.ແຕ່ຜູ້ເພິ່ນນັ່ງເປັນປະທານສາມທ່ານພ້ອມທັງ11ຄົນບໍ່ເຮັດນຳເພາະເພິ່ນຊິຂາດ

ລາຍໄດ້.ມັນກໍ່ເປີະທໍ່ນັ້ນແລ້ວ.ສົມຄວນທີ່ປະຊາຊົນຕ້ອງພ້ອມຈິດພ້ອມໃຈກັນລຸກຂື້ນມາຕັດຂອງ

ພວກນີ້ຖີ້ມເສຍກ່ອນເວ້.



__________________
Anonymous

Date:
Permalink   
 

Anonymous wrote:

ນີ້ແຫລະ ກະບອກສຽງຂອງປະຊາຊົນລາວຢ່າງແທ້ຈິງ


 ຊົມເຊີຍຕໍ່ຄວາມສາມາດທີ່ກ້າເປັນປາກສຽງໃຫ້ແກ່ປະຊາຊົນຜູ້ທີ່ເລືອກທ່ານເດີ,ຍານາງ ດຣ

ອັນພວກ ຜູ້ແທນຊາຍ ແລະ ສຈົວ,ດລ ອື່ນຄືມິດແທ້.ບໍ່ອາຍທ່ານຍານາງ ດຣ ຄົນນີ້ແດ່ບໍ?



__________________
Anonymous

Date:
Permalink   
 

ເຄີຍໄດ້ຍິນຄຳສຸພາສິດລາວເວົ້າວ່າ ເຮືອນຮົ່ວມາແຕ່ຫລົບ ຫມາຍຄວາມວ່າການສໍ້ລາດບັງຫລວງນີ້ມັນເປັນມາແຕ່ຜູ້ໃຫຍ່ພຸ້ນ

ຜູ້ເພີ່ນກຳອຳນາດ ປະຊາຊົນໄຜໆກໍ່ພໍຈະຮູ້ ແຕ່ກໍ່ເຮັດຫຍັງບໍ່ໄດ້ ສິກຳຈັດແຕ່

ທ້າວ ກ ທ້າວ ຂ ກໍຄືເກົ່າ ຖ້າຈະເຮັດແທ້ໆຜູ້ໃຫຍ່ຕ້ອງເປັນແບບຢ່າງທີ່ດີກ່ອນ



__________________
Anonymous

Date:
Permalink   
 

ເວົ້າໄດ້ດີ, ຊົມເຊີຍປ້າຜູ້ແທນ, 

ຢາກໃຫ້ບ້ານເມືອງມີຜູ້ທີ່ມີຈິດໃຈເປັນຫ່ວງເປັນໃຍນຳໂຊກຊາຕາຂອງປະທດຊາດທີ່ແທ້ຈິງ... ປະຊາຊົນລາວ

ຝາກຄວາມຫວັງໃຫ້ກັບກອງປະຊຸມຄັ້ງນີ້ວ່າ: ຜູ້ແທນຈະສະໜັບສະໜຸນຄວາມຄິດດີໆ ແລ້ວປະຕິບັດໃຫ້ເປັນຈິງ..

ຈະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ຍຸຕິທຳ ແລະ ກ້າວຂຶ້ນເລື້ອຍໆ... /ຂອບໃຈ



__________________
Anonymous

Date:
Permalink   
 

ผลิตไฟฟ้าลาวออกหุ้นกู้ไทย 6.5 พันล.

นายบุญอุ้ม สีวันเพ็ง ผู้อำนวยการบริษัท ผลิตไฟฟ้าลาว จำกัด หรือ EDL-GEN ผู้ผลิตไฟฟ้าพลังน้ำเอกชนรายใหญ่ในประเทศลาว กล่าวว่า มีแผนออกหุ้นกู้สกุลเงินบาทในไทย มูลค่าราว 6.5 พันล้านบาท โดยจะแบ่งเป็น 3 ชุด ซึ่งชุดแรก 1.5 พันล้านบาท อายุ 5 ปี อัตราดอกเบี้ย 4.95% ชุดที่ 2 วงเงิน 2 พันล้านบาท อายุ 7 ปี อัตราดอกเบี้ย 5.20% และชุดที่ 3 วงเงิน 3 พันล้านบาท อายุ 10 ปี อัตราดอกเบี้ย 5.45% เพื่อเสนอขายให้นักลงทุนเฉพาะเจาะจง (PP) และจะเข้าจดทะเบียนในตลาดหุ้นลาว วันที่ 11 ม.ค.58
       
       โดยบริษัทระดมทุนไปใช้ในการซื้อโรงไฟฟ้าเพิ่มตามแผนการขยายกำลังการ ผลิต ขณะนี้บริษัทถือหุ้นในโรงไฟฟ้าพลังน้ำ 7 แห่ง กำลังการผลิตไฟฟ้ารวม 387 เมกะวัตต์ คือ Nam Ngum 1 กำลังการผลิต 155 เมกะวัตต์, Nam Mang 3 กำลังการผลิต 40 เมกะวัตต์, Nam Leuk กำลังการผลิต 60 เมกะวัตต์, Selabem กำลังการผลิต 5 เมกะวัตต์, Xexet 1 กำลังการผลิต 45 เมกะวัตต์, Xexet 2 กำลังการผลิต 76 เมกะวัตต์, Nam Song กำลังการผลิต 6 เมกะวัตต์
       
       ทั้งนี้ จะทำให้บริษัทถือหุ้นโครงการ IPP จำนวน 4 แห่ง คือ Theun Hinboun ถือหุ้น 60% กำลังการผลิต 300 เมกะวัตต์, Nam Ngum 2 ถือหุ้น 25% กำลังการผลิต 154 เมกะวัตต์, Houay Ho ถือหุ้น 20% กำลังการผลิต 30 เมกะวัตต์ และ Nam Lik 1-2 ถือหุ้น 10% กำลังการผลิต 10 เมกะวัตต์ ส่งผลให้มีกำลังการผลิตไฟฟ้ารวม 494 เมกะวัตต์
       
       “การระดมทุนในไทยครั้งนี้จะสนับสนุนศักยภาพของบริษัทในการพัฒนาแหล่ง ผลิต เพื่อรองรับความต้องการด้านพลังงานไฟฟ้าในลาวซึ่งมีแนวโน้มเพิ่มสูงขึ้น รวมถึงการส่งออกพลังงานไฟฟ้าไปยังประเทศเพื่อนบ้าน เช่น ไทย เวียดนาม และกัมพูชา ทั้งนี้ บริษัทอาจพิจารณาการระดมทุนในตลาดหลักทรัพย์ไทยในรูปแบบอื่นที่เหมาะสมใน อนาคตด้วย”
       
       นายสมหมาย ภาษี รัฐมนตรีว่าการกระทรวงการคลัง เปิดเผยว่า รัฐบาลได้วางนโยบายส่งเสริมให้ประเทศไทยเป็นผู้นำด้านตลาดตราสารหนี้ใน ภูมิภาค รวมถึงเป็นศูนย์กลางด้านการลงทุนและการระดมทุนให้แก่ประเทศต่างๆ ในภูมิภาค ซึ่งความสำเร็จของการออกตราสารหนี้สกุลเงินบาทของ EDL-GEN จะเป็นตัวอย่างให้ภาครัฐ และเอกชนอื่นในกลุ่มประเทศลุ่มน้ำโขง (CLMV) ให้ความสนใจระดมทุนผ่านตลาดตราสารหนี้ของไทยในอนาคต และสามารถสนับสนุนการขยายตัวทางเศรษฐกิจร่วมกันในภูมิภาค (Inclusive Growth)
       
       นายวรพล โสคติยานุรักษ์ เลขาธิการสำนักงานคณะกรรมการกำกับหลักทรัพย์และตลาดหลักทรัพย์ (ก.ล.ต.) กล่าวว่า การออกบาทบอนด์ของต่างประเทศในครั้งนี้เป็นการตอกย้ำความสำเร็จที่จะทำให้ ตลาดทุนไทยเป็นศูนย์กลางในการเชื่อมโยงตลาดทุนในภูมิภาค โดยเปิดให้ภาครัฐและเอกชนเข้ามาระดมทุนเสนอขายหลักทรัพย์ และจดทะเบียนในตลาดทุนไทยได้สะดวก และสร้างกฎเกณฑ์ให้เครื่องมือระดมทุนของไทย



__________________
Anonymous

Date:
Permalink   
 

ມຸ່ນອູຍປຸ້ຍ ສະພາລາວ ຍອ້ນພາກັນໂກງຊາດກິນ

01A.jpg02.jpg

ໃນວັນທີ 12 ທັນວາຜ່ານ ມາ, ຊຶ່ງເປັນມື້ທີ 4 ຂອງວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8, ໂດຍການເປັນປະ ທານໂດຍທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ,  ທີ່ປະຊຸມໄດ້ຮັບຟັງລາຍງານບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳສົກປີ 2012-2013  ຈາກ ທ່ານນາງ ວຽງ ທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ເຊິ່ງມີຫລາຍບັນຫາທີ່ໄດ້ຍົກ ໃຫ້ເຫັນຜົນການກວດສອບ ບັນຊີລາຍຮັບລາຍຈ່າຍ ສຳລັບປີ 2012-2013 ຄື ໄດ້ ກວດເຫັນ ຍອດ ເຫລືອບັນຊີເງິນຝາກຂອງອົງການບໍລິຫານວິຊາການຢູ່ຄັງ ເງິນແຫ່ງ ຊາດ ແລະ ຄັງເງິນປະ ຈຳແຂວງຈຳນວນ 711,18 ຕື້ກີບ ທີ່ບໍ່ທັນ ມອບເຂົ້າງົບປະ ມານແຫ່ງລັດຂອງສົກປີ 2012-2013 ໃນນັ້ນ ກວດເຫັນລາຍຮັບວິຊາ ການ, ສ່ວຍສາອາກອນ, ຊັບສິນ, ລາຍຮັບ ຈາກການ ລະດົມທຶນຈຳນວນ 397,12 ຕື້ກີບ, ແຕ່ກວດ ເຫັນເງິນຕົວຈິງພຽງ 391,52 ຕື້ກີບ ແລະ ຄ້າງມອບເຂົ້າງົບປະ ມານແຫ່ງ ລັດ 5,60 ຕື້ກີບ, ພ້ອມ ນີ້ຍັງກວດພົບຍອດເຫລືອບັນຊີ ເງິນຝາກອົງການບໍລິຫານວິຊາການຢູ່ຄັງເງິນແຫ່ງຊາດ ແລະ ຄັງເງິນປະ ຈຳ ແຂວງທີ່ບໍ່ໄດ້ສະສາງຕາມລະບຽບການຈຳນວນ 314,06 ຕື້ກີບ ຂະນະດຽວກັນຍັງ ໄດ້ກວດເຫັນລາຍຈ່າຍເກີນແຜນ, ລາຍຈ່າຍບໍ່ ຖືກຕ້ອງຕາມເປົ້າໝາຍທີ່ຮັບຮອງ, ລາຍຈ່າຍ ທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງມີຈຳນວນ 7.152, 43 ຕື້ກີບ. ໃນນີ້ລາຍ ຈ່າຍເງິນເກີນແຜນຈຳນວນ 4.713,18 ຕື້ກີບ, ຊຶ່ງໄດ້ຊຳລະຕົວຈິງຈຳ ນວນ 821,18 ຕື້ກີບ ແລະ ບໍ່ທັນ ໄດ້ຊຳລະຈຳນວນ 3.892 ຕື້ກີບ ຕາມລາຍລະອຽດດັ່ງນີ້ ໄດ້ເອົາ ລາຍຮັບທີ່ໄດ້ກວດເຫັນຈຳນວນ 391,52 ຕື້ກີບ ໄປຈ່າຍ ເຂົ້າໃນວຽກງານບໍລິຫານ, ຊຳລະ ໂຄງການລົງທຶນ, ຊຳລະເງິນກູ້ຢືມ ທະນາຄານພາຍໃນ ແລະ ຈັດຊື້ ພາຫະນະ, ຊຶ່ງລາຍຮັບ ຈຳນວນ ດັ່ງກ່າວບັນດາກະຊວງ, ແຂວງ ແລະ ນະຄອນຫລວງ, ໄດ້ເອົາໄປ ນຳໃຊ້ກ່ອນໂດຍບໍ່ໄດ້ມອບເຂົ້າ ງົບປະມານແຫ່ງ ລັດ ແລະ ບໍ່ໄດ້ ເອົາເຂົ້າໃນແຜນດັດແກ້ງົບປະ ມານ. ນອກນີ້ຍັງໄດ້ກວດພົບລາຍຈ່າຍທີ່ບໍ່ຖືກຕ້ອງຕາມເປົ້າໝາຍ ໄດ້ຮັບຮອງ ຢູ່ໃນ 7 ຫົວໜ່ວຍງົບປະມານຂັ້ນແຂວງ, ນະຄອນ ຫລວງໄດ້ດັດແກ້ໂຄງການລົງທຶນຂອງລັດ, ໂດຍບໍ່ນຳສະເໜີກະຊວງແຜນ ການ ແລະ ການລົງທຶນເພື່ອຮັບຮອງເອົາຈຳນວນ 38 ໂຄງການ ມີມູນຄ່າ 6,92 ຕື້ກີບ, ໂດຍໄດ້ໃຊ້ເງິນໃນ ແຜນສົກປີ 2012 - 2013 ໄປຊຳ ລະເຂົ້າໃນບັນດາໂຄງການດັ່ງກ່າວ ແລະ ລາຍຈ່າຍທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ, ໄດ້ກວດສອບ ເຫັນການອອກພັນທະບັດລະດົມທຶນຢູ່ຄັງ ເງິນແຫ່ງຊາດເພື່ອຊ ຳລະລາຍຈ່າຍທີ່ບໍ່ໄດ້ເອົາເຂົ້າໃນແຜນສະເໜີສະພາແຫ່ງຊາດ ຮັບຮອງຈຳນວນ 1.835,45 ຕື້ກີບ.

      ສຳລັບບັນດາແຫລ່ງລາຍ ຈ່າຍເປັນຕົ້ນແມ່ນລາຍຈ່າຍຊຳລະຕົ້ນທຶນ ແລະ ດອກເບ້ຍ ພັນ ທະບັດລະດົມທຶນຈຳນວນ 835,18 ຕື້ກີບ, ລາຍຈ່າຍຊຳລະ ໜີ້ສິນຕ່າງປະເທດຈຳນວນ 210,05 ຕື້ກີບ. ຍ້ອນການປະ ຕິບັດລາຍຈ່າຍທີ່ບໍ່ຖືກຕ້ອງຄື ແນວນີ້ ຈຶ່ງສົ່ງຜົນກະທົບເຮັດ ໃຫ້ແຜນລາຍຈ່າຍງົບປະມານແຫ່ງລັດທີ່ສະພາແຫ່ງຊາດໄດ້ ຮັບຮອງບໍ່ສາມາດຈັດຕັ້ງປະຕິ ບັດໄດ້, ກະທົບ ຕໍ່ການປະຕິບັດວຽກງານ ແລະ ການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ, ບັນດາແຂວງ ແລະ ນະຄອນຫລວງ. ບໍ່ສະ ເພາະແຕ່ເທົ່າ ນີ້ທາງອົງການຍັງກວດສອບພົບເຫັນລາຍຈ່າຍທີ່ໄດ້ນຳໃຊ້ເງິນເກີນແຜນ ແລະ ລາຍຈ່າຍ ໂຄງການລົງທຶນຂອງລັດມີ ມູນຄ່າສູງກວ່າການຮັບຮອງຈຳນວນ 596,88 ຕື້ກີບ, ທີ່ນຳໃຊ້ບໍ່ສອດ ຄ່ອງກັບເປົ້າໝາຍ ແລະ ການ ຮັບຮອງຂອງສະພາແຫ່ງຊາດ ຄື: 7 ຫົວໜ່ວຍງົບປະມານໄດ້ ນຳໃຊ້ເງິນເກີນແຜນຂອງສົກປີ 2011-2012 ຈຳນວນ 94,77 ຕື້ ກີບ ເຂົ້າໃນວຽກງານບໍລິຫານ, ຊຶ່ງເຫັນວ່າບໍ່ສອດຄ່ອງຕາມ ການກຳນົດເປົ້າໝາຍຂອງການນຳໃຊ້ເງິນເກີນແຜນ, 4 ຫົວໜ່ວຍງົບປະມານໄດ້ເຊັນສັນຍາມູນຄ່າ ໂຄງການລົງທຶນຂອງລັດສູງກວ່າມູນຄ່າທີ່ສະພາແຫ່ງ ຊາດຮັບຮອງຈຳນວນ 18 ໂຄງ ການ, ມູນຄ່າຕາມສັນຍາ 1.220, 09 ຕື້ກີບ, ສະພາແຫ່ງຊາດອະນຸ ມັດຈຳນວນ 717,98 ຕື້ກີບ ແລະ ມີສ່ວນເກີນ ຈຳນວນ 502,11 ຕື້ກີບ.
     ຜ່ານຈາກການລາຍງານ ການກວດສອບ ແລະ ພົບເຫັນ ບັນຫາສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນ ທົ່ວຂະແໜງການເງິນອັນໄດ້ສ້າງ ຄວາມສົນໃຈເປັນຈຳນວນບໍ່ໜ້ອຍໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຢູ່ຕາມເຂດ ເລືອກຕັ້ງຕ່າງໆ ແລະ ບາງທ່ານ ກໍມີການ ສະເໜີຊັກຖາມສາເຫດ ແລະ ການກຳຈັດສິ່ງທ້າທາຍຕ່າງໆທີ່ນອນຢູ່ໃນບັນຫານີ້ດ້ວຍວິທີການແນວ ໃດເພື່ອ ຫລີກເວັ້ນຜົນກະທົບຮ້າຍແຮງທີ່ຈະເກີດຂຶ້ນໃນການພັດທະນາເສດຖະກິດສັງຄົມຂອງຊາດມີການຊັກຊ້າ ແລະ ແກ່ຍາວຄືດັ່ງທີ່ເຫັນມາໃນທຸກມື້ນີ້.


Attachments
__________________
Anonymous

Date:
Permalink   
 

ສສ ທ່ານີ້ຊຸດຕໍ່ໄປເຂົາຄົງບໍ່ໃຫ້ລົງສມັກອີກແລ້ວ

ຄົງຈະຢຸດຢູ່ເທົ່ານີ້ແລ້ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard