ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານວ່າດິນລາວວຽດນາມ ເຂົ້າຍຶດ
Anonymous

Date:
ຊາວບ້ານວ່າດິນລາວວຽດນາມ ເຂົ້າຍຶດ
Permalink   
 


ຊາວບ້ານວ່າດິນລາວວຽດນາມ ເຂົ້າຍຶດ

image

 

ເມື່ອອາທິດ ທີ່ແລ້ວ ນີ້ ຊາວບ້ານ ໃນເຂດ ບ້ານເຟືອງ ເມືອງ ເຊໂປນ ແຂວງ ສວັນນະເຂດ ແຈ້ງວ່າ ດິນ ສ່ວນນຶ່ງ ໃນເຂດ ບ້ານເຟືອງ  ແລະ ເຂດ ເມືອງນອງ  ໄດ້ກາຍເປັນ ຂອງ ວຽດນາມ ໄປແລ້ວ, ເຈົ້າໜ້າທີ່ ເມືອງ ເຊໂປນ ຢືນຢັນ ວ່າມີຄົນ ວຽດນາມ ເຂົ້າມາຢູ່ແທ້ ແຕ່ຢູ່ແບບ ຂໍເຊົ່າທີ່ດິນ ຊາວບ້ານ, ເຣື້ອງນີ້ ຊາວບ້ານ ເວົ້າວ່າ:

"ແຕ່ກ່ອນ ບ້ານເຟືອງ ຫັ້ນຢູ່ແຜ່ນ ດິນລາວ ດຽວນີ້ ຕົກເປັນ ແຜ່ນດິນວຽດ. ວຽດນີ້ກິນ ເຂົ້າມາ 15 ຫຼັກ ຈຸດນີ້ ເຊໂປນ ໃກ້ໆ ລາວບາວ ນີ້. ບ້ານເຟືອງ ນີ້ ຈາກທີ່ວ່າ ແຕ່ສມັຍ ຝຣັ່ງ ຫັ້ນນະ. ແຕ່ສະເພາະ ບ່ອນແຖວນີ້ ທາງ ເມືອງນອງ ບັດນີ້ 8 ຫລັກ ຖືວ່າໝົດແລ້ວ ໄຮ່ນາ ຕາກ້າ ໝົດແລ້ວ".

ກ່ຽວກັບ ເຣື້ອງນີ້ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຢູ່ເມືອງ ເຊໂປນ ແລະ ໄດ້ຮັບ ຄໍາຕອບ ວ່າ ເຣື້ອງນີ້ ບໍ່ມີຈິງ ແຕ່ໃຫ້ ຣາຍລະອຽດ ວ່າ ມີຊາວ ວຽດນາມ ເຂົ້າມາເຊົ່າ ດິນ ປະຊາຊົນ ໃນເຂດ ບ້ານເຟືອງ ເພື່ອ ເຮັດຮ້ານ ບັນເທິງ ແລະ ຮ້ານຄ້າຂາຍ ເຄື່ອງ. ດັ່ງທ່ານ ໄດ້ກ່າວວ່າ:

"ບໍ່ມີນ໋າ ເຂົາມາເຊົ່າ ຊື່ໆ ເຊົ່າດິນ ຕັ້ງຮ້ານ ຕັ້ງເຮືອນ ກ່າມີແນວວ ນັ້ນ, 5 ຮ້ານ 6 ຮ້ານ ນີ້ແຫລະ. ຮ້ານ ຄາຣາໂອເກະ 2 ແລະກ່າ ຮ້ານຂາຍເຄື່ອງ ຍ່ອຍອີກ 3-4 ຮ້ານ ນິີ້ແຫລະ ເຂົາ ເປີດຢູ່ ກາງຄືນ 9 ໂມງ 10 ໂມງ ເຂົາກໍປິດ".

ນອກນັ້ນ ທ່ານວ່າ ຊາວວຽດນາມ ຈໍານວນນຶ່ງ ໄດ້ເຂົ້າມາ ຄ້າຂາຍ ທັງເປັນ ກັມມະກອນ ກໍ່ສ້າງ ຕາມໂຄງການ ນ້ອຍໆ ຢູ່ເຂດ ບ້ານ ເຟືອງ. ພວກນີ້ ເປັນປະເພດ ມາເຊົ້າ ກັບຄໍ່າ.
ຫຼາຍສິບ ປີ ມານີ້ ຫລາຍບ້ານ ແລະ ເມືອງ ຂອງລາວ ທີ່ມີເຂດແດນ ຕິດກັບ ວຽດນາມ ຕັ້ງແຕ່ ແຂວງ ຜົ້ງສາລີ ມາຮອດ ແຂວງ ອັດຕະປື ມີຊາວ ວຽດນາມ ເຂົ້າມາ ຢູ່ ຈໍານວນຫຼາຍ, ເຂົ້າມາເຮັດ ທຸຣະກິດ ຄ້າຂາຍ, ເຂົ້າມາເປັນ ກັມມະກອນ, ເຂົ້າມາຕັ້ງ ຖິ່ນຖານ, ເຂົ້າມາແຕ່ງງານ ກັບ ຄົນລາວ, ລັກລອບ ເຂົ້າມາ ປູກຝິ່ນ ກໍມີ.

ອະດີດ ນາຍທະຫານ ຣາຊອານາຈັກ ລາວ ທີ່ ຖືວ່າ ເປັນ ຊະເລີຽເສິກ ແລະ ຖືກສົ່ງໄປ ສັມມະນາ ຢູ່ເຂດ ເມືອງ ເຊໂປນ ເມື່ອ 30 ກ່ວາປີ ກ່ອນ ເວົ້າວ່າ ດິນແດນ ຂອງ ລາວ ຫຼາຍຈຸດ ຖືກຍົກໃຫ້ ເປັນ ຂອງ ວຽດນາມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard