ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະຫລຸດອອກຈາກເງົາຂອງຫວຽດນາມຕ້ອງປະຕິບັດວິທີນີ້ເລີຍ
ຄົນລາວ

Date:
ລາວຈະຫລຸດອອກຈາກເງົາຂອງຫວຽດນາມຕ້ອງປະຕິບັດວິທີນີ້ເລີຍ
Permalink   
 


ການແກ້ລັດຖະທຳມະນູນໃນ ກອງປະຊຸມສມັຍສາມັນຄັ້ງທີ 8

ປະຊາຊົນໄດ້ຈະຫຍັງແດ່? ປະຊາຊົນ ມີອຳນາດເພີ້ມຂື້ນບໍ່? ພັກມີຫັຍງຈະດີຂື້ນ(ຫລືຈະຍັງມີນັກການເມືອງທີ່ເຫັນແກ່ຕົວຄືເກົ່າ) ແລະລັດຖະບານ ຈະມີເງິນຂື້ນບໍ່? ການສໍ້ໂກງຈະໝົດໄປບໍ?

ສະພາແຫ່ງຊາດ ຖືກພັກຄວບຄຸມຄືເກົ່າ? ກົດໝາຍຍັງຢູ່ໃຕ້ອຳນາດຂອງພັກຄືເກົ່າ? ເນັ້ນແຕ່ຄວາມໝັ້ນຄົງຂອງອຳນາດ ແຕ່ບໍ່ສົນໃຈສິດ ແລະການເປັນຢູ່ຂອງປະຊາຊົນບໍ່?

ທຸງກາກ່ຽວ ແລະຄ້ອນຕີ ຍັງໃຊ້ໄດ້ຢູ່ບໍ່ ເພາະ ເຫັນບ່ອນທຳມາຫາກິນທີ່ອຸດົມສົມບູນຂອງປະຊາຊົນ ພັກ-ລັດໃຫ້ນາຍທືນສຳປະທານໝົດແລ້ວ? ຈະກຳຈັດພວກໂກງຊາດ ໂກງແຜ່ນດີນແນວໃດ?

 

ລາວຈະຫລຸດອອກຈາກເງົາຂອງຫວຽດນາມບໍ ຫລື ແຫ່ງຈະໜັກໄປໜ້າ? ເປັນຫຍັງລາວຈະປັບປຸງລັດຖະທຳມະນູນ ຕ້ອງໄດ້ປືກສາຫວຽດນາມ ?

ຫລືວ່າຜູ້ບໍຫານ ແລະຜູ້ນຳປະເທດບໍ່ມີຄວາມຮູ້ພໍ? ໃນສຳມະຊິກພັກ ມີຄົນຫລາຍປານໃດ ມີຄວາມຮູ້ແລະເຂົ້າໃຈຢ່າງເລິກເຊິ່ງ ໃນການປົກຄອງ ແລະ ລະບົບການເມືອງທີ່ຈະນຳພາປະເທດຈະເລີນໄດ້

ແລະຮູ້ບັນຫາສັງຄົມລາວປັດຈຸບັນແມ່ນຫັຍງ? ແລະປະຊາຊົນລາວຕ້ອງການຫັຍງຈາກລັດຖະບານ.

 

 



__________________
Anonymous

Date:
RE: ລາວຈະຫລຸດອອກຈາກເງົາຂອງຫວຽດນາມຕ້ອງປະຕິບັດວິທີນີ້ເລີຍ
Permalink   
 


ຕາບໃດທີ່ພັກດຽວກຳອຳນາດ ຕາບນັ້ນ ສປປ ລາວ ກໍ່ຍັງຢູ່ໃຕ້ອຳນາດຂອງແກວຄືເກົ່າ.



__________________
Anonymous

Date:
Permalink   
 

Anonymous wrote:

ຕາບໃດທີ່ພັກດຽວກຳອຳນາດ ຕາບນັ້ນ ສປປ ລາວ ກໍ່ຍັງຢູ່ໃຕ້ອຳນາດຂອງແກວຄືເກົ່າ.


 ຫວຽດນາມໄດ້ປະໂຫຍດຫັຍງຈາກລາວ ຄືມາດີກັບລາວແທ້  ສົ່ງຮອດຜູ້ຊ່ຽວຊານມາປະຈຳໃນກະຊວງ ກົມ ຫ້ອງການທີ່ສຳຄັນຢູ່ລາວ

 



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຕາບໃດທີ່ພັກດຽວກຳອຳນາດ ຕາບນັ້ນ ສປປ ລາວ ກໍ່ຍັງຢູ່ໃຕ້ອຳນາດຂອງແກວຄືເກົ່າ.


 ຫວຽດນາມໄດ້ປະໂຫຍດຫັຍງຈາກລາວ ຄືມາດີກັບລາວແທ້  ສົ່ງຮອດຜູ້ຊ່ຽວຊານມາປະຈຳໃນກະຊວງ ກົມ ຫ້ອງການທີ່ສຳຄັນຢູ່ລາວ

 


 ທ່ານຜູ້ທີ່ຕັ້ງຄຳຖາມຂ້າງເທິ່ງນີ້ ແມ່ນແກ້ງຖາມ ຫຼືວ່າ ຖືກປິດຫູປິດຕາໃນເລື້ອງບ້ານເມືອງເຖິງປານນີ້ ...

ຖ້າທ່ານໃຊ້ເວລາພຽງບໍ່ທໍ່ໃດນາທີ ອ່ານຂໍ້ຄວາມຕ່າງໆ ໃນທີ່ນີ້ ມັນກໍຄົງຈະ ຈະແຈ້ງທີ່ສຸດແລ້ວ

ເຖິງເຈດຕະນາທີ່ແທ້ຈິງຂອງຫວຽດນາມ ທີ່ມີຕໍ່ລາວ.

" ຫວຽດນາມຕ້ອງການປຸ້ນສະດົມເອົາຊັບໃນດິນ ສິນໃນນ້ຳຂອງລາວເຮົາ ໄປຄູນຮັ່ງຄູນມີບ້ານມັນ ".

ໂດຍແຕ່ງຕັ້ງພວກທີ່ບອກໄດ້ໃຊ້ຟັງ ເສນາຫມາກຂີ້ກາ ຂີ້ຂ້າມ້າໃຊ້ໃນກຸ່ມການນຳຂອງລາວໃຫ້ຍິນຍອມມັນທຸກຢ່າງ

ຍັດຢຽດເຫດຜົນຕ່າງໆ ວ່າເປັນອ້າຍເປັນນ້ອງ ເປັນໜີ້ບຸນໜີ້ຄຸນ ລ້າງສມອງ ແກມບັງຄັບນາບຂູ່ ການນຳຂອງລາວໃຫ້ເຊື່ອຟັງຄຳບັນຊາຂອງພວກມັນ

ການນຳຜູ້ໃດຂັດຄ້ານ ກໍຈະຖືກກຳຈັດຫຼືຖືກເຄັ່ຍອອກຈາກຫນ້າທີທັນທີ

ສ່ວນຜູ້ໃດທີ່ເຫັນດີຍອມເປັນຂ້າຮັບໃຊ້ ມັນກໍຈະເກັບໄວ້ ໃຫ້ມີຕຳແໜ່ງ ແຈກເງິນ ແຈກຄຳໃຫ້ ຊຶ່ງກໍເປັນເງິນຄຳທີ່ມັນມາປຸ້ນເອົາໄປນັ້ນເອັງ

ພ້ອມນັ້ນມັນກໍຈະແຈກ ໃບຍ້ອງຍໍດີເດັ່ນ ໃຫ້ໄດ້ຍົດໄດ້ຊັ້ນເປັນ ດຣ ກັນທັງຝູງ ...ດັ່ງທີ່ຄົນເຮົາທັງຫຼາຍເຫັນກັນຢູ່ໃນປະເທດລາວ

ໃນຂະນະນີ້ ....ຄືພວກທີ່ພາກັນ ອວດໂອ້ ໂອຫັງ ຍ່າງປານເປັນຝີຢູ່ຂີ້ແຮ້ກັນທຸກໂຕ. 

ສລຸບແລ້ວ ຫວຽດນາມກຳລັງສູບເລືອດສູບເນື້ອເຖືອຫນັງ ປຊຊ ລາວເຮົາ. ດຽວນີ້ ປຊຊ ລາວເບື່ອຫນ່າຍການນຳຂອງລາວ

ພວກແກວ ມັນຈຶ່ງບໍ່ເຊື່ອວ່າ ການນຳຂອງລາວທີ່ມັນເຄີຍບອກໄດ້ໃຊ້ຟັງ ຈະຟັງມັນອີກຕໍ່ໄປ

ດັ່ງນັ້ນ ມັນຈຶ່ງໄດ້ຈັດເອົາຄົນຫວຽດຂອງມັນເອັງເຂົ້າມາດູແລສອດສ່ອງ ຢູ່ໃນທຸກມຸມທຸກແຈທຸກບ້ານທຸກກະຊວງ

ເພື່ອຈະໄດ້ກຳຈັດພວກໃດທີ່ຂັດຄ້ານນະໂຍບາຍ ຂີ້ລັກຊັບ ຂອງມັນ...ມັນລັກທຸກຢ່າງທີ່ມັນຈະລັກໄດ້.

ປະເທດລາວເຮົາອຸດົມສົມບູນ ມັນຈຶ່ງຢາກມາລັກ ຢາກມາຂົນເອົາໄປລ້ຽງພໍ່ ລ້ຽງແມ່ຂອງມັນຢູ່ຫວຽດນາມພຸ້ນ.

ຕາມລາຍງານຈາກທາງການສາກົນ ລາຍໄດ້ທີ່ຫວຽດນາມໄດ້ຈາກການສົ່ງໄມ້ທີ່ແປຮູບອອກໄປຂາຍທີ່ຕ່າງປະເທດ

ແຕ່ລະປີ ມີລະຫວ່າງ 3 ຫາ 4 ພັນລ້ານດອລລາ ( US $3 - $4  Billions) ຊຶ່ງ 90% ຂອງໄມ້ດັ່ງກ່າວແມ່ນໄດ້ມາຈາກລາວ.

ນັ້ນເປັນສ່ວນຂອງປ່າໄມ້ ສຳລັບສ່ວນທີ່ເປັນຊັບສິນບໍ່ແຮ່ທັມມະຊາດນັ້ນ ມັນກໍມາຂຸດເອົາໄປໃນຈຳນວນອັນມະຫາສານຄືກັນ.

ມາເບິ່ງການມາລົງທຶນຂອງຫວຽດນາມໃນລາວ ມັນກໍຂົນເອົາເຊື້ອແກວທັງນັ້ນເຂົ້າໄປເຮັດວຽກນຳມັນ ຄົນງານລາວໄດ້ກິນພຽງນ້ຳໄຕ້ສອກ.

ຫວັງວ່າທ່ານທີ່ຖາມມານັ້ນຄົງຈະເຂົ້າໃຈເຖິງ ຈຸດປະສົງທາດແທ້ ທີ່ແກວໄດ້ສົ່ງຜູ້ທີ່ມັນເອີ້ນວ່າ ຜູ້ຊ່ຽວຊານມາປະຈຳຢູ່ໃນທຸກກະຊວງທະບວງກົມຂອງລາວ.

ມັນເຂົ້າມາຄຸມເສນາຫມາກຂີ້ກາຢ່າງໄກ້ຊິດ ເພື່ອຈະໄດ້ກຳຈັດຜູ້ໃດທີ່ມີແນວຄຶດຢາກຈະຂັດຂວງແຜນການຂີ້ລັກຂອງມັນ.

ສະນັ້ນ ຢາກຈະຫຼຸດອອກຈາກເງົາຂອງຫວຽດນາມ ກໍຈະຕ້ອງເອົາການນຳພວກເສນາຫມາກຂີ້ກາ ຂີ້ຂ້າມ້າໃຊ້ຂອງແກວອອກໄປ.

 

 

 

 

 



__________________
Anonymous

Date:
Permalink   
 

ກັບໄປໃນສົງຄາມໂລກຄັ້ງທີ່ 2 ຈີນກໍ່ຊ່ວຍຫວຽດນາມ ໃຫ້ຄວາມສະໜັບ ໂຫຈີມິນ ຫລາຍດ້ານ ແຕ່ຜູ້ນຳຫວຽດນາມກໍ່ແຍກຕົວອອກເພື່ອບໍ່ຢາກເປັນເງົາຈີນ

ສະໃໝຕໍ່ສູ້ ກັບຝັ່ລງ ຜູ້ນຳຫວຽດນາມ ກໍ່ເປັນມິດກັນ ອາເມລິກາ ຕໍ່ມາຜູ້ນຳຫວຽດນາມ ກໍ່ມາສູ້ກັບ ອາເມລິກາ

ແລ້ວຜູ້ນຳລາວເຫດໃດບໍ່ອອກຈາກເງົາຫວຽດນາມ  ແຖມຍັງກຳລັງທະຫານອ່ອນແອ່ປານຜັກໜຶ້ງ  ຍົນຜູ້ນຳແທ້ໆ ຍັງຕົກແບບປິດສະໜາ

 

ມັນກໍ່ໝາຍຄວາມວ່າຜູ້ນຳລາວບໍ່ມີຄວາມຄິດເປັນຂອງຕົນເອງ ບໍລິຫານປະເທດ ແບບເຕົ່າ1,000ປີ  ແລະກໍ່ບໍ່ໄດ້ສະຫລາດສ່ອງໃສຄືເພິ່ນເວົ້າ ເປັນພຽງແຕ່ຍ່າງນຳກົ້ນຫວຽດນາມ.

ຜູ້ນຳລາວບໍ່ຢາກສ້າງຫັຍງດ້ວຍຕົນເອງ ແລະຜູ້ນຳລາວສ້າງຫັຍງແດ່ໃນ 39ປີຜ່ານມາ ທີ່ເຫັນແມ່ນຫນີ້ສິນຫລວງຫລາຍເປັນຕາຢ້ານ. ຈັດກອງປະຊຸມ ASEM ກໍ່ເປັນຫນີ້ ແຕ່ບໍ່ທັນເປີດກອງປະຊຸມ

ແລະຜູ້ຢູ່ເບື້ອງຫລັງຈັດປະຊຸມກໍ່ແມ່ນຫວຽດນາມ.

ສະຖານທີ່ຕ່າງເຊັ່ນ ຫໍວັດທະນະນຳ ຈີນກໍ່ສ້າງໃຫ້ (ເຄື່ອງໝາຍຄວາມເປັນຊາດແທ້ ມັນຍັງບໍ່ມີປັນຍາສ້າງ)  ສວນປະຕູໄຊ ຈີນກໍ່ຊ່ວຍ ,ໂຮງຮຽນ ໂຮງໝໍ ເສັ້ນທາງ ຕ່າງປະເທດກໍ່ຊ່ວຍຫລາຍ .

ນະໂຍບາຍໃຫ້ຕ່າງປະເທດສຳປະທານດິນ ບໍ່ເກັບພາສີນຳເຂົ້າໃນການກໍ່ສ້າງເຂດເສດຖະກິດ ແຕ່ມາຂູດພາສີນຳປະຊາຊົນ ໜັກໜ່ວງ.

ຂໍປະນາມຜູ້ນຳ ແລະໂຄດຕະກຸນທີ່ໂກງກິນຊາດໃຫ້ດັບມອດໄວໆນີ້

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard