ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ບໍ່ປະຕິບັດສັນຍາ ສິດທິ ມະນຸດ
Anonymous

Date:
ລາວ ບໍ່ປະຕິບັດສັນຍາ ສິດທິ ມະນຸດ
Permalink   
 
ລາວ ບໍ່ປະຕິບັດສັນຍາ ສິດທິ ມະນຸດ

image

ປີ 2010 ສປປ ລາວ ໄດ້ເຊັນ ສນັບສນູນ ສົນທິ ສັນຍາ ສາກົນ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການ ຫາຍສາບສູນ ແບບ ບັງຄັບ. ແຕ່ຕໍ່ມາ ໃນ ວັນທີ 15 ທັນວາ ປີ 2012, ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ລາວ ພັດຖືກ ລັກພາຕົວ ໄປ ຢູ່ຕໍ່ໜ້າ ປ້ອມ ຕຳຣວດ ຢູ່ຖນົນ ທ່າເດື່ອ ເຂດ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ຊຶ່ງການ ລັກພາ ຕົວ ນັ້ນມີ ເຈົ້າໜ້າທີ່ ຕຳຣວດ ຢູ່ປ້ອມຍາມ ກໍຮູ້ເຫັນ. ສິ່ງດັ່ງກ່າວ ຈິ່ງເຮັດໃຫ້ ປະຊາຄົມ ໂລກ ທວງຖາມ ຣັຖບານ ກ່ຽວກັບ ເລື້ອງ ທ່ານ ສົມບັດ ສົມພອນ ຕລອດເວລາ 2 ປີ ທີ່ ທ່ານ ສົມບັດ ຖືກ ລັກພາຕົວ ໄປ.

ຫລ້າສຸດ ໃນວັນທີ 16 ທັນວາ ຜ່ານມາ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ກໍມີ ຖແລງການ ສະແດງ ຄວາມ ເປັນ ຫ່ວງ ເປັນໄຍ ຕໍ່ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ແລະ ໃນຕອນທ້າຍ ຂອງ ຖແລງການ ໄດ້ ແຈ້ງວ່າ: ພວກ ຂ້າພະເຈົ້າ ຍິນດີ ຮັບເອົາ ຖແລງການ ຈາກ ປະທານ ປະເທດລາວ, ນາຍົກ ຣັຖມົນຕຣີ ແລະ ບຸກຄົນ ອື່ນໆ ທີ່ ສະແດງ ຄວາມ ເປັນຫ່ວງ ເປັນໄຍ ຂອງ ພວກທ່ານ ກ່ຽວກັບ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ແລະ ຂໍ ຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ ຣັຖບານ ລາວ ດໍເນີນ ການ ສືບສວນ ຢ່າງ ເຕັມຮູບແບບ.

ອົງການ ຈັດຕັ້ງ ດ້ານສິດທິ ມະນຸດ ກໍຣະບຸ ໄວ້ວ່າ ເຫດຜົນ ທີ່ ທາງການລາວ ຖືກກົດດັນ ກ່ຽວກັບ ເຣື້ອງ ການຫາຍຕົວ ໄປ ຂອງ ທ່ານ ສົມບັດ ກໍຍ້ອນວ່າ ທາງການ ລາວ ໄດ້ເຊັນ ສນັບສນູນ ສົນທິ ສັນຍາ ສາກົນ ວ່າດ້ວຍ ການ ປົກປ້ອງ ທຸກຄົນ ຈາກການ ຫາຍສາບສູນ ແບບ ບັງຄັບ ແລ້ວ ຍັງບໍ່ມີ ຕົວຊີ້ວັດ ອັນໃດ ທີ່ ສະແດງວ່າ ທາງການລາວ ມີ ການ ປະຕິບັດ ແລະ ເຄົາຣົບ ສິດທິມະນຸດ.

__________________
Anonymous

Date:
Permalink   
 
ບັກເຈັກແປະ ສົມສະຫວາດ, ມັນເຊັນຮັບເອົາໃນວັນທີ່ 30 ພຶດສະພາ 1999

ແຕ່ມັນບໍ່ປະທິບັດຕາມສັນຍາ

01.jpg02.jpg03.jpg04.jpg05.jpg06.jpg07.jpg08.jpg09.jpg10.jpg

Attachments
__________________
Anonymous

Date:
Permalink   
 
 78D63DF1-3486-4F04-9028-2A82793AA817_w268.jpg

ບັກຄວາຍນີ້ ມັນບໍ່ເອົາອອກເຜີຍແຜ່ໃຫ້ພະນັກງານພັກລັດແລະປະຊາຊົນຮັບຮູ້

ມັນເອົາໄປຍັດໄວ້ລີ້ນຊັກໂຕະ ໃຫ້ປວກກິນຈົນໝົດ

Attachments
__________________
Anonymous

Date:
Permalink   
 
wrote:

 78D63DF1-3486-4F04-9028-2A82793AA817_w268.jpg

ບັກຄວາຍນີ້ ມັນບໍ່ເອົາອອກເຜີຍແຜ່ໃຫ້ພະນັກງານພັກລັດແລະປະຊາຊົນຮັບຮູ້

ມັນເອົາໄປຍັດໄວ້ລີ້ນຊັກໂຕະ ໃຫ້ປວກກິນຈົນໝົດ

 ການປະມວນກົດໝາຍແຕ່ລະມາດຕຣາລ້ວນແລ້ວ ແມ່ນຖືກຕ້ອງສອດຄ່ອງກັບຄວາມ

ປຣາຖະໜາຂອງປະເທດຊາດທີ່ມີຄວາມຕ້ອງການສູງ,ແຕ່ກົດໝາຍທີ່ບັນຍັດມາເຫຼົ່ານັ້ນແມ່ນສ້າງ

ຂື້ນມາເພື່ອຫຼອກລວງສາກົນແລະສະຫະປະຊາຊາດທີ່ຈະເອື້ອອຳນວຍຂໍ້ສະດວກໃນການຮຽກຮ້ອງເອົາ

ເອົານັກທຸລະກິດເຂົ້າມາລົງທືນແລະຂໍການຊ່ວຍເຫຼືອຈາກຕ່າງປະເທດ ເລີ້ມແຕ່ສ້າງຕັ້ງກົດໝາຍບັນຢັດ

ນີ້ຂື້ນມາບໍ່ເຄີຍມີຂໍ້ໃດເລີຍທີ່ຖືກນຳມາປະຕິບັດໃຊ້ຢ່າງເປັນຮູບພະທັມ ປະຊາຊົນຍັງຖືກກົດຂີ່ຢູ່ ດັ່ງເຄີຍເປັນ

ມາຢູ່ເໝືອນເດີມ, ສະຫຼຸບແລ້ວແມ່ນມີໄວ້ປະດັບສະພາເອກອ້າງໃຫ້ນາໆຊາດເຊື່ອຖືແລະຈະໄດ້ຕົວະຕໍ່ໄປຢ່າງ

ບໍ່ມີວັນຊີ້ນສຸດ.

__________________
Anonymous

Date:
Permalink   
 
wrote:

 78D63DF1-3486-4F04-9028-2A82793AA817_w268.jpg

ບັກຄວາຍນີ້ ມັນບໍ່ເອົາອອກເຜີຍແຜ່ໃຫ້ພະນັກງານພັກລັດແລະປະຊາຊົນຮັບຮູ້

ມັນເອົາໄປຍັດໄວ້ລີ້ນຊັກໂຕະ ໃຫ້ປວກກິນຈົນໝົດ

 ມັນເອົາໄປເຊື່ອງໄວ້ໄຊ້ຕາງຟືນເຜົ່າມັນປີໜ້າ,ເພາະມັນຂາຍໄມ້ໝົດແລ້ວ.

ມັນຢ້ານກະດູກດຳຖ້າເຂົາເຜົາດ້ວຍຢາງຕີນລົດ.

__________________
Anonymous

Date:
Permalink   
 
ເຂົາເອົາຄວາມຈິງອອກມາວ່າ .... ພັດຫາວ່າເຂົາເປັນກຸ້ມຄົນບໍ່ດີ

ບັກເຖົ້າ ຈຸມມະລີ ອາດີດ ໂຈນລັກຄວາຍ ຊາວບ້ານ

10845983_893746300657043_4747751148448158820_n.jpg?oh=f435643f09b6937263495a74d383625e&oe=55456773&__gda__=1430265803_811a0ee10bce627e5bb8799f5d88fcbd

ສື່ສັງຄົມອອນລາຍນີ້ແມ່ນການເຜີຍແຜ່ຂໍ້ມູນ ຂ່າວສານແບບອິດສະລະ ເຮັດ ໃຫ້ມີບຸກຄົນ ຫລື ກຸ່ມຄົນ

ທີ່ບໍ່ຫວັງດີນຳໃຊ້ໄປໃນທາງບໍ່ຖືກຕ້ອງມີລັກສະນະຫລອກລວງ, ຂັດກັບຄວາມຈິງ, ສິນທຳ ແລະ ແນວທາງການ ເມືອງ,

ສາມາດເປັນເຄື່ອງມືປຸກລະດົມສ້າງຄວາມຂັດແຍ່ງລະຫວ່າງ ບຸກຄົນ ຫລື ກຸ່ມຄົນ, ສ້າງຄວາມເສຍ ຫາຍດ້ານຊັບສິນ,

ຮ່າງກາຍ ຫລື ສ້າງຄວາມບໍ່ສະຫງົບຕໍ່ສັງຄົມ.ດັ່ງນັ້ນເພື່ອສາມາດສະກັດກັ້ນສື່ມວນຊົນເຮົາກໍເປັນສ່ວນໜຶ່ງທີ່ສຳຄັນໃນ

ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ເພື່ອສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ທາງລົບ, ທາງບວກຂອງມັນ.

__________________
Anonymous

Date:
Permalink   
 
Anonymous wrote:

 ແມ່ນແລ້ວມັນເປັນຄວາມຈິງທີ່ໂຈນໄຊ້ສື່ສັງຄົມອອນລາຍໂຄສະນາບິດເບືອນແບບໂຈນຮ້ອງຈັບໂຈນ

ເພື່ອເອົາຕົວຫຼົບໜີຈາກຕຳຫຼວດເໜືອນທີ່ເຄີຍປະຕິບັດໃນສະໄໝລັກຄວາຍປະຊາຊົນ.ມາຄາວນີ້ວິຊາ

ມານກໍ່ກ້າວຂື້ນເຖິງລະດັບຊາດເມື່ອຕົນໃຫ້ຄຳສັງຕັດໄມ້ຂາຍເອົາເງິນເຂົ້າຖົງຂອງກຸມ ແລະ

ພວກຜ້ອງໂຈນແລ້ວກໍ່ນຳໄຊ້ສັງຄົມອອນລາຍອອກຂ່າວກ່ຽວກາວຖີ້ມໂທດໃສ່ປະຊາຊົນວ່າຕັດໄມ້ທຳ

ລາຍປ່າດ້ວຍການເຮັດໄຮ່ເລື່ອນລອຍຕ່າງໆນາໆດັ່ງນີ້ເປັນຕົນ.ແລ້ວກໍ່ບັງຄັບກວດຕ້ອນປະຊາຊົນ

ໃຫ້ຍ້າຍໄປຢູ່ທີ່ອື່ນເພື່ອເອົາດິນເຂົາໃຫ້ນາຍທຶນເຈັກ-ແກວຜູ້ທີ່ຊີ້ເອົາໄດ້ຕາມໃຈຊອບບ່ອນເຂົາມັກ

ແລະ ຕ້ອງການ.ແຕ່ເມື່ອປະຊາຊົນເອົາຄວາມຈິງການກະທຳຊົ່ວຊ້າຂອງພວກເຂົາອອກມາເວົ້າທາງ

ສື່ອອນລາຍກໍ່ຫາເລື່ອງວ່າເປັນກຸມຄົນບໍ່ດີ, ແລ້ວ ຫາທາງກຳຈັດຮັດແຄບສິດເສລີພາບຂອງປະຊາ

ຊົນທຸກຮູບແບບ.ແຕ່ການທີ່ພວກໂຈນອະນຸຍາດໃຫ້ນາຍທຶນຈອງປ່າດິບທີ່ເຕັມດ້ວຍໄມ້ເພື່ອບຸກ

ເບີກດ້ວຍກົນຈັກທັນສະໄໝຍິງເປັນການຕັດໄມ້ທຳລາຍປ່າແລະສະພາບແວດລ້ອມຢ່າງມີປະ

ສິດທິຜົນເໜືອການກະທຳຂອງປະຊາຊົນຫຼາຍພັນເທົ່ານັ້ນ.ເປັນຫັຽງພວກມັນຈຶ່ງບໍ່ຄິດຊັ່ງຊາ

ຜົນເສຍຫາຍທີ່ຕົກແກ່ຊາດກໍ່ຄືປະຊາຊົນ? ຫຼືເພາະວ່າໄດ້ເງິນຈາກນາຍທຶນເຂົ້າຖົງສ່ວນຕົວບໍ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard