ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂດດປະຕູໄຊ ຂ້າຕົວຕາຍ
Anonymous

Date:
ໂດດປະຕູໄຊ ຂ້າຕົວຕາຍ
Permalink   
 


1507679_753975761361901_6450663232813397353_n.jpg?oh=85ff8f7f6992ebe6fd122bbfaac3c4c3&oe=5542C7F3&__gda__=1429591203_58eee04dbb0e71953e25111715b9d62010422200_895598197138520_5312522715002109242_n.png?oh=daa7b150ea32c97b65410e3de240b2f1&oe=54FA2602&__gda__=1430215988_9434adb56e53daff88c4d1fd037e24821622778_895565257141814_4826267988045799047_n.jpg?oh=bc14a3a155c47fddd545a2e098b8432e&oe=5534563910364132_895598213805185_7163574541333529151_n.jpg?oh=8d878fca764e0fe3216546c637d4f590&oe=5504CB34&__gda__=1429377630_a2a09903b225b3de1c95c7d33a7f0911

ເວລາ ປະມານ 10:40 ນາທີ ວັນທີ 22 ທັນວາ 2014 ເກີດເຫດແຈ້ງໄປຍັງ ສະມາຄົມອາສາ ກູ້ໄພນະຄອນຫຼວງວຽງຈັນ, ມີຄົນຕົກປະຕູໄຊເສຍຊີວິດ ຄາທີ.ເປັນເພດຊາຍ ອາຍຸປະມານ 20 ປີ. ຜູ້ກ່ຽວນຸ່ງເສື້ອສີແດງດຳ ຊຸດກິລາ ທີມແມ່ນຢູ (ທາງໜ້າສີແດງ, ທາງຫຼັງສີດຳ).

ສາເຫດຂອງການຕາຍຄັ້ງນີ້, ຜູ້ເຫັນເຫດການບອກວ່າ ເປັນການໂດດລົງມາຂ້າຕົວຕາຍ, ເຊິ່ງແຮງຈູງໃຈ ຂອງການຕາຍຄັ້ງນີ້ ແມ່ນຍັງບໍ່ທັນໄດ້ຮັບຊາບ. ເຈົ້າໜ້າທີ ກູ້ໄພນະຄອນຫຼວງວຽງຈັນ ໄດ້ນຳສົບໄປທີ່ ໂຮງໝໍ 150 ຕຽງ ແລະ ເຈົ້າໜ້າທີ່ກອງພິສູດ ຫຼັກຖານ ກຳລັງດຳເນີນ ການສືບສວນ ຕໍ່ໄປ.

ຜູ້ກ່ຽວແມ່ນຂີ່ລົດຖີບ LA ສີແດງ ໄປຝາກໄວ້ ບ່ອນຝາກລົດ, ກ່ອນທີ່ຈະຂຶ້ນໄປໂດດຂ້າຕົວຕາຍ.

ຈຸດທີ່ຄົນຕາຍຕົກລົງມາແມ່ນດ້ານໜ້າປິ່ນໄປທາງ ຫໍຄຳ,ຜູ້ກ່ຽວຕົກລົງມາ ຖືກໂຖດອກໄມ້ ຝາກຊ້າຍ (ຖ້າປິ່ນໜ້າເຂົ້າຫາປະຕູໄຊ),ຫົວກະແທກຢາງແຮງ, ຈົນເສຍຊີວິດ. ທີມກູ້ໄພ ເຂົ້າໄປເພື່ອຈະຊ່ວຍ ແຕ່ ຜູ້ກ່ຽວຕາຍກ່ອນແລ້ວ.

 



__________________
Anonymous

Date:
Permalink   
 

ຈາກການບອກເລົ່າທີ່ຂຽນໃນໜ້າກະດານນີ້ອາດມີຄວາມເປັນໄປໄດ້ສູງວ່າຜູ້ກ່ຽວຍອມສະລະ

ຊີບຕົນເອງເພື່ອປະທ້ວງໄປຍັງຜູ້ເພິ່ນເນົາທີ່ຫໍຄຳ(ເພາະຕັ້ງໜ້າໂດດທາງທິດນີ້)ໃນເວລາ

ປະຈຸບັນໃຫ້ປ່ຽນນະໂຍບາຍໄໝ່ເພື່ອໃຫ້ປະເທດຊາດຫຼຸດພົ້ນຈາກຄວາມທຸກຍາກ

ແລະ ຫຼົ້ມໂຈມໂດຽການຂາຍປ່າໄມ້,ດິນດອນຕ່ອນຫຍ້າ,ຊັພຍາກອນໄຕ້ດິນຕ່າງໆ

ໃຫ້ຕ່າງຊາດແບບເສຍປຽບພຽງຫວັງເງິນກ້ອງໂຕະແບບບໍ່ກຸ້ມຄ່າໃນເຊິງເສດຖະກິດ

ຫາກຄິດໄລ່ແບບວິທະຍາສາດ ແລະ ສ່ອງໃສ ເພື່ອປະເທດຊາດ ແລະ ປະຊາຊົນເຈົ້າ

ຂອງແຜ່ນດິນໂດຽແທ້.

ຂໍຊົມເຊີຍນໍ້າໃຈເສຍສະລະ ແລະ ວິລະກຳທີ່ກ້າຫານຂອງທ້າວນີ້ຢ່າງສຸດໃຈ!

ຂໍໃຫ້ດວງວິຍານຈົ່ງໄປສູ່ສຸຂະຕິ.

ໂດຽຕາງໜ້າກຸ່ມຄົນທີ່ຫວັງດີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard