ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮ່ວມໃຈກັນທັບມ້າງຕ່ອງໂສ້ ການສໍ້ລາດບັງຫຼວງ
Anonymous

Date:
ຮ່ວມໃຈກັນທັບມ້າງຕ່ອງໂສ້ ການສໍ້ລາດບັງຫຼວງ
Permalink   
 
  http://www.vientianemai.net/teen/khao/1/13313 ວັນທີ 16 ທັນວາ 2014 - ເວລາ 10:14:05
Divider

ພິທີ​ຖະແຫຼງ​ຂ່າວ ​ໂອກາດ​ລະນຶກ​ວັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສາກົນ 9 ທັນວາ ຄົບຮອບ 11 ປີ ໄດ້​ມີ​ຂຶ້ນ​ວັນ​ທີ 12 ທັນວາ 2014 ຢູ່​ໂຮງແຮມ​ເສດ​ຖາ​ປາ​​ລັສ ນະຄອນ​ຫຼວງ​ວຽງ​ຈັນ ເປັນ​ປະທານຮ່ວມ​ຂອງ​ທ່ານ ບຸນ​ປອນ ສັງ​ສົມສັກ ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ ແລະ ຕ້ານ​ການສໍ້​ລາດ​ບັງ​ຫຼວງ ​ສປປ ລາວ ແລະ ທ່ານ Cheikh Toure ຫົວໜ້າອົງການ UNODC ປະຈຳ​ລາວ ມີບັນດາ​ທູຕານຸທູດ ຜູ້ຕາງໜ້າ​ອົງການຈັດຕັ້ງ​ສາກົນ ແລະ ແຂກຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ບຸນ​ປອນ ສັງ​ສົມ​ສັກ ໄດ້​ກ່າວ​ວ່າ: ສະພາບ​ການ​ສໍ້​ລາດບັງ​ຫຼວງ ແມ່ນ​ບັນຫາ​ທີ່​ທຸກ​ປະເທດ​ໃນ​ໂລກ ກໍ່​ຄື​ອົງ​ການຈັດຕັ້ງສາກົນ​ຕ່າງໆ ໄດ້​ເອົາໃຈໃສ່​ສະກັດ​ກັ້ນ ແລະ ຕ້ານ​ດ້ວຍ​ຫຼາຍ​ວິທີ ແລະ ມາດ​ຕະການ​ທີ່​ແຕ່​ລະ​ປະເທດ​ເຫັນ​ຄວນ​ນຳ​ໃຊ້ ມີ​ສົນທິ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ວ່າດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ ນິຕິ​ກຳ​ອື່ນໆ ແນໃສ່ເຮັດ​ໃຫ້ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ຂົງເຂດ​ຕ່າງໆ​ໃນ​ແຕ່​ລະ​ປະເທດ​ຫຼຸດລົງ ແລະ ສາມາດ​ຄວບ​ຄຸມ​ໄດ້ເພາະວ່າ​ການ​ສໍ້​ລາດ​ບັງ​ຫຼວງ ແມ່ນ​ໜຶ່ງ​ໃນ​ບັນດາ​ໄພ​ອັນ​ຕະລາຍ ແລະ ທ້າ​ທາຍ​ຕໍ່​ການ​ກຳອຳນາດຂອງພັກ-ລັດ ແລະ ກະທົບ​ເຖິງ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ ຂອງ​ແຕ່​ລະ​ປະເທດ ສະເພາະຢູ່ ​ສປປ ລາວ ພັກ-ລັດ ຍາມ​ໃດ​ກໍ່​ໄດ້​ຖື​ສຳຄັນ ແລະ ເອົາໃຈໃສ່​ບັນຫາ​ນີ້ ແຕ່​ລະສະໄໝ​ຂອງ​ລັດຖະບານ ເປັນຕົ້ນ ແຕ່​ປີ 1982 ແມ່ນ​ໄດ້​ໃຫ້​ທັດ​ສະນະ ແລະ ທິດ​ຊີ້​ນຳໃນ​ການ​ແກ້ໄຂ​ສະພາບ​ຫຍໍ້ທໍ້​ຕ່າງໆ ໃນ​ກົງຈັກ ແລະ ຖັນ​ແຖວ​ພະນັກງານ-ລັດຖະກອນ ໃນ​ນີ້ ລວມ​ທັງ​ການສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ ປີ 2011 ສູນ​ກາງພັກ​ກໍ່​ໄດ້​ອອກ​ມະຕິ ແລະ ຂໍ້​ກຳນົດຈຳນວນ​ໜຶ່ງ ​ທີ່​ເວົ້າ​ເຖິງ​ການສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ ສະພາ​ແຫ່ງ​ຊາດ ກໍ່​ໄດ້​ຮັບຮອງ ແລະ ປະທານ​ປະເທດ ກໍ່​ໄດ້​ປະກາດ​ໃຊ້​ກົດໝາຍວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດບັງ​ຫຼວງ ສະບັບ​ທຳ​ອິດ​ໃນ​ປີ 2005 ເຊິ່ງ​ໄດ້​ມີ​ການ​ປັບປຸງ ແລະ ຮັບຮອງ-ປະກາດ​ໃຊ້​ກົດໝາຍ​ດັ່ງກ່າວ ສະບັບ​ປັບປຸງ​ໃໝ່ ໃນ​ເດືອນ​ທັນວາ 2012.

ນັບ​ແຕ່​ປີ 2003 ເຖິງ​ປັດ​ຈຸບັນ ບັນດາ​ປະເທດ​ລັດ​ພາຄີ​ສົນທິ​ສັນຍາຂອງ​ອົງການ​ສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ ແມ່ນ​ໄດ້​ຖື​ເອົາວັນ​ທີ 9 ທັນວາ ເປັນ​ວັນ​ສຳຄັນເປັນ​ວັນ​ແຫ່ງ​ຄວາມ​ສາມັກຄີ ​ຕໍ່ສູ້ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສາກົນ ປັດຈຸບັນ​ມີ 174 ປະເທດ ໄດ້​ລົງນາມ​ໃຫ້​ສັດຕະຍາບັນ​ຕໍ່​ສົນທິ​ສັນຍາ​ດັ່ງກ່າວ ໂດຍ​ຖື​ເອົາ​ວັນ​ດັ່ງກ່າວ​ເປັນ​ວັນ​ປຸກລະດົມ​ປູກ​ຈິດ​ສຳນຶກ ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງພ້ອມ​ກັນ​ທົ່ວ​ໂລກ ສຳລັບ​ຢູ່​ລາວປີ​ນີ້ ​ອົງການ​ກວດກາ​ລັດຖະບານ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ບັນດາ​ທູຕານຸທູດ ອົງການ​ຈັດຕັ້ງ​ສາກົນ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ 3 ກິດຈະກຳ​ເພື່ອ​ສະເຫຼີມສະຫຼອງວັນ​ດັ່ງກ່າວ​ຄື: ຂຶ້ນ​ປ້າຍ​ຄຳ​ຂວັນຢູ່​ບາງ​ເສັ້ນທາງ​ໃນ​ນະຄອນຫຼວງວຽງ​ຈັນ ໂດຍ​ມີ​ເນື້ອ​ໃນ​ວ່າ: “ທັບມ້າງ​ຕ່ອງ​ໂສ້​ການ​ສໍ້​ລາດ​ບັງຫຼວງ” ກິດຈະກຳ​ຖະແຫຼງ​ຂ່າວ ແລະ ກິດຈະກຳ​ແລ່ນ​ມິ​ນິ​ມາ​ຣາທອນ.

__________________
Anonymous

Date:
RE: ຮ່ວມໃຈກັນທັບມ້າງຕ່ອງໂສ້ ການສໍ້ລາດບັງຫຼວງ
Permalink   
 
Anonymous wrote:
 
 ມາເທດສະນາກອນບັ້ງເກົ່າ ນະໂຍບາຍນ້ຳເໜົ່າ ຕາມປະເພນີ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard