ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາກົນຄວນເຂົ້າກ່ຽວຂ້ອງສືບຫາ ທ.ສົມບັດ
Anonymous

Date:
ສາກົນຄວນເຂົ້າກ່ຽວຂ້ອງສືບຫາ ທ.ສົມບັດ
Permalink   
 


ສາກົນຄວນເຂົ້າກ່ຽວຂ້ອງສືບຫາ ທ.ສົມບັດ

image

 

ກຸ່ມ ນັກ ຊ່ຽວຊານ ສະຫະ ປະຊາຊາດ ເວົ້າວ່າ ການສນັບ ສນູນ ແລະ ການ ຊ່ອຍເຫລືອ ຈາກ ອົງການ ນານາຊາດ ເປັນ ສິ່ງຈຳ ເປັນ ແລະ ຕ້ອງການ ໃນ ການສືບສວນ ເຣື້ອງການ ບີບບັງຄັບ ໃຫ້ ຫາຍສາບສູນ ຂອງ ນັກປົກປ້ອງ ສິດທິ ມະນຸດ ຄົນສຳຄັນ ຂອງລາວ ທ່ານ ສົມບັດ ສົມພອນ, ຜູ້ທີ່ຖືກ ລັກພາຕົວ ໃນເດືອນ ທັນວາ ປີ 2012, ອີງຕາມ ຖແລງການ ຈາກ ກຸ່ມ ນັກຊ່ຽວຊານ ໃນ ມື້ວານ ນີ້.

ກຸ່ມ ນັກຊ່ຽວຊານ ສະຫະ ປະຊາຊາດ ກ່າວໃນ ຖແລງການ ວ່າ ມັນເປັນເວລາ ທີ່ ເໝາະສົມ ທີ່ ທາງການລາວ ຕ້ອງ ສມັກໃຈ ໃນການ ຮຽກຮ້ອງ ຄວາມ ຊ່ອຍເຫລືອ ຈາກ ນານາຊາດ ໃນ ການຄົ້ນຫາ ເຖິງ ຄວາມເປັນໄປ ຂອງ ທ່ານ ສົມບັດ ສົມພອນ ແລະ ບ່ອນທີ່ ທ່ານ ຖືກຈັບກຸມ ຫລັງຈາກ ສອງປີ ແລ້ວທີ່ທ່ານ ຫາຍສາບສູນ.

ກຸ່ມ ນັກ ຊ່ຽວຊານ ສະຫະ ປະຊາຊາດ ເວົ້າເພີ້ມວ່າ ກົດໝາຍ ສາກົນ ໄດ້ບົ່ງບອກ ຢ່າງ ແຈ່ມແຈ້ງ ວ່າ ຣັຖບານ ສປປລາວ ມີໜ້າທີ່ ຮັບຜິດຊອບ ໃນການ ສືບສວນ ການ ຫາຍສາບສູນ ຢ່າງ ເປັນ ເອກຣາຊ ທີ່ຖ້ວນ ແລະ ໃຫ້ມີຄວາມ ເຊື່ອຖື ຕໍ່ ສາກົນ.

ທ່ານ ສົມບັດ ສົມພອນ ນັກພັທນາກອນ ຄົນ ສຳຄັນ ທີ່ ເຮັດວຽກ ຊ່ອຍ ປະຊາຊົນ ທີ່ ທຸກຍາກ ໃນເຂດ ຊົນນະບົດ ໃນຫລາຍ ບັນຫາ ໃນນັ້ນ ຮ່ວມທັງ ບັນຫາ ການ ຍຶດທີ່ດິນ ຊາວບ້ານ ແລະ ໃຫ້ການ ຊ່ອຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກເຫດການ ດັ່ງກ່າວ.

ກຸ່ມນັກ ຊ່ຽວຊານ ສະຫະ ປະຊາຊາດ ຢາກຮຽກຮ້ອງ ໃຫ້ ທາງການລາວ ໃຫ້ຂໍ້ມູນ ເພີ້ມຕື່ມ ກ່ຽວກັບ ຄວາມຄືບຫນ້າ ໃນການ ຊອກຫາ ທ່ານສົມບັດ ສົມພອນ ໂດຍສະເພາະ ຕໍ່ ຄອບຄົວ ຂອງທ່ານ. ພ້ອມທັງ ຢາກ ແນະນຳ ໃຫ້ກຸ່ມນັກ ຊ່ຽວຊານ ຈາກ ນານາຊາດ ເຮັດວຽກ ຮ່ວມກັບ ຣັຖບານລາວ ໃນການ ສືບຫາ ທ່ານ ສົມພັດ ສົມພອນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard