ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເປົ້າຫມາຍ ຊາດລາວ ປະຕີຣູບປະເທດ


Member

Status: Offline
Posts: 5
Date:
ເປົ້າຫມາຍ ຊາດລາວ ປະຕີຣູບປະເທດ
Permalink   
 


 ເປົ້າຫມາຍ ຊາດລາວ ປະຕີຣູບປະເທດ
ເປົ້າຫມາຍການຕໍ່ສູ້ຂອງມວນຊົນແມ່ນ ສນັບສນູນໃຫ້ເກີດມີການສີ້ນສຸດການປາບປາມ ນາບຂູ່ ການລ່ວງລະເມີດສີດທີອະ
ທີປະໄຕຢ່າງໂຫດຫ້ຽມໄຣ້ມະນຸດສະທັມຂອງພນັກງານເຈົ້າຫນ້າທີ່ ພັກລັດສປປລາວຕໍ່ປະຊາຊົນ ແລະເປັນສີ່ງທີ່ປາສຈາກບໍ່ໃດ້ ແບບຊີວີດສັງຄົມການເມືອງປະເທດຊາດຕ້ອງປະຕີຣູບ ແລະປະເທດຊາດບໍອະນຸະຍາດໃຫ້ ບຸກຄົນ,ກຸ່ມກຸ່ມຄົນ, ພັກການເມືອງ

ໃດນື່ງເປັນຜູ້ຜູກຂາດ. ປະເທດຊາດເປັນຂອງປະຊາຊົນລາວຫມົດທູກຄົນ.

 

ເປັນເວລາ 40 ປີ ເຖີງປັດຈູບັນ ປະເທດຊາດຂອງພວກເຣົາຖືກປົກຄອງດ້ວຍຣະບອບຄອມມຸຍນີດ ເຊີ່ງແມ່ນ ພັກປປລາວ

ເປັນຜູ້ນໍາເອົາເຂົ້າມາ ມັນໄດ້ສ້າງ ຄວາມຂົມຂືນໃຫ້ກັບປະເທດຊາດ ກັບປະຊາຊົນລາວຢ່າງໃຫຍ່ໂຕທີ່ພວກເຣົາຊາວລາວ
ເປັນພະຍານເຫັນກັບຕາຢ່າງຈະແຈ້ງ, ເປັນຕົ້ນສະພາບສັງຄົນຄົນໃນຊາດບໍ່ມີຄວາມສງົບ ມີຄວາມຢ້ານກົວ ຢ້ານກົວຕໍ່ການ
ປາບປາມ ນາບຂູ່ ຈັບກຸມແລະເຂັ່ນ ຂ້າ ຢ່າງໂຫດຣ້າຍທາລຸນຄືກັນກັບປະຊາຊົນເປັນສັດເດັຍລະສານ , ການບຸກລຸກຂອງ
ພນັກງານເຈົ້າຫນ້າທີ່ເຂົ້າ ຢືດຊັບ ຢືນທີດີນ ສັບສົມບັດ ທໍາລາຍມໍຣະດົກວັທນະທັມອັນເກົ່າແກ່ຂອງຊາດແລະປະຊາຊົນໃນ
ທົ່ວປະເທດຢ່າງໂຫດຣ້າຍ ບໍ່ມີການຕໍວ່າໃດໆທັງສີ້ນ . 40 ປີ ຜ່ານມາ ການປົກຄອງຄອມມຸຍນີດ ບໍ່ໄດ້ສ້າງເສຖກີດໃຫ້ກັບຊາດ
ປະຊາຊົນແຕ່ຢ່າງໃດ ກົງກັນຂ້າມ ກາຍເປັນພຍາດຊໍ້າເຣື້ອ, ເຊື້ອມະເຣງທໍາລາຍສັງຄົມ, ລະດັບຊີວີດສັງຄົມ ສຸຂະອານາມັຍ ສຸພາບໄດ້ເຄື່ອນລົງສູ່ລະດັບຕໍ່າ ການຣັບປະກັນຕໍ່ຊີວີດພົລເມືອງຂາດຄວາມເອົາໃຈໃສ່ ການສືກສາ ວັທນະທັມ ແຣງງານ, ເທົ້າຣອດປັດຈຸບັນ ການບຸຣະນະສັງຄົມແມ່ນຖືກການຄໍ້າຊູ ການຊ່ອຍເຫລືອບັນເທົາທຸກຈາກສາກົນເປັນພື້ນຖານ. ອໍານາດຜຸ້ຂາດ
ພັກດຽວເປັນເຫດໃຫ້ກີດມີການວຸ້ນວາຍ ໃນສັງຄົມ ສັງຄົມບໍ່ມີຄວາມເປັນທັມ ສີດທີຂອງປະຊາຊົນບໍໄດ້ຣັບໃນການປະກອບ
ສ່ວນໃນການສ້ງສ້າງຄົມປະເທດຊາດຢ່າງເຫມາະສົມ, ຊີວີດສັງຄົມກາຍເປັນ ສັງຄົມ ອັນຖືກເປັນ ອັນຜີດ ອັນຜີດເປັນອັນຖືກ, ກົດຫມາຍ ລັດທະທັມມະນູນທີ່ວ່າງອອກບໍ່ໄດ້ຖືກໂຄຣົບ ແລະນໍາໄປປະຕີບັດ, ການທໍລາຍລະບົບນີເວດ ຊັບພຍາກອນທໍາມະຊາດ ທັງຫນ້າດີນແລະພື້ນດີນ ທີ່ຖືກຄົ້ນຄວ້າແລະຍັງບໍ່ທັນຖືກຄົ້ນຄວ້າຢ່າງມາກມາຍ ລວມຄວາມແລ້ວສີ່ງທັງຫມົດຖືກທໍາລາຍ ໂຫດຫ້ຽມ ຫນ້າວີຕົກ ສັງຄົມ, ສັບສົມບັດຂອງຊາດ ເສກກີດຂອງອັນຍາວໄກ , ວັທຖູບູຣານສັກສີດເກົ່າແກ່ຈາກບັນພະບູຣູດ
ປະຊາຊົນສ້າງຂື້ນໃນສມັຍກ່ອນ ແມ່ນຖືກທໍາລາຍ ດ້ວຍ ນາຍທີນ ຕ່າງຊາດທີ່ສວຍໂອກາດ ດ້ວຍການນໍາເຂົ້າມາຈາກ ຜູ້ນໍາພັກລັດທີ່ໄຣ້ຄວາມຄີດຜີດຈາຣະນາອັນທີ່ຖ້ວນ ເຖື່ງຜົນເສັຍແລະຍະໄກ້ແລະໄກຕໍ່ປະເທດຊາດແລະລຸກຫລານຜູ້ສືບທອດ. ການກົດດັນໄດ້ລະເບີດໃນສັງຄົມຢ່າງສັບສົນ ເປັນຕົ້ນ ການສໍ້ໂກງ ການໂກງ ການຊື້ຈ້າງຈອບອອຍ ຄ້າເຖືອນ, ຄ້າຢາເສບຕີດ ຄ້າມະນຸດ ອາສຍາກັມ ປ້ນຈີ້, ສັງຄົມຊາວຫນຸມ ຜູ້ເປັນຫນໍ່ແຫນງຂອງຊາດ ຜູ້ສືບທອດ ຖືກມີການເບື່ອເມົາຈາກພັຍສັງຄົມ
ອັນເປື້ອນເປີ ເບື່ອເມົາທາງເພດ ຣ່າງກາຍ ຈີດຕສາດ ດ້ວຍອາຍພີດ ຢາເສບຕີດ ໃນທີ່ສຸດ ກາຍເປັນຣຸນຊາວຫມຸ່ມທີ່ໃຊ້ການ
ບໍໄດ້ໃນສັງຄົມ ແລະໄດ້ລະເບີດມີຂື້ນໃນທຸກເພດໄວແລະໃນທຸກລຸ້ນ ແລະທຸກຖານະຊັ້ນຄົມ, ການແຊກຊືມ ຊາດຕ່າງດ້າວ ເຂົ້າມາໃນດີນລາວ ຢ່າງຄັ່ງ ໂດຍບໍມີຂໍ້ມາດຕະການເຄ່ງຄັດຕໍ່ຄົນຕ່າງຊາດເຂົ້າປະເທດ. ວຽກ ແຣງງານ ຫນ້າທີ່ ສັງຄົມເສຖກີດ ແບບ ເຊື້ອສາຍ ຊື້ຈ້າງ ຂາດການເອົາໃຈໃສ່ການບໍຣີຫານຄູ້ມຄອງແຫ່ງລັດແລະຄຸ້ມຄອງປະຊາຊົນ,ຂາດຂ່າວສານແຈ້ງການຄວາມ
ຈີງຕໍ່ສາທາລະນະຊົນ……. ເຖີງປັນຈູບັນພັກລັດຜູ້ນໍາທີ່ສລາດສ່ອງໃສ ບໍ່ສາມາດ ແກ້ໄຂພາວະວີກີດການທາງດ້ານຊີວີດ
ການເປັນຢູ່ ສັງຄົມ ເສຖກີດ ຄວາມຈະເຣີນຂອງປະຊາຊົນໃຫ້ດີຂື້ນໄດ້ ນັບມື້ນັບລົ້ມຈົມລົງໄປຊັກໃຊ້ ຄວາມບໍພໍໃຈຕໍ່ການນໍາພາ ນະໂຍບາຍການເມືອງ ເສຸກີດ ສັງຄົມ ການພົວພັນຕ່າງປະເທດ ສາກົນ ກັບປະເທດເພື່ອນບ້ານ ໄດ້ເພີ້ມທະວີຄວາມເບື່ອຫນ່າຍແລະກຽດການນໍາທັງລະບົບວີທີການບໍຣີຫານໃນທຸກຂັ້ນ ພັກເບື່ອພັກ ພັກລັດ ເບື່ອພັກລັດ ປະຊາຊົນ ເບື່ອພັກລັດ ເບື່ອພັກຢ່າງທະວີຄູນ.  ເພື່ອແກ້ໄຂ ປີ່ນປົວສພາບວີກີດການສັງຄົມ ພຍາດຊໍາເຣືອກີນສັງຄົມ ໂຣກມະເຣັງກີນຊາດນີ້ ປະເທດຊາດຂອງພວກເຣົາຕ້ອງການລົບລ້າງລະບອບຄອມມຸຍນີດ ກ້າວເຂົ້າສູ່ການປະຕີຣູບ ລະບອບສັງຄົມປະເທດລາວ ດ້ວຍປະຊາຊົນທຸກຄົນ ເພື່ອປະຊາຊົນລາວທຸກຄົນ.

 


ກ. ຣຽກຣ້ອງຊາວລາວທຸກພາກສ່ວນ  ປະຊາຊົນ ຊາວນູ່ມນັກຣຽນນັກສືກສາ ທຸກອົງກອນ ພັດທະນາ ເສຖກີດສັງຄົມ ອົງການສາສນາ ອົງການຈັດຕັ້ງພັກລັດ ພນັກງານ ເຈົ້າຫນ້າທີ່ ທະຫານຕໍາລວດ ພົນລະເຣືອນ ອົງການຈັດຕັ້ງພັກລັດ ທຸກຂແນງການ ຂັ້ນສູນກາງ ລົງເຖີງຂັ້ນພື້ນຖານ ປະກອບສ່ວນເອກພາບໃນການລົບລ້າງລະບອບຄອມມຸຍນີດໃຫ້ສີ້ນ
ອອກໄປຂາກຜີນແຜນດີນລາວແລະສັງຄົມລາວຂອງພວກເຣົາຢ່າງຣີບດ່ວນ.
( ລົບລ້າງລະບອບຄອມມຸຍນີດ ບໍມີຈູປະສົງລົບລ້າງພັກຄອມມຸຍນີດ ຊໍ້າຕື່ມລະບອບນີ້ເປັນລະບອບທໍາລາຍປະເທດຊາດທໍາລາຍ
ສັງຄົມວັທນະທັມ ຈະຣີຍະທັມ ທັງເປັນການຈ່ອງດືງຄວາມກ້າວຫນ້າ ທາງດ້ານການພັທນາຄວາມສລາດ ຄວາມກ້າວຫນ້າຂອງ
ຊາດຕົນເອງດ້ວຍຊາດຕົນເອງ ເພື່ອຊາດລາວຕົນເອງ).
ຂ. ຣຽກຣ້ອງ ໃຫ້ຣັບປະກັນຄວາມປອດພັຍ ກີຈກັມ ການເຕົ້າໂຣມ ຊຸມນຸມ ສັງຄົມຊີວີດການເມືອງເຄື່ອນໃຫວ , ຣຽກຣ້ອງການຣັບປະກັນສີດສເມີພາບ ລະວ່າງການນໍາ ເຈົ້າຫນ້າທີ່ ການປົກຄອງ ກັບປະຊາຊົນ.
ຄ. ໃຫ້ໂອກາດທຸກພາກສ່ວນຂອງສັງຄົມມວນຊົນເຂົ້າປະກອບສ່ວນໃນການບໍຣີຫານໃນສະພາແຫ່ງຊາດ ສະພາແຂວງ ເມືອງແລະບ້ານ.
ງ. ຊື່ສານມວນຊົນເປັນເອກຣາດ.
ຈ. ຣຽກຣ້ອງທຸກພາກສ່ວນ ຂອງພົນລເມືອງ ພົລເມືອງທຸກຄົນຕ້ອງເຄົາຣົບກົດຫມາຍແລະລັດທະທັມມະນຸດທີ່ໄດ້ວ່າງອອກ.
ສ. ປ່ຽນແປງ ນົກເລີກ ລັດທະທັມມະນູນ ມາດຕາ 3 ….. ພັກເປັນແກ່ນນໍາໃນທຸກຂົງເຂດວຽກງານ,
ຊ. ຍຸຕີການທໍາລາຍທໍາມະຊາດ ສັບສົມບັດຂອງປະເທດ ປົກປັກຣັກສາມູນມໍລະດົກ ອັນເກົ່າແກ່ຂອງຊາດບໍ່ໃຫ້ສູນເສັຍ
ຍ. ຣັບປະກັນ ປ່ອຍໂອກາດເພື່ອພົລເມືອງທຸກຄົນ ປະກອບສ່ວນເຂົ້າໃນທຸກການບໍຣີຫານສັງຄົມ ທຸກກີຈະການຂອງປະເທດຊາດ
 ແລະບັນຸຜົນໃນເສັ້ນທງຊີວີດ.

ບັນຫາວີກີດພຍາດຊໍາເຣື້ອການພັທນາສັງຄົມຂອງປະເທດຊາດໄດ້ແກ່ຍາວມາແຕ່ສັຕວັດກ່ອນຈົນເຖີງສັຕວັດໃຫມ່ນີ້ ຊາດລາວຕ້ອງການເປີດສັງກາດໃຫ້ເກີດມີປະຊາທີປະໄຕສົມບູນແທ້ຈີງໃນເສັ້ນທາງຊີວີດອັນຜ່ອງໃສ ໂດຍບໍເສັຍຊາດເກີດໃນທັງທີ.
ຖ້າຫາກ ພັກ ລັດ ຜູ້ມີບົດບາດຫນ້າໃນການນໍາການປົກຄອງ ຫາກ ເມີນເຊີຍ ບໍ່ຍອມແກ້ໄຂທີ່ກ່າວມາຂ້າງເທີງຫລືຕ້ອງການ
ແກ່ຍາວອໍານາດ ພ້ອມທັງໃຊ້ ອໍານາດປະຊາຊົນ ບຸກລຸກແລະປາບປາມປະຊາຊົນ ຂບວນປະຊາຊົນທຸກກໍລະນີ ຖືວ່າ ພັກລັດນີ້ ມີເຈຕນາທໍາລາຍແລະຂັດຂວາງຄວາມກ້າວຫນ້ພັທນາສັງຄົມຊາດລາວຂອງຕົນເອງ ແລະ ປະຊາຊົນລາວຊີ້ໃຫ້ ສີ້ນຫນ້າທີ່ ທັງກຸ່ມ ທັງຫມົດສີດທຸກຢ່າງໃນການປົກຄອງ ແລະອໍານາດທັງຫມົດແມ່ນຂອງປະຊາຊົນໂດຍສົມບູນ.

                                                  ຊາດລາວປະຕີຣູບປະເທດ

 

 



__________________
Anonymous

Date:
Permalink   
 

ບໍ່ແນ່ໃຈວ່າ ພັກ ລັດ ເຮັດນະໂຍບາຍອອກມາ ແຕ່ປະຕິບັດບໍ່ໄດ້ ແລະບໍ່ມີການປະເມີນແບບກົງໄປກົງມາ

ແລ້ວອົງກອນໃດ ສາມາດຍູ້ດັນ ແລະກົດດັນ ພັກ ລັດ ວ່າຄວນລາອອກ ຫລືຮັບຜິດຊອບ ໃນການທີ່ບໍລິຫານປະເທດບໍ່ໄດ້.

ອີກຢ່າງ ປະເທດເຮົາ ພັກການເມືອງ ກໍ່ມີ ພັກການເມືອງດຽວ ທີ່ມີອຳນາດເຕັມ, ສ່ວນອົງກອນກວດສອບ ສະພາ ແລະອຳນາດຍຸດຕິທຳ ກໍ່ຢູ່ໃນເງົາພັກ, ສື່ສານມວນຊົນກໍ່ຕາຍໆ ບໍ່ຮູ້ວ່າອຳນາດປະຊາຊົນ

ແມ່ນຫັຍງແທ້.

ຖ້າປະຊາຊົນມີສິດເລືອກຕັ້ງ ກໍ່ພຽງແຕ່ແບບ ຜູ້ສະໝັກບໍ່ມີນະໂຍບາຍ ແລະວິໃສທັດຫັຍງ ເປັນຫຸ່ນ ແລະຄວາມຊ່ຽວຊານສະເພາະດ້ານກໍ່ໜ້ອຍ ແລະພັກສົ່ງລົງມາ ໃຫ້ໄປນັ່ງໃນສະພາພໍເປັນຮູບການ.

ຕົວຢ່າງ ອາດິດປະທານສະພາ ຄິດວ່າເພິ່ນຊິເຂົ້າໃຈບັນຫາປະຊາຊົນດີ ເພາະເພິ່ນເປັນມາຫລາຍດີ ແລະຈະມີວິທີ່ແກ້ໄຂ ແລະພັດທະນາຊີວິດ ການເປັນຢູ່ປະຊາຊົນໃຫ້ດີຂື້ນ  ແຕ່ເວລາເປັນນາຍຍົກ

ມັນເອົາພັກພວກ ແລະຍາດຕິພີນ້ອງ ມາແດກຊາດຈົນຮູ້ກັນທຸກບ່ອນ ແລ້ວຈະເອົາຫັຍງມາດີຂື້ນ? ເບິ່ງໄປເບິ່ງມາ ແລ້ວຕຳແໜ່ງໃຫ່ຍໆ ໄດ້ມາແບບ ເສັ້ນສາຍ ວິໃສທັດ ແຄບຫລາຍ ພວກເກັ່ງໆ ໄດ້ຕຳແໜ່ງ

ໃຫ່ຍສຸດ ແມ່ນ ລັດຖະມັນຕີຊ່ວຍ.

ສ່ວນຕົວເລກ ນັກສືກສາລາວໄປຮຽນຕ່າງປະເທດ ແລ້ວບໍ່ກັບມາຮັບໃຊ້ຊາດຫລາຍສຳໃດ? ໃນກໍລະນີ ເຂົາກັບມາ

ແລ້ວ ເຮັດວຽກນຳລັດບໍ່ໄດ້ຍ້ອນຫັຍງ? ຖ້າແກ້ບັນຫານີ້ໄດ້ ປະເທດຊາດຈະບໍ່ດີຂື້ນ. ເພາະທີ່ເຫັນສ່ວນຫລາຍຄົນ ພັກລັດ ມີແຕ່ພວກ ເຮັດທຸລະກິດ ໂດຍເອົາຕຳແໜ່ງມາໂກງກິນ ເຂົ້າວັດຟັງເທດ ແຕ່ໃຈ ຊົ່ວ

ບົດລາຍງານ ທີ່ອ່ານໃນສະພາ ຟັງແລ້ວ ເຮັດຫັຍງບໍ່ໄດ້ເລີຍ  ມີແຕ່ຂໍ້ຍຸ້ງຍາກ  ຖ້າເວົ້າກັນແບບກົງໄປກົງມາ ໃຫ້ ລາອອກສາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard