ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າໜ້າທີ່ ສປປລາວ ພົວພັນຄ້າ ຢາ ເສພຕິດ
Anonymous

Date:
ເຈົ້າໜ້າທີ່ ສປປລາວ ພົວພັນຄ້າ ຢາ ເສພຕິດ
Permalink   
 


ເຈົ້າໜ້າທີ່ ສປປລາວ ພົວພັນຄ້າ ຢາ ເສພຕິດ

image

 

ເຈົ້າຫນ້າທີ່ ຕຳຣວດ ຂັ້ນສູງ ໃນ ຫນ່ວຍງານ ປາບປາມ ການຄ້າ ຢາເສບຕິດ ເວົ້າວ່າ ມີ ເຈົ້າຫນ້າທີ່ ຣະດັບສູງ ຈຳນວນ ນຶ່ງ ຂອງ ລາວ ມີສ່ວນ ພົວພັນ ກັບການຄ້າ ຢາເສບຕິດ, ຊຶ່ງໄດ້ ຜົນປໂຍດ ໃນການ ຄ້າ ຢາບ້າ ຖື ເປັນສາເຫດ ສຳຄັນ ທີ່ເຮັດໃຫ້ ການລັກ ລອບ ຂົນສົ່ງ ແລະ ການ ຄ້າຢາບ້າ ໃນລາວ ມີການ ຈັດຕັ້ງເປັນ ຂະບວນການ ດັ່ງທ່ານ ກ່າວວ່າ:

"ລັກສນະ ຂອງ ຢາບ້ານີ້ ມີລັກສນະ ຂ້າມຊາດ ມີຄົນພາຍໃນ ແລະ ຕ່າງປະເທດ ສົມຮູ້ ຮ່ວມຄິດກັນ ເຮັດ ລັກສນະ ຊອກຫາ ບ່ອນ ອີງ ທີ່ໜາແໜ້ນ ເປັນຕົ້ນ ແມ່ນ ຊອກ ແມ່ນ ແຊກຊືມ ເຂົ້າ ພນັກງານ ຜູ້ທີ່ມີສິດ ມີອຳນາດ ມີບົດບາດ ໃນ ເມື່ອຖືກ ເຈົ້າຫນ້າ ທີ່ ເຮົາ ດຳເນີນ ຄະດີ ຈະ ໄດ້ແອບແຝງ ເພື່ອຂົ່ມຂູ່ ແລະ ອື່ນໆ ອັນນີ້ ກໍຄືແນວນັ້ນ ຫັ້ນຫລະ ຈະແຈ້ງ".

ເຂດທີ່ ກຸ່ມ ດັ່ງກ່າວ ໃຊ້ ເປັນເສັ້ນທາງ ໃນການ ລັກລອບ ຂົນສົ່ງ ຢາເສບຕິດ ຈາກ ສາມຫລ່ຽມຄຳ ໄປ ຕ່າງປະເທດ ຄືຊາຍແດນ ລາວ ວຽດນາມ ແລະ ເສັ້ນທາງ ເລກທີ 13 ຈາກ ພາກເຫນືອ ຕໍ່ໄປຍັງ ຖນົນເລກ 9 ແຂວງ ສວັນນະເຂດ ໄປຍັງ ວຽດນາມ ແລະ ປະເທດ ທີສາມ ຕາມລຳດັບ.

ເຫດການ ດັ່ງກ່າວ ບໍ່ແມ່ນແຕ່ ຈະ ສ້າງພາບພົດ ອັນບໍ່ດີ ໃຫ້ແກ່ ປະເທດຊາດ ເທົ່ານັ້ນ ຍັງເປັນ ການຊຸກຍູ້ ເຮັດໃຫ້ ຊາວຫນຸ່ມ ລາວ ຕິດ ຢາເສບຕິດ ຫລາຍຂື້ນ ຊື່ງ ການສຳຣວດ ຜ່ານມານີ້ ພົບວ່າ ມີ ເຍົາວະຊົນ ລາວ ກວ່າ 3 ແສນ ຄົນ ໃນເຂດ ວົງອ້ອມ ເສັ້ນທາງ ຄ້າ ຢາເສບຕິດ ໃນລາວ ມີຄວາມ ສ່ຽງສູງ ໃນການ ຕິດ ຢາເສບຕິດ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard