ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖ້າເກັບລາຄາແພງແບບນີ້ ແລ້ວໃຜຈະຢາກໄປທ່ຽວ???
Anonymous

Date:
ຖ້າເກັບລາຄາແພງແບບນີ້ ແລ້ວໃຜຈະຢາກໄປທ່ຽວ???
Permalink   
 


ຖ້າເກັບລາຄາແພງແບບນີ້ ແລ້ວໃຜຈະຢາກໄປທ່ຽວ???

ສຽງສະທ້ອນຈາກຊາວບ້ານກ່ຽວກັບການເກັບຄ່າເຂົ້າຊົມນ້ຳຕົກຄອນພະເພັງ, ຕາມທີ່ຮູ້ມາເມື່ອ 2-3 ປີກ່ອນໆພຸ້ນແມ່ນດຳເນີນການໂດຍພາກລັດ ແລະ ພາກລັດໄດ້ມອບໃຫ້ເອກະຊົນ (ເບິ່ງຊື່ຕາມປີ້) ດຳເນີນການຈົນເຖິງປັດຈຸບັນ. ຜູ້ຂ້າໄດ້ຍິນຊາວບ້ານທ່າຄໍ້ (ອ້ອມແອ້ມ) ໂສກັນກ່ຽວກັບການຂຶ້ນລາຄາປີ້ເຂົ້າຊົມນ້ຳຕົກຕາດຄອນພະເພັງແຕ່ຕົ້ນເດືອນທັນວາແລ້ວ ແລະ ມື້ວານນີ້ໄດ້ມີໂອກາດເຂົ້າໄປສຳຜັດສັຈທັມດ້ວຍຕົນເອງ!!

ລາຄາປີ້ເຂົ້າຊົມປີ (ທັນວາ 2014) ຄົນລາວ 10,000 ກີບ/ຄົນ ແລະ ຄົນຕ່າງປະເທດ 25,000 ກີບ/ຄົນ.
ລາຄາປີ້ເຂົ້າຊົມປີ (ມັງກອນ 2015) ຄົນລາວ 20,000 ກີບ/ຄົນ ແລະ ຄົນຕ່າງປະເທດ 55,000 ກີບ/ຄົນ (ເບິ່ງປີ້).

ການຂຶ້ນລາຄາສຳລັບຄົນລາວແມ່ນ ທົບເຄິ່ງ (100%) ແລະ ຄົນຕ່າງປະເທດຂຶ້ນທົບເຄິ່ງກວ່າໆ (125%). ສະນັ້ນ ຜູ້ຂ້າຄິດວ່າເກັບແພງໂພດ! ເພາະສະຖານທີ່ແຫ່ງນີ້ຄືຊັບສົມບັດຂອງມວນມະຫາປະຊາຊົນລາວ ໂດຍກົງ ແລະ ເປັນຊົມບັດຂອງມວນມະຫາຊົນຊາວໂລກໂດຍອ້ອມ. ທ່ານລອງຄິດເບິ່ງວ່າ ຖ້າຄອບຄົວທ່ານມີ 5 ຄົນ ໄປທ່ຽວທີ່ນັ້ນ ຈະຕ້ອງຈ່າຍ 100,000 ກີບ ທັນທີ!! ຂພຈ ຄິດເຖິງຄອບຄົວທີ່ມີຍັງທຸກ ທີ່ພວກເພິ່ນຢາກເຂົ້າຊົມນ້ຳຕົກ ແລະ ຫຼື ຢາກເຂົ້າສັກກາຮະ/ຊົມຫໍຕົ້ນໄມ້ມະນີີໂຄດ.

ປະຊາຊົນແຖວໆນີ້ກາໂສກັນຢູ່ວ່າມັນແພງ ແລະ ຜູ້ຂ້າເອງກາວ່າແພງ, ຄັນຊັ້ນ ພະແນກອຸດສາຫະກຳ-ການຄ້າ ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນນາມຜູ້ຄຸ້ມຄອງພາກລັດຊິປະໃຫ້ມັນເປັນໄປຕາມກົນໄກການຕະຫຼາດຫຼາຍ ປະຊາຊົນຜູ້ທຸກຍາກເດ...ຢາກຊົມຊັບສົມບັດຂອງຊາດຕ້ອງໄດ້ຈ່າຍແພງຫຼາຍກາລຳບາກກໍ!!

ຂໍຖາມທ່ານອື່ນໆແດ່...ເຂດທ່ອງທ່ຽວທີ່ທ່ານໄປມາລາຄາຊຳໃດ?

ການຕະຫຼາດເພື່ອການທ່ອງທ່ຽວ ແມ່ນໃຫ້ຄົນໄດ້ກັບຄືນໄປຢ້ຽມຢາມອີກ, ແຕ່ຫາກການເກັບຄ່າເຂົ້າຊົມແພງແບບນີ້ ອາດເຮັດໃຫ້ນັກທ່ອງທ່ຽວເຄັດຫຼາບ ແລະ ບໍ່ກັບມາ, ແຖມເຂົາຈະບອກໝູ່ເພື່ອເຂົາບໍ່ໃຫ້ມາ ອີກ. ສະນັ້ນ, ຈິ່ງຝາກໃຫ້ໜ່ວຍງານທ່ອງທ່ຽວ ຄວນພິຈາລະນາບັນຫານີ້ເລັ່ງດ່ວນ.

ຕາມຂໍ້ມູນແລ້ວ ການໃຫ້ສຳປະທານ ແກ່ເອກະຊົນແບບຂາດຕົວ ແລະ ຂາດການຄຸ້ມຄອງ ຈາກພາກລັດ ຈິ່ງເຮັດໃຫ້ ຜູ້ສຳປະທານສວຍໂອກາດຂຶ້ນລາຄາຕາມໃຈຊອບ!

10404419_908921115806228_345992921282700591_n.jpg?oh=53c6a18f207ca700a2985108e393ed1b&oe=55412916

 

---------------------------------------------------------------------------------------------------------------

ທີ່ຈິງນະ....
ສິ່ງເຫຼົ່ານີ້ເປັນສົມບັດສ່ວນລວມຂອງຊາດ!
ບໍ່ໄດ້ເປັນກໍາມະສິດຂອງໃຜ,ໂດຍສະເພາະຄົນລາວຄວນຈະໃຫ້ເຂົ້າຟີໄປເລີຍ!

ຈັ່ງແມ່ນສູໜ້າເລືອດເນາະຫ່າສູເອີ້ຍ!ທັງບັກຜູ້ອະນຸມັດ!ທັງບໍລິສັດເຮ້ຍນີ້!

ຄັນພໍ່ແມ່ໂຄດເຫງົ້າສູເປັນຄົນສ້າງກະວ່າໄປຢ່າງ..ອັນນີ້ມັນເປັນສົມບັດລວມຂອງຄົນລາວທຸກຄົນ!

ຄັນເກັບສ່ວນໜ້ອຍໄປບໍາລຸງຮັກສາບົວລະບັດສະຖານທີ່ຂ້ອຍຈະບໍ່ວ່າຫຍັງເລີຍ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard