ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຽງໄຫ້ ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ
Anonymous

Date:
ສຽງໄຫ້ ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ
Permalink   
 
ສຽງໄຫ້ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ

ນັບແຕ່ເຫດການວັນທີ 9 ມັງກອນ 2015, ປະຊາຊົນ ໄດ້ພາກັນ ໄປກາບໄຫວ້ ພຣະອົງນີ້ ບໍ່ໄດ້ຂາດສາຍ.

ຄລີບວິດີໂອນີ້ ບັນທຶກໄດ້ ອີກຄວາມເສຍໃຈ ທີ່ພຣະອົງດັ່ງກ່າວເກືອບຈະຖືກ ຍົກຍໍໜີຈາກ ແຜນດິນລາວ!

ຜູ້ທີ່ຮ້ອງໄຫ້ ແມ່ນເສຍໃຈ ໜັກ ທີ່ ພຣະພຸດທະຮູບ ທີ່ຍິງຄົນນີ້ ແລະ ຊາວບ້ານ ກໍ່ຄືຊາວລາວ ມາກາບໄຫວ້

ເປັນປະຈຳນັ້ນ ເກືອບຈະຖືກເອົາສູ່ດິນແດນອື່ນທີ່ ບໍ່ອາດຮັບຮູ້ວ່າ ຜູ້ທີຈະເອົາໄປນັ້ນ ຈະເຄົາລົບນັບຖື,

ສັດທາ ແລະ ເຫັນພຣະອົງນີ້ ມີຄຸນຄ່າທາງດ້ານຈິດໃຈສຳໃດ.

ພຣະອົງນີ້ ຄືສູນລວມຈິດໃຈ, ປຽບສະເໝືອນອີກຈິດວິນຍານ ທີ່ຫັດແໜ້ນ ຄວາມເປັນລາວ, ຄວາມເປັນຊາດ

ສາສະໜາ ທີ່ບັນພະບູລຸດຂອງລາວ ໄດ້ມອບໄວ້ໃຫ້! ພວກເຮົາລູກຫຼານລາວ ຈະຍຶດໝັ້ນ, ຮັກສາ ແລະ

ປົກປ້ອງ ດວງໃຈຂອງຊາວລາວ, ປົກປ້ອງມໍລະດົກຂອງຊາດ ແລະ ພ້ອມກັນ ຮັກສາໄວ້ໃຫ້ລູກຫຼານ ຕໍ່ໄປຊົ່ວກາລະນານ.

__________________
Anonymous

Date:
RE: ສຽງໄຫ້ ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ
Permalink   
 
ຄົນວຽດນາມເອົາພຣະຢູ່ວັດ ອົງຕື້ ໄປ

image

ພະພຸດທະຮູບ ອົງນີ້ ເປັນ ໂລຫະທອງ ມີຂະໜາດໃຫຍ່ ມີຄວາມສູງ ປະມານ 1 ແມັດ ສັນນິຖານວ່າ ຖືກສ້າງຂຶ້ນ ໃນສະໄໝ

ພະເຈົ້າ ໄຊເສດຖາ ຫຼືກ່ອນໜ້ານັ້ນ. ພະພຸດທະຮູບ ອົງນີ້ ຖືກປະດິດ ສະຖານຢູ່ ວັດອົງຕື້ ມະຫາວິຫານມາ ໄດ້ຫຼາຍເຊັ່ນຄົນ.

ເກີດເຫດ ມີກຸ່ມຄົນ ວຽດນາມ ຈໍານວນ ນຶ່ງ ເຂົ້າມາ ຫາມ ເອົາ ພຣະພຸດທະຮູບ ແຕ່ປາງ ບູຮານ ຢູ່ ໃນວັດ ອົງຕື້ ມະຫາວິຫານ ໄປ ໂດຍທີ່ ເຈົ້າໜ້າທີ່ ບ້ານເມືອງ ບໍ່ໄດ້ ເຂົ້າມາ ຫ້າມ ປາມ ຫຼື ສະກັດກັ້ນ ແຕ່ຢ່າງໃດ ເລີຍ.

ຜູ້ທີ່ເຫັນ ເຫດການ ໄດ້ເລົ່າວ່າ, ເຫດເກີດຂຶ້ນ ໃນ ວັນທີ 9 ມົກກະຣາ ເວລາ ປະມານ 11 ໂມງ ຕອນເຊົ້າ, ໄດ້ມີກຸ່ມ ຄົນວຽດນາມ ຈໍານວນ ນຶ່ງ ເຂົ້າມາ ຂົນເອົາ ພຣະພຸດທະຮູບ ເກົ່າແກ່ ຢູ່ ວັດອົງຕື້ ຂະໜາດ ໜ້າຕັກ 50 ເຊັນ ອອກໄປ ຊຶ່ງ ກຸ່ມ ຄົນ ວຽດນາມ ດັ່ງກ່າວ ໄດ້ໃຊ້ ຣົດໂຕໂຍຕ້າ ແລນກຣູເຊີ ເປັນ ພາຫະນະ.

ຕໍ່ກັບ ເຫດການ ດັ່ງກ່າວ ເຈົ້າໜ້າທີ່ ຢູ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ກ່າວ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ ວຽດນາມ ກຸ່ມ ດັ່ງກ່າວ ຕັ້ງໃຈ ທີ່ ຈະເຂົ້າ ມາເອົາ ພຣະພຸດທະຮູບ ບູຮານ ອົງ ດັ່ງກ່າວ.

ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ທ່ານ ນັ້ນ ຍັງກ່າວ ອີກວ່າ ສາເຫດ ກໍຍ້ອນວ່າ ໃນຊ້ວງ ປະມານ ກາງປີ ທີ່ ຜ່ານມາ ມີກຸມ ສະຖາບັນ ການເງິນ ຫລື ກຸ່ມ ນັກ ທຸຣະກິດ ວຽດນາມ ໄດ້ ມາ ບໍຣິຈາກ ເງິນເພື່ອ ປະຕິສັງຂອນ ວັດອົງຕື້ ມະຫາວິຫານ ແລ້ວ ຕ້ອງການ ຢາກໄດ້ ພຣະພຸດທະຮູບ ອົງ ດັ່ງກ່າວ, ແຕ່ ທາງການລາວ ບໍ່ໃຫ້ ເພາະ ເປັນພຣະ ເກົ່າແກ່.

ນອກຈາກ ນີ້ ຍັງມີຂ່າວ ອີກວ່າ ທາງການລາວ ຈະຫລໍ່ ພຣະພຸດທະຮູບ ອົງ ຈໍາລອງ ໃຫ້ ກັບຄົນ ວຽດນາມ ກຸ່ມ ດັ່ງກ່າວ, ແຕ່ວ່າ ຄົນ ວຽດນາມ ກຸ່ມ ດັ່ງກ່າວ ບໍ່ຍອມເອົາ ແລະ ຍັງ ຢືນຢັນ ຢາກໄດ້ ພຣະພຸດທະຮູບ ອົງ ດັ່ງກ່າວ.

ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ຍັງ ໄດ້ຮູ້ວ່າ ຫລັງຈາກ ທີ່ ກຸ່ມຄົນ ດັ່ງກ່າວ ໄດ້ຂົນເອົາ ພຣະ ພຸດທະຮູບ ອອກໄປແລ້ວ ຕໍ່ມາ ຈຶ່ງມີຄໍາສັ່ງ ຈາກ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໃຫ້ນໍາເອົາ ພຣະ ພຸດທະຮູບ ອົງ ດັ່ງກ່າວ ກັບ ຄືນມາ.

ແລະ ໃນເວລາ ປະມານ 16 ໂມງ ຂອງ ວັນດຽວກັນ (9 ມົກກະຣາ) ກໍມີຣາຍງານ ວ່າ ພຣະ ພຸດທະຮູບ ດັ່ງກ່າວ ຖືກນໍາ ກັບຄືນມາ ຢູ່ ວັດອົງຕື້ ມະຫາວິຫານ ຄືເກົ່າ. ນອກຈາກ ນີ້ ກໍຍັງມີ ຣາຍງານ ວ່າ ໃນເວລາ ເກີດເຫດ ເຈົ້າ ອະທິການ ວັດອົງຕື້ ບໍ່ໄດ້ ຢູ່ໃນ ວັດ.

ເຖີງຢ່າງໃດ ກໍຕາມ, ຄົນລາວ ສ່ວນຫລາຍ ກໍຍັງບໍ່ ປັກໃຈ ເຊື່ອວ່າ ພຣະ ພຸດທະຮູບ ອົງ ທີ່ເອົາກັບ ຄືນມານັ້ນ ຈະເປັນຂອງ ຈິງ ຫລື ວ່າ ຈະມີການ ສັບປ່ຽນ ເປັນທີ່ ຮຽບຮ້ອຍ ແລ້ວ.

ຂໍ້ສົງໄສ ຂອງ ຄົນລາວ:

ຂ່າວຍັງ ຣາຍງານວ່າ ໃນຕອນເຊົ້າ ຂອງ ວັນທີ 10 ມົກກະຣາ ມີ ປະຊາຊົນ ຫລາຍ ຮ້ອຍ ຄົນ ມາ ເຕົ້າໂຮມກັນ ຢູ່ ວັດອົງຕື້ ມະຫາວິຫານ ຫລັງຈາກ ໄດ້ ຮັບຂ່າວ ຈາກ ສື່ສັງຄົມ ອອນລາຍ ແລະ ພາກັນ ຕັ້ງຂໍ້ສົງໄສ ຂຶ້ນ ຫລາຍຢ່າງ. ດັ່ງທ່ານ ໄດ້ສະແດງ ຄວາມຄິດເຫັນ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ:

“ຕາມເຫັນ ກໍເປັນ ໄປຕາມ ຄວາມ ຈິງຫັ້ນ ແມ່ນແທ້, ເພາະວ່າ ຫາກໍ່ຮູ້ ຫວ່າງຄໍ່າພຸ້ນ ແຫລະ ລະກະເລີຍ ມາສົມທົບ ຄູບາ ເພີ່ນກະວ່າ ມີແທ້ ແຕ່ກໍຍັງ ບໍ່ຮູ້ສາເຫດ ວ່າ ເອົາໄປ ເຫດການ ແນວໃດ? ແນວໃດ ຫັ້ນນ່່າ?, ແມ່ນ ແນວໃດ? ແມ່ນໃຜ ສັ່ງໃຜ, ຄູ ບາກະຍັງ ບໍ່ຮູ້”.

ແລະ ປະຊາຊົນ ອີກທ່ານນຶ່ງ ກໍໄດ້ ກ່າວວ່າ:

"ຍໍຂຶ້ນລົດໄປ ມັນກະບໍ່ ພິຖີພິຖັນ ແຫລະ, ຄັນສົມມຸດ ວ່າ ຊິເອົາໄປ ແທ້, ເຈົ້າກະຕ້ອງ ທໍາພິທີ ອັນເຊີນ ແລ້ວ ກ່າວໃຫ້ ປະຊາຊົນ ໃຫ້ຮູ້ວ່າ ດຽວນີ້ ມີ ການຈັ່ງຊັ້ນ ຈັ່ງຊີ້ ບອກ ວິທີການ ທີ່ຈະເອົາ ໄປຫັ້ນ, ເອົາໄປດ້ວຍ ວິທີໃດ, ແບບໃດ, ເຮັດຫຍັງ, ເປັນຫຍັງ ຈຶ່ງເອົາໄປ, ເຈົ້າມີຫຍັງ ມາແລກປ່ຽນ ກັນ, ມັນຕ້ອງ ແຈ້ງໃຫ້ ປະຊາຊົນ ຮູ້, ຄັນຊັ້ນກະ ເກີດຮືຮາ ກັນຈັ່ງຊີ້ ແຫລະຢ".

ແລະ ໃນເວລາ ດຽວກັນ ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງ ນະຄອນ ຫລວງ ຜູ້ຮັບຜິດຊອບ ວຽກງານ ຖແລວງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ມາ ພົບປະກັບ ປະຊາຊົນ ທີ່ ມາເຕົ້າໂຮມ ກັນຢູ່ ວັດອົງຕື້ ນັ້ນ ແລະ ຢືນຢັນວ່າ ພຣະພຸດທະຮູບ ທີ່ເຂົາເຈົ້າ ເອົາມາສົ່ງ ນັ້ນ ແມ່ນອົງແທ້, ແຕ່ ທ່ານ ກໍປະເສດ ທີ່ ຈະຕອບ ຄໍາຖາມ ຕໍ່ ປະຊາຊົນ ທີ່ ມາເຕົ້າໂຮມ ຢູ່ວັດ ນັ້ນວ່າ ໃຜເປັນຄົນ ອະນຸຍາດ ໃຫ້ກຸ່ມຄົນ ດັ່ງກ່າວ ເຂົ້າມາເອົາ ພຣະ ພຸດທະຮູບ ດັ່ງກ່າວ.

ປວັດຄວາມ ເປັນມາ ຂອງ ພຣະ ພຸດທະຮູບ ອົງ ດັ່ງກ່າວ:

ມີຣາຍງານ ວ່າ ຖືກສ້າງ ຂຶ້ນໃນ ສັດຕະວັດ ທີ 16 ສະໄໝ ສົມເດັດ ພະເຈົ້າ ໄຊຍະເຊດຖາ ທິຣາຊ ຫລໍ່ ດ້ວຍ ທອງສໍາຣິດ, ເປັນ ພຣະບາງ ມະລະວິໄຊ ຊຶ່ງ ນິຍົມກັນ ສ້າງ ຢ່າງ ແພ່ຫລາຍ ໃນ ສະໄໝ ນັ້ນ.

ຮູບລັກສນະ ທົ່ວໄປ ຄືກັນກັບ ພະເສີມ, ພະໄສ ເນື້ອທອງ ແບບ ດຽວກັນ, ມີ ລັກສນະ ໂດດເດັ່ນ ກໍຄື ລາຍ ຜ້າສັງຄາ ສະຫລັກລາຍ ເປັນ ຮອຍຝັງເງິນ, ຢູ່ ພຣະບາດ (ຕີນ) ມີຮູບ ທັມມະຈັກ ອ້ອມດ້ວຍ ລາຍລາວ ແລະ ມີສັດສ່ວນ ລໍາຄີງບາງ ກວ່າ ພຣະເສີມ ແລະ ພຣະໄສ.

ອີງຕາມ ການບອກເລົ່າ ຂອງ ຜູ້ເຖົ້າ ຢູ່ໃນ ວັດນັ້ນ ໄດ້ຮູ້ວ່າ ພຣະພຸດ ທະຮູບ ອົງ ດັ່ງກ່າວ ແມ່ນ ແບບ ຕົ້ນສະບັບ ທີ່ ໃຊ້ຫລໍ່ ພຣະອົງຕື້, ແຕ່ກໍຍັງ ບໍ່ໄດ້ມີການ ຢືນຢັນ ຈາກ ໜ່ວຍງານ ຂອງ ກົມ ວັດຖຸ ບູຮານ ເທື່ອ.

__________________
Anonymous

Date:
Permalink   
 
Anonymous wrote:

ພວກໂຄດຊົ່ວ ກວ່ານີ້ຫາບໍ່ມີອີກແລ້ວໃນໂລກໃບນີ້

ນອກຈາກປ່າໄມ້ສັບພະຍາກອນບໍ່ແຮ່ ທັງລູກລາວຫຼານລາວໄປຂາຍແລ້ວ

ມັນກຳລັງຈະທຳລາຍສາສນາຂອງລາວອີກ ເພາະມັນເຫັນວ່າ

ປຊຊ ນັບຖືສາສນາ ຫຼາຍກວ່າໄປນັບຖືມັນ...

ເຈົ້າໜ້າທີຜູ້ໃດທີ່ກ່ຽວຂ້ອງກັບເລື້ອງນີ້ຕ້ອງອອກມາອະທິບາຍວ່າ

ອົງພະພຸດທະຮູບຈຳລອງຢູ່ໃສ ?

ໃຜເປັນຜູ້ສັ່ງການໃຫ້ເຮັດ ?

ແລ້ວສາບານຕໍ່ຟ້າວ່າ ບໍ່ໄດ້ເອົາໄປໃຫ້ແກວ ...

__________________
Anonymous

Date:
Permalink   
 
Anonymous wrote:

ສຽງໄຫ້ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ

ນັບແຕ່ເຫດການວັນທີ 9 ມັງກອນ 2015, ປະຊາຊົນ ໄດ້ພາກັນ ໄປກາບໄຫວ້ ພຣະອົງນີ້ ບໍ່ໄດ້ຂາດສາຍ.

ຄລີບວິດີໂອນີ້ ບັນທຶກໄດ້ ອີກຄວາມເສຍໃຈ ທີ່ພຣະອົງດັ່ງກ່າວເກືອບຈະຖືກ ຍົກຍໍໜີຈາກ ແຜນດິນລາວ!

ຜູ້ທີ່ຮ້ອງໄຫ້ ແມ່ນເສຍໃຈ ໜັກ ທີ່ ພຣະພຸດທະຮູບ ທີ່ຍິງຄົນນີ້ ແລະ ຊາວບ້ານ ກໍ່ຄືຊາວລາວ ມາກາບໄຫວ້

ເປັນປະຈຳນັ້ນ ເກືອບຈະຖືກເອົາສູ່ດິນແດນອື່ນທີ່ ບໍ່ອາດຮັບຮູ້ວ່າ ຜູ້ທີຈະເອົາໄປນັ້ນ ຈະເຄົາລົບນັບຖື,

ສັດທາ ແລະ ເຫັນພຣະອົງນີ້ ມີຄຸນຄ່າທາງດ້ານຈິດໃຈສຳໃດ.

ພຣະອົງນີ້ ຄືສູນລວມຈິດໃຈ, ປຽບສະເໝືອນອີກຈິດວິນຍານ ທີ່ຫັດແໜ້ນ ຄວາມເປັນລາວ, ຄວາມເປັນຊາດ

ສາສະໜາ ທີ່ບັນພະບູລຸດຂອງລາວ ໄດ້ມອບໄວ້ໃຫ້! ພວກເຮົາລູກຫຼານລາວ ຈະຍຶດໝັ້ນ, ຮັກສາ ແລະ

ປົກປ້ອງ ດວງໃຈຂອງຊາວລາວ, ປົກປ້ອງມໍລະດົກຂອງຊາດ ແລະ ພ້ອມກັນ ຮັກສາໄວ້ໃຫ້ລູກຫຼານ ຕໍ່ໄປຊົ່ວກາລະນານ.

 ຂໍໃຫ້ພີ່ນ້ອງຊາວລາວ,ທີ່ມີຈິດໃຈເຫຼື້ອມໃສຕໍ່ພະພຸດທະຮູບກໍ່ຄືຜູ້ເພິ່ນສ້າງໃວ້ໃຫ້ພວກເຮົາໄດ້ກາບໄວ້ເປັນ

ທີ່ເພິງທາງໃຈ,ຈົ່ງສຳນຶກເຖິງຄວາມໂຫດຮ້າຍສາມານໃຈດຳອຳມະຫິດຂອງກຸມແກວທີ່ເປັນນາຍເໜືອຫົວ

ຂອງກຸມ ພັກ-ລັດ ທີ່ກຳລັງພ້ອມກັນຈະທຳລາຍ ແລະ ຕັດຮອນຊີວິດຈິດໃຈຂອງປະຊາຊົນລາວບັນດາເຜົ່າ

ດ້ວຍຫຼາຍຮູບແບບ ບໍ່ວ່າຈະເປັນການເຂັ່ນຂ້າ,ເຮັດໃຫ້ລູກພາກພໍ່ແມ່,ຜົວພາກເມຍ,ເຮັດໃຫ້ຄົນລາວພາກ

ບ້ານເກີດເມືອງນອນໄປຢູ່ຕ່າງແດນ,ເຮັດໃຫ້ປະຊາຊົນລາວເສຍບ່ອນເຮັດຢູ່ທຳກິນ,ບັງຄັບໃຫ້ປະທີ່ດິນບ່ອນ

ເຂົາຕ້ອງການ.ປ່າໄມ້ບໍ່ແຮ່ຖືຂຸດຄົ້ນເພື່ອຜົນປະໂຫຍດຂອງກຸ່ມເຂົາພຽງຢິບດຽວ ແລະ ຕ່າງຊາດທີ່ຊູປີກໃຫ້

ມີອຳນາດກົດຫົວປະຊາຊົນລາວບັນດາເຜົ່າ.ດ້ວຍວິທີການຕ່າງໆທີ່ກ່າວຂ້າງເທິງບໍ່ສາມາດທຳລາຍຈິດໃຈຂອງ

ຄົນລາວໃຫ້ອ່ອນເພຍແລະຕາຍທັງຢືນໄດ້.ໃນທີ່ສຸດເຂົາຮູ້ໄດ້ເຖິງຈຸດທີ່ຈະໃຫ້ຄົນລາວຕາຍທັງຢືນໄດ້ຄືການ

ຕັດຮອນທີ່ເພິ່ງທາງໃຈອອກ.ຄຶດໄດ້ແນວນີ້ສອງກຸ່ມດັ່ງກ່າວຈຶ່ງເລີ້ມປະຕິບັດກົລຍຸດນີ້ດັ່ງເປັນຂ່າວລືປະຈຸບັນ.

ຖ້າພີ່ນອງປະຊາຊົນລາວບໍ່ວ່າໃນຫຼືນອກຫາກບໍ່ສາມະຄີກັນແລ້ວແນ່ນອນຈຸດອະວະສານຂອງພວກເຮົາຈະມໍ່ເຂົ້າ

ມາທຸກທີ.ຂໍໃຫ້ລາວໃນຢາກໄປຟັງຄຳໂຄສນາວ່າລາວນອກເປັນປະຕິການຂາຍຊາດ.ພວກທ່ານທີ່ຢູ່ພາຍໃນຄົງ

ເຫັນແຈ້ງແລ້ວຕິວ່າໃຜເປັນຜູ້ຂາຍຊາດຂາຍແຜ່ນດິນແທ້.ປ່າໄມ້,ບໍ່ແຮ່ກໍ່ໝົດໃນຍຸກ ພັກ-ລັດນີ້ບໍ່ແມ່ນບໍ?

ດິນລາວຖືກແຕ່ເຈັກ-ແກວຄຸ້ມແຕ່ເໝືອຈຸໄຕ້ແມ່ນຫຼືບໍ່?ເມືອງຕົ້ນເຜິງ,ບຶງທາດຫຼວງ ແລະ ແຫ່ງອື່ນໆກໍ່

ລ້ວນແຕ່ເປັນຂອງເຈັກ-ແກວ.ສະໄໝພຣະຣາຊອານາຈັກລາວທີ່ເພິ່ນກ້າວຮ້າຍວ່າສັກດິນາປະຕິການກໍ່ຄື

ບໍ່ມີດິນດອນບ໋ອນໃດເຂົາມອບໃຫ້ຕ່າງຊາດຄອບຄອງເໝືອນດັ່ງ ພັກ-ລັດ ປະຈຸບັນ.

ສະພາບການຂອງໂລກກຳລັງຈະປ່ຽນແປງຂໍໃຫ້ພີ່ນ້ອງຊາວລາວເຮົາທຸກທົ່ວໜ້າຈົ່ງຕິດຕາມສະຖານະການ

ແລະ ຕຽມອົກຕຽມໃຈຊອກສ້າງຄວາມຮູ້ຄວາມສາມາດເພື່ອຈັບເອົາກາລະໂອກາດທີ່ອຳນວຍ

ແລະ ໝູນໄຊ້ໃຫ້ເກີດຜົນປະໂຫຍດແກ່ຕົນເອງກໍ່ຄືຊາດ.ບໍ່ຄວນຟ້າວຟັ່ງເອົາໄຖໄປກ່ອນຄວາຍເໝືອນ

ດັ່ງລຸນກ່ອນທີ່ຄວາມຮັກຊາດ,ເລືອດຂອງຄວາມເປັນລາວດັນແຮງເກີນໄປ(ເຂົ້າໃຈພວກທ່ານ)ແຕ່ຄວາມ

ສຳເຣັດຈະເກີດໄດ້ກໍ່ຕໍ່ເມື່ອເຮົາມີບົດຮຽນ.ມີແຕ່ໄຟແກບເທົ່ານັ້ນທີ່ຈະເຜົາໝໍ້ດິນໃຫ້ເປັນພາຊະນະທີ່ຄົງທົນ.

__________________
Anonymous

Date:
ສຽງໄຫ້ ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ
Permalink   
 
ຊາວລາວບໍ່ພໍໃຈເຣື້ອງພຣະ ຢູ່ ວັດ ອົງຕື້

image10407870_916107251774710_5539219736396899287_n.jpg?oh=da6f1cbb25aed5e2fccd2c70d6146b1e&oe=55313DB9

ໃນຕອນເຊົ້າ ຂອງ ວັນສຸກ ທີ 9 ມົກກະຣາ 2015 ໄດ້ມີການ ເຄື່ອນຍ້າຍ ພຣະພຸທຣູບ ເກົ່າແກ່ ຕັ້ງແຕ່ ສມັຍ ພຣະເຈົ້າ ໄຊຍະເສດຖາ ທິຣາດ ໃນວັດອົງຕື້ ມະຫາວິຫານ, ຖ້າມກາງ ຄວາມ ບໍ່ພໍໃຈ ຂອງ ຊາວລາວ ໃນ ທົ່ວ ປະເທດ ຈົນເຮັດ ໃຫ້ເກີດ ບັນຫາ ນອງນັນ ກັນ ຂຶ້ນ ໃນ ສື່ສັງຄົມ ອອນລາຍ.

ເຫດການ ດັ່ງກ່າວ ເກີດຂຶ້ນ ໃນຊ່ວງ ປະມານ 11 ໂມງເຊົ້າ ຂອງ ວັນສຸກ ໄດ້ມີຣົດ ຊື່ງ ຄາດວ່າ ເປັນຣົດ ຂອງຄົນ ວຽດນາມ ພາກັນ ມາຂົນເອົາ ພຣະພຸທຮູບ ຂຶ້ນຣົດ Toyota Land Cruiserແລະ ເອົາຖານຮອງ ຂອງ ພຣະພຸທຮູບ ໄວ້ ທ້າຍຣົດ. ຖ້າມກາງ ຄວາມ ຕົກ ຕະລຶງ ຂອງ ອອກຕົນ ຍາດໂຍມ ໃນວັດອົງຕື້ ທີ່ ມາແຈກເພນ ແລະ ຈຶ່ງແວະເບິ່ງ ເຫດການ ດັ່ງກ່າວ ແຕ່ ກໍບໍ່ມີ ຜູ້ໃດ ຮູ້ເຖິງ ກົກປາຍ ສາເຫດ ວ່າ ເຫດການ ແບບນີ້ ເກີດຂຶ້ນໄດ້ ແນວໃດ. ດັ່ງ ຄົນລາວ ຜູ້ນຶ່ງ ທີ່ຂໍສງວນ ຊື່ເວົ້າວ່າ:

"ຍໍຂື້ນຣົດໄປ ມັນ ກໍບໍ່ ພິຖີພິຖັນ ແຫລະ ຄັນ ສົມມຸດວ່າ ຄັນຊິເອົາ ໄປແທ້ໆ ເຈົ້າກໍທຳ ພິທີ ອັນເຊີນ ແລ້ວກ່າວ ໃຫ້ ປະຊາຊົນ ໄດ້ຮູ້ວ່າ ດຽວນີ້ ມີການ ຈັ່ງຊັ້ນ ຈັ່ງຊີ້ ບອກວິທີ ການທີ່ ຈະເອົາໄປ ຫັ້ນ ເອົາໄປດ້ວຍ ວິທີໃດ ເຮັດ ແບບໃດ ເຮັດ ຫຍັງ ເປັນຫຍັງ ຈຶ່ງເອົາໄປ ຍ້ອນຫຍັງ ເຈົ້າມີຫຍັງ ມາແລກປ່ຽນ ມັນຕ້ອງແຈ້ງ ໃຫ້ ປະຊາຊົນ ຮູ້ຄັນຊັ້ນ ກໍເກີດ ຮືຮາກັນ ຈັ່ງຊີ້ແຫລະ".

ຫລັງຈາກ ທີ່ມີການ ນຳເອົາ ພຣະພຸທຮູບ ອົງ ດັ່ງກ່າວ ໄປ ກໍປາກົດວ່າ ໃນເວລາ 16:30 ນາທີ ຂອງ ວັນດຽວກັນ ນັ້ນ ກໍໄດ້ມີ ການນຳ ເອົາ ກັບມາຄືນ ໂດຍ ອ້າງວ່າ ເກີດມີ ອະພິນິຫານ ຫລື ມີ ເກີດອາເພດ ຂຶ້ນ ໃນຣະຫວ່າງ ການ ເດີນທາງ ເຮັດໃຫ້ ຂະບວນຣົດ ທີ່ກຳ ລັງ ຂົນ ພຣະພຸທຮູບ ອົງ ນັ້ນ ຕັດສີນໃຈ ນຳ ພຣະພຸທຮູບ ກັບ ຄືນມາ ບ່ອນເກົ່າ.

ປະຊາຊົນ ກໍເສັຽໃຈ ທີ່ຮູ້ວ່າ ຄົນຕ່າງຊາດ ທີ່ ຄາດວ່າ ເປັນຄົນ ວຽດນາມ ເອົາ ພຣະພຸທຮູບ ອົງ ສັກສິດ ຂອງ ລາວ ອອກໄປ ເປັນການ ຫມິ່ນປະມາດ ພຣະ ພຸທສາສນາ ຂອງລາວ.

__________________
ຊຽງ ຄຳຫລ້າ

Date:
RE: ສຽງໄຫ້ ເຫຼືອໃຈ ທີ່ເກືອບເສຍພຣະທີ່ຕົນເອງນັບຖືບູຊາ
Permalink   
 
- ສູນກາງແນວລາວສ້າງຊາດ ( ສນຊ)

- ອົງການພຸດທະສາສະໜາສຳພັນລາວ(ອພສ) ແລະ ເຈົ້າອະທີການວັດ ອົງຕື້

ຄວນອອກມາຊີ້ແຈງເລື່ອງທີ່ເກີດຂື້ນ ເພາະເປັນເລື່ອງທຳຮ້າຍຈິດໃຈຄົນລາວ ບໍ່ວ່າຈະຢູ່ພາຍໃນ ແລະ ນອກປະເທດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard