ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະປະຊາຊາດທົບທວນ ສິດທິ ມະນຸດ ຢູ່ລາວ
Anonymous

Date:
ສະຫະປະຊາຊາດທົບທວນ ສິດທິ ມະນຸດ ຢູ່ລາວ
Permalink   
 


ສະຫະປະຊາຊາດທົບທວນ ສິດທິ ມະນຸດ ຢູ່ລາວ

image

ສະຫະ ປະຊາຊາດ ຈັດ ກອງປະຊຸມ ທົບທວນ ເບິ່ງ ການນັບຖື ສິດທິ ມະນຸດ ໃນລາວ ໂດຍມີ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສປປລາວ ແລະ ຜູ້ຕາງໜ້າ ຫົກສິບ ກວ່າ ປະເທດ ເຂົ້າຮ່ວມ. ກອງປະຊຸມ ອັນໃຫຍ່ໂຕ ແລະ ສຳຄັນ ດັ່ງກ່າວ ຈັດຂື້ນ ເມື່ອ ວັນທີ 20 ມົກກະຣາ 2015 ຢູ່ ຫ້ອງການ ສະຫະ ປະຊາຊາດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ. ໃນ ໂອກາດ ນີ້ ຜູ້ຕາງໜ້າ ອົງການ ແລະ ຣັຖບານ ຕ່າງ ປະເທດ ເຖິງ 77 ທ່ານ ໄດ້ອອກ ຄຳຄິດ ຄຳເຫັນ ເວົ້າເຖິງ ການ ຣະເມີດ ສິດທິ ມະນຸດ ໃນລາວ ແລະ ສເນີໃຫ້ ຣັຖບານ ສປປລາວ ນຳໄປ ປະຕິບັດ ແກ້ໄຂ. ຜູ້ຕາງໜ້າ ສະຫະຣັຖ ອະເມຣິກາ ເວົ້າວ່າ:

“ສະຫະຣັຖ ເປັນຫ່ວງ ຕໍ່ ສະພາບ ສິດທິ ມະນຸດ ໃນລາວ ໃນນັ້ນ ຮວມທັງ ການ ຈຳກັດ ສິດເສຣີ ໃນການ ປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ຢ່າງ ສັນຕິ ເຂົ້າຮ່ວມ ອົງການ ຈັດຕັ້ງ ແລະ ຈຳກັດສິດ ປ່ອນບັດ ເລືອກຕັ້ງ ຢ່າງ ແທ້ຈິງ.”

ສ່ວນ ຜູ້ຕາງໜ້າ ສິງກະໂປ ເວົ້າວ່າ:

ທ່ານເວົ້າວ່າ “ສິງກະໂປ ມີຄວາມ ເປັນຫ່ວງ ຕໍ່ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນສາມີ ຂອງ ຊາວ ສິງກະໂປ. ສິງກະໂປ ຂໍ ຮຽກຮ້ອງ ໃຫ້ສືບສວນ ກໍຣະນີ ນີ້ ໂດຍດ່ວນ ແລະ ຢ່າງ ເປັນ ທັມ.”

ສ່ວນທ່ານ ພົງສະຫວັດ ບຸຜາ ຣັຖມົນຕຣີ ປະຈຳ ສຳນັກງານ ປະທານ ປະເທດ ປະທານ ຄນະ ກັມມະການ ສິດທິ ມະນຸດ ລາວ ກ່າວ ຕອນນຶ່ງ ພຽງແຕ່ວ່າ:

"ຮຽນທ່ານ ປະທານ ແລະ ທ່ານ ຜູ້ມີກຽດ ທັງຫລາຍ ຂອບໃຈ ທີ່ ທ່ານສົນໃຈ ການຫາລື ຄັ້ງນີ້; ຕໍ່ໄປ ຂ້າພະເຈົ້າ ຂໍສເນີໃຫ້ ເຈົ້າໜ້າທີ່ ລາວ ທີ່ ຮັບຜິດ ຂແນງການ ທີ່ ກ່ຽວຂ້ອງ ຕອບຂໍ້ ຂ້ອງໃຈ ຕ່າງໆ".

ສ່ວນທ່ານ ຫົວໜ້າ ກົມ ສື່ມວນຊົນ ກະຊວງ ຖແລງຂ່າວ ວັທນະທັມ ແລະ ການ ທ່ອງທ່ຽວ ຂອງ ລາວ ກໍ ປະຕິເສດ ການ ຄວບຄຸມ ການໃຊ້ ອິນເຕີເນັດ ກັບ ນັກຂ່າວ ຂອງ ພວກເຮົາ ຫລັງຈາກ ກອງ ປະຊຸມ ສິ້ນສຸດ ລົງວ່າ: ສຽງ...

ສ່ວນ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໃຫ້ ຂໍ້ສັງເກດ ວ່າ ສ່ວນຫລາຍ ແລ້ວ ເຈົ້າ ໜ້າທີ່ ທາງການ ລາວ ມີແຕ່ ຣາຍງານ ດອກໄມ້. ຜູ້ຕາງໜ້າ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ກໍໄດ້ ໃຫ້ຄຳເຫັນ ວ່າ ເຈົ້າໜ້າທີ່ ທາງການລາວ ບໍ່ໄດ້ຍອມ ຮັບເລີຍວ່າ ໄດ້ມີການ ຣະເມີດ ສິດທິ ມະນຸດ ຢູ່ ໃນລາວ ເວົ້າແຕ່ວ່າ ປະຊາຊົນ ລາວ ມີສິດ ມີສຽງ ທຸກຢ່າງ ແລະ ມີວິຊີວິດ ການເປັນຢູ່ ດີຂື້ນ ເລື້ອຍໆ.

ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ ປະເທດ ສວິຊແລັນ.



__________________
Anonymous

Date:
Permalink   
 

ຊາວລາວປະທ້້ວງທາງການລາວ ຢູ່ ນະຄອນ ເຈນີວາ

image

ຊາວລາວ ກວ່າຮ້ອຍ ຄົນ ໂຮມ ຊຸມນຸມ ປະທ້້ວງ ທາງການ ສປປລາວ ຢູ່ ຕໍ່ໜ້າ ຕຶກ ສະຫະ ປະຊາຊາດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ. ພວກ ປະທ້ວງ ຊຶ່ງ ສ່ວນຫລາຍ ເປັນ ສະມາຊິກ ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໄດ້ພາກັນ ລຸຍ ຫິມະ ທົນ ຄວາມໜາວ ຖືປ້າຍ ແລະ ຮ້ອງໂຮ ຂື້ນວ່າ:

"ພວກເຂົາ ຖາມກັນວ່າ ພວກເຮົາ ຢາກໄດ້ຫຍັງ ຢາກໄດ້ ປະຊາ ທິປະໄຕ ຢາກໄດ້ ມື້ໃດ ດຽວນີ້ ຢາກໄດ້ ຢູ່ໃສ ຢູ່ ປະເທດ ລາວ".

ໃນ ຂນະ ດຽວກັນ ຊາວລາວ ເຫລົ່ານີ້ ກໍໄດ້ ຖືປ້າຍ ໃຫຍ່ ແຜ່ນນຶ່ງ ທີ່ ຂຽນວ່າ ພວກເຮົາ ຮຽກຮ້ອງ ໃຫ້ ມີການ ນັບຖື ສິດທິ ມະນຸດ ແລະ ປະຕິຮູບ ການປົກຄອງ ໃນລາວ ໃຫ້ມີ ຫລາຍພັກ ການເມືອງ ແບບ ມີການ ເລືອກຕັ້ງ ຢ່າງ ເສຣີ.
ນອກຈາກ ນັ້ນ ພວກ ປະທ້ວງ ບາງຄົນ ກໍຮ້ອງ ຄຳຂວັນ ອື່ນໆ ຂຶ້ນດັງໆ:

ສ່ວນ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະໄຕ ໄດ້ກ່າວ ວ່າ: ຈຸດປະສົງ ອີກ ຢ່າງນຶ່ງ ຊາວລາວ ມາ ປະທ້ວງ ເທື່ອນີ້ ແມ່ນ ເພື່ອ ປະທ້ວງ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສປປລາວ ທີ່ມາຮ່ວມ ກອງ ປະຊຸມ ກັບ ສະຫະ ປະຊາຊາດ ເພື່ອ ທົບທວນ ເບິ່ງ ການ ປະຕິບັດ ສິດທິ ມະນຸດ ຂອງ ຣັຖບານ ລາວ ໃນຣະຍະ ສີ່ ປີທີ່ ຜ່ານມາ.

ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ ປະເທດ ສວິດຊແລັນ.



__________________
Anonymous

Date:
Permalink   
 

ພວກເພີ່ນກໍ່ເວົ້າຖືກແລ້ວເດ ບໍ່ໄດ້ຫ້າມວ່າບໍ່ໃຫ້ໃຊ້ Internet

ແຕ່ຈະໃຊ້ເປັນເຄື່ອງມືກ່າວໂຈມຕີພັກ-ລັດ ຫຼື ອອກຂ່າວກ່ອນ

ການອານຸຍາດຈາກທາງການແມ່ນບໍ່ໄດ້



__________________
Anonymous

Date:
Permalink   
 

10926425_841868399185892_1144063241443984163_n.jpg?oh=0e6ee6e42d7424c7b3ac4b51a38687bc&oe=556B4D3410943915_841868415852557_1693281083143593909_n.jpg?oh=a8686d70dfe27121c14a490db37d1ecc&oe=555E042E&__gda__=1429339559_fe1bbd32cb0efa56324476fe9c4765b1

ຄະນະ ຕາງໜ້າ ສປປລາວ ພາກັນນັ້ງຫລັບໃນສະພາ UN



__________________
Anonymous

Date:
Permalink   
 

14028_785403601494682_3779712483297517758_n.jpg?oh=a774cf570d48f894a6ea2597ab4e9234&oe=55310DFC

     

10945739_767666246651727_6794195862072339862_o.jpg10943730_767666399985045_6477838416253903121_o.jpg10919418_767665899985095_8086980083834179189_o.jpg



__________________
Anonymous

Date:
Permalink   
 

Anonymous wrote:

10926425_841868399185892_1144063241443984163_n.jpg?oh=0e6ee6e42d7424c7b3ac4b51a38687bc&oe=556B4D3410943915_841868415852557_1693281083143593909_n.jpg?oh=a8686d70dfe27121c14a490db37d1ecc&oe=555E042E&__gda__=1429339559_fe1bbd32cb0efa56324476fe9c4765b1

ຄະນະ ຕາງໜ້າ ສປປລາວ ພາກັນນັ້ງຫລັບໃນສະພາ UN


 ກ່ອນອື່ນຂໍຊົມເຊີຍຜູ້ທີ່ນຳຮູບຂອງກຸ່ມຄົນບໍ່ດີທີ່ພາຍບັ້ງຕົວະມາຫຼອກຊາວໂລກ.ແຕ່ກໍ່ບໍ່ພົ້ນສາຍຕາຂອງຊາວລາວ

ທີ່ຮັກປະຊາທິປະໄຕຈຳນວນຫຼາຍ ແລະ ຊາວຕ່າງຊາດໃນສະວິດ,ທີ່ກ້າສະລະເວລາ,ສູ້ທົນກັບຄວາມໜາວເຢັນມາປະ

ທ້ວງຜູ້ຕ່າງໜ້າກຸ່ມໝາພານຂອງແກວແດງທີ່ກຳລັງທຳລາຍປະຊາຊົນລາວບັນດາເຜົາພາຍໃນປະເທດທຸກຮູບແບບ

ເພື່ອຫວັງມອດແປວໄຟຄວາມຮັກຊາດຂອງປວງຊົນລາວບັນດາເຜົາ.ຖ້າພວກທ່ານກຳໄດ້ລາຍຊື່ ແລະ ມີຮູບພາບຂອງ

ຄົນບໍ່ຫວັງດີກຸ່ມນີ້ຊ່ວຍເອົາລົງໃຫ້ແດ່ເພື່ອຈະໄດ້ມາຂຽນຈາລຶກດ້ວຍມຶກສີດຳໄປວາງໄວ້ກ້ອງແຜນຖູດຕີນກ່ອນເຂົ້າເຮືອນ.

ສຸດທ້າຍຂໍຊົມເຊີຍຢ່າງສຸດໃຈຕໍ່ພີ່ນ້ອງຊາວລາວທຸກທົ່ວໜ້າທີ່ຮ່ວມປະທ້ວງໃນຄັ້ງນີ້,ພ້ອມທັງອົງການຈັດຕັ້ງ

ພັນທະມິດເພື່ອປະຊາທິປະໄຕໃນລາວ.ໃນວາຣະໜ້າຫາກໂອກາດ ແລະ ເງື່ອນໄຂອຳນວຍກໍ່ພ້ອມທີ່ຈະເຂົ້າຮ່ວມນຳ.

ພັນທະມິດເພື່ອປະຊາທິປະໄຕໃນລາວ ແລະ ປວງຊົນລາວທີ່ຮັກປະຊາທິປະໄຕ ໜັ້ນຍືນ!!!!

ກຸ່ມຜເດັດການລາວແດງທີ່ຮັບໄຊ້ນະໂຍບາຍຕ່າງຊາດທຳຮ້າຍຊາດລາວຈົ່ງພິນາດຈິບຫາຍໃນໄວໆດ້ວຍເທີ້ນ.

ຈາກຄົນທີ່ຫວັງດີ!!!!!



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard