ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການ "ຜີ" ຂອງພັກລັດ ໃຊ້ງົບປະປະມານ ນອກແຜນ
Anonymous

Date:
ໂຄງການ "ຜີ" ຂອງພັກລັດ ໃຊ້ງົບປະປະມານ ນອກແຜນ
Permalink   
 


ມີ ຫລາຍໂຄງການທີ່ພັກລັດ ໃຊ້ງົບນອກ ແຜນ

army.jpg

 

ຕາມການລາຍງານຂອງປະ ທານອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາ ແຫ່ງຊາດ ຊຸດທີ VII ທີ່ຫາກໍສຳເລັດລົງນັ້ນ ໃຫ້ຮູ້ວ່າ: ຜ່ານການກວດສອບບົດສະຫລຸບ ຂາດຕົວ, ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດສົກປີ 2012- 2013 ເຫັນວ່າມີຫລາຍໂຄງການ ນຳໃຊ້ເງິນນອກແຜນ. ດັ່ງການ ກວດສອບລາຍຮັບ, ລາຍຈ່າຍ, ຊັບສິນ, ໜີ້ສິນຈຳນວນ 74 ຫົວ ໜ່ວຍ, ກວດສອບການຄຸ້ມຄອງ- ນຳໃຊ້ລາຍຮັບຈາກໂຄງການນ້ຳ ເທີນ 2 ຢູ່ບັນດາກະຊວງ, ແຂວງ, ນະຄອນຫລວງ ຈຳນວນ 10 ຫົວ ໜ່ວຍ, ກວດກາອົງການຈັດຕັ້ງລັດ ຈຳນວນ 32 ຫົວໜ່ວຍ, ໂຄງ ການເງິນກູ້ຢືມ ແລະ ຊ່ວຍເຫລືອ ລ້າຈາກຕ່າງປະເທດ 24 ຫົວ ໜ່ວຍ, ທະນາຄານ ແລະ ວິສາຫະ ກິດລັດ 18 ຫົວໜ່ວຍ, ຈາກລາຍ ຮັບວິຊາການ, ລາຍຮັບສ່ວຍສາ ອາກອນ, ຊັບສິນ, ລາຍຮັບຈາກ ການລະດົມທຶນທີ່ ສາມາດເກັບ ລາຍຮັບຈຳນວນ 397,10 ຕື້ກວ່າກີບ. ຈາກການດຳເນີນການກວດສອບດັ່ງກ່າວພົບເຫັນວ່າຕົວຈິງໄດ້ 391,50 ຕື້ກວ່າກີບ, ກວດສອບ ເຫັນລາຍຈ່າຍເກີນແຜນ ແລະ ລາຍຈ່າຍທີ່ບໍ່ນອນໃນແຜນສະພາ ແຫ່ງຊາດຮັບຮອງ 7.152 ຕື້ກວ່າ ກີບ,
ລາຍຈ່າຍເກີນແຜນງົບປະ ມານແຫ່ງລັດ 4.713 ຕື້ກວ່າກີບ ແລະ ກວດເຫັນລາຍຈ່າຍໂຄງ ການກໍ່ສ້າງພື້ນຖານໂຄງລ່າງທີ່ບໍ່ ນອນໃນແຜນມີ 284 ໂຄງການ ລວມມີມູນຄ່າ 4.325 ຕື້ກວ່າກີບ, ຢູ່ຂັ້ນສູນກາງຈ່າຍນອກແຜນມີ 7 ໂຄງການ, ທ້ອງຖິ່ນມີ 277 ໂຄງ ການ. ພ້ອມນີ້ ຍັງໄດ້ກວດສອບ ເຫັນໜີ້ຕ້ອງຮັບໃນລະບົບຄັງເງິນ ແຫ່ງຊາດ, ລາຍຈ່າຍໜີ້ສິນລົງທຶນ ຂອງລັດ ແລະ ລາຍຈ່າຍຮ່ວງບໍ ລິຫານທີ່ບໍ່ໄດ້ເກັບຄືນເຂົ້າງົບປະ ມານຂອງລັດ ເຊິ່ງສະສົມຮອດ ທ້າຍສົກປີ 2012-2013 ມີ 3.325 ຕື້ກວ່າກີບ, ໄດ້ກວດສອບ ທະນາຄານທຸລະກິດຈາກໜີ້ທວງຍາກ (ໜີ້ເສຍ) ທີ່ສະສົມຮອດ ທ້າຍປີ 2013 ຈາກການປ່ອຍເງິນ ກູ້ຂອງທະນາຄານສົ່ງເສີມກະສິ ກຳ, ທະນາຄານ ພັດທະນາລາວ ແລະ ທະນາຄານນະໂຍບາຍທັງ ຕົ້ນທຶນ ແລະ ດອກເບ້ຍ 819 ຕື້ ກວ່າກີບ ແລະ ໜີ້ຕ້ອງຮັບໃນປີ 2013 ຂອງບັນດາທະນາຄານທັງ ຕົ້ນທຶນ ແລະ ດອກເບ້ຍ 10.000 ຕື້ ກວ່າກີບ, ກວດເຫັນການສືບຕໍ່ ປ່ອຍເງິນກູ້ນອກເມືອງເປົ້າໝາຍ ຂອງທະນາຄານນະໂຍບາຍໃນ ສົກປີ 2012-2013 ຈຳນວນ 15,90 ຕື້ກວ່າກີບ.
ນອກຈາກນີ້ແລ້ວ, ໃນສົກປີ 2012-2013 ໄດ້ມີການກວດ ສອບງົບປະມານແຫ່ງລັດເຫັນວ່າ ມີລາຍຮັບເພີ່ມຂຶ້ນ 705,50 ຕື້ກວ່າ ກີບ, ແຕ່ບັນດາຫົວໜ່ວຍງົບປະ ມານໄດ້ສືບຕໍ່ເອົາເງິນລາຍຮັບໃນ ຂະແໜງການທີ່ຕົນຄຸ້ມຄອງນຳໃຊ້ ເຂົ້າໃນເປົ້າໝາຍອື່ນທີ່ບໍ່ໄດ້ຮັບຮອງຈາກສະພາແຫ່ງຊາດ, ການອອກ ພັນທະບັດລະດົມທຶນຢູ່ຄັງເງິນແຫ່ງຊາດເພື່ອຊຳລະລາຍຈ່າຍທີ່ບໍ່ໄດ້ ເອົາເຂົ້າໃນແຜນສະເໜີສະພາແຫ່ງຊາດມີມູນຄ່າສູງເຖິງ 1.835 ຕື້ ກວ່າກີບ. ນອກນັ້ນລາຍຈ່າຍທີ່ໄດ້ ນຳໃຊ້ເງິນເກີນແຜນ ແລະ ລາຍ ຈ່າຍໂຄງການລົງທຶນຂອງລັດມີ ມູນຄ່າສູງກວ່າການຮັບຮອງທີ່ບໍ່ ສອດຄ່ອງກັບເປົ້າໝາຍ 596,80 ຕື້ກວ່າກີບ ແລະ ຍັງມີ 7 ຫົວໜ່ວຍ ງົບປະມານໄດ້ນຳໃຊ້ເງິນເກີນ ແຜນຂອງສົກປີ 2011-2012 ຈຳນວນ 94,70 ຕື້ກວ່າກີບ ເຂົ້າ ໃນວຽກງານບໍລິຫານ ເຊິ່ງເຫັນວ່າ ບໍ່ສອດຄ່ອງຕາມການກຳນົດເປົ້າ ໝາຍຂອງການນຳ ໃຊ້ເງິນເກີນ ແຜນ. ນອກຈາກນັ້ນ 4 ຫົວໜ່ວຍ ງົບປະມານໄດ້ເຊັນສັນຍາມູນຄ່າ ໂຄງການລົງທຶນຂອງລັດສູງກວ່າ ມູນຄ່າທີ່ສະພາແຫ່ງຊາດຮັບ ຮອງມີ 18 ໂຄງການມູນຄ່າຕາມ ສັນຍາ 1.220 ຕື້ກວ່າກີບ, ສະພາ ແຫ່ງຊາດອະນຸມັດ 717,90 ຕື້ ກວ່າກີບ ແລະ ມີສ່ວນເກີນ 502,10 ຕື້ກວ່າກີບ.


__________________
Anonymous

Date:
Permalink   
 

10660244_827005527359554_564488733421098969_n.jpg?oh=fc1e83ebb15f80bf6ca2b532517d7af0&oe=552F71AF&__gda__=1433215814_f2eb5b8c7dca6635e33188f3b90e51e4



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard